ຣົຖຂົນແຮ່ທາດຂອງຈີນ ສ້າງຜົລກະທົບ ໃຫ້ຊາວບ້ານ ຢູ່ເມືອງລ່ອງແຈ້ງ, ເມືອງໂພນໂຮງ

0:00 / 0:00

ຊາວບ້ານຢູ່ຫຼາຍບ້ານ ຢູ່ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ ແລະ ເມືອງໂພນໂຮງ ແຂວງວຽງຈັນ ທີ່ອາໄສຢູ່ລຽບຕາມເສັ້ນທາງ ບ້ານນາມອບ-ນາໄຊສະຫວ່າງ ຮຽກຮ້ອງໃຫ້ທາງການລາວ ແກ້ໄຂບັນຫາຣົຖບັນທຸກຂົນແຮ່ ຂອງຈີນບັນທຸກນໍ້າໜັກເກີນ ແລ່ນໄວ ຈົນເຮັດໃຫ້ເກີດຂີ້ຝຸ່ນປິວໃສ່ເຮືອນປະຊາຊົນ.

ນອກຈາກນີ້ ຍັງເຮັດໃຫ້ເຮັດໃຫ້ເສັ້ນທາງດັ່ງກ່າວ ເປັນຫຼຸບເປັນເປັນຂຸມ ສ້າງຄວາມບໍ່ສະດວກໃຫ້ແກ່ຜູ້ທີ່ສັນຈອນໄປ-ມາ.

ຊາວບ້ານຄົນນຶ່ງ ຢູ່ເມືອງລ່ອງແຈ້ງ ແຂວງ ໄຊສົມບຸນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ວ່າ:

" ເອີ...ມັນກະເປັນວຶ່ນຫວັ່ນໆ ຢູ່ນີ້ແຫຼະ ກາຍໄປ ການມາຢູ່ນີ້ ມັນຣົຖຫຼາຍເດ້ ມາທາງລ່ອງແຈ້ງ ອອກມາໄຊສົມບູນ ມາ ນາໄຊສະຫວ່າງ ແລ້ວກະອອມມາໂພນສະຫວ່າງ ໂອ້...ຕາຍແລ້ວ ຂີ້ຝຸ່ນນ່າ ເຂົາບໍ່ໄດ້ສົນຮອດປະຊາຊົນ ກາງຄືນກະບໍ່ນອນ ໝົດຄືນ ໝົດມື້ເລີຍ ເປັນຈັ່ງໃດກະເບິ່ງໃຫ້ແນ່ ປະຊາຊົນຊິຕາຍແລ້ວດົມຂີ້ຝຸ່ນ. "

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ຣົຖຂົນສົ່ງແຮ່ທາດຂອງບໍຣິສັດຈີນ ແລ່ນຜ່ານໜ້າບ້ານທຸກມື້ ແລ່ນໝົດມື້ ໝົດຄືນ ບໍ່ໄດ້ພັກເຊົາ ໂດຍບໍ່ໄດ້ນຶກເຖິງຜົລກະທົບຕໍ່ຊາວບ້ານໃນພື້ນທີ່, ໄລຍະທີ່ຜ່ານມາ ຊາວບ້ານ ຈໍານວນນຶ່ງ ກໍເຄີຍຮ້ອງຮຽນບັນຫາດັ່ງກ່າວ ໄປຫາທາງການເມືອງລ່ອງແຈ້ງແລ້ວ ແຕ່ກະບໍ່ໄດ້ຮັບການແກ້ໄຂໃດໆ ຈົນມາຮອດດຽວນີ້.

ອີງຕາມຂໍ້ມູນຈາກຊາວບ້ານ,​ ເປັນເວລາຫຼາຍປີ ທີ່ບໍຣິສັດ ຂົນແຮ່ທາດຂອງຈີນ ສ້າງຜົລກະທົບໃຫ້ກັບຊາວບ້ານ ໂດຍສະເພາະເລື່ອງຂີ້ຝຸ່ນ ແລະ ເຮັດໃຫ້ເສັ້ນທາງເປ່ເພ ຍ້ອນຣົຖບັນທຸກມີນໍ້າໜັກເກີນ ແລະ ເຖິງວ່າ ບໍຣິສັດ ຈີນຈະສ້ອມແປງເສັ້ນທາງໃຫ້ທຸກປີ ແຕ່ ກໍບໍ່ໄດ້ມາດຕະຖານ ເພາະຜ່ານໄປບໍ່ດົນເສັ້ນທາງກໍເປ່ເພຄືເກົ່າ.

