ຍິງ​ສາວ ຍັງເຂົ້າສູ່ການຄ້າ ປະເວນີ ຫຼາຍ

ອຸ່ນແກ້ວ ສຸກສະຫວັນ
2020.02.13
ສະຖານທີ່ ຂາຍ ບໍຣິການທາງເພດ ທີ່ຄົນຈີນ ເປັນເຈົ້າຂອງ ເຂດເມືອງສີໂຄຕບອງ, ນະຄອນຫຼວງວຽງຈັນ.
RFA

ວັຍໜຸ່ມຍິງສາວ ຈາກຕ່າງແຂວງ ຈຳນວນນຶ່ງ ຍັງເຂົ້າມາ ຂາຍບໍຣິການ ທາງເພດ ທັງແບບເປີດເຜີຍ ແລະ ແອບແຝງ ຢູ່ຕາມຕົວເມືອງໃຫຍ່ ຂອງລາວ ຍ້ອນຄວາມທຸກຍາກ-ເຂົາເຈົ້າ ບໍ່ມີເງິນ ລ້ຽງຕົນເອງ ແລະ ຄອບຄົວ. ເຈົ້າໜ້າທີ່ ເຮັດວຽກ ດ້ານການພັທນາ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

“ຄ້າປະເວນີ ມີຫລາຍ ແຕ່ບໍ່ໄດ້ໂຈ່ງແຈ້ງ ບໍ່ໄດ້ເປີດເຜີຍ ປັດຈຸບັນນີ້ ມັນກໍຢູ່ໃນຮູບແບບ ຂອງຄົນທົ່ວໄປ ຄົນຂາຍບໍຣິການທົ່ວໄປ ແບບອາຈ ມີແມ່ເລົ້າ ທີ່ຂະເຈົ້າ ຢູ່ຂ້າງນອກ ບໍ່ໄດ້ສັງກັດຮ້ານ ຈະຮູ້ວົງໃນ ພາຍໃນສະພາບ ມີບ່ອນຢູ່ສະເພາະ ແຕ່ວ່າ ມັນເຂົ້າຫາຍາກກຸ່ມນີ້.”

ທ່ານກ່າວຕື່ມວ່າ ສິ່ງທີ່ເຮັດໃຫ້ ແມ່ຍິງ ເຂົ້າມາຂາຍບໍຣິການ ທາງເພດ ຍ້ອນວ່າ ເຂົາເຈົ້າ ເຫລົ່ານັ້ນ ບໍ່ໄດ້ຮຽນໜັງສື ແລະ ຄ່າຄອງຊີບ ໃນຊີວິດ ປະຈຳວັນມັນສູງ.

“ສ່ວນໃຫຍ່ ບໍ່ຈົບປະຖົມ ບໍ່ມີຄວາມຮູ້ ບໍ່ມີຝີມືແຮງງານ ແຕ່ວ່າ ວຽກງານທໍາ ດັ່ງກ່າວ ມັນມີຢູ່ ແຕ່ວ່າ ສິ່ງຕອບແທນ ມັນບໍ່ໄດ້ເຮັດໄຮ່ເຮັດສວນນີ້ ຜົລປູກ ທີ່ຂະເຈົ້າ ຂາຍມາລ້ຽງຊີບ ຂະເຈົ້າ ບໍ່ໄດ້ນ່າ ມັນເປັນ ຍ້ອນຄ່າຄອງຊີບ ຂອງລາວ ມັນສູງ ຂະເຈົ້າ ທຸກຍາກ ຂະເຈົ້າ ບໍ່ສາມາດໃຊ້ຈ່າຍ ນອກເໜືອ ຈາກຊີວິດ ປະຈໍາວັນຂອງເຂົາເຈົ້າ.”

ກ່ຽວກັບ ເຣື່ອງນີ້ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ຢູ່ນະຄອນຫລວງ ຍັງມີຮ້ານຂາຍບໍຣິການ ທາງເພດ ແຕ່ໄດ້ຫລຸດ ລົງແລ້ວ ຍ້ອນເຈົ້າໜ້າທີ່ ເຂົ້າໄປ ກວດກາ:

"ຕະກີ້ນີ໊ ກະຖືວ່າຫລາຍໆໆໆ ເປັນຮ້ານກິນດື່ມ ຈະຄ້າຍໆ ເປັນບາເປັນອາບອົບນວດ ແຕ່ວ່າ ມັນບໍ່ເປັນອາບອົບນວດເນາະ ແບບຄ້າຍໆ ຂາຍບໍຣິການເນາະ ຮ້ານແບບນີ້ດຽວນີ້ ມັນກະຫລຸດລົງຫລາຍນະ ເພາະມີການປາບປາມຫລາຍ ຂະເຈົ້າ ຈະຍຸບຮ້ານປະເພດນີ້.”

ບັນຫາດັ່ງກ່າວ ບໍ່ພຽງແຕ່ ມີຢູ່ນະຄອນຫລວງວຽງຈັນ ເທົ່ານັ້ນ ຢູ່ແຂວງອື່ນໆກໍມີ ເປັນຕົ້ນ ຢູ່ແຂວງຫລວງພຣະບາງ ກໍຍັງມີຢູ່ຮ້ານ ບໍຣິການ ກິນດື່ມຈໍານວນນຶ່ງ ແຕ່ເຈົ້າໜ້າທີ່ ໄດ້ລົງຈັບກຸມ ແລະ ປັບໃໝ ກໍບໍ່ທັນໝົດ ຍັງມີບ່ອນເລັກບ່ອນໜ້ອຍ, ດັ່ງຊາວແຂວງຫລວງພຣະບາງ ທ່ານນຶ່ງ ກ່າວວ່າ:

"ດຽວນີ້ ເຂົາໜີໝົດແລ້ວເດ໊ ເຫລືອແຕ່ 15 ຄົນນຶ່ງ ບ່ອນລະຄົນສອງຄົນ ມັນໜ້ອຍລົງແລ້ວ ບໍ່ຄືແຕ່ກີ້ແລ້ວ ຣັຖບານລາວ ເພິ່ນບໍ່ໃຫ້ນັ້ນແລ້ວ ເພິ່ນສໍາຣວດ ກວດກາກັນຢູ່ນີ໊ນະ.”

ອີງຕາມການຣາຍງານ ຂອງກອງບັນຊາການ ປ້ອງກັນຄວາມສງົບ ໃນວັນທີ 5 ກຸມພາ 2020, ໃນປີທີ່ຜ່ານມາ ຢູ່ນະຄອນຫລວງ ມີສະຖານທີ່ຄ້າປະເວນີ 18 ແຫ່ງ, ຮ້ານເສີມ ສວຍ-ຮ້ານກາເຟ 2 ຮ້ານ, ເຮືອນພັກ 2 ຫລັງ, ຮ້ານອາຫານ-ກິນດື່ມ 84 ຮ້ານ, ຄາຣາໂອເກ໋ 3 ຮ້ານ. ເຈົ້າໜ້າທີ່ ໄດ້ນໍາໂຕ ພວກຄ້າແມ່ຍິງ ໃຫ້ບໍຣິການທາງເພດ ມາສຶກສາອົບຮົມ ແລະ ເຮັດບົດບັນທຶກ ຈໍານວນ 84 ຄົນ ແລະ ຜູ້ຂາຍປະເວນີ ໂດຍສະເພາະ ຕາມເສັ້ນ ທາງດົງນາໂຊກ, ດອນກອຍ, ແລະເສັ້ນທາງ ສີວິໄລ ຫາດົງໂດກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.