ເປີດທ່ອງທ່ຽວ ກະຕຸ້ນເສຖກິຈ ແຕ່ກໍຍັງ ງຽບເຫງົາ

0:00 / 0:00

ຫຼາຍ​ພາກ​ສ່ວນ ແລະ ຜູ້​ປະ​ກອບ​ການ​ຮ້ານ​ອາ​ຫານ ໂຮງ​ແຮມ ເຮືອ​ນ​ພັກ​ຕ່າງໆ ໄດ້​ຕ​ຣຽມ​ຄວາມ​ພ້ອມ ເພື່ອ​ຕ້ອ​ນ​ຮັບ ​ນັກ​ທ່ອ​ງ​ທ່ຽວ ຈາກ​ຕ່າງປະ​ເທດມາ​ໄດ້ 1 ເດືອນ ຕາມ​ແຜນ​ການ ​ທ່ອງ​ທ່ຽວ​ສີ​ຂຽວ ຂອງ​ລາວ ແຕ່​ຍັງ​ບໍ່​ມີ​ນັກ​ທ່ອງ​ທ່ຽວ ​ຈາກ​ຕ່າງ​ປະ​ເທດ ເຂົ້າ​ມາ​ທ່ຽວ​ລາວ​ຫຼາຍ.

ເຈົ້າ​ໜ້າ​ທີ່​ໂຮງ​ແຮມ ຢູ່​ເມືອງວັງ​ວຽງ ແຂວງວຽງ​ຈັນ ທ່ານ ນຶ່ງ ໄດ້ກ່າວ​ວ່າ:

“ຄື​ຊ້ວງນີ້ ແມ່ນ​ແຂກ​ຍັງ​ໜ້ອຍ​ເນາະ ກ​ຣຸບ​ທົວ​ເປັນ​ຕ່າງ​ປະ​ເທດ ມັນ​ຍັງ​ບໍ່​ມີ​ເລີຍ ສ່ວນ​ຫຼາຍ​ແມ່ນ​ນັກ​ທ່ອ​ງ​ທ່ຽວ​ພາຍ​ໃນ​ມາ​ຈາກ​ຕ່າງ​ແຂວງ ແຕ່​ວ່າ ພວກ​ເຮົາ​ມີ​ການ​ເຝິກ​ອົບ​ຮົມ ກ່ຽວ​ກັບ​ລາວ​ເຊບ​ຢູ່ ພ​ະ​ນັກ​ງານ​ພວກ​ເຮົາ​ຈະ​ກວດ ຖ້າ​ວ່າ ຜູ້​ໃດ ທີ່​ເຂົ້າ​ມາ​ພັກ ເຮົາ​ຈະ​ມີ​ການກວດ​ໃບ​ສັກ​ວັກ​ຊີນ​ນຳ​ແຈກ​ເນາະ ການ​ປ້ອງ​ກັນ​ໂຕ ໃສ່​ຜ້າ​ອັດ​ປາກ ຮັກ​ສາ​ໄລ​ຍະ​ຫ່າງ ນໍ້າ​ຍາ​ສີດ​ຂ້າ​ເຊື້ອ ເຈວ​ແອວ​ກໍ​ຮໍ​ລ້າງ​ມື ແມ່ນ​ຫຍັງ​ເຮົາ​ກະ​ຕ​ຣຽມ​ພ້ອມ.”

ໃນ​ຂະ​ນະ​ທີ່​ຢູ່ ຢູ່​ແຂວງ​ຫລວງພ​ຣະ​ບາງ ກໍ​ເຊັ່ນ​ກັນ ບັນ​ດາ​ຜູ້​ປະ​ກອບ​ການ ຫຼາຍ​ທ່ານ ເຊັ່ນ​ໂຮງ​ແຮມ ກໍ​ມີ​ການ​ຕ​ຣຽມຄວາມ​ພ້ອມ​ ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ ​ໄວ້​ໝົດ​ແລ້ວ ທັງ​ການ​ເຂົ້າ​ຮວບ​ຮວມ ໂຄງ​ການ​ກັບ​ທາງ​ການ​ລາວ ເພື່ອ​ເຝິກ​ອົບ​ຮົມ ໃນ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ ໃຫ້ມີ​ຄວາມ​ປອດ​ໄພ ແຕ່​ປັດ​ຈຸ​ບັນ​ມີ​ພຽງນັກ​ທ່ອງ​ທ່ຽວ​ ພາຍ​ໃນ​ປະ​ເທດ​ ເທົ່າ​ນັ້ນ.

