ຕາຝັ່ງ ນ້ຳຂອງ ເຈື່ອນ ຊາວບ້ານ ລາວ-ໄທຍ ເດືອດຮ້ອນ

0:00 / 0:00

ຊາວບ້ານທີ່ອາສັຍ ຢູ່ຕາມແລວແມ່ນໍ້າຂອງ ທັງຝັ່ງລາວ ແລະໄທຍກຳລັງ ປະເຊີນກັບດິນ ເຊາະເຈື່ອນຕາຝັ່ງ ສ້າງຄວາມເສັຽຫາຍ ເປັນຈຳນວນຫຼາຍ ຍ້ອນການຂຶ້ນ-ລົງຂອງລະດັບນໍ້າຂອງ ຜິດປົກກະຕິ ບໍ່ເປັນໄປຕາມຣະດູການ ແລະບັນຫາການດູດຊາຍ ຂາຍໃນແມ່ນໍ້າຂອງ ຊຶ່ງສົ່ງຜົລກະທົບ ຕໍ່ລະບົບນິເວດແມ່ນໍ້າຂອງ ແລະດິນແດນ ຂອງທັງ 2 ປະເທດ ສູນຫາຍໄປ.

ກ່ຽວກັບເຣື່ອງນີ້ຊາວບ້ານຝັ່ງໄທຍ ຢູ່ບ້ານມ່ວງ ເມືອງສັງຄົມ ແຂວງໜອງຄາຍກ່າວວ່າ ດຽວນີ້ຕາຝັ່ງແຄມແມ່ນໍ້າຂອງເຈື່ອນ ເສັຽຫາຍຢ່າງໜັກ ຈາກລະດັບນໍ້າຂອງ ຂຶ້ນ-ລົງບໍ່ປົກກະຕິິ ແລະ ກັງວົນໃຈວ່າ ຫາກປ່ອຍໃຫ້ບັນຫາເກີດຂຶ້ນ ແບບນີ້ຕໍ່ໄປໂດຍບໍ່ຮີບດ່ວນ ແກ້ໄຂຍິ່ງຈະເຮັດໃຫ້ຕາຝັ່ງເຈື່ອນ ເສັຽຫາຍໜັກຂຶ້ນເລື້ອຍໆ.

ດັ່ງຊາວບ້ານຄົນນຶ່ງ ຢູ່ບ້ານມ່ວງ ເມືອງສັງຄົມ ແຂວງໜອງຄາຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກໍຣະກະດານີ້ວ່າ:

(ໄທຍ) "ນີ້ຄືພື້ນທີ່ ທີ່ເກີດຈາກຜົລກະທົບ ແມ່ນໍ້າຂອງ ບໍຣິເວັນດັ່ງກ່າວ ຕາຝັ່ງກັດເຊາະ ຈາກລະດັບນໍ້າ ທີ່ຂຶ້ນໆ, ລົງໆ. ປັດຈຸບັນນີ້ ເສັຽເນື້ອທີ່ໄປແລ້ວ ຫຼາຍກ່ວາ 3-4 ໄຮ່ ແລ້ວຈາກແລວເນື້ອທີ່ເກົ່າ ເລິກແຮງ.ຕອນນີ້ໃກ້ຊິຮອດບ້ານເຮືອນ ຂອງປະຊາຊົນແລ້ວ. "

