ເຮືອນຖາວອນ ຜູ້ປະສົບພັຍເຂື່ອນແຕກ ເກືອບສຳເຣັດ 100%

0:00 / 0:00

ການສ້າງເຮືອນຖາວອນ ໃຫ້ແກ່ຜູ້ປະສົບພັຍເຂື່ອນແຕກ ທີ່ເມືອງສນາມໄຊ ແຂວງອັດຕະປື ໃກ້ຈະສຳເຣັດ ໝົດແລ້ວ. ອີງຕາມຣາຍງານ ຂອງວິທະຍຸ ກະຈາຍສຽງ ແຫ່ງຊາຕລາວ ເມື່ອວັນທີ່ 7 ພຶສຈິກາ 2022 ນີ້, ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ແຂວງອັດຕະປື ພ້ອມທັງ ເປັນປະທານຄະນະກັມມະການ ຄຸ້ມຄອງ ພັຍພິບັດ ແຂວງອັດຕະປື ໄດ້ຣາຍຕໍ່ກອງປະຊຸມການປົກຄອງແຂວງອັດຕະປືເມື່ອຕົ້ນເດືອນພຶສຈິການີ້ວ່າ ໂຄງການສ້າງເຮືອນຖາວອນ 700 ຫຼັງໃຫ້ແກ່ຜູ້ປະສົບພັຍ ເຂືອນເຊປຽນ-ເຊນ້ຳນ້ອຍແຕກນັ້ນ ໃກ້ຈະສຳເຣັດຮ້ອຍສ່ວນຮ້ອຍແລ້ວ; ປັດຈຸບັນ ຍັງເຫຼືອພຽງແຕ່ 12 ຫຼັງ ຍັງບໍ່ສຳເຣັດ ໃນນັ້ນ 10 ຫຼັງຢູ່ບ້ານຫິນລາດ ແລະອີກ 2 ຫຼັງຢູ່ບ້ານດົງບາກໃໝ່ຫິນຄຳ; ແລະທາງການ ໄດ້ມອບເຮືອນທີ່ສ້າງສຳເຣັດ 688 ຫຼັງໃຫ້ແກ່ຜູ້ປະສົບພັຍ ເຂື່ອນແຕກຮຽບຮ້ອຍແລ້ວ.

ແຕ່ອີງຕາມຄຳເວົ້າ ຜູ້ປະສົບພັຍເຂື່ອນແຕກ ຫຼາຍຄົນ, ວິທະຍຸ ເອເຊັຽເສຣີ ຣາຍງານເມື່ອວັນທີ່ 3 ເດືອນພຶສຈິກາ 2022 ນີ້ວ່າ ການກໍ່ສ້າງເຮືອນ ຖາວອນປະມານ 100 ຫຼັງ ຍັງບໍ່ທັນສໍາເຣັດເທື່ອ ໂດຍສະເພາະ ຜູ້ປະສົບພັຍ ຢູ່ບ້ານຕາມະຢອດ ແລະກຸ່ມບ້ານສມອງເໜືອ-ສມອງໃຕ້ ຍັງບໍ່ມີຄອບຄົວໃດ ໄດ້ຮັບເຮືອນຖາວອນເທື່ອ ແລະການສ້າງລ້າຊ້ານັ້ນ ໄດ້ເຮັດໃຫ້ການມອບ ເຮືອນຖາວອນ ໃຫ້ກັບຜູ້ປະສົບພັຍ ເຂື່ອນແຕກຈໍານວນນຶ່ງ ຖືກເລື່ອນອອກໄປ ຈາກເດືອນຕຸລາ ເປັນເດືອນທັນວາທ້າຍປີ 2022 ຕື່ມອີກ.

ດັ່ງຜູ້ປະສົບພັຍຄົນນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອມື້ວັນທີ 3 ພຶສຈິກາ 2022 ນີ້ວ່າ:

“ເຮືອນໃໝ່ ກະຍັງບໍ່ແລ້ວ. ຍັງບໍ່ທັນແລ້ວເທື່ອ, ຍັງບໍ່ທັນໄດ້ຢູ່ ແລ້ວບາງຄົນ ກະຍັງບໍ່ໄດ້ຂຶ້ນໄປ ກະມີ. ຂຶ້ນໄປຢູ່ກະຍັງຊິເຮັດຫຼາຍຢ່າງ ໄດ້ເຮັດຮົ້ວເຮັດຮາວ ຍັງບໍ່ທັນເຮັດໄປ ບາດນີ້ເຄື່ອງປູກຂອງຝັງ ກະຍັງຢູ່ເຮືອນເກົ່າ ມັນກະເຂົ້າເດືອນພຶສຈິກາແລ້ວ. ຄວາມຈິງເຮົາກະບໍ່ຮູ້ ຈັກຊິເຮັດແນວໃດ ເຮົາກະລໍຖ້າແຕ່ທາງຂັ້ນເທິງເພິ່ນ.”

ຜູ້ປະສົບພັຍຄົນນີ້ ກ່າວອີກວ່າ ເຮືອນຖາວອນບາງຫຼັງ ທີ່ແລ້ວນັ້ນ ຍັງກໍ່ສ້າງບໍ່ໄດ້ມາຕຖານ; ຜູ້ຍ້າຍເຂົ້າຢູ່ຫຼາຍຄົນ ກໍຕ້ອງໄດ້ສ້ອມແປງ ແລະຕໍ່ເຕີມຫຼາຍໆຢ່າງ.

