ຊາວບ້ານຜູ້ປະສົບພັຍ ເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ຫຼາຍຄົນ ເວົ້າວ່າ ທຸກມື້ນີ້ ຊີວິຕການເປັນຢູ່ ຫຍຸ້ງຍາກລໍາບາກຫຼາຍ ເງິນໃຊ້ຈ່າຍກໍບໍ່ມີ ເວລາເຈັບປ່ວຍ ຈະໄປໂຮງໝໍ ກໍຕ້ອງໄດ້ຢືມເງິນຈາກຜູ້ອື່ນໄປ ແລະບາງຄອບຄົວ ລູກເຕົ້າບໍ່ໄດ້ຮຽນຕໍ່ກໍມີ ຍ້ອນພໍ່ແມ່ບໍ່ມີິເງິນສົ່ງເສີມ ຄອງຖ້າເງິນຊົດເຊີຽຣາຍການທີ່ 6 ເຊິ່ງແມ່ນຄ່າຊົດເຊີຽ ໂຕສຸດທ້າຍ ເປັນຄ່າເຄື່ອງຕົກຫຼົ່ນ ແລະສເນີໃໝ່ ເປັນຕົ້ນ ຜົລປູກໃນດິນ, ຕົ້ນໄມ້ອຸດສາຫະກັມ, ໜອງປາ, ຖຽງໄຮ່-ຖຽງນາ ແລະ ໄມ້ເຄື່ອງເຮືອນຕ່າງໆ ທີ່ກໍາລັງກະກຽມປຸກເຮືອນໃໝ່ ທີ່ຖືກນໍ້າ ຈາກເຂື່ອນແຕກພັດໄປ ເຊິ່ງມາຮອດປັດຈຸບັນ ກໍຍັງບໍ່ຮູ້ວ່າ ຄ່າຊົດເຊີຽດັ່ງກ່າວນີ້ ຈະໄດ້ຮັບຈໍານວນເທົ່າໃດ ແລະຈະໄດ້ຮັບໃນມື້ໃດແທ້.
ກ່ຽວກັບກໍຣະນີ ຄ່າຊົດເຊີຽ 5 ຣາຍການ ທີ່ຜູ້ປະສົບພັຍເຂື່ອນແຕກ ທັງ 19 ບ້ານໃນເມືອງສນາມໄຊ ແຂວງອັດຕະປື ໄດ້ຮັບໄປແລ້ວນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນເມືອງສນາມໄຊ ທ່ານນຶ່ງ ກໍໄດ້ອະທິບາຍ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 13 ກັນຍາ 2022 ນີ້ວ່າ:
“ຖືວ່າ ຢາກແຈ້ງຈັ່ງຊີ້ 5 ຣາຍການຜ່ານມາຫັ້ນ ຖືວ່າບໍ່ຫຼາຍປານໃດ ເພາະວ່າ 5 ຣາຍການຫັ້ນ ອັນທີ່ນຶ່ງມາ ລະກະເຄື່ອງຄົວເຮືອນ ນັບແຕ່ໝໍ້ແຫກແຕກກະໂປ໊ະ ເຄື່ອງຄົວເຮືອນວ່າຊັ້ນສ່າໃນນັ້ນ ລະກະເຄື່ອງນຸ່ງຫົ່ມ, ເຄື່ອງໃນຮ້ານຕ່າງໆ ເນາະ ແລະນອກຈາກບັນຫາ ອັນທີ່ສອງແລ້ວ ອັນທີ່ສາມາ ນີ້ກ່າ ຄືວ່າພາຫະນະ ພາຫະນະນີ້ ໂດຍສະເພາະຣົຖ ຣົຖຈັກຣົຖໃຫຍ່ ຣົຖຖີບອື່ນໆຫັ້ນແຫຼະ ປະເພດພາຫະນະ ກະມີສັດລ້ຽງ ກະສະບຽງອາຫານ ກະຢູ່ໃນນັ້ນແຫຼະ ອັນທີ່ວ່າມານັ້ນ ໃນເຄື່ອງ 5 ຢ່າງ ຫັ້ນ ອັນທີ່ວ່າມາຫັ້ນ ໃນເຄື່ອງ 5 ຢ່າງຫັ້ນ ເຂົາເອີ້ນວ່າທາດ ທາດຫຼືວ່າຂອງອັດຖະ ຂອງແຕ່ລະວັດຫັ້ນ ແມ່ນກະໄດ້ຊົດເຊີຽກັນໄປແລ້ວ, ແຕ່ວ່າ ມາທຽບໃສ່ວ່າ ເຄື່ອງ 5 ຢ່າງ ກັບຣາຍການທີ່ 6 ຣາຍການທີ່ 6 ນີ້ແມ່ນຫຼາຍກວ່າ ເພາະຣາຍການທີ່ 6 ນີ້ ໝາຍວ່າ ທຸກສິ່ງຢ່າງ ກໍແມ່ນຢູ່ໃນນີ້ນໍ້ ອັນນຶ່ງມາ ລະກະມີເຄື່ອງຕົກຫຼົ່ນ ລະອັນທີ່ສອງ ພາກສເນີໃໝ່ ຫຼົງລືມຂອງຂະເຈົ້າຫັ້ນ ໝາຍຄວາມຄອບຄົວ ໂດຍສະເພາະຄອບຄົວຜູ້ທີ່ເສັຍຊີວິດ ຍັງແຕ່ລູກ ຫຼືວ່າຍັງແຕ່ຜົວ ກະການຣາຍງານໄລຍະນັ້ນ ແມ່ນຣາຍງານບໍ່ຄົບບໍ່ຖ້ວນຫັ້ນນ່າ ມັນຕ້ອງໄດ້ຮຽບຮຽງຄືນ ອັນທີ່ສໍາຄັນ ລະແມ່ນຢູ່ໃນຣາຍການທີ່ 6 ນີ້ ອັນທີ່ 1 ລະແມ່ນ ດິນສວນ ບໍ່ແມ່ນວ່າທົດແທນດິນ ໝາຍວ່າ ຜົລປູກຢູ່ໃນດິນດັ່ງກ່າວນັ້ນ, ຢູ່ໃນດິນສວນຫັ້ນ ລະກະຄື ຜົລປູກຢູ່ໃນດິນນາ ໂດຍສະເພາະລະເຂົ້າ ລະກະໃນນັ້ນ ມັນກະມີຫຼຸມປາ ໜອງປາ, ມີຫຼັກຮົ້ວ, ມີຖຽງໄຮ່ຖຽງນາ ລະມີກົກໄມ້ ກົກໄມ້ໃຫ້ໝາກ ກົກໄມ້ອຸດສາຫະກັມ ລະກະເຄື່ອງເຮືອນ ທີ່ເຂົາກໍາລັງຊິກຽມຊິປຸກ ວ່າຈັ່ງຊັ້ນສາ ແຕ່ວ່າບໍ່ທັນໄດ້ປຸກເຮືອນ ມັນກະໄດ້ກອງໄວ້ຢູ່ຕະລ່າງ ໄຫຼໄປນໍານໍ້າວ່າຊັ້ນສາ ອັນນັ້ນເຄື່ອງຣາຍການທີ່ 6 ແມ່ນຢາກຫຼາຍກວ່າ ຢາກແຈ້ງຄ້າວໆແນວນັ້ນແຫຼະ.”
ສໍາລັບຄ່າຊົດເຊີຽຣາຍການທີ່ 6 ນີ້ ມາຮອດປັດຈຸບັນ ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ກໍຍັງບໍ່ຮູ້ວ່າ ຈະໄດ້ຮັບຈໍານວນເທົ່າໃດ ແລະຈະໄດ້ຮັບໃນມື້ໃດແທ້ ເຖິງແມ່ນວ່າຊາວບ້ານທັງໝົດ ໄດ້ພາກັນເຊັນ ຢັ້ັ້ງຢືນຄວາມຖືກຕ້ອງ ຂອງຣາຍການທີ່ 6 ກັບຄະນະປະເມີນຜົລ ດ້ານເສຖກິຈ, ສັງຄົມ ແລະ ສິ່ງແວດລ້ອມ (ດ້ານເສຖກິຈຄົວເຮືອນ ຣາຍການທີ່ 6 ເຊິ່ງເປັນຣາຍການສຸດທ້າຍ) ໃນວັນທີ່ 25 ເດືອນກຸມພາ 2022 ນີ້ແລ້ວກໍຕາມ.
