ໃນວັນທີ 26 ມົກກະຣາ 2024 ທີ່ຜ່ານມາ, ຫ້ອງການ ກະຊວງເທກໂນໂລຈີ ແລະການສື່ສານ ຂອງລາວ ໄດ້ອອກແຈ້ງການ ເຕືອນການເຄື່ອນໄຫວໂຄສະນາລົງທຶນ, ແລກປ່ຽນ ແລະຊື້-ຂາຍ ເງິນຄຣິບໂຕ (Cryptocurrency) ຜ່ານສື່ສັງຄົມອອນລາຍນ໌ ໂດຍບໍ່ໄດ້ຮັບອະນຸຍາດ ມີເນື້ອໃນຕອນນຶ່ງວ່າ ມີການເຄື່ອນໄຫວ ຕົວະຍົວະຫຼອກລວງ ເງິນຄຣິບໂຕ ຜ່ານສື່ສັງຄົມອອນລາຍນ໌ ໂດຍນຳໃຊ້ລະບົບແພລັດຟອມ (Platform) ທີ່ບໍ່ໄດ້ລົງທະບຽນຢູ່ລາວ ຈຶ່ງຂໍແຈ້ງເຕືອນໃຫ້ສັງຄົມ ຈົ່ງມີສະຕິລະວັງໂຕ ໃນການລົງທຶນ, ການແລກປ່ຽນ ແລະ ການຊື້-ຂາຍ ເງິນຄຣິບໂຕ ຜ່ານລະບົບແພລັດຟອມດັ່ງກ່າວ ເພື່ອຫຼີກລ່ຽງຄວາມສ່ຽງ, ຜົລເສັຽຫາຍຕໍ່ຊັພສິນ ແລະທຶນຮອນຂອງຕົນ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງຊາວລາວຈຳນວນນຶ່ງ. ໂດຍນັກລົງທຶນເງິນຄຣິບໂຕຊາວລາວ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ກ່າວວ່າ ປົກກະຕິແລ້ວ ເຣື່ອງສໍ້ໂກງເງິນຄຣິບໂຕ ບໍ່ຄ່ອຍມີປະກົດຫຼາຍປານໃດ, ແຕ່ວ່າກໍມີກໍຣະນີນຶ່ງ ທີ່ເກີດຂຶ້ນໃນມໍ່ໆ ນີ້ ວ່າມີແມ່ຍິງລາວຖືກຕົວະຕົ້ມຈາກມິດສາຊີບຈົນສູນເສັຽເງິນໄປຫຼາຍກວ່າ 90,000 ໂດລ້າຣ໌ສະຫະຣັຖ.
ດັ່ງທີ່ລາວກ່າວໃນມື້ວັນທີ 30 ມົກກະຣາ 2024 ນີ້ວ່າ:
" ບັນຫາເຣື່ອງສໍ້ໂກງ ບໍ່ຄ່ອຍໄດ້ຍິນປານໃດ ແຕ່ວ່າມື້ກ່ອນຄື ມີຜູ້ຍິງຄົນລາວ ຖືກຫຼອກໃຫ້ໄປຊື້ ຫຼືວ່າໄປເທຣດນີ້ບໍ່ແນ່ໃຈ ກັບເວັບໄຊຕ໌ນຶ່ງ ບໍ່ແນ່ໃຈວ່າເປັນຂອງພວກອັ່ນຄໍເຊັນເຕີ້ ຢູ່ສາມຫຼ່ຽມຄຳບໍ່ ຫຼືວ່າຈັ່ງໃດ ບໍ່ແນ່ໃຈ . ເພາະວ່າເຫັນວ່າສູນເງິນໄປປະມານ 90,000 ໂດລ້າຣ໌ ."
ແມ່ຍິງລາວທີ່ຕົກເປັນເຍື່ອມິດສາຊີບລາຍນີ້ ເປີດເຜີຍໃນສື່ສັງຄົມອອນລາຍນ໌ ຂອງນາງວ່າ ລາວໄດ້ຖືກສະແກມເມີ້ຊາວຈີນຄົນນຶ່ງ ຕວະໃຫ້ຫຼິ້ນບິດຄອຍນ໌ ສະກຸນເງິນ USDT ແຕ່ບໍ່ສາມາດຖອນເງິນອອກໄດ້. ເຮັດໃຫ້ນາງສູນເສັຽ ເງິນຕົ້ນລວມທັງເງິນປັນຜົລລວມ ກວ່າ 155,000 ໂດລ້າຣ໌ສະຫະຣັຖ.
