ເລີ່ມແຕ່ວັນທີ 1 ກັນຍາ 2024 ເປັນຕົ້ນມາ ໂດຍນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າມາລາວ ແລະ ນັກທ່ອງທ່ຽວລາວ ທີ່ເຂົ້າ ອອກດ່ານສາກົນ ຈະຕ້ອງໄດ້ຈ່າຍເງິນເຂົ້າກອງທຶນການທ່ອງທ່ຽວ 10,000 ກີບຕໍ່ຄົນ ຜ່ານລະບົບທະນາຄານ Easy Pass ເພື່ອລັດຖະບານລາວ ຈະໄດ້ ນຳເງິນດັ່ງກ່າວ ໄປພັດທະນາການທ່ອງທ່ຽວ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫຼວງນ້ຳທາ ທ່ານໜຶ່ງ ກ່າວຕໍ່ ວິທະຍຸເອເຊັຽເສຣີ ໃນວັນທີ 12 ພະຈິກ ນີ້ວ່າ:
" ໂຕຫັ້ນນີ້ມັນມີມາແຕ່ດົນແລ້ວ ຜ່ານມາຫັ້ນກໍຈັດເກັບຢູ່ ແຕ່ວ່າ ບາງດ່ານຈັດຕັ້ງປະຕິບັດບໍ່ໄດ້ ບໍ່ຄືກັນແຕ່ລະບ່ອນຫັ້ນ ແລ້ວມັນເຮັດໃຫ້ກອງທຶນຫັ້ນ ບໍ່ໄດ້ຮັບຫຼາຍຜົນ ແລ້ວເງິນມັນກໍບໍ່ໄດ້ ເຂົ້າການພັດທະນາຫຼາຍ ເງິນໂຕນີ້ໃຊ້ສະເພາະການພັດທະນາການທ່ອງທ່ຽວ ເພື່ອຄວາມເປັນເອກະພາບ ຈຶ່ງໃຊ້ລະບົບທີ່ທັນສະໄໝນີ້ ມັນກໍສະດວກ ແລ້ວໂປ່ງໃສອີກຫັ້ນນາ. "
ຂະນະທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງສະຫວັນນະເຂດ ທ່ານໜຶ່ງ ກໍກ່າວວ່າ ຢູ່ດ່ານສາກົນມິດຕະພາບແຫ່ງທີ 2 ແລະ ດ່ານສາກົນ ແດນສະຫວັນ ລາວບາວ ກໍໄດ້ເກັບເງິນດັ່ງກ່າວແລ້ວເຊັ່ນກັນ ຍົກເວັ້ນຢູ່ດ່ານສາກົນ ສະໜາມບິນສະຫວັນນະເຂດ ທີ່ຍັງບໍ່ໄດ້ປະຕິບັດ ເນື່ອງຈາກຢູ່ໃນໄລຍະ ທີ່ທາງສາຍການບິນ ໂຈະຖ່ຽວບິນຕ່າງປະເທດ ຊົ່ວຄາວ:
" ດ່ານຂົວ 2 ເຮົາ ກັບດ່ານແດນສະຫວັນລາວບາວ ແມ່ນທະນາຄານພັດທະນາລາວ ເຂົາເອົາເຂົ້າຄັງ ກົມພັດທະນາການທ່ອງທ່ຽວ ສູນກາງທັງໝົດເລີຍ ສິບພັນກີບ ຖືວ່າເອົາເຂົ້າກະຊວງພຸ້ນໝົດ ເລີ່ມມາແຕ່ວັນທີ 1 ເດືອນ 9 ທັງໝົດດ່ານ ທີ່ມີໃນປະເທດລາວ ເກັບຄືກັນ ເພິ່ນຊິຈະນຳໃຊ້ໃນກອງທຶນ ຂອງຄັງພັດທະນາການທ່ອງທ່ຽວຫັ້ນແຫຼະ"
ກຽ່ວກັບເລື່ອງດັ່ງກ່າວນີ້ ຊາວລາວ ທ່ານໜຶ່ງ ທີ່ເຄີຍເດີນທາງໄປປະເທດໄທ ກ່າວວ່າ ສຳລັບເລື່ອງການຈ່າຍເງິນໃຫ້ກອງທຶນການທ່ອງທ່ຽວ ລາຄາ 10,000 ກີບ ນັ້ນ ຖືວ່າເປັນລາຄາທີ່ຈ່າຍໄດ້ ຍ້ອນ ເປັນການເກັບລາຍຮັບ ທີ່ເຂົ້າລະບົບແບບຖືກຕ້ອງ, ແຕ່ເມື່ອ 2-3 ມື້ທີ່ຜ່ານມານີ້ ທ່ານໄດ້ ຖືກເຈົ້າໜ້າທີ່ດ່ານສາກົນ ຊ່ອງເມັກ ວັງເຕົ່າ ເກັບເງິນຂາອອກຈາກປະເທດ ຈຳນວນ200 ບາດ ແລະຂາເຂົ້າອີກ 200 ບາດ ໂດຍເຈົ້າໜ້າທີ່ດ່ານດັ່ງກ່າວ ຊີ້ແຈງວ່າ ເປັນຄ່າຈ້ຳກາພາດສະປອດ ແລະ ກໍບໍ່ມີໃບຮັບເງິນໃຫ້ ຈຶ່ງເຫັນວ່າບໍ່ຖືກຕ້ອງ ແລະຕ້ອງໄດ້ແກ້ໄຂ:
