ພະນັກງານຣັຖທົ່ວປະເທສຖືກ ຈັບຕາ

0:00 / 0:00

ເຈົ້າໜ້າທີ່ຂັ້ນສູງຂອງສູນກາງພັກ ປະຊາຊົນປະຕິວັດລາວ ຜູ້ຂໍສະຫງວນຊື່ທ່ານນຶ່ງ ເປີດເຜີຍຕໍ່ຜູ້ສື່ຂ່າວເອເຊັຍເສຣີ ເມື່ອທ້າຍສັປດາຜ່ານມາ ວ່າກົມການເມືອງສູນກາງພັກ ໄດ້ມີມະຕິອອກຄໍາສັ່ງ ໄປເຖິງຮາກຖານຂອງພັກທຸກໆບ້ານ ໃນທົ່ວປະເທສໃຫ້ປະຕິບັດການ ກວດກາທຸກການ ເຄື່ອນໄຫວ ໃນເຂດທີ່ຕົນຮັບຜິດຊອບຢ່າງເຂັ້ມງວດ. ທັ້ງນີ້ກໍຍ້ອນຢ້ານວ່າຈະມີການ ປຸກລະດົມ ເພື່ອກໍ່ກະແສຄວາມບໍ່ພໍໃຈ ຂອງເຈົ້າໜ້າທີ່ ແລະພະນັກງານບໍານານ ຮວມທັງນັກຮົບເກົ່າ ຕໍ່ມາຕການຂອງຣັຖບາລ ທີ່ໄດ້ຕັດເງິນອຸດໜູນ ພະນັກງານທຸກຄົນ ນັບຕັ້ງແຕ່ວັນທີ 1 ຕຸລາ ເປັນຕົ້ນມາ.

ເຖິງແມ່ນຣັຖບາລລາວ ຈະໄດ້ປັບຂຶ້ນເງິນເດືອນ ໃຫ້ພະນັກງານ-ຣັຖກອນຈາກເດີມ 4,800 ກີບຕໍ່ດັດຊະນີເປັນ 6,700 ກີບ ກໍຕາມແຕ່ເມື່ອ ຄິດໄລ່ເງິນເດືອນທີ່ປັບຂຶ້ນໃໝ່ ໃສ່ເງິນອຸດໜູນທີ່ຖືກຕັດແລ້ວ ປາກົດວ່າ ຣາຍຮັບນັ້ນ ແມ່ນຫລຸດລົງ ສະເລັ່ຍຣະຫວ່າງ 3 ຮ້ອຍພັນ ແລະ 4 ຮ້ອຍພັນ ກີບຕໍ່ເດືອນ. ສະນັ້ນເພື່ອເປັນການຕັດໄຟຕົ້ນລົມພັກຈຶ່ງມີມະຕິຄໍາສັ່ງດັ່ງກ່າວອອກມາ ດັ່ງກັມມະການໜ່ວຍພັກຮາກຖານ ຢູ່ແຂວງ ສະຫວັນນະເຂດໃຫ້ຄໍາຊີ້ແຈງວ່າ:

"ພວກເຮົາມີຂໍ້ມູນ ທີ່ເຮັດໃຫ້ແຕ່ລະໜ່ວຍ ເພື່ອຕິດຕາມວ່າ ມີຄົນເທົ່າໃດ ມີອິສັງອິສັງເທົ່າໃດ ເພື່ອໃຫ້ຫົວໜ້າໜ່ວຍກໍາໄດ້ວ່າ ໜ່ວຍເຮົານີ້ມີ ຈັກຄົນ ສັມມະໂນຄົວເທົ່າໃດ ເປົ້າໝາຍມີບໍ່ໃຜຕິດຕາມແນວໃດ ແລະເຮົາເໜັນໃສ່ໜ່ວຍລະ 10 ຫລັງຄາເຮືອນທຸກບ້ານມີໝົດ ປກສ ໜ່ວຍ ສິເຮັດໜ້າທີ່ຄຸ້ມຄອງພວກເຮົາເນັ້ນຄືແນວນັ້ນ".

ສຸດທ້າຍມີຣາຍງານວ່າ ບັນດາພະນັກງານບໍານານ ແລະນັກຮົບເກົ່າ ກໍາລັງຮວບຮວມຣາຍຊື່ ເພື່ອສະແດງການຄັດຄ້ານ ຫລືບໍ່ເຫັນດີຕໍ່ການ ຕັດເງິນອຸດໜູນທີ່ວ່ານັ້ນຢ່າງກວ້າງຂວາງຢູ່ໃນເວລານີ້.