ໂຄງການພັດທະນາເມືອງທັນສະໄໝ ນະຄອນຫຼວງ 450 ປີ ທີ່ຈະສ້າງຂຶ້ນໃນເຂດເມືອງໄຊເສດຖາ ແລະເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນນັ້ນ ຍັງຢູ່ໃນຂັ້ນຕອນ ຂອງການຫາລືເລື່ອງຄ່າຊົດເຊີຍຄວາມເສຍຫາຍ ກັບຊາວບ້ານ ທີ່ຈະສູນເສຍທີ່ດິນທໍາກິນ ຮວມທັງດິນນາ ຊຶ່ງທາງໂຄງການຈະກວມເອົາ ໃນຂະນະທີ່ຊາວບ້ານຍັງບໍ່ຮູ້ວ່າ ຄ່າຊົດເຊີຍທີ່ຈະໄດ້ນັ້ນ ຈະເປັນໄປແບບໃດ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ບ້ານ ຢູ່ໃນເຂດສໍາຣວດໂຄງການ ເມືອງທັນສະໄໝ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກັນຍານີ້.
" ສໍາຫລດດິນເພີ່ນສໍາຫລວດໄປແລ້ວ ແຕ່ວ່າເພິ່ນຍັງບໍ່ຮູ້ລາຍລະອຽດວ່າຈະຊົດເຊີຍແນວໃດ ຂະເຈົ້າບໍ່ໄດ້ກັງວົນໃຈຄັນເຂົາເຈົ້າໄດ້ເງິນຄ່າຊົດເຊີຍ ດິນນາ ສ່ວນຫລາຍເປັນດິນນາ ແຕ່ວ່າຍັງຕົກລົງກັນຢູ່ເດ້ ຂະເຈົ້າກໍບໍ່ທັນວ່າສິວ່າເຮັດໂດຍພະລະການເດ້ ມີການຕົກລົງກັນວ່າ ເອີ ດຽວນີ້ດິນເຈົ້າລາຄາເໝາະສົມເທົ່າໃດ ພາກລັດຕີລາຄາລົງມາເທົ່າໃດ ເຈົ້າຢາກໄດ້ເທົ່າໃດ ຜູ້ສໍາປະທານເສັຽຫາຍໃຫ້ເທົ່າໃດ ຕ້ອງໄດ້ຕົກລົງກັນອີກເທື່ອນຶ່ງ. "
ພ້ອມດຽວກັນນັ້ນ ຊາວບ້ານ ຢູ່ບ້ານໜອງແປນ ເມືອງຫາດຊາຍຟອງ ທີ່ຮູ້ກ່ຽວກັບໂຄງການດັ່ງກ່າວ ກໍເວົ້າເຖິງເລື້ອງຄ່າຊົດເຊີຍນັ້ນວ່າ ດຽວນີ້ ຍັງບໍ່ມີການລົມກັນເທື່ອ. ແຕ່ຊາວບ້ານ ທີ່ຈະໄດ້ຮັບຜົນກະທົບນັ້ນ ກໍຢາກໄດ້ຄ່າຊົດເຊີຍ ທີ່ເໝາະສົມ ກັບລາຄາຕົວຈິງ ແລະພາກັນຈົ່ມກ່ຽວກັບເລື່ອງທີ່ວ່ານີ້.
