ເຫດຜົລຫຍັງ ຊາວບ້ານ ຢູ່ໄຊສົມບູນ ຈຶ່ງບຸກລຸກປ່າ ຫຼາຍຂຶ້ນ

0:00 / 0:00

ຊາວບ້ານ ຢູ່ແຂວງໄຊສົມບູນ ເຂົ້າໄປບຸກລຸກປ່າໄມ້ຫຼາຍຂຶ້ນ ຍ້ອນຖືກຍາດແຍ່ງທີ່ດິນໄປເຮັດໂຄງການ ຂນາດໃຫຍ່. ໂຄງການພັດທະນາຂນາດໃຫຍ່ ທີ່ຍາດແຍ່ງທີ່ດິນ ຂອງປະຊາຊົນ ແມ່ນໂຄງການເຂື່ອນໄຟຟ້າ ແລະ ການຂຸດຄົ້ນບໍ່ແຮ່.

ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 28 ມິຖຸນາ ວ່າ:

“ກະມີຫັ້ນແຫຼະ ຄືບາງບ່ອນ ກະຈົນໄດ້ໄປຮ້ອງຟ້ອງກັນ ກະມີເດ້ ຖືກຈັບໃສ່ຄຸກ ໃສ່ຕະລາງກະມີ ລະເບາະ ບາງຄົນປະຊາຊົນ ເຂົາກະບໍ່ຍອມໃຫ້ດິນຫັ້ນເລີຍເນາະ. ແລ້ວບາງຄົນເຂົາກະຍອມ ຫາກແຕ່ວ່າ ຜູ້ຍອມກະໄດ້ຄ່າ ຊົດເຊີຍຫັ້ນຕໍ່າ, ສໍາຄັນວ່າ ມັນບໍ່ມີພື້ນທີ່ດິນ ທີ່ວ່າ ສາມາດບຸກເບີກເປັນໄຮ່ ເປັນນາໄດ້ຫັ້ນ ແລ້ວເຂົາກະຊິບຸກລຸກປ່າໄປຕລອດຫັ້ນແຫຼະ ບໍ່ເຮັດພັດບໍ່ມີເຂົ້າກິນເດ້.​”

ທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາຕ ຈາກແຂວງໄຊສົມບູນ ໄດ້ກ່າວຢູ່ໃນກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ຫຼື ກອງປະຊຸມສະພາ ໃນວັນທີ 27 ມິຖຸນາ 2023 ວ່າ ໃຫ້ຣັຖບານລາວ ແກ້ໄຂບັນຫາຊາວບ້ານ ຢູ່ແຂວງໄຊສົມບູນ ບຸກລຸກຖາງປ່າ, ຈູດປ່າ ນັບມື້ນັບເພີ່ມຂຶ້ນ.

ທ່ານກ່າວວ່າ ຢູ່ແຂວງໄຊສົມບູນ ມີ 98 ບ້ານ ໃນນັ້ນ ພົບເຫັນປະຊາຊົນ 56 ບ້ານ ຈຳນວນ 1,200​ ປາຍຄອບຄົວ ໄດ້ເຂົ້າໄປບຸກລຸກຖາງປ່າ ທັງປ່າປ້ອງກັນ, ປ່າຜລິດ ແລະ ປ່າສງວນ ເພື່ອທໍາການກະເສດ ສະເພາະ 6 ເດືອນຕົ້ນປີ 2023 ນີ້ ມີປ່າໄມ້ຖືກທໍາລາຍໄປແລ້ວ ປະມານ 3,600 ເຮັກຕ້າຣ໌.​

ທ່ານ ກ່າວຕື່ມວ່າ ນັບແຕ່ອະດີດ ຈົນມາຮອດປັດຈຸບັນ ຣັຖບານລາວ ແລະ ບໍຣິສັດເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາເວນຄືນທີ່ດິນ ແລະ ປ່ອຍໃຫ້ເຊົ່າ-ສັມປະທານ ເພື່ອພັທນາໂຄງການ ຂນາດໃຫຍ່ ເຮັດໃຫ້ທີ່ດິນທໍາການກະເສດ ຂອງຊາວບ້ານ ທີ່ເປັນທົ່ງພຽງແຄມແມ່ນໍ້າ ສູນເສັຽໃຫ້ໂຄງການຈົນໝົດ.​

ເມື່ອຊາວບ້ານ ຖືກຍົກຍ້າຍ ອອກຈາກພື້ນທີ່ ແລະ ສູນເສັຽທີ່ດິນທໍາການກະເສດ ຈົນບໍ່ມີດິນທໍາມາຫາກິນ ຈຶ່ງເຮັດໃຫ້ຊາວບ້ານເຫຼົ່ານັ້ນ ຈໍາເປັນຕ້ອງເຂົ້າໄປບຸກລຸກຖາງປ່າ, ຈູດປ່າ ຊອກຫາບ່ອນທໍາມາຫາກິນ ເພື່ອເປັນຄວາມຢູ່ລອດຂອງໂຕເອງ ແລະ ຄອບຄົວ.​