ດັ່ງຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ຜູ້ນຶ່ງໃນສູນດົງບາກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 12 ກັນຍາ 2022 ນີ້ວ່າ:
“ວ່າງອັນນີ້ນີ້ນ່າ ວັນທີ່ 25 ເດືອນສອງ 2022 ເຊັນແບບວ່າ ເພິ່ນຂຽນໃນຫັ້ນວ່າ ມີການປັບໃໝ ບໍ່ໃຫ້ມີການຟ້ອງຮ້ອງກັນເດີ້ ເຣື່ອງເງິນຊົດເຊີຽນີ້ ບໍ່ໃຫ້ມີການປັບໃໝກັນອິສັງນ່າ ແບບວ່າໃຫ້ຈົບແຕ່ທໍ່ນີ້ໂລດນ່າ ສົມມຸດວ່າ ຍັງຄາວ່າ ເອີ່ ຂອງຂ້ອຍນີ້ຍັງບໍ່ທັນພໍເດີ້ ເຈົ້າໃຫ້ບໍ່ເບິດ ສົມມຸດວ່າ ຍົກໂຕຢ່າງ ວ່າເງິນນີ້ 100,000,000 ນໍ້ ຄວາມໝາຍເພິ່ນຊີ້ແຈງໃຫ້ຟັງ ສົມມຸດວ່າ ເງິນ 100,000,000ແຕ່ວ່າ ເພິ່ນຊິມາໃຫ້ເຮົານີ່ 50,000,000 ກະບໍ່ມີການຕໍ່ວ່າແຫຼະ ເພາະວ່າ ເຮົາໄດ້ເຊັນເອົາລະເດ້.”
ຂະນະດຽວກັນ ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ໃນສູນດອນບົກ ຜູ້ນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ກ່ຽວກັບເງິນຊົດເຊີຽດັ່ງກ່າວນີ້ ທາງການກໍເຄີຍບອກວ່າ ຈະຈ່າຍໃຫ້ ແຕ່ເດືອນ 7 ພຸ້ນ.
"ໃຫ້ທັນໃນຣະດູການເຮັດນາ ຣະດູການຜລິຕເພິ່ນວ່າ ບໍ່ໃຫ້ກາຍເດືອນ 7. ອັນນີ້ຫວິດເດືອນ 7, ຫວິດໄຮ່ຫວິດນາແລ້ວ ລະກະຮອດເດືອນ 9 ອີກ, ຫວິດເດືອນ 9 ລະກະ ຈັກຊິເປັນເດືອນໃດອີກນີ່ ມີແຕ່ເດືອນ ບໍ່ມີປີແຫຼະ."`
ຊາວບ້ານຜູ້ນີ້ ເວົ້າອີກວ່າ ຖ້າເປັນໄປໄດ້ ກໍຢາກຮູ້ເຫດຜົລ ວ່າຍ້ອນຫຍັງ ການຈ່າຍເງິນຊົດເຊີຽຄືຊ້າແທ້.