ອີກນຶ່ງບ້ານທີ່ໄດ້ຮັບຜົລກະທົບ ຕາຝັ່ງເຈື່ອນຮຸນແຮງ ຄືບ້ານຫ້ວຍຄໍ້ ເມືອງສັງຄົມ ແຂວງໜອງຄາຍ ໂດຍມີຕາຝັ່ງເຈື່ອນ ໄລຍະທາງຍາວປະມານ 500 ແມັດ ຊຶ່ງຕາຝັ່ງເຈື່ອນ ທີ່ເສັຽຫາຍນັ້ນ ຊາວບ້ານໃນພື້ນທີ່ ເອົາໄວ້ປູກພືດຣະດູແລ້ງ ແຕ່ປັດຈຸບັນກໍບໍ່ມີດິນເຫຼືອໄວ້ ໃຫ້ຊາວບ້ານທຳ ການກະເສຕອີກແລ້ວ ຫາກໜ່ວຍງານ ພາກຣັຖບໍ່ເອົາໃຈໃສ່ ໃນການແກ້ໄຂບັນຫາ ອີກບໍ່ດົນຊາວບ້ານໃນພື້ນທີ່ ກໍອາຈບໍ່ມີທີ່ດິນທຳການກະເສຕ ແລະເຮືອນຢູ່ອາສັຍ.

ປັດຈຸບັນຊາວບ້ານ ທາງຝັ່ງໄທຍ ທີ່ໄດ້ຮັບຜົລກະທົບ ຈາກບັນຫາຕາຝັ່ງເຈື່ອນ ກໍພະຍາຍາມຮວມໂຕກັນ ເພື່ອຮຽກຮ້ອງໃຫ້ທາງການໄທຍ ລົງຕິດຕາມກວດກາ ແລະຮີບດ່ວນຫາທາງແກ້ໄຂ ບັນຫາເພື່ອຫຼຸດຜ່ອນຜົລກະທົບ ໄລຍະສັ້ນ ແລະໄລຍະຍາວ ຢ່າງຍີືນຍົງ.

ດັ່ງຊາວບ້ານຄົນນຶ່ງ ຢູ່ບ້ານຫ້ວຍຄໍ້ ເມືອງສັງຄົມ ແຂວງໜອງຄາຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກໍຣະກະດານີ້ວ່າ:

(ໄທຍ) "ບ້ານຫ້ວຍຄໍ້ໝູ່ 4 ຕອນນີ້ຈາກລະດັບນໍ້າຂອງຂຶ້ນໆ, ລົງໆ ຕອນນີ້ຕາຝັ່ງພັງຫຼາຍ ຈາກແລວນໍ້າເດີມ. ແລວເດີມນີ້ເຮັດໃຫ້ ກໍໃຜ່ທີ່ໃກ້ຈະຮອດເຮືອນຄົນ ພັງຫຼາຍເປັນຄວາມເສັຽຫາຍຢູ່ ກໍໃຜ່ຕອນນີ້ກໍໃຜ່ຊາວບ້ານເຣີ່ມເຈື່ອນລົງແລ້ວ. "

ຂະນະທີ່ຍາງນາງ ອ້ອມບຸນ ທິບສຸນາ ຕາງໜ້າສມາຄົມ ສະພາອົງກອນຊຸມຊົນ ລຸ່ມແມ່ນໍ້າຂອງ 7 ແຂວງພາກອີສານ ປະເທດໄທຍ ກ່າວວ່າບັນຫາຕາຝັ່ງເຈື່ອນ ຕາມແລວແມ່ນໍ້າຂອງ ນັບມື້ຈະທະວີຄວາມຮຸນແຮງຂຶ້ນ ແລະຈະຂຍາຍຄວາມເສັຽຫາຍ ໄປໃນຫຼາຍແຂວງ ທັງຝັ່ງລາວ ແລະໄທຍ ຫາກໜ່ວຍງານທີ່ກ່ຽວຂ້ອງ ທັງລາວແລະໄທຍ ບໍ່ຮ່ວມມືກັນແກ້ໄຂ ບັນຫາຢ່າງຍືນຍົງ.

