ອັດຕາແລກປ່ຽນເງິນຕາ, ລາຄາ ຄໍາ ແລະ ນໍ້າມັນເຊື້ອໄຟ (20 ກຸມພາ 2025)

0:00 / 0:00

ອັດຕາການແລກປ່ຽນເງິນຕາຕ່າງປະເທດ ປະຈໍາວັນທີ 20 ເດືອນກຸມພາ 2025, ອີງຕາມຂໍ້ມູນ ຈາກທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ມີດັ່ງນີ້:

ເງິນໂດລ້າ (ສະຫະລັດ): ອັດຕາຊື້ 1 ໂດລ້າ ເທົ່າກັບ 21,413 ກີບ, ອັດຕາຂາຍ ເທົ່າກັບ 21,717 ກີບ.

ເງິນບາດ (ໄທ): ອັດຕາຊື້ 1 ບາດ ເທົ່າກັບ 627.80 ກີບ, ອັດຕາຂາຍ ເທົ່າກັບ 640.35 ກີບ.

ເງິນຢວນ (ຈີນ): ອັດຕາຊື້ 1 ຢວນ ເທົ່າກັບ 2,905 ກີບ, ອັດຕາຂາຍ ເທົ່າກັບ 2,963 ກີບ.

ເງິນດົງ (ຫວຽດນາມ): ອັດຕາຊື້ 1 ດົງ ເທົ່າກັບ 0.8726 ກີບ, ອັດຕາຂາຍ ເທົ່າກັບ 0.89 ກີບ.

ລາຄາຊື້-ຂາຍຄໍາ ປະຈໍາວັນທີ 20 ກຸມພາ 2025, ອີງຕາມຂໍ້ມູນ ຈາກຮ້ານຄໍາພູວົງ:

ຄໍາຮູບປະພັນ 1 ບາດ: ລາຄາຂາຍ 30,509,000 ກີບ, ລາຄາຊື້ 29,600,000 ກີບ.

ຄໍາຮູບປະພັນ 1 ສະຫຼຶງ: ລາຄາຂາຍ 7,629,000 ກີບ, ລາຄາຊື້ 7,375,000 ກີບ.

ຄໍາແທ່ງ 1 ບາດ: ລາຄາຂາຍ 30,400,000 ກີບ, ລາຄາຊື້ 29,870,000 ກີບ.

ລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ, ອີງຕາມ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ປະຈໍາວັນທີ 20 ເດືອນກຸມພາ 2025 ມີດັ່ງນີ້:

  • ແອັດຊັງພິເສດ ລາຄາ 29,850 ກີບຕໍ່ລິດ.
  • ແອັດຊັງທໍາມະດາ ລາຄາ 23,450 ກີບຕໍ່ລິດ.
  • ແລະກາຊວນ ລາຄາ 19,610 ກີບຕໍ່ລິດ.