ຄງການກໍ່ສ້າງ ສະໜາມບິນທົ່ງໄຫຫິນ ແຂວງຊຽງຂວາງ ທີ່ບໍລິສັດຈີນ ເປັນຜູ້ຮັບເໝົາກໍ່ສ້າງ ຮັບຊ່ວງຕໍ່ ຈາກລັດເຊຍ ຈະເປີດບໍລິການ ໃນເດືອນມິຖຸນາ 2025 ນີ້. ສະໜາມບິນແຫ່ງນີ້ ກໍ່ໄດ້ຖືກມອບໃຫ້ ກະຊວງປ້ອງກັນປະເທດ ເປັນຜູ້ຮັບຜິດຊອບ. ຈາກນັ້ນ ຈຶ່ງໄດ້ມອບ ໃຫ້ບໍລິສັດ AVIC - INTL Project Engineering ຂອງຈີນ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ທໍາການ ປິດສ້ອມແປງສະໜາມບິນ ນັບແຕ່ວັນທີ 01 ຕຸລາ 2024 ເປັນຕົ້ນໄປ.
ມາຮອດປັດຈຸບັນ ການກໍ່ສ້າງ ຄືບໜ້າແລ້ວ 63%, ດັ່ງເຈົ້າໜ້າທີ່ ແຂວງຊຽງຂວາງ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະໜ່ວຍງານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ມີນາ ນີ້ວ່າ:
“ແຕ່ກີ້ ແມ່ນລັດເຊຍ ສໍາປະທານເນາະ ແຕ່ວ່າ ລັດເຊຍສ້າງບໍ່ໄດ້ ລະມອບໃຫ້ຈີນແລ້ວ ຫັ້ນນ່າ. ຈີນ ຈະເປັນຜູ້ຮັບເໝົາສ້າງ ແຕ່ວ່າ ຈະເປັນຂອງລັດຖະບານ ຕາມເພິ່ນວ່ານີ້, ຈະເປີດເປັນສະໜາມບິນສາກົນເລີຍ ເນາະ, ກຽມພ້ອມທ່ອງທ່ຽວ.”
ການກໍ່ສ້າງ ໄລຍະທີ່ 1
ຫຼ້າສຸດ ໃນວັນທີ 2 ເດືອນມີນາ ທີ່ຜ່ານມາ ນີ້ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຜູ້ບັນຊາການ ທະຫານອາກາດ ກໍໄດ້ລົງໄປກວດກາ ການກໍ່ສ້າງໂຄງການ ສະໜາມບິນທົ່ງໄຫຫີນ ໄລຍະທີ 1 ທີ່ໄດ້ເລີ່ມກໍ່ສ້າງ ມາແຕ່ ເດືອນມີນາ 2024 ເຊິ່ງມີ ບັນດາໜ້າວຽກ ຕົ້ນຕໍ ຄື:
1-/ ປັບປຸງເສັ້ນທາງແລ່ນ ຂຶ້ນ-ລົງ ຂອງເຮືອບິນ ຫຼື ລັນເວ (ລັນເວເກົ່າ), ຄາດຈະໃຫ້ສໍາເລັດ ເດືອນມິຖຸນາ ປີ 2025 ເຊິ່ງສາມາດ ອະນຸຍາດ ໃຫ້ເຮືອບິນ ຂຶ້ນ-ລົງ ໄດ້.
2-/ ຕໍ່ຕື່ມຄວາມຍາວຂອງລັນເວ ຂຶ້ນ-ລົງ ທີ່ມີຄວາມຍາວ 550 ແມັດ.
3-/ ກໍ່ສ້າງເດີ່ນເຂົ້າມາຈອດ ຂອງເຮືອບິນ ຫຼື (ແທັກຊີເວ) ໃໝ່, ຄາດວ່າ ໃຫ້ສໍາເລັດ ໂດຍພື້ນຖານ ໄລຍະທີ 1 ໃນທ້າຍ ປີ 2025.
ຂະນະທີ່ ເຈົ້າໜ້າທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ແຂວງຊຽງຂວາງ ທ່ານໜຶ່ງ ຄາດວ່າ ໃນໄລຍະຕົ້ນ ເດືອນມິຖຸນາ 2025 ນີ້ ສະໜາມບິນ ດັ່ງກ່າວ ຈະສາມາດເປີດ ໃຫ້ບໍລິການ ໄດ້ແລ້ວ ແຕ່ ຈະເປີດແຕ່ຖ້ຽວບິນ ພາຍໃນປະເທດ ກ່ອນ:
“ວັນທີ 1 ເດືອນ 6 ຈະໄດ້ໃຫ້ມີສາຍການບິນ ທໍາອິດອາດຈະແມ່ນພາຍໃນປະເທດກ່ອນ ໃກ້ແລ້ວ ປັບລັນເວ ໃຫ້ສາຍການບິນຂຶ້ນ-ລົງ ຮັບປະກັນ ຕໍ່ລັນເວໃຫ້ມັນຍາວຂຶ້ນ.”
