ອັດຕາແລກປ່ຽນເງິນຕາ, ລາຄາ ຄໍາ ແລະ ນໍ້າມັນເຊື້ອໄຟ (12 ກຸມພາ 2025)

0:00 / 0:00

ອັດຕາແລກປ່ຽນເງິນຕາ ປະຈໍາວັນທີ 12 ກຸມພາ 2025 ນີ້ ຕາມລາຍງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ,

ເງິນໂດລາ (ສະຫະຣັດ): ອັດຕາຊື້ 1 ໂດລາ - 21,429 ກີບ, ອັດຕາຂາຍ 1 ໂດລາ - 21,786 ກີບ.

ເງິນບາດ (ໄທ): ອັດຕາຊື້ 1 ບາດ - 629,83​ ກີບ, ອັດຕາຂາຍ 1 ບາດ - 642,22 ກີບ.

ເງິນຢວນ (ຈີນ): ອັດຕາຊື້ 1 ຢວນ - 2,895 ກີບ, ອັດຕາຂາຍ 1 ຢວນ - 2,952 ກີບ.

ເງິນດົງ (ຫວຽດນາມ): ອັດຕາຊື້ 1 ດົງ - 0.8744 ກີບ, ອັດຕາຂາຍ 1 ດົງ - 0.8918 ກີບ.

ລາຄານໍ້າມັນເຊື້ອໄຟ ອີງຕາມລາຄາ ທີ່ກະຊວງອຸດສາຫະກໍາ ແລະການຄ້າ ປັບຄັ້ງວັນທີ 5 ກຸມພາ 2025, ຢູ່ນະຄອນຫຼວງວຽງຈັນ ວັນທີ 12 ກຸມພານີ້:

  • ແອັດຊັງພິເສດ ລິດໜຶ່ງ 29,850 ກີບ.
  • ແອັດຊັງທໍາມະດາ ລິດໜຶ່ງ 23,450 ກີບ.
  • ກາຊວນ ລິດໜຶ່ງ 19,610 ກີບ.

ສໍາລັບລາຄາຊື້-ຂາຍຄໍາ ໃນມື້ວັນທີ 12 ກຸມພາ 2025 ນີ້, ຢູ່ຮ້ານຄໍາພູວົງ,

ຄໍາຮູບປະພັນ:

ລາຄາຂາຍ 1 ບາດ - 30,429,000 ກີບ, 1 ສະຫຼຶງ - 7,609,000 ກີບ.

ລາຄາຊື້ 1 ບາດ - 29,520,000 ກີບ, 1 ສະຫຼຶງ - 7,355,000 ກີບ.

ຄຳແທ່ງ:

ລາຄາຂາຍ 1 ບາດ - 30,320,000 ກີບ, ລາຄາຊື້ 1 ບາດ - 29,790,000 ກີບ.