ຊາວບ້ານອີກຜູ້ນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ວ່າ:

" ເຂົາຈົ້ມແທ້ ຂີ້ຝຸ່ນສູ່ມື້ ຂີ້ຝຸ່ນຫັ້ນ ເຂົາລະວ່າຊ້ວງນີ້ ກະບໍ່ຄືປີກາຍນ່າ ປີກາຍຂີ້ຝູ່ນຫຼາຍແທ້ໆ ເຂົາປູທາງຢາງໃຫ້ໝົດແລ້ວ ບໍ່ໄດ້ມາຕຖານ ເຂົາກະເຮັດຄືນເດ້.​ "

ຊາວບ້ານຮຽກຮ້ອງໃຫ້ທາງການລາວ ແລະ ພາກສ່ວນກ່ຽວຂ້ອງ ຊ່ວຍແກ້ໄຂບັນຫາຢ່າງຮີບດ່ວນ ເພື່ອໃຫ້ເຂົາເຈົ້າສາມາດ ດໍາເນີນຊີວິດໄດ້ຢ່າງເປັນປົກກະຕິ.

ຊາວບ້ານອີກຄົນນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

" ແຮ່ງຮ້າຍແຮງກ່ອນເກົ່າດຽວນີ້ນ່າ ພິເລິກໂພດ ມີຜົລກະທົບຕໍ່ປະຊາຊົນຫຼາຍດຽວນີ້ ຊິມີວິທີແກ້ໄຂແນວໃດເນາະ ຊ່ວຍປະຊາຊົນນີ້ເນາະ ເບິ່ງກະພໍແຕ່ເບິ່ງ ບໍ່ມີການປ່ຽນແປງຈັກໜ້ອຍ. "

ຣົຖຂົນສົ່ງແຮ່ທາດ ຂອງຈີນທີ່ສົ່ງຜົລກະທົບຕໍ່ຊາວບ້ານ ໃນເຂດດັ່ງກ່າວ ມາຈາກຫຼາຍບໍຣິສັດ ທີ່ໄດ້ຮັບອະນຸຍາດຂຸດຄົ້ນແຮ່ທາດ ແລະ ສົ່ງແຮ່ທາດດັ່ງກ່າວ ໄປປຸ່ງແຕ່ງຢູ່ປະເທດຈີນ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ຜແນກພລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ.

ສໍາລັບຣົຖບັນທຸກຂົນສົ່ງແຮ່ທາດ ຈະເຣີ່ມຈາກຈຸດຂຸດຄົ້ນແຮ່ທາດ ຢູ່ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ ແລ້ວແລ່ນຜ່ານ ບ້ານ ນາໄຊສະຫວ່າງ, ບ້ານນາເລົາ, ບ້ານໂພນສະຫວ່ງ, ບ້ານນາມອມ ຂຶ້ນຮອດເມືອງວັງວຽງ ແລ້ວຂົນແຮ່ທາດຂຶ້ນຣົຖໄຟ ໄປປຸງແຕ່ງ ຢູ່ປະເທດຈີນ.​

ເຖິງວ່າ ບໍຣິສັດ ຈີນຈະມີການສ້ອມແປງກໍຕາມ, ແຕ່ ເສັ້ນທາງກໍຍັງເປ່ເພ ເຮັດໃຫ້ຊາວບ້ານໄປມາບໍ່ສະດວກ.​ ເຈົ້າໜ້າທີ່ຜແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:

" ເປັນແຮ່ຊື່ໆ ແລ້ວຂົນອອກໄປປຸງແຕ່ງຢູ່ຈີນພຸ້ນແຫຼະ ອອກຈີນພຸ້ນນ່າ ກໍທຸກໆ ບໍຣິສັດ ເລີຍເອົາອອກ ໄປພຸ້ນໝົດແຫຼະ ບາງບ່ອນກະແປງ ບາງບອ່ກະບໍ່ແປງຊັ້ນແຫຼະ ແປງແດ່ ປະເພແດ່ ຫັ້ນແຫຼະ.​ "

ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງລ່ອງແຈ້ງ ກໍກ່າວອ້າງວ່າ ຍັງບໍ່ທັນຮູ້ບັນຫາດັ່ງກ່າວ ເພາະວ່າ ບໍ່ມີຊາວບ້ານມາຮ້ອງຮຽນບັນຫາດັ່ງກ່າວ ມາຫາເມືອງ.