ທີ່ດິນທົ່ງພຽງ ດິນປຸກສ້າງ ທີ່ເປັນບ່ອນຢູ່ອາໄສ ແລະ ທໍາມາຫາກິນຂອງຊາວບ້ານ ເຊິ່ງປັດຈຸບັນ ເຣີ່ມຫຼຸດລົງ, ບາງພື້ນທີ່ ບໍ່ເຫຼືອໃຫ້ຊາວບ້ານ ຍ້ອນວ່າ ຣັຖບານໃຊ້ພັດທະນາ ໂຄງການຂນາດໃຫຍ່ ເຊັ່ນ ເຂື່ອນໄຟຟ້າ ແລະ ອ່າງເກັບນໍ້າ ຈຶ່ງເຮັດໃຫ້ຊາວບ້ານ ພາກັນໄປບຸກເບີກ ບ່ອນທໍາມາຫາກິນໃໝ່.

ຊາວບ້ານ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ກ່າວວ່າ:

“ແຕ່ແຄມນໍ້າ ຊິເຮັດສວນຜັກ ກະບໍ່ມີແລ້ວ ປັດຈຸບັນ ຖ້ວມໝົດແລ້ວ ບໍ່ມີແລ້ວ ໄປຫາເອົາຕາມ ທັມມະຊາຕແຫຼະ ຕາມເດີມ ທີ່ເຮົາເຄີຍເຮັດມາຫັ້ນແຫຼະ ກະເຮັດໄປແນວນັ້ນ ບາງບ່ອນກະງາມ ບາງບ່ອນກະບໍ່ງາມ.”

ປະຊາຊົນສ່ວນຫຼາຍອາໄສ ຢູ່ຕາມລໍາແມ່ນໍ້າ ແຕ່ເມື່ອແມ່ນໍ້າແຫ້ງ ຍ້ອນໂຄງການພັທນາ ສ້າງຜົລກະທົບຕໍ່ຊາວບ້ານ.

ຊາວບ້ານ ຢູ່ເມືອງອະນຸວົງ ອີກທ່ານນຶ່ງ ໄດ້ກ່າວວ່າ:

“ແມ່ນຢູ່ທີ່ວ່າ ສ້າງຂຶ້ນມາ ເພື່ອທຸຣະກິຈເນາະ ແຕ່ວ່າ ມັນເວົ້າເຣື່ອງການທໍາລາຍນີ້ກວ່າ ບາງເທື່ອມັນຈະມີສາຍນໍ້າ, ແມ່ນໍ້າ ແຫ້ງແລ້ງ ເພາະວ່າ ສ່ວນຫຼາຍປະຊາຊົນ ກະຢູ່ຕາມລ່ອງແມ່ນໍ້າເດ້.”

ຊາວບ້ານ ທ່ານນີ້ ກ່າວຕື່ມອີກວ່າ ຢາກໃຫ້ຣັຖບານທົບທວນຄືນ ເຣື່ອງແຜນການພັທນາຕ່າງໆ ໂດຍສະເພາະການສ້າງເຂື່ອນໄຟຟ້າ ເຊິ່ງມີຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ຢ່າງຮຸນແຮງ ໂຕຢ່າງ ການສ້າງເຂື່ອນນໍ້າງຽບ 1 ທີ່ມີຊາວບ້ານ ຈໍານວນຫຼາຍຄອບຄົວ ຖືກຍົກຍ້າຍ ແລະ ສູນເສັຽທີ່ິດິນໄປໃຫ້ກັບໂຄງການ, ແຕ່ປັດຈຸບັນ ຊາວບ້ານເຫຼົ່ານັ້ນ ຍັງປະເຊີນກັບຄວາມອຶດຫິວ, ຂາດບ່ອນທໍາມາຫາກິນ ຈົນໄດ້ໄປບຸກເບີກເນື້ອທີ່ປ່າ ເພື່ອຄວາມຢູ່ລອດ.​ ແຕ່ກ່ອນຊາວບ້ານສ່ວນໃຫຍ່ ມີທີ່ດິນເປັນທົ່ງພຽງ, ມີອາຊີບເຮັດນາ ມິລາຍໄດ້ຈາກການຂາຍເຂົ້າ ແລະ ປູກພືດຜັກຕາມຣະດູການ, ສ່ວນໃນປັດຈຸບັນ ທົ່ງພຽງທັງໝົດຖືກນໍ້າຖ້ວມ ຊາວບ້ານ ກໍຫັນໄປເຮັດອາຊີບອື່ນທົດແທນ ເປັນຕົ້ນ ການປູກມັນຕົ້ນ, ສາລີ ແລະ ຢາງພາຣາ ແຕ່ພືດເຫຼົ່ານີ້ ຈໍາເປັນຕ້ອງໃຊ້ພື້ນທີ່ ໃນການປູກ ຈຶ່ງເຮັດໃຫ້ຊາວບ້ານ ພາກັນບຸກລຸກຖາງປ່າ, ຈູດປ່າຫຼາຍຂຶ້ນ ເພື່ອໃຫ້ມີພື້ນທີ່ໃນການປູກ.​