ທາງດ້ານຊາວລາວ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ກ່າວວ່າ ຍ້ອນສະພາບເສຖກິຈລາວທີ່ຕົກຕ່ຳ ເຮັດໃຫ້ຊາວລາວຕ້ອງຊອກຫາແຫຼ່ງລົງທຶນ ເພື່ອສ້າງຜົລຕອບແທນຊຶ່ງຕລາດເງິນຄຣິບໂຕ ກໍເປັນທາງເລືອກໃນການລົງທຶນຢ່າງນຶ່ງ ຈຶ່ງເປັນເຫດໃຫ້ເກີດກຸ່ມຕົວະຕົ້ມ ເພື່ອຫຼອກເອົາເງິນຈາກນັກລົງທຶນ ຊາວລາວ.
ດັ່ງທີ່ລາວ ກ່າວວ່າ:
" ເວົ້າໃນມູມມອງຂອງເສຖກິຈຄູ່ມື້ນີ້ແມ່ນ. ເວົ້າງ່າຍວ່າ ເສຖກິຈລາວມັນຕົກຕ່ຳແມ່ນບໍ່. ເຊັ່ນອັດຕຣາແລກປ່ຽນເງິນກະສູງຂຶ້ນ ສະນັ້ນມັນຈະເກີດພວກແບບນີ້ຂຶ້ນ ມາຕລອດຢູ່ແລ້ວ. ເຂົາເອິ້ນວ່າ ສວຍໂອກາດເນາະ ."
ຊາວລາວ ຢູ່ແຂວງຫົວພັນ ຊຶ່ງບໍ່ປະສົງອອກຊື່ກ່າວວ່າ ປັດຈຸບັນນີ້ມີຊາວລາວໂດຍສະເພາະ ໄວໜຸ່ມທີ່ສົນໃຈ ລົງທຶນເງິນຄຣິບໂຕ ຫຼາຍກວ່າໝູ່ຍ້ອນວ່າ ການລົງທຶນໃນເງິນຄຣິບໂຕ ເປັນການສ້າງຜົລຕອບແທນທີ່ງ່າຍດາຍ ແຕ່ກໍມີຄວາມສ່ຽງທີ່ເງິນລົງທຶນຈະສູນຫາຍເຊັ່ນກັນ ຖ້າບໍ່ມີຄວາມຮູ້ໃນການລົງທຶນ ພຽງພໍຫຼືຖືກຕົວະຕົ້ມ ຈາກມິດສາຊີບ.
ດັ່ງທີ່ລາວ ກ່າວວ່າ:
" ສ່ວນຫຼາຍການເທຣດໃນປັດຈຸບັນນີ້ນ່າ. ອາດມີແຕ່ໄວຣຸ່ນ, ນັກຮຽນບໍ່ ຄົນທີ່ຍັງໂສດເນາະ . ເປັນຫຍັງຄືວ່າມີແຕ່ພວກນີ້ຫຼາຍກວ່າໝູ່ ຄືເຂົາຕ້ອງການທີ່ຈະຫາເງິນໂດຍງ່າຍ ສ່ວນຫຼາຍເຂົາມັກຢູ່ແລ້ວ ສິ່ງທີ່ງ່າຍ ງ່າຍແຕ່ໄດ້ເງິນ ຖ້າວ່າເຈົ້າມັກດ້ວຍອັ່ນຕາມກະແສນ່າ. ຕາມກະແສ ຕາມອາຣົມຄວາມຮູ້ສຶກຂອງຕົນເອງມັນສຸດທ້າຍຜິດຫວັງ ເງິນພວກເຮົາມັນຈະຫາຍໄປເນາະ. ນີ້ຄືຄວາມຈິງແຫຼະ ."
