ນັກຄ້າຢາເສບຕິດຣາຍໃຫຍ່ ຍັງບໍ່ຖືກສົ່ງຂຶ້ນສານ

0:00 / 0:00

ນັກ​ວິ​ຊາ​ການ ແລະ ເຈົ້າ​ໜ້າ​ທີ່ຢູ່​ລາວ ໃຫ້​ທັດສະນະ​ວ່າ ນັກ​ຄ້າ​ຢາ​ເສບ​ຕິດ​ ຣາຍ​ໃຫຍ່​ຂອ​ງ​ລາວ ເປັນ​ຕົ້ນ ສີ​ສຸກ ດາວ​ເຮືອງ ຖືກ​ຈັບ​ມາ​ໄດ້​ຫຼາຍ​ປີ​ແລ້ວ ແຕ່​​ສານ​ຍັງ​ບໍ່​ທັນ​ມີ​ການ​ຕັດສິນ (ພິພາກສາ). ສາ​ເຫດ​ທີ່ບໍ່​ມີ​ການ​ຕັດ​ສິນ​ ກໍ​ຄື ນັກ​ຄ້າ​ຢາ​ເສບ​ຕິດ ຣາຍ​ໃຫຍ່ລະ​ດັບ ສີ​ສຸກ ດາວ​ເຮືອງ ມີ​ເງິນແລະເຈົ້າ​ໜ້າ​ທີ່​ລາວຈັບ ທ້າວ ສີ​ສຸກ ດາວ​ເຮືອງ ຍ້ອນ​ວ່າ ຖືກ​ປະ​ເທດ​ເພື່ອນບ້ານ ແລະຕຳ​ຣວດ​ສາ​ກົນກົດ​ດັນ, ສະ​ນັ້ນ ເຈົ້າ​ໜ້າ​ທີ່​ລາວ ຈຳ​ເປັນ​ຕ້ອງ​ໄດ້​ຈັບ. ບຸກ​ຄົນ​ທີ່​ໃກ້​ຊິດ ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ລະ​ດັບ​ສູງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ການ ​ຫລິ້ນ​ລະ​ຄອນ ໃນ​ເວ​ລາ​ທີ່​ຂ່າວ​ຮ້ອນ ເຈົ້າ​ໜ້າ​ທີ່ກໍ​ຈັບ​ ສີສຸກ ດາວ​ເຮືອງ ພໍ​ໃຫ້​ມັນ​ຄື ຈັບ​ພໍ​ມັນ​ຄື ເພາະ​ວ່າ ຖືກ​ປະ​ເທດ​ເພື່ອນ​ບ້ານ ​ບັງ​ຄັບ​ໃຫ້​ຈັບ ຕຳ​ຣວດ​ສາ​ກົນ ເປັນ​ຜູ້​ກົດ​ດັນ ເຮົາ​ກໍ​ຮູ້​ວ່າ ຕຳ​ຣວດ​ລາວຊິ​ມີ​ຄວາມ​ສາ​ມາດ​ ມາຈັບ​ຕົວ​ຄົນ​ເຫລົ່າ​ນັ້ນ ໂດຍ​ສະ​ເພາະ ຄົນລະ​ດັບ ສີ​ສຸກ ດາວ​ເຮືອງ ແລະໄຊ​ຊະ​ນະ ແກ້ວ​ພິມ​ພາ."

ການ​ຕັດ​ສິນ​ຄະ​ດີ​ໃຫຍ່ ຕຸ​ລາ​ການ​ ບໍ່​ມີ​ຄວາມ​ເປັນ​ອິສຣະ ທີ່​ຈະ​ສາ​ມາດ​ຕັດ​ສິນ​ໄດ້​ຕາມ​ຂະ​ບວນ​ການ​ ຍຸ​ຕິ​ທັມ, ແຕ່ ຕ້ອງ​ມີ​ຄຳ​ສັ່ງ​ຈາກ​ພັກ. ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່​ຕຳຣວດ ​ລະ​ດັບ​ສູງ ກ່າວ​ຕື່ມ​ອີກວ່າ:

