ອັດຕາແລກປ່ຽນເງິນ, ລາຄາຄໍາ, ນໍ້າມັນເຊື້ອໄຟ ວັນທີ 22 ມັງກອນ 2025

0:00 / 0:00

ອັດຕາການແລກປ່ຽນ ເງິນຕາຕ່າງປະເທດ ປະຈໍາວັນທີ 22 ເດືອນມັງກອນ 2025, ອີງຕາມຂໍ້ມູນ ຈາກທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ມີດັ່ງນີ້:

ເງິນໂດລ້າສະຫະລັດ: ອັດຕາຊື້ 1 ໂດລ້າ ເທົ່າກັບ 21,457 ກີບ, ອັດຕາຂາຍ ເທົ່າກັບ 21,823 ກີບ.

ເງິນບາດໄທ: ອັດຕາຊື້ 1 ບາດ ເທົ່າກັບ 624.65 ກີບ, ອັດຕາຂາຍ ເທົ່າກັບ 637.14 ກີບ.

ເງິນຢວນຈີນ: ອັດຕາຊື້ 1 ຢວນ ເທົ່າກັບ 2,897 ກີບ, ອັດຕາຂາຍ ເທົ່າກັບ 2,954 ກີບ.

ເງິນດົງຫວຽດນາມ: ອັດຕາຊື້ 1 ດົງ ເທົ່າກັບ 0.883 ກີບ, ອັດຕາຂາຍ ເທົ່າກັບ 0.9006 ກີບ.

ລາຄາຊື້-ຂາຍຄໍາ ປະຈໍາວັນທີ 22 ມັງກອນ 2025, ອີງຕາມຂໍ້ມູນ ຈາກຮ້ານຄໍາພູວົງ:

ຄໍາຮູບປະພັນ 1 ບາດ ລາຄາຂາຍ 28,909,000 ກີບ, ລາຄາຊື້ 28,000,000 ກີບ.

ຄໍາຮູບປະພັນ 1 ສະຫຼຶງ ລາຄາຂາຍ 7,229,000 ກີບ, ລາຄາຊື້ 6,975,000 ກີບ

ຄໍາແທ່ງ 1 ບາດ ລາຄາຂາຍ 28,800,000 ກີບ, ລາຄາຊື້ 28,270,000 ກີບ.

ລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ, ອີງຕາມການປັບລາຄາ ປະຈໍາ ຄັ້ງວັນທີ 15 ມັງກອນ 2025 ຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການຄ້າພາຍໃນ ປະກອບດ້ວຍ:

  • ແອັດຊັງພິເສດ ລາຄາ 30,110 ກີບຕໍ່ລິດ.
  • ແອັດຊັງທໍາມະດາ ລາຄາ 23,650 ກີບຕໍ່ລິດ.
  • ກາຊວນ ລາຄາ 19,990 ກີບຕໍ່ລິດ.