ບໍຣິສັດຫຸ້ນສ່ວນລົງທຶນ ເອເອັມໄອ ກວາງບິງ ຫລື ອາມີ້ ຂອງນັກລົງທຶນວຽດນາມ ຈະສ້າງໂຮງງານດ້ວຍພະລັງງານລົມ ຂນາດ 1,220 ເມກາວັດ ໃນເນື້ອທີ່ 2,687 ເຮັກຕ້າຣ໌ ຢູ່ຈຸດສຸມລະໂກ ເມືອງເຊໂປນ ແຂວງສວັນນະເຂດ, ໄຟຟ້າທີ່ຜລິດໄດ້ ຈະສົ່ງໄປຂາຍໃຫ້ວຽດນາມ ໂດຍມີການລົງນາມ ໃນສັນຍາບັນລຸຂໍ້ຕົກລົງຂອງໂຄງການນັ້ນແລ້ວ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 10 ກໍຣະກະດາ 2023 ນີ້. ໂຄງການນີ້ ມີມູນຄ່າການລົງທຶນ 2 ພັນປາຍລ້ານໂດລ້າຣ໌ສະຫະຣັຖ, ເປັນໂຄງການໃຫຍ່ທີ່ສຸດ ຂອງວຽດນາມ ທີ່ມາລົງທຶນຢູ່ລາວ. ປັດຈຸບັນ ກໍາລັງຢູ່ໃນຂັ້ນຕອນ ສຶກສາຄວາມເປັນໄປໄດ້ ແລະ ຮວບຮວມຂໍ້ມູນ ຊຶ່ງອາຈໃຊ້ເວລາເຖິງ 1 ປີ ກ່ອນຈະເຣີ່ມກໍ່ສ້າງໄດ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຜແນກ ແຜນການ ແລະການລົງທຶນ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 11 ກໍຣະກະດານີ້.
“ເຂົາມາເຮັດນີ້ ແມ່ນເປັນຂັ້ນຕິດຕາມ ຂໍ້ມູນເບື້ອງຕົ້ນ. ເກັບຂໍ້ມູນ ເຊັນ MOU ຄວາມເຂົ້າໃຈແດ່. ເກັບກໍາຂໍ້ມູນລົມນີ້ປີນຶ່ງ. ຖ້າວ່າມັນມີຄວາມເປັນໄປໄດ້ຫັ້ນນ່າ ແລ້ວຊິລົງມືເຣື່ອງການບຸກເບີກ ເສັ້ນທາງ ເອົາໃບພັດເອົາຫຍັງໄປຫັ້ນ ເພາະວ່າດຽວນີ້ ຍັງບໍ່ໄດ້ເຮັດຕົວນັ້ນ ມີແຕ່ຂະເຈົ້າໄປຕິດຕັ້ງເສົາວັດແທກລົມ ເບິ່ງກ່ອນວ່າມັນມີລົມຈັກເດືອນໆ ຄວາມແຮງຄວາມຫຍັງຫັ້ນ.”
ກ່ຽວກັບເຣື່ອງການຊົດເຊີຍ ຄວາມເສັຍຫາຍນັ້ນ ທ່ານເວົ້າວ່າ ມາຮອດມື້ນີ້ ກໍຍັງບໍ່ສາມາດບອກໄດ້ເທື່ອ ເພາະຍັງຢູ່ໃນຂັ້ນຕອນ ຂອງການສຶກສາຄວາມເປັນໄປໄດ້ ແຕ່ຖ້າຫາກມີການພັທນາໂຄງການນີ້ ໃນອະນາຄົດ ກໍອາດມີຜົລກະທົບ ໃນເຣື່ອງເສັ້ນທາງ.
“ໂຕຈຸດອັນນີ້ ກໍບໍ່ຮູ້ເນາະເພາະວ່າເຣື່ອງທີ່ຊົດເຊີຍ ຫລືບໍ່ນີ້ ມັນຍັງບໍ່ຮອດຂັ້ນຕອນໂຕນັ້ນເພາະວ່າ ປັດຈຸບັນນີ້ ຍັງເປັນການທົດລອງ ໃນຈຸດທີ່ທົດລອງ ບໍ່ໄດ້ກະທົບ ຖ້າວ່າມີການພັທນາໂຄງການກໍອາດກະທົບເສັ້ນທາງ ເຣື່ອງຫຍັງກໍສິຫລາຍຢູ່.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ຜແນກ ຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ທ່ານນຶ່ງ ກ່າວເຖິງໂຄງການນີ້ໃນມື້ດຽວກັນນັ້ນວ່າ ຊາວບ້ານຈະບໍ່ໄດ້ໂຍກຍ້າຍ ອອກຈາກບ້ານ, ຍ້ອນໂຄງການນີ້ຢູ່ສູງເຂດພູດອຍ.
“ບໍ່, ບໍ່ແມ່ນແນວນັ້ນດອກກ ເພິ່ນກໍເຮັດຢູ່ພູ ຢູ່ບ້ານ ບ້ານກໍຄືເກົ່າຫັ້ນແຫລະ ບໍ່ມີດອກ. ພວກເຮັດທັບການຜລິດຂອງປະຊາຊົນ. ອາມີ້ ເພິ່ນກໍບໍ່ໄດ້ເອົາຫລາຍບ້ານປານໃດ.”