" ໃນ ​ເວ​ລາ​ຈັບ​ແລ້ວ ຂະ​ບວນ​ການ​ຍຸ​ຕິ​ທັມ ຕ້ອງ​ຂຶ້ນ​ກັບ​ທາງ​ການ​ລາວ ແລະອົງ​ການ​ຕຸ​ລາ​ການທີ່​ຈະ​ຕັດ​ສິນ ພັດ​ບໍ່​ມີ​ຄວາມ​ເປັນ​ອິສຣະ ແຕ່​ຂຶ້ນ​ກັບ​ພັກ ຊຶ່ງ​ການ​ຕັດ​ສິນ​ຕ້ອງ​ແມ່ນ​ພັກ​ ເປັນ​ຄົນ​ສັ່ງຈຶ່ງ​ໄດ້."

ການ​ຕັດສິນ​ຄະ​ດີ​ຂອງ ສີ​ສຸກ ດາວ​ເຮືອງ ມີ​ຄວາມ​ຊັກ​ຊ້າ ຍ້ອນ​ວ່າ ເຈົາ​ໜ້າ​ທີ່ຈົງ​ໃຈ​ທີ່​ຈະ​ເຮັດ​ໃຫ້​ຄະ​ດີ ​ຊັກ​ຊ້າແລະ ມີ​ການ​ຊື້​ເວ​ລາໄປ​ເລື້ອໆ. ອະ​ດີດ​ເຈົ້າ​ໜ້າ​ທີ່​ ທະ​ຫານ​ທ່ານ​ນຶ່ງ​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ກໍ ​ລະ​ນີ​ຂອງ​ສີ​ສຸກ ດາວ​ເຮືອງ ຊຶ່ງ​ເປັນ​ບຸກ​ຄົນ​ທີ່​ມີ​ເງິນ ແລ້ວ​ເຈົ້າ​ໜ້າ​ທີ່​ບາງ​ຄົນ​ກໍ​ໄດ້​ເງິນ​ນຳ ສະ​ນັ້ນ ເຂົາຈຶ່ງ​ເຮັດ​ໃຫ້​ຂະ​ບວນ​ການ​ຊັກ​ຊ້າ ໄປ​ເລື້ອຍໆ ໂດຍບໍ່ມີ​ການ​ຕັດ​ສິນ."

ທ້າວ ສີ​ສຸກ ດາວ​ເຮືອງ ຖືກ​ເຈົ້າ​ໜ້າ​ທີ່​ຕຳຣວດ​ຈັບ ໃນ​ວັນ​ທີ 1 ເມ​ສາ 2017 ຢູ່​ແຂວງ​ຫຼວງ​ພຣະ​ບາງ ຊຶ່ງ​ເປັນຜູ້​ຕ້ອງ​ຫາ​ ຄ້າ​ຢາ​ເສ​ບ​ຕິດ ​ຣາຍ​ໃຫ​ຍ່​ຂອງ​ລາວອີກ​ຄົນນຶ່ງ.

ເຖິງວ່າ ປັດ​ຈຸ​ບັນ ການ​ຈັບ​ຢາ​ເສບ​ຕິດ​ຈະ​ງຽບ ຍ້ອນ​ວ່າ ເປັນ​ໄລ​ຍະ​ເຜົ້າ​ລະ​ວັງ ການ​ລະ​ບາດ​ຂອ​ງ​ໂຄວິດ-19, ແຕ່ກໍ​ຍັງ​ປະ​ກົດ​ມີ​ຂ່າວ​ການ​ຈັບ​ກຸມ​ຢູ່. ປະ​ຊາ​ຊົນຜູ້​ທີ່​ຮູ້​ເຫດ​ການ ​ຄົນນຶ່ງໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