ມີຊາວບ້ານຖືກຍົກຍ້າຍ ແລະ ສູນເສັຽທີ່ດິນ ໃຫ້ແກ່ໂຄງການເຂື່ອນໄຟຟ້າ ນໍ້າງຽບ 1 ແລະ ເຂົ້າໄປບຸກເບີກເນື້ອທີ່ປ່າ ເພື່ອເຮັດໄຮ່ ແລະ ປູກມັນຕົ້ນ.

ເຈົ້າໜ້າທີ່ ຫ້ອງການຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ກ່າວວ່າ:

“ມີຫຼາຍຫັ້ນແຫຼະເນາະ ແມ່ນຢູ່ ປະຊາຊົນຮັບການຊົດເຊີຍໄປແລ້ວ ແຕ່ພື້ນທີ່ທໍາການຜລິດຂອງເຂົາພັດບໍ່ມີແລ້ວເນາະ ປະຊາຊົນຈໍາເປັນຕ້ອງໄດ້ຫັນອາຊີບ ເຂົາກະໄດ້ມີການບຸກລຸກປ່າໄມ້ໂອ້ ຫຼາຍໄດ໋, ອັນນີ້ ຍັງບໍ່ທັນມີໜ່ວຍງານເຂົ້າໄປຄຸ້ມຄອງໂຕນີ້ໄດ໋ ຖືວ່າເຂດໜ້າອ່າງນໍ້າງຽບນີ້ ເກືອບວ່າ ກ້ຽງໝົດແລ້ວດຽວນີ້.”​

ທ່ານ ແດງ ປະທຸມທອງ, ສະມາຊິກສະພາແຫ່ງຊາຕ ຈາກແຂວງໄຊສົມບູນ ໄດ້ກ່າວ ໃນກອງປະຊຸມສະພາ ອີກວ່າ ປ່າສງວນ, ປ່າຜລິດ ແລະ ປ່າປ້ອງກັນ ຖືວ່າ ຍັງບໍ່ທັນບັນລຸຕາມເປົ້າໝາຍ ເທົ່າທີ່ຄວນ ເນື່ອງຈາກວ່າ ຍັງມີບາງຂົງເຂດ ເຫັນວ່າ ມີການບຸກລຸກທີ່ດິນປ່າໄມ້ ຂອງປຊະາຊົນ ໃນການປູກຝັງ, ລ້ຽງສັດ ແລະ ການສັມປະທານຂອງບໍຣິສັດຕ່າງໆ ຈຶ່ງບໍ່ສາມາດບັນລຸຕາມແຜນການ ທີ່ໃຫ້ເນື້ອທີ່ປ່າໄມ້ ປົກຫຸ້ມໃຫ້ໄດ້ 70% ຂອງເນື້ອທີ່ປົກຫຸ້ມທົ່ວປະເທດ.​

ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກັມ ແລະ ປ່າໄມ້ ກ່າວວ່າ ໄລຍະປີ 2013-2022 ທາງການລາວ ໄດ້ໃຫ້ສັມປະທານ ທີ່ດິນປ່າໄມ້ ທີ່ຜ່ານສະພາແຫ່ງຊາຕ ແລ້ວນັ້ນ ຈໍານວນ 306 ໂຄງການ ກວມເອົາເນື້ອທີ່ ປະມານ 600,000 ເຮັກຕ້າຣ໌.​

ຂໍ້ມູນ ຂອງກະຊວງກະສິກັມ ແລະ ປ່າໄມ້ ໃນປີ 2023 ລະບຸວ່າ ໃນປີ 1940 ການປົກຫຸ້ມ ເນື້ອທີ່ປ່າໄມ້ 70%ຂອງເນື້ອທີ່ປ່າໄມ້ ທົ່ວປະເທດ, ແຕ່ມາຮອດປີ 2018 ເນື້ອທີ່ປ່າໄມ້ ຍັງເຫຼືອພຽງແຕ່ 40%.

ປັດຈຸບັນ ທາງການລາວ ກໍາລັງຕຣຽມສເນີ ຍຸດທະສາດໄມ້ສບັບໃໝ່ ເພື່ອສເນີຕໍ່ສະພາແຫ່ງຊາຕ ຮັບຮອງ ໂດຍມີເປົ້າໝາຍ ຈະເຮັດໃຫ້ເນື້ອທີ່ປ່າໄມ້ ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2035 ຈາກເປົ້າໝາຍເດີມ ທີ່ີຣັຖບານຕັ້ງເປົ້າໄວ້ ໃຫ້ບັນລຸກໃນປີ 2020.​