" ກໍມີແຕ່ຈົ່ມກັນຫັ້ນແຫລະ ສິໄດ້ຄ່າຊົດເຊີຍບໍ່ ຊົດເຊີຍໃຫ້ເຂົາໄດ້ເຂົາກໍອອກ ກໍບໍ່ໄດ້ມີບັນຫາ ຖ້າວ່າຊົດເຊີຍຕາມທີ່ວ່າຄວາມຕ້ອງການຂອງເຂົາ ສົມມຸດວ່າເຂດນັ້ນເຂົາຂາຍດິນຕາລາງແມັດເທົ່າໃດ ຊົດເຊີຍໃຫ້ເຂົາເທົ່ານັ້ນ ເຂົາກໍອອກບໍ່ມີບັນຫາ. " ເວົ້າເຖິງການລົງທຶນຂອງໂຄງການທີ່ວ່ານີ້ ເຈົ້າໜ້າທີ່ ພະແນກຊັບພະຍາກອນ ທໍາມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ກໍ່ເວົ້າໃນມື້ດຽວກັນນີ້ວ່າ ມີມູນຄ່າການລົງທຶນ 150 ຕື້ກີບ ແລະຈະນໍາໃຊ້ເນື້ອທີ່ທັງໝົດ 2,372 ເຮັກ ຕາ. ໂຄງການນີ້ ຈະກວມເອົາ 10 ບ້ານ ໃນສອງເມືອງ ຄືເມືອງໄຊເສດຖາ ແລະເມືອງຫາດຊາຍຟອງ. ປັດຈຸບັນ ໂຄງການດັ່ງກ່າວ ຍັງຢູ່ໃນຂັ້ນຕອນ ຂອງປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ, ແຜນຄຸ້ມຄອງ ແລະແຜນຕິດຕາມກວດກາສິ່ງແວດລ້ອມ, ຍັງບໍ່ທັນໄດ້ເລີ່ມກໍ່ສ້າງເທື່ອ ດັ່ງທ່ານກ່າວວ່າ:
" ຍັງບໍ່ທັນໄດ້ເລີ້ມເທື່ອ ຊ້ວງນຶ່ງຫັ້ນເຂົາເລີ້ມສໍາຫລວດ ຄວາມເປັນໄປໄດ້ສ່ວນນຶ່ງ ເຂົາກໍບໍ່ຢາກເຜີຍແຜ່ເດ້ ຄັນຢາກໄດ້ໃຫ້ເພິ່ນມາພົວພັນຢູ່ຫ້ອງການໂລດ. "
ເມື່ອກ່ອນໜ້ານີ້ ໃນເດືອນພະຈິກ 2021 ຫ້ອງວ່າການ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ຫ້າມຊື້-ຂາຍດິນ ຮວມທັງບໍ່ໃຫ້ປຸກສ້າງ, ຈົກໜອງນໍ້າ ແລະຈົກດິນຂາຍ ໃນຂອບເຂດການສຳຣວດໂຄງການດັ່ງກ່າວ ໂດຍທີ່ທາງການບ້ານຈະກໍານົດຂອບເຂດທີ່ດິນ ໄວ້ຢ່າງຈະແຈ້ງວ່າ ດິນສ່ວນໃດຫ້າມຊື້-ຂາຍ ເພື່ອສະ ຫງວນພື້ນທີ່ ໄວ້ສໍາລັບໂຄງການນີ້ ດັ່ງຜູ້ປະກອບການຊື້-ຂາຍດິນ ຢູ່ເມືອງໄຊເສດຖາ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກັນຍານີ້ວ່າ:
" ທາງບ້ານເພິ່ນຈະບອກຂອບເຈດໄວ້ຫັ້ນນ່າ ກໍຄືສະຫງວນໄວ້ເລີຍຫັ້ນນ່າ ສະ ຫງວນກໍຄືຊື້ຂາຍບໍ່ໄດ້ ຢູ່ໃນເຂດໂຄງການຊີ້ນ່າ ເນື້ອທີ່ອີ່ຫຍັງຕ່າງໆ ກໍຫລາຍໆ ໂດຍໂຕນີ້ມັນດົນເຕີບແລ້ວໄດ໋ ຫລາຍປີແລ້ວ ແຕ່ວ່າຍັງບໍ່ທັນເຫັນເປັນຮູບເປັນຮ່າງເນາະ ແຕ່ວ່າຂອບເຂດເພິ່ນໝາຍໄວ້ເບິດແລ້ວ. "
ໂຄງການພັດທະນາເມືອງທັນສະໄໜ ນະຄອນຫຼວງ 450 ປີ ແມ່ນກຸ່ມບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງຈໍາກັດ ເປັນຜູ້ລົງທຶນ ສຶກສາ ສໍາຫລວດ ເກັບ ກໍາຂໍ້ມູນ ຕາມທີ່ໄດ້ກໍານົດໄວ້ ຢູ່ໃນບັນທຶກຄວາມເຂົ້າໃຈກັນ ຫລື MOU ໃນປີ 2022.
ຂ່າວເວົ້າວ່າ ໂຄງການທີ່ວ່ານີ້ ສ້າງຂຶ້ນເພື່ອດຶງດູດການຄ້າ, ການລົງທຶນ ແລະການພັດທະ ນາພື້ນທີ່ເປົ່າຫວ່າງ ທີ່ເປັນປ່າໂຄກ, ນາເຮື້ອ ໃຫ້ເປັນເຂດທັນສະ ໄໜ ທີ່ປະກອບມີ 9 ເຂດ ຮວມທັງເຂດການຄ້າ, ການລົງທຶນ ແລະການບໍລິ ການ, ເຂດອຸດສາຫະກໍາປຸ່ງແຕ່ງ, ເຂດບ້ານຈັດສັນ ແລະທີ່ຢູ່ສໍາລັບຜູ້ສູງອາຍຸ, ເຂດກິລາ ແລະເຂດທ່ອງທ່ຽວ.