"ອັນເຣື່ອງກ່ຽວກັບ ບັນຫາອັນນີ້ນີ້ແຫຼ້ວ ຣາຍການທີ່ 6 ນີ້ແຫຼ້ວ ໃຫ້ມັນອອກມາໄວໆແດ່ ເພາະວ່າ ພໍ່ແມ່ປະຊາຊົນນີ້ ຫຍຸ້ງຍາກໃດ໋ ນ້ອງເອີ່ຍຫຍຸ້ງຍາກສັບສົນແຫຼະນີ່ ຢາກໃຫ້ຖາມເບິ່ງ ມັນເປັນຍ້ອນເຫດຜົລຫຍັງ ມັນຈຶ່ງວ່າມາຊັກຊ້າແບບນີ້ຫັ້ນນ່າ ຄ້າງຄາແບບໃດ ແບບໃດຫັ້ນນ່າ ຈຶ່ງວ່າພໍ່ແມ່ປະຊາຊົນທາງນີ້ ຊິຮັບຮູ້ວ່າ ແມ່ນແນວໃດແທ້ໆຫັ້ນນ່າ ເງິນຄໍາກໍາແກ້ວນິ່. "
ສ່ວນຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ໃນສູນດົງບາກ ອີກຄົນນຶ່ງ ກໍເວົ້າວ່າ ເມື່ອເວົ້າເຖິງເຣື່ອງເງິນຊົດເຊີຽໂຕນີ້ ມາຮອດປັດຈຸບັນ ກໍຍັງບໍ່ມີໃຜໄດ້ຮັບເທື່ອ.
" ໂອ່ຍແຕ່ເງົາມັນຍັງບໍ່ເຫັນ ແມ່ນແຫຼະແຕ່ເງົາມັນຍັງບໍ່ເຫັນ ບໍ່ວ່າແຕ່ໂຕຍັງບໍ່ເຫັນເລີຍ ບໍ່ທັນມີວີ່ແວດຫຍັງ ບໍ່ໄດ້ມີກໍານົດເລີຍ ເພິ່ນວ່າເຈຣະຈາ ຍັງບໍ່ທັນແລ້ວເລີຍຢູ່ ຈັກເພິ່ນເຈຣະຈາອິສັງແຫຼະ ຜູ້ຕາຍຈາກນີ້ ກະຕາຍຫຼາຍຄົນແລ້ວ ອ້າວຜູ້ເຖົ້າຜູ້ແກ່ນີ້ ໂອ້ຄັນຊອມໃຈນີ່ ຊິໄດ້ເປັນ 10 , ເປັນ 20 . ລະຜູ້ຕາຍບໍ່ເຫັນເງິນນິ່. ຈັກຊິເຫັນໄປໃສ ກະບໍ່ມີແຫຼະປະຊາຊົນ ບໍ່ມີບ່ອນຊິເພິ່ງພາລະ ປະຊາຊົນ. ອາສັຍແຕ່ພັກຣັຖ ວ່າຈັ່ງໃດກະໄປນໍາຈັ່ງຊັ້ນແຫຼະ ຜູ້ໃດຍືນແນ່ ນີ່ກະຊິຍັງເຫັນ ຜູ້ໃດບໍ່ຍືນກະຄືອ້າຍວ່າຫັ້ນແຫຼະ ຕາຍຖິ້ມຊື່ໆ ບໍ່ເຫັນຮອດເງິນ ຮອດຄໍາ."
ແລະຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ຢູ່ດອນບົກ ອີກຜູ້ນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຊີວິດການເປັນຢູ່ໃນທຸກມື້ນີ້ ລໍາບາກຫຼາຍ ເງິນໃຊ້ຈ່າຍກໍບໍ່ມີ ເຮັດໃຫ້ລູກເຕົ້າບໍ່ໄດ້ຮຽນຕໍ່.
“ເງິນເຂົາບໍ່ທັນໄດ້ຈ່າຍແຫຼະ ມີແຕ່ໄປເຮັດ ໄປຢືມໝູ່ແຫຼະ ໄປເອົາເງິນທະນາຄອກ ທະນາຄານໄປຫັ້ນແຫຼະ ພໍໄດ້ໃຊ້ຈ່າຍ ແກ້ໄຂ ປີນີ້ ຍັງແຕ່ 2 ຄົນໃຫ້ຮຽນ 3 ຄົນກະ ຈົບ ມ.4 ກະພັກຜ່ອນ ເພາະວ່າເງິນບໍ່ມີຊິສົ່ງເສີມ ລະກະຢຸດພຽງ ມ.4 ມີແຕ່ຢູ່ເຮືອນເຮັດວຽກ ຊ່ອຍພໍ່ແມ່ແຫຼະ ເຮັດສວນ.”