ສຳລັບຕາຝັ່ງເຈື່ອນ ໃນຝັ່ງໄທຍ ສ່ວນຫຼາຍຈະເກີດຂຶ້ນ ໃນຣະດູຝົນ ເພາະກະແສນໍ້າ ໃນແມ່ນໍ້າຂອງຈະໄຫຼແຮງ ແຕ່ປັດຈຸບັນຕາຝັ່ງເຈື່ອນ ສາມາດເກີດຂຶ້ນໄດ້ ຕລອດທັງປີ ເນື່ອງຈາກການຂຶ້ນ-ລົງຂອງລະດັບນໍ້າ ໃນແມ່ນໍ້າຂອງ ບໍ່ເປັນໄປຕາມຣະດູ ທັມຊາຕແລະຖືກກຳນົດ ໂດຍເຂື່ອນໄຟຟ້າ ຂນາດໃຫຍ່ ທີ່ສ້າງຂຶ້ນໃນແມ່ນໍ້າຂອງ.

ບັນຫາຕາຝັ່ງເຈື່ອນ ໃນຝັ່ງໄທຍແລະລາວ ຈະຍັງທະວີຄວາມຮຸນແຮງຂຶ້ນ ອີກເລື້ອຍໆ ຖ້າໂຄງການເຂື່ອນຊະນະຄາມ ຖືກອະນຸມັດໃຫ້ກໍ່ສ້າງຂຶ້ນອີກ.

ດັ່ງຍານາງ ອ້ອມບຸນ ທິບສຸນາ ຕາງໜ້າສມາຄົມ ອົງກອນຊຸມຊົນລຸ່ມແມ່ນໍ້າຂອງ 7 ແຂວງພາກອີສານປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 12 ກໍຣະກະດານີ້ວ່າ:

(ໄທຍ) "ຈິງໆແລ້ວ ໜ່ວຍງານຕ້ອງມາໂອ້ລົມກັນ ເພາະບັນຫາມັນເຫັນແບບນີ້ ທຸກມື້ແລ້ວ ມັນເປັນບັນຫາຮ່ວມ ຂອງທັງ 2 ຝັ່ງ. ມັນເຊາະເຂົ້າໄປເລື້ອຍໆ. ມັນບໍ່ສະເພາະຣະດູຝົນໃດ໋. ພໍເຖິງໄລຍະຮັບຮູ້ຂໍ້ມູນຂ່າວສານ ທີ່ຈະສ້າງເຂື່ອນ ຊະນະຄາມທີ່ມັນຈະຂຶ້ນ ລົງເກືອບ 4 ແມັດຕໍ່ມື້ ຈຸດນີ້ທີ່ມັນຈະໜັກໜ່ວງ ໃນອະນາຄົຕ. "

ສ່ວນຊາວບ້ານ ທາງຝັ່ງລາວທີ່ອາສັຍ ຢູ່ຕາມແລວແມ່ນໍ້າຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ ກໍປະເຊີນກັບບັນຫາຕາຝັ່ງ ແມ່ນໍ້າຂອງເຈື່ອນຄືກັນ ແລະເຮັດໃຫ້ຊາວບ້ານ ຈຳນວນຫຼາຍຄອບຄົວ ຕ້ອງສູນເສັຽທີ່ດິນເຮືອນ ແລະດິນທຳການກະເສຕ ໄປບໍ່ໜ້ອຍຊຶ່ງໄລຍະຜ່ານມາ ທາງການລາວ ກໍມີການຕິດຕາມກວດກາ ບັນຫາຕາຝັ່ງເຈື່ອນ ເພື່ອສ້າງກັນເຈື່ອນປ້ອງກັນ ຜົລກະທົບແຕ່ງົບປະມານ ຂອງທາງການລາວກໍມີຈຳກັດ ເຮັດໃຫ້ໂຄງການກໍ່ສ້າງກັນເຈື່ອນ ໃນຫຼາຍພື້ນທີ່ຖືກສະລໍ ອອກໄປກ່ອນ.

ສຳລັບບັນຫາຕາຝັ່ງແມ່ນໍ້າຂອງເຈື່ອນ ຊາວບ້ານຝັ່ງລາວເຊື່ອວ່າ ເກີດຈາກາການຂຶ້ນ-ລົງ ຂອງລະດັບນໍ້າຂອງ ທີ່ຜິດປົກກະຕິ ສາເຫດມາຈາກເຂື່ອນໄຟຟ້າ ໃນແມ່ນໍ້າຂອງ.

