ເຈົ້າໜ້າທີ່ພົບ ມີການບຸກລຸກປ່າໄມ້ 5,800 ເຮັກຕ້າຣ໌ ຢູ່ເມືອງສະໜາມໄຊ

0:00 / 0:00

ທາງການ ແຂວງອັດຕະປື ກວດພົບເຫັນບໍລິສັດເອກະຊົນ 8 ບໍລິສັດ ແລະ ສ່ວນບຸກຄົນ 2 ຄົນ ເຂົ້າໄປບຸກລຸກເນື້ອທີ່ປ່າໄມ້ ຢູ່ເມືອງສະໜາມໄຊ ເສັຍຫາຍຫຼາຍກວ່າ 5,800​ ເຮັກຕ້າຣ໌. ມີການບຸກລຸກເນື້ອທີ່ປ່າສະຫງວນ, ປ່າຜະລິດ ແລະ ປ່າປ້ອງກັນ ຢູ່ເຂດເມືອງສະໜາມໄຊ.

ເຈົ້າໜ້າທີ່ຫ້ອງການປົກຄອງ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 5 ສິງຫາ ວ່າ:

" ເຮົາທາງແຂວງອັດຕະປື ກະຄື ພາກສ່ວນກ່ຽວຂ້ອງໄດ້ສົມທົບກັນລົງໄປກວດກາເບິ່ງຕົວຈິງ ຂອງ ບໍລິສັດເນາະ ສ່ວນຊິຜິດ ຫຼື ຖືກ ພວກເຮົາກະບໍ່ທັນຢືນຢັນໄດ້. "

ທ່ານ ກ່າວວ່າ ສໍາລັບ ບໍລິສັດ ເອກະຊົນ ຈໍານວນ 8 ບໍລິສັດ ແລະ ກຸ່ມບຸກຄົນ ອີກຈໍານວນ 2 ຄົນ ທີ່ເຂົ້າໄປບຸກລຸກເນື້ອທີ່ປ່າໄມ້ ຢູ່ເມືອງສະໜາມໄຊ ນັ້ນ ຍັງບໍ່ທັນມີຫຼາຍລະອຽດທີ່ຈະແຈ້ງ ວ່າເປັນຂອງກຸ່ມບຸກຄົນໃດ ແລະ ບໍລິສັດໃດແທ້ ເພາະໃນໄລຍະຜ່ານມາ ໄດ້ອະນຸຍາດໃຫ້ຫຼາຍບໍລິສັດ ເຂົ້າໄປລົງທຶນໃນເຂດດັ່ງກ່າວ ເປັນຈໍານວນຫຼາຍ ແລະ ຈະຕ້ອງໄດ້ສືບສວນ ສອບສວນ ເພີ່ມເຕີມອີກ.

ປັດຈຸບັນ ທາງການແຂວງອັດຕະປື ໄດ້ມີການແຕ່ງຕັ້ງ ຄະນະສະເພາະກິດລົງກວດກາ ເຊັ່ນ ໄດ້ໃຫ້ປະຊາຊົນອອກຈາກພື້ນທີ່, ລົງກວດກາ ແລະ ປັກຫຼັກໝາຍເຂດພື້ນທີ່, ຄຸ້ມຄອງພື້ນທີ່ ທີ່ຖືກບຸກລຸກ.

ທີ່ຜ່ານມາ, ພາກສ່ວນກ່ຽວຂ້ອງຂອງແຂວງ ບໍ່ໄດ້ມີການລົງຕິດຕາມໂຄງການພັດທະນາ ທີ່ໄປບຸກລຸກທີ່ດິນເຂດດັ່ງກ່າວ.

ເຈົ້າໜ້າທີ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ຂັ້ນມັນທຶນຂອງສູນກາງ ສູນກາງໄດ໋ ລົງກວດກາເນາະ ເພາະເປັນທຶນລັດ, ຂໍ້ຕົກລົງເປັນການລົງທຶນແຂວງ ຄຸ້ມຄອງອີ່ຫຍັງນີ້ ກະແມ່ນແຂວງ ເຮົານີ້ແລ້ວສ່ວນຫຼາຍ ກະແຂວງເຮົານີ້ແລ້ວ ກະສົມທົບກັບສູນກາງໄດ໋.”

ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ເມືອງສະໜາມໄຊ, ທາງການລາວ ໄດ້ອະນຸຍາດໃຫ້ບໍລິສັດ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ບໍລິສັດຈີນ ແລະ ຫວຽດນາມ ເຂົ້າມາປູກກ້ວຍ, ປູກມັນຕົ້ນ ແລະ ພຶດເສດຖະກິດອື່ນໆ ເປັນຈໍານວນຫຼາຍພັນເຮັກຕ້າ ໃນເຂດດັ່ງກ່າວ.

ຫຼັງຈາກ ບໍລິສັດເຫຼົ່ານັ້ນ ໄດ້ເຂົ້າມາລົງທຶນ ກໍໄດ້ມີການບຸກເບີກເນື້ອທີ່ດິນ ເປັນຈໍານວນຫຼາຍ ເຮັດໃຫ້ເນື້ອທີ່ປ່າໄມ້ເຂດດັ່ງກ່າວ ຖືກທໍາລາຍ ສ່ວນວ່າ ທາງການແຂວງ ແລະ ສູນກາງ ເປັນຜູ້ຄຸ້ມຄອງ, ແຕ່ເຈົ້າໜ້າທີ່ເມືອງ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ບໍ່ມີສ່ວນຮັບຜິດຊອບໃນການຄຸ້ມຄອງ.

