ເມື່ອທ້າຍອາທິດທີ່ຜ່ານມານີ້ ຜະແນກຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫລວງພຣະບາງ, ຫ້ອງການ ທະນະທໍາ ແລະ ທ່ອງທ່ຽວ ກິ່ງແຂວງສິບສອງປັນນາ ຂອງຈີນ ແລະ ບໍຣິສັດ ລົດໄຟລາວ-ຈີນ ຈໍາກັດ ໄດ້ຮ່ວມກັນ ເຊັນບົດບັນທຶກ ຄວາມເຂົ້າໃຈ ການຮ່ວມມື 3 ຝ່າຍ ດ້ານການທ່ອງທ່ຽວ ເພື່ອສົ່ງເສີມ ແລະ ຊຸກຍູ້ ໃຫ້ການທ່ອງທ່ຽວຂອງ 2 ປະເທດດີຂຶ້ນ ໂດຍສະເພາະ ນັກທ່ອງທ່ຽວທີ່ເດີນທາງ ດ້ວຍລົດໄຟລາວ-ຈີນ ລະຫວ່າງ 2 ແຂວງລາວ-ຈີນ ດັ່ງກ່າວ, ອີງຕາມການລາຍງານຂອງ ວິທຍຸ ກະຈາຍສຽງ ແຫ່ງຊາດຈີນ ວັນທີ 10 ກໍລະກົດ 2024.
ໃນຂະນະ ທີ່ປັດຈຸບັນນີ້ ສະພາບໂດຍລວມ ຂອງນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ຽວຢູ່ຫລວງພຣະບາງ ກໍມີຢ່າງຕໍ່ເນື່ອງ ສ່ວນໜຶ່ງກໍຍ້ອນນັກທ່ອງທ່ຽວຈີນ ໄດ້ຮັບການຍົກເວັ້ນວີຊ້າ ເຂົ້າປະເທດລາວ ເມື່ອວັນທີ 1 ກໍລະກົດ 2024 ເປັນຕົ້ນມາ ເຊິ່ງກໍໄດ້ສ້າງວຽກງານ ແລະ ລາຍໄດ້ ໃຫ້ແກ່ ຜູ້ປະກອບການທ່ອງທ່ຽວຈໍານວນໜຶ່ງ ຢູ່ຫລວງພຣະບາງ ລວມທັງພະນັກງານນໍາທ່ຽວ ທີ່ຮູ້ພາສາຈີນ, ດັ່ງ ພະນັກງານນໍາທ່ຽວ ພາສາຈີນ ຢູ່ແຂວງຫລວງພຣະບາງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 11 ກໍລະກົດ ນີ້ວ່າ:
" ຕາມຂ້ອຍຮັບເດືອນໜຶ່ງກະ 2-3 ຄະນະ . ສະເພາະຂ້ອຍຜູ້ດຽວ ຮັບຫລາຍຂຶ້ນກວ່າປີກາຍ. ຄັນຖ້າແຂກມາຫລາຍເນາະ ກະແນ່ນອນລາຍຮັບມັນກະໄດ້ຫລາຍຂຶ້ນ. ສ່ວນຫລາຍກະຊື້ທົ່ວມາແຕ່ຈີນ ຊື້ຄົນເຂົາເຈົ້າເລີຍ. "
ສໍາລັບນັກທ່ອງທ່ຽວຈີນ ທີ່ເດີນທາງມາທ່ຽວຫລວງພຣະບາງ ໃນປັດຈຸບັນສ່ວນໃຫຍ່ ມາໃນຮູບແບບທົ່ວທ່ອງທ່ຽວ ມາຈາກບໍລິສັດທ່ອງທ່ຽວຢູ່ຈີນ ແລ້ວນາຍໜ້າຢູ່ຈີນຈະຕິດຕໍ່ມາຂາຍ ນັກທ່ອງທ່ຽວຈີນ ໃຫ້ແກ່ບໍລິສັດນໍາທ່ຽວ ໃນແຂວງຫລວງພຣະບາງ ອີກເທື່ອໜຶ່ງ ເພື່ອໃຫ້ເປັນຜູ້ບໍລິການ ນໍາພານັກທ່ອງທ່ຽວຈີນດັ່ງກ່າວ ໄປທ່ຽວຕາມລາຍການ ທີ່ກໍານົດ ເຊິ່ງກໍເຮັດໃຫ້ ບໍຣິສັດນໍາທ່ຽວຈໍານວນໜຶ່ງ ໃນເຂດຫລວງພຣະບາງ ໄດ້ລາຍຮັບຈາກນັກທ່ອງທ່ຽວຈີນ, ດັ່ງ ພະນັກງານຢູ່ບໍລິສັດນໍາທ່ຽວ ແຫ່ງໜຶ່ງກ່າວວ່າ:
"ຄົນຈີນຫລາຍ ຫລາຍຢູ່ເຈົ້າ ເຂົາເຈົ້າກະ Book ອອນລາຍ ແລ້ວກໍມີໂຕ ເອເຈັ້ນ ຊື້ຂາຍ ໃຫ້ພວກເຮົາແດ່. ແຂກ Walk in ສ່ວນໜຶ່ງ ຄົນຈີນກະຖືວ່າ ປະມານ 30% ສູສີກັບຝຣັ່ງນ່າເຈົ້າ. ກາຍຫັ້ນຊິແມ່ນຄົນລາວແດ່. "
