ຟາມໝູຈີນ ຫາວເຫວີນ ຢູ່ຊຽງຂວາງ ກະທົບ ສິ່ງແວດລ້ອມ

0:00 / 0:00

ຟາມ​ໝູ ​ຂອງ​ບໍ​ຣິ​ສັດ ຫາວ​ເຫວີນ ຂອງ​ຈີນ ຢູ່​ບ້ານ​ດູ່​ຊາງ, ເມືອງ​ແປກ ແຂວງ​ຊຽງ​ຂວາງ ສົ່ງ​ກິ່ນ​ເໝັນ ​ລົບ​ກວນ​ປະ​ຊາ​ຊົນ ແລະ ຍັງ​ມີ​ການ ​ປ່ອຍ​ນ້ຳ​ຂີ້​ໝູ ​ລົງ​ສູ່​ຫ້ວຍ​ນ້ຳ ​ອີກ. ປະ​ຊາ​ຊົນ ຜູ້​ທີ່​ໄດ້​ຮັບ ​ຜົລ​ກະ​ທົບ ຮຽກ​ຮ້ອງ​ໃຫ້ ເຈົ້າ​ໜ້າ​ທີ່ ​ທາງ​ການ​ ລົງ​ມາ​ແກ້​ໄຂ, ດັ່ງ​ປະ​ຊາ​ຊົນ ໄດ້​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີ ວ່າ:

"ຢ ໃຫ້ ທາງ ຂແ ນງ ການ ທີ່ ວ່າ ກ່ຽວ ຂ້ອງ ລົງ ມາ ເກັບ ກັມ ຂໍ້ ມູນ ແລ້ວ ໄປ ເບິ່ງ . ຄັນ ມື້ ໃດ ແດດ ອອກ ເຕັມ ຟ້າ ມື້ ໃດ ແຮງໆ ນະ ຄ່ຳ ແລ້ວ ຝົນ ຕົກ ກິ່ນ ເໝັນ ຈະ ພຸ້ງ ກະຈ າຍ ໄປ ທົ່ວ ບ້ານ ເລີຍ . ເຮັດ ແບບ ປົກ ກະ ຕິ ຢູ່ ໃກ້ ບ້ານ ພໍ່ ແມ່ ປະ ຊາ ຊົນ ເຮົາ ນີ້ ນະ ."

ທ່ານກ່າວ​ຕື່ມ​ວ່າ ນັບ​ແຕ່ ບໍ​ຣິ​ສັດ ​ຫາວ​ເຫວີນ ຂອງ​ຈີນ ເຂົ້າ​ມາ ສັມ​ປະ​ທານ ​ທີ່​ດິນ​ເຂດ​ບ້ານ ດູ່ຊາງ ເພື່ອ​ເຮັດ​ຟາມ​ໝູ ໃນ​ປີ 2014 ເປັນ​ຕົ້ນ​ມາ, ກໍ​ສົ່ງ​ກິ່ນ​ເໝັນ ຈາກ​ຂີ້​ໝູ ແລະ ສົ່ງ​ສຽງ​ດັງ​ ​ລົບ​ກວນ​ ຊາວ​ບ້ານ. ໃນ​ເວ​ລາ ​ທີ່​ຝົນ​ຕົກ ຟາມ​ແຫ່ງນີ້​ ຍິ່ງ​ຈະ​ສົ່ງ​ ກິ່ນ​ເໝັນ​ ແຮງ​ກ່​ວາ​ເກົ່າ ຍ້ອນ​ວ່າ ເຈົ້າ​ຂອງ​ຟາມ ​ປ່ອຍ​ນ້ຳ​ຂີ້​ໝູ ​ລົງ​ໃສ່​ຫ້ວຍ​ນ້ຳ.

ທີ່​ຜ່າ​ນ​ມາ, ອຳ​ນາດ​ ການ​ປົກ​ຄອງບ້ານ ​ກໍ​ເຄີຍໄປ​ລົມ ​ກັບ​ບໍ​ຣິ​ສັດ​ແລ້ວ ເພື່ອ​ໃຫ້​ແກ້​ໄຂ ​ບັນ​ຫາ​ກິ່ນ​ເໝັນ, ແຕ່​ບໍ​ຣິ​ສັດ ​ບໍ່​ເຮັດ​ຫ​ຍັງ.

ແຕ່​ວ່າ ເຈົ້າ​ໜ້າ​ທີ່ ​ກະ​ສິ​ກັມ ແລະ ປ່າ​ໄມ້ ​ເມືອງ​ແປກ ໄດ້​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີ​ວ່າ:

"ຕາມ ການກວດ ກາ ນງ ການ ກ່ຽວ ຂ້ອງ ກໍ ມີ ວິ ທີ ແກ້ ໄຂ . ມີ ການກວດ ກາ ມີ ການ ສ້າງ ບົດ ບັນ ທຶກ ກັນ ແກ້ ໄຂ ກັນ ແລ້ວ . ຂ້ອຍ ກໍ ໄດ້ ພະ ຍາ ຍາມ ລົງ ແກ້ກັນ , ໃຫ້ ເປັນ ປົກ ກະ ຕິ ຕໍ່ ເນື່ອງ ມາ ."

ເຈົ້າ​ໜ້າ​ທີ່​ ກ່າວ​ຕື່ມ​ວ່າ ຕາມ​ບົດ​ບັນ​ທຶກ​ກັນ ​ໃນ​ປີ 2018 ກ່ຽວ​ກັບ ເຣື້ອງ​ຟາມ​ໝູ ທີ່​ສົ່ງ​ກິ່ນ​ເໝັນ ​ຕໍ່​ປະ​ຊາ​ຊົນ, ບໍ​ຣິ​ສັດ ​ຈະ​ມີ​ເວ​ລາ ​ແກ້​ໄຂ 2 ປີ ຄື ໃນ​ປີ 2021 ຖ້າ​ ບໍ​ຣິ​ສັດ ຍັງ​ແກ້​ໄຂ​ ບັນ​ຫາ ບໍ່​ໄດ້ ທາງ​ການ ​ກໍ​ຈະ​ ພິ​ຈາ​ຣະ​ນາ ​ເຣື້ອງ​ການ​ໃຫ້​ ສັມປະ​ທານ ​ເຮັດ​ຟາມ​ໝູ ໃນ​ເວ​ລາ ​ທີ່​ບໍ​ຣິ​ສັດ ​ໝົດ​ອາ​ຍຸ ​ສັມປະ​ທານ ​ໃນ​ປີ 2025.