ເປັນເວລາ 2 ປີ ເຕັມແລ້ວທີ່ປະເທດລາວ ໄດ້ປະເຊີນກັບສະພາບການຣະບາດຂອງ ໂຄວິດ-19 ຈົນມາຮອດປັດຈຸບັນນີ້ ການຣະບາດກໍຍັງມີຄວາມຮຸນແຮງ ຊຶ່ງສົ່ງຜົລໃຫ້ສະພາບ ເສຖກິຈລາວຂຍາຍໂຕຊັກຊ້າກະທົບຕໍ່ການດຳເນີນຊີວິດຂອງປະຊາຊົນ ແລະບັນດານັກທຸຣະກິຈຈຳນວນຫຼາຍ.
ສະນັ້ນແລ້ວໃນປີ 2022 ນີ້ຊາວລາວຈຳນວນນຶ່ງ ຢາກໃຫ້ຣັຖບານລາວເລັ່ງສະກັດກັ້ນ, ຄວບຄຸມ ແລະປ້ອງກັນການຣະບາດຂອງ ໂຄວິດ-19 ໃຫ້ໝົດໄປໄວທີ່ສຸດ ແລະເປີດປະເທດ ຕ້ອນຮັບນັກທ່ອງທ່ຽວເພື່ອຟື້ນຟູສະພາບເສຖກິຈລາວ ໃນທຸກຂແນງການ. ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 31 ທັນວາ 2021 ນີ້ວ່າ:
“ກາທີ່ຈິງຫຼາຍຄົນກາຈົ່ມວ່າ ພວກມີເງິນກາຢາກໃຫ້ເປີດເນາະ ເພີ່ນມີກິນມີໃຊ້ບາດນີ້ພວກມັນບໍ່ມີເດ້ ມັນກາຢາກເປີດຫຼາຍຮ້ານອາຫານ ມັນກາປິດມັນກາເຈັ້ງມັນກາປິດໄປຫຼາຍຮ້ານອາຫານໃດ.”
ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກໍກ່າວວ່າ ບໍ່ໄດ້ຂໍໃຫ້ຣັຖບານລາວຊ່ອຍເຫຼືອ ນະໂຍບາຍໃດໆ ຂໍພຽງໃຫ້ຣັຖບານລາວ ເປີດປະເທດຕ້ອນຮັບ ນັກທ່ອງທ່ຽວເພື່ອໃຫ້ບັນດາຫົວໜ່ວຍ ທຸຣະກິຈເປັນຕົ້ນຮ້ານອາຫານ, ການທ່ອງທ່ຽວ ແລະ ບໍຣິການກັບມາເປີດເຄື່ອນໄຫວທຸຣະກິຈໄດ້ອີກຄັ້ງ ເພື່ອຈະຊ່ອຍຊຸກຍູ້ໃຫ້ຜູ້ປະກອບການ ແລະປະຊາຊົນລາວມີຢູ່ມີກິນ ເຖິງຈະບໍ່ເຕັມເມັດເຕັມໜ່ວຍກໍຕາມແຕ່ ເປັນພຽງຄວາມຫວັງດຽວທີ່ຈະປະຄັບປະຄອງ ເພື່ອຄວາມຢູ່ລອດ.
ດັ່ງຊາວລາວຜູ້ນຶ່ງທີ່ເຮັດທຸຣະກິຈເຮືອນພັກ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 31 ທັນວາ ນີ້ວ່າ:
" ເປີດປະເທດຫັ້ນນ່າ ກາຍັງຊິໄຄແດ່ນ້ອຍນຶ່ງວ່າຊັ້ນສ່າ ໄປໃຫ້ມັນມີພວກຄົນຕ່າງດ້າວມາໄດ້ໜ້ອຍນຶ່ງ ກາຊິໄຄແດ່ຊື້ເຂົ້າຊື້ນໍ້າກິນໄດ້ວ່າຊັ້ນສ່າ ຄັນແຕກຕື່ນຫຼາຍມັນກາບໍ່ມີທຳມາຫາກິນແລ້ວກາແລ້ວເລີຍ. "
ຂະນະທີ່ຜູ້ປະກອບການຮ້ານອາຫານ ຈຳນວນນຶ່ງໃນນະຄອນຫຼວງພຣະບາງ ກ່າວວ່າຄົນລາວທຸກຄົນຕ້ອງຮູ້ຈັກປັບໂຕ ແລະຮຽນຮູ້ທີ່ຈະໃຊ້ຊີວິດ ກັບສະພາບການຣະບາດຂອງ ໂຄວິດ-19 ໃຫ້ໄດ້ ແລະເຫັນວ່າການເປີດປະເທດ ຕ້ອນຮັບນັກທ່ອງທ່ຽວໃນປີ 2022 ນີ້ແມ່ນເປັນຫົນທາງດຽວ ທີ່ຈະຊ່ອຍໃຫ້ບັນດາທຸຣະກິຈ ໃນປະເທດລາວຢູ່ລອດ.
