ມ.ຊຽງເງິນຈະໄດ້ຄ່າ ຊົດເຊີຍ

0:00 / 0:00

ຄນະກັມມະການໄກ່ເກັ່ຽສິ່ງກີດຂວາງຂັ້ນເມືອງ ໄດ້ແຈ້ງໃຫ້ປະຊາຊົນເມືອງຊຽງເງິນ ແຂວງຫລວງພຣະບາງ ທີ່ຖືກຜົລກະທົບ ຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ໃນໄລຍະທີ 3 ເມື່ອບໍ່ດົນມານີ້ວ່າ ຈະໄດ້ຮັບເງິນຄ່າຊົດເຊີຍ ໃນເດືອນມິຖຸນາ ທີ່ຈະມາເຖິງນີ້, ດັ່ງຊາວເມືອງ ຊຽງເງິນ ເວົ້າຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 07 ພຶສພາ ວ່າ:

"ເພິ່ນວ່າ ແຕ່ວ່າເພິ່ນຈະມາຊົດເຊີຍແຕ່ວ່າບໍ່ທັນໄດ້ ໄດ້ຍີນເພິ່ນວ່າແມ່ນເດືອນຫົກນີ້ ຊັ້ນເດ້ ເພິ່ນສິໃຫ້ນະ ເປັນເຢົ້າເປັນເຮືອນແທ້ ບໍ່ຖືກ ຖືກແຕ່ນາສວນ."

ຊາວເມືອງຊຽງເງິນເວົ້າຕື່ມວ່າ ນັບສະເພາະເຂດບ້ານຂອງຕົນ ມີຜູ້ໄດ້ຮັບຜົລກະທົບ ຈາກໂຄງການຣົດໄຟ ລາວ-ຈີນ ຈຳນວນ 10 ຄອບຄົວ ເຊີ່ງລໍຖ້າການຊົດເຊີຍ ມາຕັ້ງແຕ່ປີ 2017 ຍ້ອນໄດ້ມອບດິນ ໃຫ້ກັບໂຄງການໄປແລ້ວ.

ສ່ວນປະຊາຊົນຢູ່ເມືອງວັງວຽງແຂວງວຽງຈັນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ຫລາຍຄອບຄົວ ໄດ້ຮັບຄ່າຊົດເຊີຍ ໄປແລ້ວໃນໄລຍະ ບຸນປີໃໝ່ລາວ ແຕ່ຍັງມີບາງຄອບຄົວ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຍ້ອນວ່າ ຣາຄາຄ່າຊົດເຊີຍ ບໍ່ສົມເຫດສົມຜົລ. ດັ່ງ ເຈົ້າໜ້າທີ່ ເມືອງວັງວຽງ ໄດ້ເວົ້າວ່າ:

"ກະຫລາຍປັນຫາຢູ່ ຍັງບໍ່ພໍໃຈເອົາວ່າຊັ້ນສະ ສ່ວນນຶ່ງຫັ້ນນະ ເພິ່ນກະເວົ້າໄປຊັ້ນລະເນາະ ນື່ງຫັ້ນເງີນໜ້ອຍ ກະຍັງເວົ້າກັນຢູ່ ທາງພັກ ທາງຣັຖ ນີ້ກາກຳລັງພຍາຍາມເຄັຽ ກັນຢູ່."

ທ່ານເວົ້າຕື່ມວ່າ ສຳລັບຄ່າຊົດເຊີຍ ທີ່ດິນນັ້ນ ຖ້າດິນຕອນໃດ ຢູ່ຕິດກັບທາງສາຍຫຼັກຈ ະໄດ້ຄ່າຊົດເຊີຍແມັດກາເຣ ລະ 4 ແສນກີບ, ດິນ ຢູ່ໃນຮ່ອມ ແມັດກາເຣ ລະ 3 ແສນກີບ , ດິນ ທີ່ບໍ່ມີເສັ້ນທາງ ເຂົ້າຫາແມັດກາເຣ ລະ 2 ແສນກີບ, ຖ້າເປັນເຮືອນປຸກສ້າງ ຈະໄດ້ 2 ລ້ານ 1 ແສນກີບ ຕໍ່ຕາແມັດ ແລະ ເຮືອນໄມ້ທຳມະດາ ຈະໄດ້ 1 ລ້ານ 7 ແສນກີບ ຕໍ່ຕາແມັດ.

ສື່ຂອງທາງການລາວ ຣາຍງານວ່າ ປັດຈຸບັນໂຄງການກໍ່ສ້າງ ທາງຣົດໄຟ ຢູ່ເມືອງວັງວຽງ ແຂວງວຽງຈັນ ເຊິ່ງເປັນການກໍ່ສ້າງ ໄລຍະທີ 5 ສຳເຣັດໄປແລ້ວ 94%.