"ດຽວນີ້ ​ມັນ​ກໍງຽບ​ຢູ່​ໄດ໋ ກະໍແຕ່​ວ່າ ມີ​ແຕ່​ໄທ​ແຄມ​ຂອງ​ພຸ້ນ​ໄດ໋​ເອົາ​ຂ້າມ ຂະ​ເຈົ້າ​ລັກ​ລອບ​ເອົາ​ຂ້າມ​ຢູ່​ຫາກ​ແຕ່​ວ່າ ຂ້າມ​ມັນ​ກະ​ບໍ່​ອັນ​ນັ້ນ ມີ​ແຕ່​ໄທ​ແຄມ​ຂອງ​ພຸ້ນ​ເອົາ​ຂ້າມ ຊຸມ​ຖືກ​ຈັບ​ວ່າງກີ້ນີ້ ກະ​ຊຸມ​ໜ້າ​ໃໝ່."

ປະ​ຊາ​ຊົນທ່ານນີ້ ກ່າວ​ຕື່ມ​ອີກວ່າ:

" ຊຸມນີ້ ແມ່ນ ​ຊຸມ​ໃໝ່ ບໍ່​ແມ່ນ​ຊຸມ​ເກົ່າ​ນະ ເຂົາ​ເຈົ້າ​ລັກ​ເອົາ​ຂ້າມ​ເລື້ອຍ​ຢູ່ ຫາກ​ແຕ່​ວ່າ ເທື່ອນີ້ ມັນ​ບໍ່​ຜ່ານ​ເດ້ ມັນ​ໃຫຍ່​ນະ ຊຸມນີ້ໜ້າ​ໃໝ່ ບໍ່​ແມ່ນ​ຊຸມ​ເກົ່າ​ທີ່​ເຄີຍ​ເຮັດ​ຜ່ານ​ມາ."

ການ​ດຳ​ເນີນ​ຄະ​ດີ ຢາ​ເສບ​ຕິດ​ຢູ່​ປະ​ເທດ​ລາວ ສ່ວນ​ຫຼາຍ​ແມ່ນ​ຜູ້​ຄ້າ​ລາຍ​ນ້ອຍ​ ສ່ວນ​ວ່າ ຜູ້​ຄ້າ​ຣາຍ​ໃຫຍ່ກໍ​ຕັດ​ສິນ​ພຽງ​ແຕ່​ເປັນ​ຮູບ​ການ​ເທົ່າ​ນັ້ນ ແລະບໍ່​ມີ​ການ​ຢຶດ​ຊັບ​ສິນ ​ຂອງ​ພວກ​ຄ້າ​ຢາ. ນັກ​ວິ​ຊາ​ການລາວ ທ່ານ ໄດ້​ກ່າວຕໍ່​ວິທຍຸເອ​ເຊັຽ​ເສ​ຣີວ່າ ລາວບໍ່​ເຊື່ອ​ວ່າ ເຈົ້າ​ໜ້າ​ທີ່​ຈະ​ດຳ​ເນີນຕາມ​ກົດ​ໝາຍ​ຢ່າງ​ຈິງ​ຈັງ​ ກັບ​ຜູ້​ຄ້າ​ຢາ​ເສບ​ຕິດ​ຣາຍ​ໃຫຍ່:

"ກະ ​ໄດ້​ຍິນ​ປະ​ຊາ​ຊົນ​ເວົ້າ ຄື​ເກົ່າ​ຫັ້ນ​ແຫລະ ຄື​ເກົ່າ​ກະ​ຄື​ທີ່​ຜ່ານ​ມາ​ຫັ້ນ​ແຫລະ ເວົ້າ​ລະ​ກະ​ແລ້ວ​ໄປ ເວົ້າ​ຈິງ​ຈັງ​ຂຶງ​ຂັງແນວ​ນັ້ນ​ແນວນີ້ ເຮັດ​ພໍ​ຄື​ຄື ກະ​ແລ້ວ​ໄປ​ຫັ້ນ​ນ່າ ເຂົາ​ຈັ່ງ​ວ່າ​ຄື​ເກົ່າ​ຫັ້ນ​ແຫລະ."