ເຈົ້າ​ໜ້າ​ທີ່​ໂຮງ​ແຮມ ໃນ​ແຂວງ​ຫລວງ​ພ​ຣະ​ບາງ ທ່ານ​ນຶ່ງ ກ່າວ​ວ່າ:

“ຂອງ​ໂຮງ​ແຮມ​ເຮົາ​ ສ່ວນ​ຫຼາຍ​ຈະ​ເປັນ​ຄົນ​ລາວ ແລະ ຄົນ​ຕ່າງ​ປະ​ເທດ​ທີ່​ອາ​ສັຍ​ຢູ່​ລາວ ທາງ​ໂຮງ​ແຮມ​ເຮົາ​ໄດ້​ຮຽນ ໄດ້​ເທ​ຣນ ໝົດ​ລະ​ເດີ ເຮົາ​ຈະ​ມີ​ເຣື່ອງເທຼນ​ກະ​ເປົ໋າ ເຣື່ອງ​ເອົາ​ແຂກ​ລົງ​ຣົ​ຖ ລະ​ກະ​ເຣື່ອງ​​ພາ​ແຂກ​ເຂົ້າ​ຫ້ອງ ແມ່​ບ້ານ ເວ​ລາ​ແຂກ ຂໍ​ເຄືອງ​ອີ່​ຫຍັງ​ຕ່າງໆ ເຮົາ​ຈະ​ມີ​ມີ​ວິ​ທີ​ຮັບ​ມື​ໝົດ​ແລ້ວ.”

ຢ່າງ​ໃດ​ກໍ​ຕາມ ສ່ວນ​ໃຫຍ່ແລ້ວ ນັກ​ທ່ອງ​ທ່ຽວ​ພາຍ​ໃນ ຈະ​ໄປ​ທ່ຽວ ເມືອງວັງ​ວຽງ ແຂວງວຽງຈັນ ແລະ ແຂວງ​ຫລວງ​ພ​ຣະ​ບາງ ກັນ​ຫຼາຍກວ່າ ​ແຂວງ​ອື່ນໆ ເນື່ອງ​ຈາກ​ເປັນ​ເມືອງ ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ. ສ່ວນ​ແຂວງ​ອື່ນໆ ທີ່​ເຂົ້າ​ຮ່ວມ​ໃນ​ໂຄງ​ການ ​ທ່ອງ​ທ່ຽວ​ສີ​ຂຽວ ກໍ​ແທບບໍ່​ມີນັກ​ທ່ອງ​ທ່ຽວ ຕ່າງ​ປະ​ເທດ​ເຂົ້າ​ໄປ​ເລີຍ ເຊັ່ນ​ແຂວງ​ຈຳ​ປາ​ສັກ, ແຕ່​ທາງ​ໂຮງ​ແຮມ ຂ​ນາດ​ໃຫຍ່ ກໍ​ມີ​ການ​ລົງ​ທະ​ບຽນ ​ເຂົ້າ​ຮ່ວມ​ໂຄງ​ການ​ທ່ອງ​ທ່ຽວ​ສີ​ຂຽວ ສົ່ງ​ລາຍ​ລະ​ອຽດ​ໃຫ້ ແລະ ໂຮງ​ແຮມ​ກໍ​ມີ​ມາ​ຕ​ການ ​ປ້ອງ​ກັນ​ຢູ່​ແລ້ວ ຖ້າ​ຫາກ​ມີ​ຄົນ​ ຕ່າງ​ແຂວງ​ເຂົ້າ​ມາ​ພັກ.