ຊາວບ້ານຜູ້ນຶ່ງ ຢູ່ເມືອງເຊໂປນ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັຫນທີ 11 ກໍຣະກະດານີ້ວ່າ ບໍຣິເວນຈຸດສຸມລະໂກ ມີປະມານ 13 ບ້ານ, ຫ່າງຈາກຊາຍແດນວຽດນາມປະ ມານ 2-3 ຫລັກ ແລະປັດຈຸບັນ ເລີ່ມເຫັນຣົຖຂົນອຸປກອນ ຂຶ້ນໄປເທິງຈຸດທົດລອງແລ້ວ. ຊາວບ້ານຍັງບໍ່ກັງວົນ ໃນເຣື່ອງ ທີ່ຈະໄດ້ຮັບຜົລກະທົບ ນັ້ນປານໃດ.
“ດໍາເນີນແລ້ວໆ ສໍາຣວດດໍາເນີນ ມີທົດລອງ ຂົນອຸປກອນຂຶ້ນເດ້. ຖນົນຫົນທາງຫລຸດເຂົ້າໄປຫາຫລັກ. ຂຶ້ນພູຂຶ້ນຫຍັງ. ເຫັນເພິ່ນເອົາມາຫລາຍແລ້ວ ແບບວ່າເວົ້າເຣື່ອງພະລັງງານ ອັນນີ້ກໍບໍ່ເຫັນຊາວບ້ານ ວ່າແນວໃດ.”
ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງເຊໂປນ ກໍເວົ້າໃນມື້ດຽວກັນນັ້ນວ່າ ຖ້າເປັນໂຄງການຂອງນັກລົງທຶນລາວ ມາຕັ້ງຢູ່ນີ້ກໍຈະດີ, ສ່ວນຕົວແລ້ວຄິດວ່າ ໂຄງການຈາກຕ່າງປະ ເທດມາລົງທຶນຢູ່ລາວ ປະເທດລາວ ນ່າຈະບໍ່ໄດ້ຮັບຜົລປໂຍດຈາກໂຄງການນີ້ ພໍປານໃດ.
“ຖ້າເປັນຂອງຄົນລາວ ອາດດີໜ້ອຍນຶ່ງ ເພາະວ່າສ້າງລາຍໄດ້ໃຫ້ຄົນລາວ. ຟື້ນຟູເສຖກິຈ ຂອງຄົນລາວແດ່ ຫັ້ນນ່າເນາະ. ຖ້າເປັນຂອງຄົນວຽດ ກໍເຮົາບໍ່ມີປໂຍດ ຈາກກະແສໄຟຟ້າ. ສ່ວນຫລາຍຂະເຈົ້າ ເຂົາໄປໃຊ້ໃນປະເທດຂອງວຽດເນາະ. ມີແຕ່ໃຊ້ພື້ນທີ່ຂອງເຮົາ ເປັນສູນກາງຜລິດ ອາດບໍ່ຄ່ອຍດີສໍາລັບປະຊາຊົນ.”
ໜັງສືພິມປະຊາຊົນ ຂອງທາງການລາວ ຣາຍງານວ່າ ໂຄງການນີ້ ບໍຣິສັດອາມີ້ (AMI) ໄດ້ສເນີແຜນການເຊື່ອມເຄືອຂ່າຍ ແລະການຕິດຕັ້ງສາຍສົ່ງໄຟຟ້າແຮງສູງ 220 ກິໂລໂວນ ຊຶ່ງມີຄວາມຍາວປະມານ 40 ກິໂລແມັດ ຈາກສະຖານີ ໄຟຟ້າຂອງໂຄງການ ໄປຫາສະຖານີໄຟຟ້າ 550 ກິໂລໂວນ ລາວບາວ ທີ່ຂຶ້ນກັບເມືອງເຮືອງຮວາ ແຂວງກວາງຈິ ຂອງວຽດນາມນໍາດ້ວຍ ໂດຍລະບຸວ່າ ບໍຣິສັດຈະເປັນຜູ້ໃຫ້ການຊົດເຊີຍ ແລະບຸກເບີກພື້ນທີ່ເອງ. ໂຄງການກໍ່ສ້າງ ໂຮງໄຟຟ້າພະລັງງານລົມ ຂອງບໍຣິສັດ ອາມີ້ ໄລຍະທີ 1 ຈະມີກໍາລັງການຜລິດໄຟຟ້າ 252 ເມກາວັດ, ຈະເລີ່ມລົງມື ກໍ່ສ້າງໃນໄຕຣມາດທີ 2 ຂອງປີ 2024 ແລະ ຈະສາມາດຜລິດກະແສໄຟຟ້າໄດ້ ຢ່າງເປັນທາງການ ໃນໄຕຣມາດທີ 4 ຂອງປີ 2025.
ນອກຈາກ ບໍຣິສັດ ອາມີ້ ນີ້ແລ້ວກໍຍັງມີບໍຣິສັດຫຸ້ນສ່ວນ ພັທນາການຄ້າ ຊົງດາ ຈໍາກັດ ຊຶ່ງເປັນຂອງນັກລົງທຶນວຽດນາມ ຄືກັນນັ້ນ ໄດ້ຕັ້ງເສົາວັດແທກລົມ ເພື່ອສຶກສາຄວາມເປັນໄປໄດ້ ຂອງໂຄງການພະລັງງານລົມ ຢູ່ເຂດບ້ານ ລະງີ ຈຸດສຸມລະໂກ, ຈະສໍາຣວດເບື້ອງຕົ້ນ ໃນເນື້ອທີ່ 3,545.64 ເຮັກຕ້າຣ໌.