ທ່ານ ກ່າວ​ຕື່ມ​ອີກວ່າ:

"ຄື ທ່ານ ວິ​ໄລ ຫລ້າ​ຄຳ​ຟອງ ເຮັດ​ວ່າງກີ້ນີ້ ກະ​ຊີ​ໄດ້​ມາ​ຈາກ 2 ມາ ເປັນ 3 ຫລື 4 ຄະ​ແນນ​ເຕັມ 10 ທໍ່​ນັ້ນ ກ່ອນ​ໜ້າ​ນັ້ນ ບໍ່​ໄດ້ຮອດ 1 ໄດ໋ ພຽງ 2014 ລົງ​ໄປ ຄະ​ແນກບໍ່​ຮອດ 1 ໄດ໋ ເຕັມ 10."

ໃນ​ວັນ​ທີ 12 ພື​ສ​ພາ 2021, ສຳ​ນັກ​ງານ​າ​ຍົກ​ຣັ​ຖ​ມົນ​ຕຣີ ໄດ້​ອອກ​ແຈ້ງ​ການ ເລກ​ທີ 498/ຫ​ສນຍ ວ່າ​ດ້ວຍ ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ​ຊີ້​ນຳຂອງ​ກົມ​ການ​ເມືອງ ສູນ​ກາງ​ພັກ​ ຮ່ວມ​ກັບ ຄະ​ນະເລ​ຂາ​ທິ​ການ ​ສູນ​ກາງ​ພັກ ກ່ຽວ​ກັບ​ແຜນ​ການ​ ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ຄວບ​ຄຸມ, ສະ​ກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ. ເນື້ອ​ໃນ​ແຈ້ງ​ການ ໄດ້​ລະ​ບຸ​ຕອນ​ນຶ່ງວ່າ ຖ້າ​ເຈົ້າ​ໜ້າ​ທີ່​ ຫາກ​ກະ​ທຳ​ຜິດ (ເຂົ້າ​ໄປ​ພົວ​ພັນ​ຢາ​ເສບ​ຕິດ) ໃຫ້​ມີ​ໂທດ​ໜັກ​ກວ່າ​ປະ​ຊາ​ຊົນ. ທີ່​ຜ່ານ​ມາ ມີ​ເຈົ້າ​ໜ້າ​ມີ່​ຕຳ​ຣວດ ແລະທະ​ຫານ​ຈຳ​ນວນນຶ່ງ ​ເຂົ້າ​ໄປ​ພົວ​ພັນ​ກັບ​ຢາ​ເສບ​ຕິດ. ທ່ານ ພົນ​ໂທ ວິ​ໄລ ຫຼ້າ​ຄຳ​ຟອງ ຣັ​ຖ​ມົນ​ຕຣີ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ງົບ ໄດ້​ກ່າວ​ຢູ່​ໃນກອງປະຊຸມ ຂອງກະ​ຊວງ​ປ້ອງ​ກັນ​ຄວາມ​ສະງົບທີ່​ຜ່ານ​ມາ ຕອນ​ນຶ່ງວ່າ:

"ອັນ ​ຢູ່ນິ ສັງ​ຄົມ​ເຂົາ​ເຈົ້າ​ກະ​ສ່ອງ​ແສງ​ມາ ເປັນ​ຫຍັງ​ມັນ​ມີ​ຫວ້ານ ມີ​ຢາ​ຫຼາຍ​ແທ້ ເຮົາ​ວ່າ​ຕຳ​ຫລວດ​ທະ​ຫານນີ້​ເຂົ້າ​ຮ່ວມ ຫຼາຍ​ເຕີບ​ໄດ໋ ຮອດ​ຫົວ​ໜ້າ​ພຸ້ນ​ແຫລະ​ລົງ​ໄປ."