ເຈົ້າໜ້າທີ່ ຫ້ອງການປົກຄອງເມືອງ ລ່ອງແຈ້ງ ແຂວງໄຊສົມບູນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

"ທ່ານ ເຈົ້າເມືອງ ເພິ່ນຈະປະສານຫາພາກສ່ວນກ່ຽວຂ້ອງ [ເມືອງຮັບຮູ້ບັນຫານີ້ ຫຼື ບໍ່​] ຄັນບໍ່ມີຜູ້ມາ [ຮ້ອງຮຽນ] ກະບໍ່ຮູ້ກໍ້."

ກ່ອນໜ້ານີ້ ທ່ານ ວຽງສະຫວັດ ສີພັນດອນ ຣັຖມົນຕຣີກະຊວງໂຍທາທິການ ແລະ ຂົນສົ່ງ ເຄີຍກ່າວຢູ່ໃນກອງປະຊຸມສະພາ ແຫ່ງຊາຕ ໃນວັນທີ 7 ທັນວາ 2022 ຕອນນຶ່ງວ່າ:

" ການຂົນສົ່ງແຮ່ທາດ ແລະ ຂົນສົ່ງສິນຄ້າຕ່າງໆ ໄດ້ສ້າງຄວາມເສັຽຫາຍຢ່າງໜັກໜ່ວງ ໃຫ້ກັບເສັ້ນທາງຫຼວງ ແລະ ເສັ້ນທາງຊົນບົດ ເປັນໄລຍະທາງ 2,175 ກິໂລແມັດ ໃນ 14 ແຂວງ ທົ່ວປະເທດລາວ ສາເຫດມາຈາກທາງການລາວ ມີການຄຸ້ມຄອງເສັ້ນທາງ ຢ່າງບໍ່ມີປະສິດທິຜົລເທື່ອ.​ "

ນອກຈາກນີ້ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ໄດ້ກ່າວຢູ່ໃນກອງປະຊຸມສະພາແຫ່ງຊາຕ ໃນວັນທີ 7 ພຶສຈິກາ 2023 ຕອນນຶ່ງວ່າ ນັບແຕ່ປີ 2021 ຫາ ເດືອນພຶສພາ 2023 ຣັຖບານໄດ້ອະນຸຍາດໃຫ້ນັກລົງທຶນ ຂຸດຄົ້ນ ແລະ ສົ່ງອອກແຮ່ທາດແບບທົດລອງ ລວມທັງໝົດ 93 ບໍຣິສັດ ເຊິ່ງສ່ວນຫຼາຍເປັນບໍຣິສັດຂອງຈີນ ແລະ ວຽດນາມ.​

ອີງຕາມຂໍ້ມູນຈາກທາງການລາວ, ບໍຣິສັດ ເຫຼົ່ານັ້ນ ຈະມອບພັນທະໃຫ້ຣັຖບານລາວ ເປັນຈໍານວນເງິນເກືອບ 100 ລ້ານໂດລ້າຣ໌ ແລະ ເງິນກີບປະມານ 500 ຕື້ ກີບ. ແຕ່ປະຊາຊົນ ກໍປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ກໍເຫັນວ່າ ຄວາມເສັຽຫາຍ ທີ່ເກີດຂຶ້ນ ຕໍ່ສະພາບສິ່ງແວດລ້ອມ ສັງຄົມ ກໍໜັກໜ່ວງ ຈົນບໍ່ສາມາດປະເມີນມູນຄ່າໄດ້ ແລະ ພາກສ່ວນກ່ຽວຂ້ອງ ກໍບໍ່ໄດ້ລົງຕິດຕາມ ກວດກາ ຢ່າງໃກ້ຊິດ ເພື່ອແກ້ໄຂບັນຫາດັ່ງກ່າວ.