ດັ່ງຊາວລາວຄົນນຶ່ງ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 12 ກໍຣະກະດານີ້ວ່າ:

"ກາເຊາະເຈື່ອນ ຄືກັນເພິ່ນກາມາສຳຣວດຢູ່ ມາສຳຣວດວ່າຊິເຮັດກັນເຈື່ອນ ນໍ້າມັນຜິດປົກກະຕິຫັ້ນນ່າ. ແມ່ນແຫຼະເຂົາຕັນເຂື່ອນ ຕັນຫຍັງ ແລ້ວມັນນໍ້າມັນຜິດປົກກະຕິ ມັນກາຊິເຊາະຝັ່ງລາວພີ້ແຫຼະ. "

ຊາວລາວອີກຄົນນຶ່ງ ໃນເມືອງຊະນະຄາມ ແຂວງວຽງຈັນ ກ່າວວ່າສະພາບບັນຫາ ຕາຝັ່ງເຈື່ອນພາຍໃນເມືອງຊະນະຄາມ ບໍ່ເຫັນຕາຝັ່ງເຈື່ອນຫຼາຍປານໃດ ເມື່ອທຽບໃສ່ກັບ ເຂດເມືອງສັງທອງ ແລະຝັ່ງໄທຍເພາະຫຼາຍພື້ນທີ່ ໄດ້ມີການສ້າງກັນເຈື່ອນໄວ້ແລ້ວ.

ແຕ່ຊາວບ້ານ ໃນເມືອງຊະນະຄາມ ຈະມີບັນຫາໃນເຣື່ອງຂອງການຂຶ້ນ-ລົງ ຂອງລະດັບແມ່ນໍ້າຂອງ ທີ່ບໍ່ປົກກະຕິ ບາງມື້ນໍ້າຂຶ້ນ ບາງມື້ນໍ້າລົງ ຊາວບ້ານບໍ່ສາມາດ ຄາດການລະດັບນໍ້າໄດ້ ເຮັດໃຫ້ເກີດຜົລກະທົບຕໍ່ການທຳມາຫາກິນ.

ດັ່ງຊາວບ້ານ ໃນເມືອງຊະນະຄາມ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກໍຣະກະດານີ້ວ່າ:

"ກາບໍ່ເຈື່ອນປານໃດ ກໍດິນເຮົາກໍຢູ່ແຄມນໍ້າຂອງ ຄືກັນແມ່ນມັນເອົາໃຈຍາກນ່າ ເພາະວ່າມັນຍາກນ່າ ເວລານໍ້າຂຶ້ນນໍ້າລົງມັນບໍ່ແນ່ນອນ ນໍ້ານ່າຄັນວ່ານໍ້າຂຶ້ນສິນ່າ ເຮົາເອົາບໍ່ທັນຕູບກາໄຫຼ "

ກ່ຽວກັບບັນຫາຕາຝັ່ງແມ່ນໍ້າຂອງເຈື່ອນ ໃນປັດຈຸບັນນີ້ເຈົ້າໜ້າທີ່ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກ່າວວ່າບັນຫາຕາຝັ່ງເຈື່ອນ ໃນແມ່ນໍ້າຂອງ ແມ່ນໍ້າສາຂາ ຖືເປັນບັນຫາສຳຄັນ ທີ່ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ພະຍາຍາມໃຫ້ຣັຖບານລາວ ເຫັນຄວາມສຳຄັນ ແລະເລັ່ງດ່ວນແກ້ໄຂບັນຫາ ເນື່ອງຈາກເຮັດໃຫ້ປະເທດລາວ ສູນເສັຽດິນແດນໄປແບບບໍ່ຮູ້ໂຕ ແລະຍັງເປັນການທຳລາຍ ຊັພຍາກອນທັມມະຊາຕ ຂອງປະເທດນຳດ້ວຍ.