ທ່ານ ຍັງ​ກ່າວຕື່ມ​ອີກ​ວ່າ:

"ບາດນີ້​ສັງ​ຄົມ​ກະ​ເວົ້າ ສະ​ພາ​ກໍ​ເວົ້າ ມັນ​ບໍ່​ແມ່ນ​ຄື​ໂຕ​ແມງ​ມີ່​ແມງວັນ ມັນ​ເປັນ​ທໍ່​ໃດ​ໂຕນ ຂ້າມ​ສົ່ງ​ໄປ​ໄດ້ ມັນ​ຍ້ອນ​ຫຍັງ​ຂອງ​ຕຳ​ຣວດ​ອຳ​ນວຍ​ຄວາມ​ສະ​ດວກ ທະ​ຫານ​ພາ​ກັນ​ໄປ​ເຮັດເຂົາ​ວ່າ​ນະ."

ທີ່​ຜ່ານ​ມາ​ເຈົ້າ​ໜ້າ​ທີ່​ຕຳ​ຣວດຈັບ​ຢາ​ເສບ​ຕິດ​ໄດ້ຄື:

  • ວັນ​ທີ 11 ພື​ສ​ພາ 2021, ເຈົ້າໜ້າທີ່ໄທຍ ຈັບພວກຄ້າຢາເສບຕິດ ຄືຄົນລາວ 3 ຄົນ ພ້ອມຂອງກາງຢາມ້າປະ​ມານ 6 ລ້ານ​ເມັດ, ທີ່ລັກຂົນ ເຂົ້າມາຢູ່ແຄມແມ່ນໍ້າຂອງ ໝູ່ 2, ກຸ່ມໂພນສາ ເມືອງທ່າບໍ່ ແຂວງໜອງ​ຄາຍ ຊຶ່ງ​ຢາ​ບ້າ​ດັ່ງ​ກ່າວຂ້າມ​ມາ​ແຕ່​ຝັ່ງ​ລາວ.
  • ໃນ​ວັນ​ທີ 1 ມີ​ນາ, ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສະງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ຈໍານວນ 6 ລ້ານເມັດ ຢູໃນເຮືອກາບ ທີ່ຈອດໄວ້ຢູ່ແຄມແມ່ນໍ້າຂອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
  • ເມື່ອວັນທີ 28 ກຸມພາ 2021, ເຈົ້າໜ້າທີ່ໄທຍ ຢູ່ແຂວງນະຄອນພະນົມ ປະເທດໄທຍ ກວດຍຶດ ກັນຊາອັດແທ່ງໄດ້ 900 ກິໂລກຣາມ ພ້ອມເຮືອ 1 ລຳ ຊຶ່ງ​ຂ້າມ​ມາ​ແຕ່​ຝັ່ງ​ລາວ.
  • ໃນ​ວັນ​ທີ 25 ກຸມ​ພາ 2021, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສພຕິດ ກອງບັນຊາການ ປກສ ແຂວງບໍຣິຄໍາໄຊ ໄດ້​ຣາຍ​ງານ​ວ່າ ເຈົ້າ​ໜ້າ​ທີ່ໄດ້​ຈັບ​ຢາ​ເສດ​ຕິດ ຣາຍໃຫຍ່ ເປັນ ເຮໂຣອິນ (Heroin) 600 ແທ່ງ ຫຼືປະມານ 600 ກິໂລ, ຢາບ້າ 4,000 ເມັດ ແລະ ກັກໂຕຜູ້ ຕ້ອງຫາໄດ້ 4 ຄົນ, ຢູ່ບ້ານໂພນເມືອງນ້ອຍ, ເມືອງຄໍາເກີດ.
  • ວັນ​ທີ 15 ມົກ​ກະ​ຣາ 2021, ກອງບັນຊາການຕຳຣວດປ້ອງກັນຄວາມສະງົບ ເມືອງຕົ້ນເຜິ້ງ ສົມທົບກັບ ກຳລັງປ້ອງກັນຄວາມສະງົບ ແຂວງບໍ່ແກ້ວ ສາ​ມາດ​ຈັບ​ຢາ​ບ້າ​ໄດ້ 5 ລ້ານ​ເມັດ ແລະ ຜູ້​ຕ້ອງ​ສົງ​ໄສ​ໄດ້ 4 ຄົນ.