ຊາວລາວ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ກ່າວວ່າ ປະເທດລາວຍັງບໍ່ທັນມີທາງເລືອກ ໃນການລົງທຶນຫຼາຍປານໃດ ຈຶ່ງຢາກໃຫ້ທະນາຄານຢູ່ລາວ ຂຍາຍທາງເລືອກການລົງທຶນ ສຳລັບປະຊາຊົນຫຼາຍຂຶ້ນ ເປັນຕົ້ນການລົງທຶນໃນຕລາດ ຮຸ້ນລາວ ແລະຕລາດຮຸ້ນຕ່າງປະເທດຊຶ່ງ ຈະເຮັດໃຫ້ນັກລົງທຶນລາວ ມີຄວາມສະບາຍໃຈໃນການລົງທຶນ ຫຼາຍຂຶ້ນ.
ດັ່ງທີ່ລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
" ຢູ່ບ້ານເຮົາ ທະນາຄານມັນບໍ່ໄດ້ມີອັ່ນ ການຊື້ຕລາດຮຸ້ນນ່າ ມັນບໍ່ມີ . ຄືຢ່າງໜ້ອຍມັນກະມີທະນາຄານ ຄຸ້ມກັນເຮົາ ມັນໜ້າເຊື່ອຖືຫຼາຍກວ່າ ."
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ກະຊວງເຕັກໂນໂລຈີ ແລະການສື່ສານ ເພື່ອສອບຖາມ ຣາຍລະອຽດເພີ່ມເຕີມ ແຕ່ບໍ່ສາມາດຕິດຕໍ່ໄດ້.
ທີ່ຜ່ານມາ, ເຂດເສຖກິຈພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຖືເປັນແຫຼ່ງອາສຍາກັມ ທາງດ້ານເຕັກໂນໂລຈີຢູ່ລາວ. ໂດຍເຈົ້າຂອງບໍຣິສັດສະແກມເມີຣ໌ ຊາວຈີນຈະຈ້າງເອົາຄົນລາວ ແລະຄົນຕ່າງປະເທດ ມາເຮັດວຽກຕອບແຊດ ແລະຕົວະຍົວະລູກຄ້າ ທັງພາຍໃນ ແລະຕ່າງປະເທດເພື່ອເອົາເງິນມາລົງທຶນໂດຍອ້າງວ່າ ຈະໄດ້ຮັບຜົລຕອບແທນ ຫຼື ເງິນປັນຜົລ ທີ່ສູງຫຼາຍ. ທັງນີ້, ມີຄົນລາວຈໍານວນນຶ່ງທີ່ບໍ່ສາມາດ ເຮັດວຽກສະແກມເມີ້ຣ໌ໄດ້ ຈະຖືກຂາຍໄປເຮັດວຽກ ຢູ່ໃນເຂດຄາສິໂນ ຂອງຄົນຈີນ ໃນເຂດປະເທດພະມ້າ ນຳດ້ວຍ.
ໃນເດືອນມິຖຸນາ ປີ 2023 ທີ່ຜ່ານມາ. ທ່ານ ດຣ. ບໍ່ວຽງຄຳ ວົງດາລາ, ຣັຖມົນຕຣີ ກະຊວງເຕັກໂນໂລຈີ ແລະການສື່ສານ ໄດ້ຖແລງຕໍ່ກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ຕອນນຶ່ງວ່າຣັຖບານກຳລັງອອກນິຕິກັມ ແລະລະບຽບການ ໃນການຄຸ້ມຄອງທຸຣະກິຈ ເງິນຄຣິບໂຕໃຫ້ຖືກຕ້ອງຕາມກົດໝາຍ ແລະເປັນການສ້າງລາຍຮັບໃຫ້ຣັຖບານ ຊຶ່ງໃນໄລຍະທີ່ຜ່ານມາຣັຖບານ ໄດ້ຮັບເງິນຄ່າພັນທະລິຂະສິດ ແລະພັນທະອາກອນ ຈາກການຂຸດຄົ້ນເງິນຄຣິບໂຕ ຈຳນວນ 282 ລ້ານໂດລ້າຣ໌ ສະຫະຣັຖ ແລະ 5.7 ຕື້ກີບ.