ກ່ຽວກັບຄ່າຊົດເຊີຽ ຣາຍການທີ່ 6 ນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ທ້ອງຖິ່ນ ໃນສູນດອນບົກ ທ່ານນຶ່ງ ເຊິ່ງທ່ານກ່າວວ່າ ຕາມທີ່ຮູ້ ແມ່ນຍັງຄາຢູ່ທາງຂັ້ນເມືອງ.
"ແມ່ນ ຍ້ອນມັນຊັກຊ້າ ຍ້ອນເມືອງ. ການຄິດໄລ່ຂອງເມືອງນີ້ແຫຼະ ບໍ່ທັນແລ້ວ ໄລ່ໃນລາຄາຂອງປະຊາຊົນ ຍັງບໍ່ທັນແລ້ວເນາະ ພວກວິຊາການຫັ້ນນ່າ. "
ໃນຂະນະດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ສູນດົງບາກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທີ່ຜ່ານມາ ກໍໄດ້ຮັບແຈ້ງ ຈາກພາກສ່ວນທີ່ກ່ຽວຂ້ອງຢູ່ ວ່າເພິ່ນຈະທົດລອງຈ່າຍຄ່າຊົດເຊີຽ ດັ່ງກ່າວນີ້ ບາງບ້ານ.
"ເພິ່ນກະແຈ້ງຢູ່ ຈັກເລັກຈັກໜ່ອຍຫັ້ນແຫຼະ ວ່າທ້າຍເດືອນ 8 ນີ້ ວ່າຊິລອງໆເບິ່ງ ຈັກບ້ານນຶ່ງກ່ອນ ກະມິດໄປ ຈົນຮອດເດືອນ 9 ລະ ຈັ່ງວ່າ ຈັກເພິ່ນຊິຈ່າຍ ຈັກເພິ່ນຊິຖາມແຕ່ລະບ້ານນັ້ນບໍ ຫຼືວ່າຈັ່ງໃດ ເພິ່ນບໍ່ແຈ້ງລະອຽດນ່າ ຍັງເບິດ ຍັງເບິດ ຍັງບໍ່ໄດ້ຮັບ. "
ສ່ວນເຈົ້າໜ້າທີ່ທ້ອງຖິ່ນ ອີກທ່ານນຶ່ງ ຢູ່ສູນດອນບົກ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເລັ່ງຈ່າຍເງິນຊົດເຊີຽໂຕນີ້ ໃຫ້ປະຊາຊົນແດ່.
"ໂຕຣາຍການທີ່ 6 ນີ້ ຢາກໃຫ້ເລັ່ງດ່ວນຫັ້ນແຫຼະ ເພື່ອພໍ່ແມ່ປະຊາຊົນ ທີ່ວ່າເດືອດຮ້ອນ ຖືວ່າຂາດເຂີນເງິນໃຊ້ເງິນຈ່າຍ ເຈັບເປັນເຂົາ ໄປໂຮງມັດໂຮງກະໄດ້ກູ້ໄດ້ຢືມເຂົາ ອັນເງິນທົດຖອກທົດແທນ ມັນແຫ່ງຊິຫຍຸ້ງຊິຍາກຫັ້ນນ່າ ຄັນຫວິດແລ້ວ ກະມັນຊິທຸກຊິຍາກກະຢ່າ ເພາະວ່າມັນເໝິດລະເດ້. "
ກ່ຽວກັບເຣື່ອງເງິນ ຊົດເຊີຽຣາຍການທີ່ 6 ທີ່ຍັງບໍ່ທັນໄດ້ຊົດເຊີຽ ໃຫ້ຊາວບ້ານຜູ້ສົບພັຍ ເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ເທື່ອນັ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານດຽວກັບຂ້າງຕົ້ນ ກ່າວຕື່ມວ່າ ຖ້າບໍ່ມີບັນຫາຫຍັງຂ້ອງຄາ ຄົງໄດ້ຈ່າຍໃຫ້ຊາວບ້ານໃນປີນີີ້.