ສ່ວນສາເຫດທີ່ເຮັດໃຫ້ ຕາຝັ່ງເຈື່ອນ ກໍມາຈາກການດູດຊາຍ ທັງແບບຖືກກົດໝາຽ ແລະຜິດກົດໝາຽ. ສ່ວນສາເຫດ ທີ່ເກີດຈາກການຂຶ້ນ-ລົງ ຜິດປົກກະຕິຂອງແມ່ນໍ້າຂອງຫັ້ນ ກໍຍັງຕ້ອງສຶກສາເພີ່ມຕື່ມວ່າ ເກີດເຂື່ອນໄຟຟ້າ ຫຼືການປ່ຽນແປງຂອງສະພາບ ດິນຟ້າອາກາດ.

ຢ່າງໃດກໍຕາມ ເພື່ອຫຼຸດຜ່ອນຜົລກະທົບ ທາງການລາວກໍພະຍາຍາມ ຊອກຫາແຫຼ່ງທຶນ ທັງຈາກພາຍໃນແລະຕ່າງປະເທດ ເພື່ອນຳມາກໍ່ສ້າງກັນເຈື່ອນ ຊຶ່ງປັດຈຸບັນຫຼາຍແຂວງ ໃນລາວກໍກຳລັງດຳເນີນການກໍ່ສ້າງຢູ່.

ດັ່ງເຈົ້າໜ້າທີ່ກະຊວງ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກໍຣະກະດານີ້ວ່າ:

" ກາຫຼັກໆ ນີ້ ມັນເຈື່ອນນີ້ ເຂົາກາກະທົບຕໍ່ສັງຄົມເບາະ ຕໍ່ທັມຊາຕເບາະ ອະນາຄົນມັນຊິກັດເຊາະຂຶ້ນຫຼາຍ ກາມີງົບປະມານ (ເຮັດກັນເຈື່ອນ) ເຂົ້າພັທນາໃນເຂດນັ້ນ. "

ນອກຈາກນີ້ ຢູ່ແຂວງບໍຣິຄຳໄຊ ມີນໍ້າຂອງໄຫຼຜ່ານປະມານ 180 ກິໂລແມັດ ແຕ່ປັດຈຸບັນກຳລັງປະເຊີນກັບຜົລກະທົບ ທີ່ດິນແຄມນໍ້າຂອງເຊາະເຈື່ອນ ແບບຮຸນແຮງກວ່າ 73 ກິໂລແມັດ ຂະນະທີ່ທາງການລາວສາມາດສ້າງກັນເຈື່ອນ ໄດ້ພຽງແຕ່ 21.5 ກິໂລແມັດເທົ່ານັ້ນ ສ່ວນທີ່ເຫຼືອ ແມ່ນຍັງບໍ່ມີງົບປະມານ ກໍ່ສ້າງກັນເຈື່ອນ.

ບັນຫາຕາຝັ່ງແມ່ນໍ້າຂອງເຈື່ອນ ນັບມື້ນັບຈະເພີ່ມຂຶ້ນເລືອຍໆ ຊຶ່ງຊາວບ້ານທີ່ອາສັຍ ຢູ່ຕາມແລວແມ່ນໍ້າຂອງ ທັງໃນຝັ່ງໄທຍ ແລະລາວ ເຫັນວ່າຣັຖບານລາວ ແລະຣັຖບານໄທຍ ຄວນຈະຮ່ວມມືກັນ ເພື່ອຫາແນວທາງ ແກ້ໄຂຢ່າງຍືນຍົງ ແລະຢຸດເຊົາສ້າງເຂື່ອນ ໃນແມ່ນໍ້າຂອງ ເນື່ອງຈາກເຮັດໃຫ້ລະດັບນໍ້າ ຂຶ້ນ-ລົງບໍ່ປົກກະຕິ ຊຶ່ງເປັນສາເຫດສຳຄັນ ທີ່ເຮັດໃຫ້ຕາຝັ່ງເຈື່ອນພັງເສັຽຫາຍ.