ເຈົ້າ​ໜ້າ​ທີ່​ໂຮງ​ແຮມ ໃນ​ແຂວງ​ຈຳ​ປາ​ສັກ ທ່ານ​ນຶ່ງ ທີ່ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ກ່າວ​ວ່າ:

“ເປີດ​ເສັ້ນ​ທາງຢູ່ ບ້ານ​ເຮົາ​ຍັງ​ບໍ່​ທັນ​ເຫັນ​ມາ ທີ່​ຈິງ​ເຮົາ​ກະ​ລົງ​ທະ​ບຽນ​ໄປ​ແລ້ວ ແຕ່​ກໍ​ຍັງ​ບໍ່​ແນ່​ໃຈ ເຂົາ​ຕ້ອງ​ມີ ອີ່​ຫຍັງ​ຢັ້ງ​ຍືນ​ໃຫ້​ເຮົາ​ອີກບໍ່ ເຊິ່ງວ່າ ເຮົາ​ຍັງ​ບໍ່​ທັນ​ໄດ້​ຮັບ​ເອກ​ສານ ທາງ​ໜ້າ​ກໍ​ມີ​ວັດ​ອຸນ​ພູມ ຕາມ​ປົກ​ຕິ ແລ້ວກະ​ລູກ​ຄ້າ​ມາ​ກໍ​ຕ້ອງ​ໄດ້ ລົງ​ທະ​ບຽນ ຂຽນ​ທາມ​ລາຍ ຍ້ອນ​ຫຼັງ ວ່າ 2 ອາ​ທິດ​ຜ່ານ​ມາ​ໄດ້​ໄປ​ໃສ​ບໍ່ ມື​ອາ​ການ​ໄຂ້​ນັ້ນ ໂນ້ນນີ້​ອີ່​ຫຍັງ​ບໍ່ ເຮົາ​ກໍ​ຍັງ​ໄດ້​ເກັບ​ກຳ​ຂໍ້​ມູນ​ຢູ່.”

ພາຍ​ໃນ​ເວ​ລາ ນຶ່ງ​ເດືອນ​ມານີ້, ​ນັກ​ທ່ອງ​ທ່ຽວ​ຈາກຕ່າງ​ປະ​ເທດ ບໍ່​ມີ​ເຂົ້າ​ມາ​ທ່ອ​ງ​ທ່ຽວ​ກັນ​ຫຼາຍ ສ່ວນ​ໃຫຍ່​ກໍ​ມີ​ພຽງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ເທົ່າ​ນັ້ນ ແຕ່​ວ່າ ​ຜູ້​ປະ​ກອບ​ການ ແລະ ​ເຈົ້າ​ໜ້າ​ທີ່​ຫຼາຍ​ພາ​ກ​ສ່ວນ ​ກໍ​ໄດ້​ຕ​ຣຽມ​ຄວາມ​ພ້ອມ​ໄວ້​ໝົດ​ແລ້ວ.

ເຈົ້າ​ໜ້າ​ທີ່​ເມື່ອງວັງ​ວຽງ ແຂວງວຽງ​ຈັນ ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

“ກະ​ແມ່ນ​ລະ ສ່ວນ​ຫຼາຍ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ກໍ​ຢູ່ນີ້​ແຫຼະ ດຽວນີ້ ຖື​ວ່າ ໄດ້​ກະ​ຕ​ຣຽມ​ຄວາມ​ພ້ອມໝົດ​ແລ້ວ​ໂຮງ​ແຮມ ສ​ຖານ​ທີ່​ທ່ອງ​ທ່ຽວ ມັນ​ຕ້ອງ​ຮັບ​ປະ​ກັນ​ຕ້ານ​ສະ​ກັດ​ກັ້ນ​ໂຄວິດນີ້ ຖ້າ​ວ່າ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຂົາ​ຈະ​ເຂົ້າ​ມາ ຢູ່ ໃນ​ກ​ຣຸບ​ໂຕ​ທ່ອງ​ທ່ຽວ​ສີ​ຂຽວ.”