ສຳຣັບເຮືອນ 12 ຫຼັງທີ່ຍັງບໍ່ແລ້ວນັ້ນ ເຈົ້າໜ້າທີ່ເມືອງສນາມໄຊ ທ່ານນຶ່ງ ທີ່ບໍ່ປະສົບບອກຊື່ ແລະອອກສຽງ ກ່າວວ່າ ສຳຣັບເຮືອນຖາວອນ ທີ່ຍັງບໍ່ສຳເຣັດ 12 ຫຼັງນັ້ນ, ທ່ານເອງ ກໍຍັງບໍ່ຮູ້ວ່າ ຈະສຳເຣັດເດືອນໃດ ແລະມອບໃຫ້ຜູ້ປະສົບພັຍມື້ໃດ.

ສ່ວນຄົນງານ ຮັບເໝົາກໍ່ສ້າງ ເຮື່ອນຖາວອນ ຄົນນຶ່ງ ກ່າວກັບວິທະຍຸ ເອເຊັຽເສຣີ ເມື່ອວັນທີ່ 8 ພຶສຈິກາ 2022 ນີ້ວ່າ:

“ກະເປັນຊ່າງຢູ່ຫັ້ນແຫຼະ ເຮັດຢູ່ຫັ້ນແຫຼະ. ເອີ ແລ້ວຫຼາຍເຕີບແລ້ວເດ່ ແລ້ວຫຼາຍຫຼັງແລ້ວ ມັນກໍມີຢູ່ຜູ້ເຂົາບໍ່ໄດ້ ຜູ້ອັນນີ້ກະມີຄືກັນ ພວກເຂື່ອນແຕກຫັ້ນນ່າ ເຂົາຊົດໃຂ້ແຕ່ພວກມີ ສັມມະໂນຄົວວ່າຊັ່ນສາ.”

ອີກບັນຫານຶ່ງ ຜູ້ປະສົບພັຍເຂື່ອນແຕກ ທີ່ຍ້າຍເຂົ້າຢູ່ເຮືອນຖາວອນແລ້ວນັ້ນ ກໍຍັງຕ້ອງການການຊ່ວຍເຫຼືອ ຢູ່ໃນຫຼາຍໆດ້ານ ເປັນຕົ້ນ ຢາກໃຫ້ໂຄງການ ຊ່ວຍປູກຝັງ ແລະລ້ຽງສັດ.

“ຊ່ວຍເຫຼືອນີ້ ກໍແບບຊ່ວຍເຫຼືອດ້ານປູກຝັງ-ລ້ຽງສັດນີ້ແຫຼະ ແລ້ວກະທາງດ້ານໄຟຟ້າໃຊ້ ບໍ່ທັນເຕັມເປີເຊັນປະມານ 20 ປາຍຄອບຄົວ ບໍ່ທັນໄດ້ໃຊ້ ໂຄງການກະໂອດົນໆມາເທື່ອນຶ່ງຫັ້ນແລ້ວ ປີນຶ່ງມາເທື່ອນຶ່ງ.”

ນອກຈາກນັ້ນ ຜູ້ປະສົບພັຍ ເຂື່ອນແຕກ ອີກຈຳນວນນຶ່ງ ກໍຕ້ອງການຊ່ວຍເຫຼືອ ເຄື່ອງນຸ່ງຫົ່ມ.

ດັ່ງຜູ້ປະສົບພັຍຄົນນຶ່ງ ໄດ້ກ່າວວ່າ:

“ກະເປັນເຄື່ອງນຸ່ງ ເປັນເຄື່ອງບໍຣິໂພກ ອິຫຍັງນີ້ແຫຼະ ຂາດເຂີນຫຼາຍຢ່າງຢູ່ ເສື້ອຜ້າເຄື່ອງນຸ່ງຫົ່ມກະຂາດເຂີນຫຼາຍຢູ່ ເພາະວ່າປະຊາຊົນສວ່ນຫຼາຍ ເຮັດນາເຮັດສວນຈັ່ງຊີ້ ບໍ່ມີອາຊີພວ່າຊີ້ສາ.”

ສ່ວນຜູ້ປະສົບພັຍ ອີກຄົນນຶ່ງ ກ່າວວ່າ ຜູ້ຮັບເໝົາ ກໍຊ່ວຍສ້ອມແປງເຮືອນໃຫ້ຢູ່.

"ຄືຢູ່ໝູ່ບ້ານນີ້ ໂອດຽວນີ້ກະຖືວ່າ ເຮົາເຂົ້າມາຢູ່ໄດ້ປີນຶ່ງ ຈັ່ງຊີ້ແຫຼະ ທາງບໍຣິສັດ ເພິ່ນກະເຂົ້າມາສ້ອມແປງໃຫ້ຄືນ ຜູ້ເພິ່ນຮັບເໝົາ ເຮັດຫັ້ນແຫຼະ ເພິ່ນກະເຂົ້າມາແປງໃຫ້ ກະພໍຢູ່ໆ. "

ນອກຈາກ ເຮືອນຖາວອນແລ້ວ ທາງການ ກໍໄດ້ສ້າງທາງເລກທີ 18A ສຳເຣັດແລ້ວ 67 ສ່ວນຮ້ອຍ. ສ່ວນການສ້າງວັດ 2 ແຫ່ງ, ຫ້ອງການບ້ານ, ຕລາດ ແລະລະບົບນ້ຳປະປາ ສຳເຣັດແລ້ວ 100%, ອີງຕາມບົດຣາຍງານ ໃໝ່ລ້າສຸດ ຂອງຮອງເຈົ້າແຂວງ ແຂວງອັດຕະປື.