"ເພາະວ່າ ຣາຍການທີ່ 6 ດຽວນີ້ກະຍັງບໍ່ທັນໄດ້ຮັບການຊົດເຊີຽ ກະເນື່ອງມາຈາກວ່າ ການຄິດໄລ່ຫົວໜ່ວຍ. ຈາກຄິດໄລ່ຫົວໜ່ວຍ ລະກະຍັງວິເຄາະ, ວິເຄາະແຕ່ລະຄອບຄົວນັ້ນຄືນ ສໍາເຣັດການວິເຄາະລະຈຶ່ງຊິໄດ້ສົ່ງ ໃຫ້ທາງໂຄງການເພິ່ນຫັ້ນແຫຼະ ໃນການຊົດເຊີຽຫັ້ນ. ຄິດວ່າ ຢາກໃຫ້ມັນທັນປີນີ້ຫັ້ນແຫຼະ ເພາະວ່າ ມີແຕ່ວ່າສ່ວນອື່ນໆ ພວກເຮົາກະໄດ້ເຮັດໝົດແລ້ວ. ຍັງແຕ່ວິເຄາະທໍ່ນັ້ນ ວິເຄາະຫັັ້ນ ປະມານວ່າ ສົມມຸດທ້າວ ກໍ ຄອບຄົວທ້າວ ກໍ ນີ້ ລວມທັງໃນຟອມ 13 ໜ້າ ກັບພາກສເນີໃໝ່ ແລະກະຂອງເກົ່າຫຼົງລືມຫັ້ນ ບວກເຂົ້າກັນ ລະອອກ 10 ,000,000 ສຸມມຸດວ່າຈັ່ງຊີ້ນ່າ ລະກະຍັງບໍ່ທັນໝັ້ນໃຈຢູ່ ຢ້ານວ່າ ບາງເທື່ອມັນຫຼຸດ ບາງເທື່ອມັນລື່ນ ມັນຕ້ອງໄດ້ວິເຄາະຄັກແນ່ ອີກຕື່ມຫັ້ນນ່າ."
ໃນມື້ດຽວກັນນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມກ່ຽວກັບເຣື່ອງດັ່ງກ່າວ ໄປຍັງບໍຣິສັດເຂື່ອນເຊປຽນ-ເຊນໍ້ານ້ອຍ ຫຼື PNPC ເຊິ່ງເຈົ້າໜ້າທີ່ທ່ານນຶ່ງ ທີ່ຂໍສງວນຊື່ແລະສຽງ ໄດ້ບອກໃຫ້ຮູ້ວ່າ "ພວກເຮົາຍັງບໍ່ມີຂໍ້ມູນ. ທາງພວກເຮົາມີແຕ່ວ່າ ເອີ່ ຫຼັງຈາກເພິ່ນສໍາເຣັດ ເສັດສິ້ນທຸກຢ່າງແລ້ວ ພວກເຮົາກະມີແຕ່ວ່າ ຣັຖ ເພິ່ນຂໍການຈ່າຍເງິນມາ. ເຮົາກະພິຈາຣະນາຈ່າຍຫັ້ນນ່າ ແຕ່ວ່າ ໂດຍທີ່ວ່າທັງສອງຝ່າຍ ຕ້ອງຕົກລົງກັນໃຫ້ໄດ້ກ່ອນຫັ້ນນ່າ . "
ເຖິງແນວກໍດີ ອີງຕາມທີ່ໄດ້ລົມກັບຊາວບ້ານ ຜູ້ປະສົບພັຍເຂື່ອນແຕກຫຼາຍຄົນ ຮວມທັງເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງສນາມໄຊ ແຂວງອັດຕະປື ແລ້ວແມ່ນວ່າ ພວກເຂົາເຈົ້າ ຢາກໃຫ້ທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາ ຈ່າຍເງິນຊົດເຊີຽ ຣາຍການທີ່ 6 ນີ້ ໃຫ້ໂດຍໄວ ເນື່ອງຈາກຊາວບ້ານ ມີຄວາມຈໍາເປັນຕ້ອງໃຊ້ຈ່າຍ ໃນຊີວິຕປະຈໍາວັນ ແລະບໍ່ຢາກໄປກູ້ຢືມ ຜູ້ອື່ນມາໃຊ້ຈ່າຍ. ສະບາຍດີ.