ສ່ວນເຈົ້າໜ້າທີ່ ພະແນກຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫລວງພຣະບາງ ທ່ານໜຶ່ງ ກ່າວວ່າ ສໍາລັບນັກທ່ອງທ່ຽວຈີນ ທີເຂົ້າມາທ່ຽວ ແຂວງຫລວງພຣະບາງນັ້ນ ຈະຕ້ອງໄດ້ຈ້າງບໍລິສັດນໍາທ່ຽວ ຫລື ພະນັກງານນໍາທ່ຽວ ໃນແຂວງຫລວງພຣະບາງ ເປັນຜູ້ນໍາພາທ່ຽວ ບໍ່ເຊັນນັ້ນຈະຖືກປັບໃໝ, ແລະ ສ່ວນຈໍານວນໜຶ່ງ ນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ຽວຢູ່ແຂວງຫລວງພຣະບາງ ນັບຕັ້ງແຕ່ຕົ້ນປີ 2024 ມາຮອດປັດຈຸບັນນີ້ ກໍມີພາກສ່ວນໜຶ່ງກໍາລັງຊິ ຮວບໂຮມຢູ່ ແຕ່ບໍ່ສາມາດລາຍງານໃຫ້ຮູ້ໄດ້ເທື່ອ, ດັ່ງ ທ່ານກ່າວວ່າ:
" ຖືວ່າໄປຮ້ານອາຫານ ເຂົາກະກິນອາຫານເຂົາເຈົ້າ. ໂຮງແຮມເຂົາເຈົ້າໝົດ. ສ່ວນຫລາຍເຂົາເຈົ້າຈະສົ່ງໃຫ້ບໍລິສັດເຂົາເຈົ້າເອງ. ເຂົາເຈົ້າມີຄູ່ສັນຍາ ຂອງເຂົາເຈົ້ານ່າ. ເຂົາເຈົ້າມາທ່ຽວ ເຂົ້າມາ ຂີ່ລົດໄຟມາ ແລ້ວມັນຈະມີລົດຕູ້ເຂົາເຈົ້າໄປຮັບ ພ້ອມໂຮງແຮມຈີນ ຮ້ານອາຫານ ສ່ວນຫລາຍນ່າ. "
ໃນຂະນະດຽວກັນ ຜູ້ປະກອບການ ທຸລະກິດດ້ານການທ່ອງທ່ຽວ ອີກແຫ່ງໜຶ່ງ ຢູ່ແຂວງຫລວງພຣະບາງ ກໍຢືນຍັນວ່າ ທຸລະກິດທ່ອງທ່ຽວ ຢູ່ແຂວງຫລວງພຣະບາງທີ່ຈະສາມາດຮັບນັກທ່ອງທ່ຽວຈີນໄດ້ນັ້ນ ຈໍາເປັນຕ້ອງ ໄດ້ມີເຄືອຂ່າຍ ກັບບໍລິສັດທ່ອງທ່ຽວຢູ່ປະເທດຈີນ ເພື່ອທີ່ຈະຫຍາຍນັກທ່ອງທ່ຽວຈີນ ໃຫ້ແກ່ບໍລິສັດລາວອີກເທື່ອໜຶ່ງ, ຄັນບໍ່ເຊັນນັ້ນແລ້ວ ກໍຈະບໍ່ໄດ້ນັກທ່ອງທ່ຽວຈີນເລີຍ, ດັ່ງ ນາງກ່າວວ່າ:
" ບໍລິສັດບໍ່ຄ່ອຍໄດ້ເລີຍ ເຮົາບໍ່ມີ Contact ນໍາແຂກຈີນ . ເຮົາບໍ່ມີ ເພາະສ່ວນຫລາຍຈີນມາ ເຂົາຈະມີ Contact ນໍາບໍລິສັດຈີນເລີຍ . ອັນນີ້ເຮົາກະບໍ່ຮູ້ ວ່າເພິ່ນໄລ່ກັນແນວໃດ. ເຮົາບໍ່ສາມາດເຂົ້າໄປພົວພັນໂຕນີ້ໄດ້. ເຮົາບໍ່ສາມາກໃຫ້ຄໍາຕອບໄດ້. "
ສໍາລັບນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ຽວລາວໃນ 4 ເດືອນທໍາອິດຂອງປີ 2024 ມີຈໍານວນປະມານ 350,000 ຄົນ ເຊິ່ງເພີ່ມຂຶ້ນ 67% ຖ້າທຽບໃສ່ ໄລຍະດຽວກັນຂອງປີ 2023 ແຕ່ຍັງເປັນຮອງ ນັກທ່ອງທ່ຽວຈາກໄທ ແລະ ຫວຽດນາມ ແລະ ຄາດຄະເນວ່າ ໃນປີ 2024 ນີ້ ຈະມີນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ຈໍານວນປະມານ 8 ແສນຄົນ, ອີງຕາມລາຍງານຂອງ ທ່ານນາງ ມານີສາຄອນ ທຳມະວົງໄຊ, ຮອງຫົວໜ້າກົມໂຄສະນາ ການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ສ່ວນນະໂຍບາຍການຍົກເວັ້ນ ວີຊ້າ ໃຫ້ແກ່ນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ຽວລາວນັ້ນ ໄດ້ເລີ່ມແຕ່ວັນທີ 1 ກໍລະກົດ 2024 ໄປສິ້ນສຸດຮອດວັນທີ 31 ທັນວາ 2024 ໂດຍສາມາດ ໃຊ້ແຕ່ໜັງສືເດີນທາງເຂົ້າມາໃນລາວ ເຊິ່ງມີໄລຍະເວລາ ພັກເຊົາຈໍານວນ 15 ວັນ.