ດັ່ງຜູ້ປະກອບການຮ້ານອາຫານແຫ່ງນຶ່ງໃນນະຄອນຫຼວງພຣະບາງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 31 ທັນວາ ນີ້ວ່າ:
" ເພິ່ນເປີດຊິກາປ້ອງກັນໂຕເອງ ເອົາໄວ້ປະເທດອື່ນແຮງຫຼາຍກ່ອນນາຍທືນກາໝົດໃດ ບໍ່ວ່າແຕ່ປະຊາຊົນໝົດນາຍທືນກາໝົດບໍ່ມີຫຍັງໃໝ່ແລ້ວເດ້ ກາເຣີ້ມຊີວິດໃໝ່ ສະພາບເປັນແນວໃດກາຊິຈຳເປັນໃດ. "
ຊາວລາວຜູ້ນຶ່ງ ໃນນະຄອນຫຼວງພຣະບາງ ກ່າວວ່າຢາກໃຫ້ຣັຖບານລາວແກ້ໄຂບັນຫາເຣື່ອງເງິນກີບເຟີ້ ເພາະຜົລກະທົບຂ້ອນຂ້າງຮຸນແຮງ ໂດຍສະເພາະປະເພດລາຄາສິນຄ້າໃນຕລາດ ທີ່ແພງຂື້ນນັບມື້, ຂະນະທີ່ສິນຄ້າບາງຢ່າງ ທີ່ຄົນລາວປູກແລະຜລິດພາຍໃນປະເທດລາວ ກໍຍັງແພງຂື້ນ.
ນອກຈາກນີ້ຍັງຕ້ອງການ ໃຫ້ຣັຖບານລາວຢຸດເຊົາ ການສ້າງເຂື່ອນໄຟຟ້າເພີ່ມ ເພາະເຫັນວ່າມີເຂື່ອນໄຟຟ້າຈຳນວນຫຼາຍແຕ່ສະພາບເສຖກິຈລາວ ແລະຄົນລາວກໍຍັງຕ້ອງດີ້ນຮົນ ຫາກິນດ້ວຍຕົນເອັງ.
ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງພຣະບາງ, ແຂວງຫຼວງພຣະບາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ທັນວາ ນີ້ວ່າ.
" ເພາະວ່າໄປຊື້ເຄື່ອງຢູ່ຕລາດ ໄປຊື້ແມ່ນຫຍັງຜູ້ໃດກາວ່າເຄື່ອງ ລາຄາຂື້ນເພາະວ່າເງິນບາດແພງ ເຮົາກາງົງ ເພາະວ່າບາງຄັ້ງໝາກກ້ວຍກາບໍ່ໄດ້ນຳເຂົ້າຈາກໄທຍ ດຽວນີ້ມັນຈະເຟີ້ແລ້ວ ມັນຖືກລົງໆ ເຂື່ອນກາພໍເຂື່ອນອ້ອມຫົວບ່ອນເລີຍນີ້ ຢູ່ປະເທດລາວ. "
ໃນວາຣະປີໃໝ່ສາກົລ ຕ້ອນຮັບເຂົ້າຊູ່ປີ 2022 ນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ອວຍພອນປີໃໝ່ ເຖິງພໍ່-ແມ່ປະຊາຊົນລາວທຸກຄົນ ໃນມື້ວັນທີ 27 ທັນວາ 2021 ນີ້ ຣະບຸໃນບາງຕອນວ່າຜ່ານມານັ້ນມີຫຼາຍເຫດການສຳຄັນ ໄດ້ເກີດຂື້ນໃນປະເທດລາວ ທັງດ້ານການເມືອງ, ເສຖກິຈ ແລະ ສັງຄົມຢ່າງທີ່ເຫັນປະຈັກຕາ.
ເຖິງປີຜ່ານມາພວກເຮົາ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍປະການກໍຕາມ ແຕ່ປະເທດລາວເຮົາກໍຍັງສາມາດປົກປັກຮັກສາ ສະຖຽນລະພາບທາງການເມືອງໄວ້ໄດ້ ຢ່າງໜັກແໜ້ນມີຄວາມສງົບຮຽບຮ້ອຍທາງສັງຄົມໃນຣະດັບອັນແນ່ນອນ. ເສຖກິຈກໍມີບາດກ້າວຂຍາຍໂຕ ຕາມແຜນທີ່ວາງເອົາໄວ້, ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າສືບຕໍ່ໄດ້ຮັບການປັບປຸງ ດີຂື້ນ,ປະຊາຊົນລາວໃນທົ່ວປະເທດໄດ້ຮ່ວມແຮງຮ່ວມໃຈກັນ ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆ ປະການດ້ວຍຄວາມເປັນເຈົ້າ, ປະຊາຊົນລາວທົ່ວປະເທດໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາມະຕິຂອງພັກ, ນະໂຍບາຍຂອງຣັຖ,ຂໍ້ຕົກລົງຂອງສະພາແຫ່ງຊາດ ແລະແຜນປະຕິບັດງານຂອງຣັຖໄດ້ເປັນຢ່າງດີ.
ປີໃໝ່ 2022 ນີ້ຈະເປັນປີ ນຶ່ງທີ່ປະເທດລາວຈະມີທັງຄວາມສະດວກ, ມີເງື່ອນໄຂຫຼາຍຂື້ນໃນການພັທນາປະເທດ ອັນແສນຮັກຂອງພວກເຮົາ ໃຫ້ມີບາດກ້າວໃໝ່ທີ່ດີຂື້ນຕື່ມອີກ ແຕ່ເວລາດຽວກັນພວກເຮົາກໍຍັງຈະປະເຊີນກັບອຸປະສັກ ແລະຄວາມທ້າທາຍຕ່າງໆ ທີ່ບໍ່ອາດຈະຫຼີກລ້ຽງໄດ້.