ເຈົ້າໜ້າທີ່ເມືອງສະໜາມໄຊ ທ່ານນຶ່ງ ໄດ້ກ່າວວ່າ:

“ຢູ່ເຂດປ່າສະຫງວນ ຢູ່ເຂດປ່າຜະລິດ ມັນຈະຕໍ່ຊາຍແດນ ເມືອງປະທຸມພອນ ແລ້ວ ກະຊາຍແດນເມືອງປາກຊ່ອງ ແລ້ວບາດນີ້ໄມ້ ແປນໝົດທີບ ພໍ້ວໍ້ ຫັ້ນແຫຼະ ກ້ຽງຫັ້ນແຫຼະ ເພາະວ່າ ບໍລິສັດ ເຂົາເຈົ້າຮຸບໄປໝົພແລ້ວເດ້.”

ຊາວເມືອງສະໜາມໄຊ ກໍພາກັນຕົກໃຈ ເມື່ອຮູ້ວ່າ ປ່າໄມ້ຈໍານວນຫຼາຍພັນເຮັກຕ້າຣ໌ ຖືກບຸກລຸກ.

ຊາວເມືອງສະໜາມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

" ແຕ່ນີ້ຫາເມືອງປະທຸມພອນ ຫາ ປາກຊ່ອງ ກະໝົດເລ່ຍ ແຫຼະ ດິນດອນຕ່ອນຫຍ້າຢູ່ຫັ້ນ ປະຊາຊົນກັງວົນໂລດແຫຼະ ມັນຊິມີບ່ອນອາໃສຢູ່ໃສ ໄມ້ຕອກຄອກຕາກະບໍ່ມີ ພາກລັດຂັ້ນເທິງຫັ້ນແຫຼະ ເພິ່ນຊິຮັບປະກັນແນວໃດ ຕໍ່ຊີວິດຂອງປະຊາຊົນຕໍ່ໄປນ່າ ສໍາປະທານໝົດຊິເຮັດແນວໃດ. "

ໄລຍະທີ່ຜ່ານມາ ລັດຖະບານລາວ ແລະ ທາງການແຂວງອັດຕະປື ໄດ້ມີການເຊັນສັນຍາ ກັບບໍລິສັດ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ມາລົງທຶນໃນໂຄງການປູກພືດ ແລະ ຕົ້ນໄມ້ກິນໝາກຫຼາຍຢ່າງ ຢູ່ເມືອງສະໜາມໄຊ.

ໃນປີ 2021 ທີ່ຜ່ານມາ ທາງການແຂວງອັດຕະປື ອະນຸຍາດ ບໍລິສັດ ຄູນທະວີຊັບ ຮ່ວມມືພັດທະນາຄົບວົງຈອນ ຈໍາກັດ ຂອງນັກລົງທຶນຈີນ ເຂົ້າມາລົງທຶນໃນໂຄງການປູກກ້ວຍ, ຖົ່ວລຽນ ແລະ ມັນຕົ້ນ ໃນເນື້ອທີ່ 300 ເຮັກຕ້າ ຢູ່ເຂດບ້ານຕະມໍຢອດ ເມືອງສະໜາມໄຊ.​

ໃນວັນທີ 7 ເມສາ 2021, ລັດຖບານ ໄດ້ອະນຸມັດ ໃຫ້ບໍລິສັດ ເຈ່ຍລັນ ພັດທະນາກະສິກໍາ ຈໍາກັດ ປະເທດຈີນ ສຶກສາຄວາມເປັນໄປໄດ້ ໂຄງການຟື້ນຟູປ່າໄມ້ ແລະ ພັດທະນາລະບົບນິເວດກະສິກໍາ ຄົບວົງຈອນ ເນື້ອທີ່ 5,000 ເຮັກຕ້າຣ໌ ຢູ່ເມືອງສະໜາມໄຊ ແລະ ປັດຈຸບັດ ລັດຖະບານ ໄດ້ອະນຸມັດເນື້ອທີ່ດິນໄປແລ້ວປະມານ 160 ເຮັກຕ້າຣ໌.

ວັນທີ 27 ກໍລະກົດ 2022, ລັດຖະບານ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ອະນຸຍາດໃຫ້ກຸ່ມບໍລິສັດ Hong Kong Tianchi ຈາກປະເທດຈີນ ສຶກສາຄວາມເປັນໄປໄດ້ ໃນໂຄງການປູກໄມ້ອຸດສາຫະກໍາ ແລະ ໂຄງການຜະລິດກະສິກໍາ ຕິດພັນກັບການທ່ອງທ່ຽວ ເນື້ອທີ່ 5,100 ເຮັກຕ້າຣ໌ ຢູ່ເມືອງສະໜາມໄຊ ແລະ ປັດຈຸບັນ ອະນຸມັດໂຄງການໄປແລ້ວ.

ນອກຈາກນີ້ ຍັງມີບໍລິສັດ ເອກະຊົນ ຈາກປະເທດຫວຽດນາມ ໄດ້ເຂົ້າໄປລົງທຶນໃນໂຄງການປູກກ້ວຍ ແລະ ມັນຕົ້ນອີກຈໍານວນນຶ່ງ ຢູ່ເມືອງສະໜາມໄຊ.