ທ່ານ ກ່າວ​ວ່າ ການ​ເປີດ​ທ່ອງ​ທ່ຽວ​ສີ​ຂຽວນີ້ ຖື​ວ່າ ເປັນ​ເຣື່ອງ​ດີ​ທີ່​ຈະ​ກະ​ຕຸ້ນ ​ເສ​ຖ​ກິ​ຈພາຍ​ໃນ​ໃຫ້​ດີ​ຂຶ້ນ ແລະ ທຸກ​ຄົນ​ຈະ​ໄດ້​ມີ​ລາຍ​ໄດ້​ນຳ​ດ້ວຍ ຈາກ​ທີ່​ຜ່ານ​ມາ ​ໄດ້​ຮັບ​ຜົ​ລ​ກະ​ທົບ​ຈາກ​ ໂຄວິດ-19 ບໍ່​ໄດ້​ເປີດ​ທຸ​ຣະ​ກິ​ຈ ມາ​ດົນ​ກໍ​ໄດ້​ກັບ​ມາ​ເປີດ ແລະ ຫຼາຍ​ຄົນ​ກໍ​ມີ​ວຽກ​ງານ​ທຳ​ ເພີ່ມ​ຂຶ້ນ​ນຳ​ດ້ວຍ. ຕັ້ງ​ແຕ່​ມີ​ການ​ເປີດ​ທ່ອງ​ທ່ຽວ​ສີ​ຂຽວ ກໍ​ຍັງ​ບໍ່​ມີ​ນັກ​ທ່ອງ​ທ່ຽວ ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ ແຕ່​ມີ​ພຽງ​ຄົນ​ລາວ​ມາ​ທ່ຽວ​ກັນ​ເອງ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ແຂວງ​ຫລວງ​ພ​ຣະ​ບາງ ໄດ້​ກ່າວ​ວ່າ:

“ດຽວນີ້​ນັກ​ທ່ອງ​ທ່ຽວ​ມີ​ແຕ່​ລາວ ເພິ່ນ​ກໍ​ເອົາ​ພະ​ນັກ​ງານ​ໄປ​ເຝິກ​ອົບ​ຮົມ ການ​ບໍ​ຣິ​ການ ການ​ຮັບ​ແຂກ​ແບບ​ໃດ ແລ້ວ ເຂົາ​ເຈົ້າ​ກວ້າງ​ເຄື່ອງ ວັດ​ແທກ​ອຸນ​ພູມ ກັບ​ເຈວ​ໃຫ້​ມັນ​ມີ​ໝົດ​ຫັ້ນ​ນ່າ”

ອີງ​ຕາມ​ການ​ຣາຍ​ງານ​ຂອງ ໜັງ​ສື​ພິມ ວຽງ​ຈັນ​ທາຍ ໃນ​ວັນ​ທີ 10 ມົກ​ກະ​ຣາ 2022 ທີ່​ຜ່ານ​ມາ ນັບ​ຕັ້ງ​ແຕ່ ທາງ​ການ​ລາວ​ ເປີດ​ການ​ທ່​ອງ​ທ່ຽວ ໃນ​ຕົ້ນ​ປີ 2022 ນີ້ ກໍ​ມີ​ພຽງ​ແຕ່​ນັກ​ຮຽນ ແລະ ຄ​ຣູ ຈາກ​ປະ​ເທດ​ເກົາ​ຫຼີ ປະ​ມານ 20 ປາຍ​ຄົນ ເດີນ​ທາງ​ເປັນ​ກຸ່ມ ເພື່ອ​ແລກ​ປ່ຽນ​ວັດ​ທະ​ນະ​ທັມ ແລະ ການ​ເຝິກ​ຊ້ອມ​ກອ​ຟ​ ແລະ ກໍ​ໄດ້ ມີ​ການ​ເດີນ​ທາງ​ ໄປ​ທ່ອງ​ທ່ຽວ​ໃນ​ວັງ​ວຽງ ແລະ ເມືອງ​ຫລວງ​ພ​ຣະ​ບາງ ໃນ​ເຂດ​ພື້ນ​ທີ່​ສີ​ຂຽວ.