" ຄັນຖ້າເຮົາໄປດ່ານທາງໜອງຄາຍເຮົາກໍເສຍຢູ່ແລ້ວ ປົກກະຕິຢູ່ແລ້ວອັນນັ້ນ ໃນຈຳນວນສ່ຳນັ້ນເຮົາກໍໃຫ້ໄດ້ ແຕ່ວ່າໄປແຄ່ຊ່ອງເມັກ ເສຍຢູ່ທາງໄທກໍ 200 ທາງລາວກໍ 200 ຕອນຈະໄປແຈ້ງແລ້ວວ່າໄປຢ້ຽມຍາດ ແຕ່ວ່າເພິ່ນກໍເກັບຄືເກົ່າ ຖາມວ່າເກັບຄ່າຫຍັງ ເກັບວ່າ ຄ່າສະແຕ້ມວີຊ່າວ່າຊັ້ນ ເອົ້າບໍ່ໃຫ້ບິນເຂົາ ກໍສະແດງວ່າມັນກໍບໍ່ຖືກຕ້ອງ "
ແຕ່ ຊາວລາວ ອີກທ່ານໜຶ່ງ ກໍໄດ້ກ່າວວ່າ ທ່ານເອງກໍຮັບໄດ້ກັບການຈ່າຍເງິນ 10,000 ກີບ ຍ້ອນ ລາຄາບໍ່ໄດ້ສູງປານໃດ ແລະ ມີຫຼັກຖານແລ້ວວ່າ ເປັນການເກັບລາຍຮັບເຂົ້າລັດຖະບານ ຈຶ່ງບໍ່ມີບັນຫາຫຍັງ:
" ໂຕນີ້ແມ່ນໆ ເປັນກົດໝາຍຂອງລາວແຫຼະ ເຂົາເກັບຄົນລະ 10 ພັນ ແມ່ນ ເອີ ກໍເຕັມໃຈຢູ່ແລ້ວ ບໍ່ແພງ ບໍ່ແພງ ເປັນເງິນໄທກໍ 10 ບາດນີ້ນາ ຄົນລາວກໍຍັງເສຍຄືກັນເດີ້ "
ສ່ວນບຸກຄົນທີ່ໄດ້ຮັບການຍົກເວັ້ນ ການເກັບເງິນເຂົ້າກອງທຶນການທ່ອງທ່ຽວ ຄື ຄົນພິການ ແຂນ ຂາ ຕາບອດ ເສຍອົງຄະ ຜູ້ປ່ວຍທີ່ບໍ່ສາມາດຊ່ວຍເຫຼືອຕົວເອງໄດ້ ເດັກນ້ອຍອາຍຸຕ່ຳກວ່າ 15 ປີ ນັກບວດ ນັກຮຽນ ແລະ ນັກສຶກສາພາຍໃນ ຫຼື ຕ່າງປະເທດ ຢູ່ໃນໄລຍະການຮຽນການສຶກສາຢູ່ ຜູ້ອອກແຮງງານ ປະຈຳໂຮງຈັກໂຮງງານ ຫຼື ວິສາຫະກິດ ແລະນັກລົງທຶນພາຍໃນ ຫຼື ຕ່າງປະເທດ ທີ່ໄດ້ຮັບອະນຸຍາດອອກແຮງງານ ຫຼື ລົງທະບຽນຢ່າງຖືກຕ້ອງ ທີ່ຖືໜັງສືເດີນທາງເຂົ້າອອກ ສປປ ລາວ ໄດ້ຫຼາຍຄັ້ງ ຄົນຂັບຂີ່ພາຫະນະ ໂດຍສານປະຈຳທາງ ແພດ ໝໍ ກົງສຸນກູ້ໄພ ແລະເຈົ້າໜ້າທີ່ລັດ ທີ່ໄດ້ຮັບອະນຸຍາດ ຖືກຕ້ອງ ຈາກທາງການ.
ກ່ອນໜ້ານີ້, ມີບັນຫາຢູ່ດ່ານສາກົນບາງແຫ່ງ ມີການເກັບເງິນຈາກນັກທ່ອງທ່ຽວ ແລະ ຊາວລາວ ແບບບໍ່ມີໃບຮັບເງິນ ເປັນຕົ້ນ. ໃນເດືອນມັງກອນປີນີ້, ປະຊາຊົນສ່ອງແສງວ່າ ມີການເກັບເງິນຄ່າຈໍາກາພາດສະພອດ ຢູ່ດ່ານສາກົນຂົວມິດຕະພາບ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ ຈໍານວນ 100 ບາດ ຕໍ່ຄົນ ຕໍ່ຖ້ຽວ ແບບບໍ່ມີໃບຮັບເງິນໃຫ້. ເຖິງແມ່ນວ່າ ອີງຕາມ ການແຈ້ງການຂອງຄະນະຄຸ້ມຄອງ ດ່ານຂົວມິດຕະພາບແຫ່ງທີ 2 ຊີ້ແຈງວ່າ ບໍ່ອະນຸຍາດໃຫ້ເກັບເງິນ ດັ່ງກ່າວກໍຕາມ ແຕ່ເຈົ້າໜ້າທີ່ບາງຄົນ ຍັງສວຍໂອກາດ ລັກເກັບເງິນ ຄ່າຈໍາກາພາດສະພອດ ເພື່ອເອົາເງິນເຂົ້າຖົງຕົວເອງ.