ການມີສະໜາມບິນ ຈະອຳນວຍຄວາມສະດວກ
ກ່ຽວກັບເລື່ອງນີ້ ຊາວລາວ ຢູ່ແຂວງຊຽງຂວາງ ທ່ານໜຶ່ງ ກໍກ່າວວ່າ ແຕ່ ໄລຍະທີ່ ປິດປັບປຸງ ຢູ່ນີ້ ກໍເຫັນເຮືອບິນກອງທັບ ເທົ່ານັ້ນ ທີ່ຍັງແລ່ນ ຂຶ້ນ-ລົງ ຢູ່ສະໜາມບິນແຫ່ງນີ້ ຢູ່ ເວລາທີ່ມີວຽກ ຂອງກອງທັບ, ແຕ່ການແລ່ນ ຂຶ້ນ-ລົງ ອາດບໍ່ມີຄວາມສະດວກ ຈຶ່ງມີການປັບປຸງ ໃຫ້ ເປັນສະໜາມບິນສາກົນ. ຖ້າສ້າງສໍາເລັດແລ້ວ ຄິດວ່າ ກໍເປັນເລື່ອງທີ່ດີ ເພາະການທ່ອງທ່ຽວ ການເດີນທາງ ຂອງປະຊາຊົນ ກໍສະດວກ-ສະບາຍ ຂຶ້ນ ເພາະສ່ວນໃຫຍ່ ການເດີນທາງ ມາຮອດຊຽງຂວາງ ຍັງຕ້ອງໃຊ້ທາງລົດ ເຊິ່ງກໍມີຄວາມຫຍຸ້ງຍາກ ຢູ່:
“ຜ່ານມານີ້ ມີແຕ່ກອງທັບ ເພິ່ນທຽວເນາະ, ເພິ່ນບິນໄດ້ ແຕ່ກະ, ມັນບໍ່ສະດວກຕິເບາະ ແລ້ວເພິ່ນ ມາປັບປຸງ ໃໝ່ ເປັນລະດັບສາກົນ ເພາະການເດີນລົດທ່ອງທ່ຽວ ຂອງປະຊາຊົນ ກໍເສັ້ນທາງ ກະບໍ່ສະດວກປານໃດ. ກໍນັ້ນແຫຼະ ມີແຕ່ເພິ່ນ ກະປັບສະດວກ ສາຍການບິນ ເພິ່ນປັບປຸງແລ້ວ ກໍຈະເປີດ ສາຍການບິນລາວ ນີ້ ບໍ.”
ຂ່າວ ກ່ຽວກັນ
[ ໃຜໄດ້ປໂຍດ ຈາກສນາມບິນສາກົລ ບໍ່ແກ້ວ ແຫ່ງໃໝ່Opens in new window ]
[ ໂຄງການສນາມບິນສາກົນ ມ.ຕົ້ນເຜິ້ງ ຍົກເລີກOpens in new window ]
[ ສາຍການບິນລາວ ໂຈະບໍຣິການ ທີ່ສນາມບິນສາກົລ ບໍ່ແກ້ວOpens in new window ]
ພ້ອມດຽວກັນນີ້ ຊາວລາວ ຢູ່ແຂວງຊຽງຂວາງ ອີກທ່ານໜຶ່ງ ກໍກ່າວວ່າ ຊາວບ້ານ ກໍຮັບຮູ້ພຽງແຕ່ວ່າ ກໍາລັງມີການປັບປຸງ ກໍ່ສ້າງສະໜາມບິນ ທົ່ງໄຫຫີນ ຢູ່ ແຕ່ຍັງບໍ່ທັນສໍາເລັດ. ປັດຈຸບັນ ກໍເຫັນແຕ່ຍົນ ຂອງກອງທັບ ມາຈອດ ແຕ່ເຂົາເຈົ້າ ກໍໄດ້ຍິນວ່າ ທາງການປັບປຸງ ຈະເຮັດເປັນສະໜາມບິນສາກົນ:
“ໃກ້ແລ້ວ ແຕ່ວ່າຍັງຫຼາຍແນວ ເພິ່ນຍັງບໍ່ໄດ້ເອົາຍົນລົງ ທາງກອງທັບ ເພິ່ນມີວຽກຈໍາເປັນ ເພິ່ນກໍຍັງມາໄດ້ ຢູ່, ເພິ່ນເຮັດໃໝ່ ຊິໃຫ້ຄືກັບສະໜາມບິນ ແບບສາກົນ ໄດ້ຍິນວ່າຊັ້ນ.”
ກ່ອນໜ້ານີ້ ເມື່ອ ປີ 2019 ທາງການລາວ ໄດ້ມອບໃຫ້ ບໍລິສັດໄຊທານີ ກໍ່ສ້າງຂົວທາງ ຈໍາກັດ, ບໍລິສັດ ທີເຄ (TK) ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈໍາກັດ ແລະ ຄະນະຊ່ຽວຊານ-ວິຊາການ ຈາກປະເທດລັດເຊຍ ຮ່ວມກັນ ຈັດຕັ້ງປະຕິບັດ ກ່ຽວກັບ ແຜນການປັບປຸງ ໂຄງການ ພັດທະນາ ສະໜາມບິນທົ່ງໄຫຫີນ.
ສະໜາມບິນທົ່ງໄຫຫີນ ຫຼື ສະໜາມບິນຊຽງຂວາງ ໃນປັດຈຸບັນ ເປັນພຽງ ສະໜາມບິນຂະໜາດນ້ອຍ ທີ່ຮອງຮັບໄດ້ແຕ່ ເຮືອບິນຂະໜາດນ້ອຍ ແລະ ອາຄານຜູ້ໂດຍສານ ກໍເປັນອາຄານນ້ອຍຊື່ໆ ຈຶ່ງຕ້ອງມີການກໍ່ສ້າງໃໝ່ ໃຫ້ຂະຫຍາຍເພີ່ມຕື່ມ.