ກຸ່ມຮັກແມ່ນໍ້າຂອງຢູ່ໄທ ກັງວົນ ເຂື່ອນ ປາກແບງ

ບັນດາອົງການຈັດຕັ້ງ ທາງສັງຄົມຂອງໄທ ພ້ອມດ້ວຍຊາວບ້ານເມືອງຊຽງຂອງ ໄດ້ປະຊຸມກັບຕົວແທນ ຂອງຣັຖບານລາວ ແລະ ບໍຣິສັດ ຕ້າຖັງຂອງຈີນ ໃນວັນທີ 15 ມົກກະຣາ ຢູ່ແຂວງຂຽງຮາຍ ປະເທດໄທ ກ່ຽວກັບບັນຫາ ຜົນກະທົບ ຈາກໂຄງການສ້າງ ເຂື່ອນປາກແບງ ຢູ່ແມ່ນ້ຳຂອງ.

ໃນການປະຊຸມຄັ້ງນີ້ ຕົວແທນອົງການຈັດຕັ້ງທາງສັງຄົມຂອງໄທ ໄດ້ສະແດງຄວາມເປັນຫ່ວງ ຜົນກະທົບຕໍ່ທາງຂຶ້ນ-ລົງຂອງປາ ແລະການ ຕົກຕະກອນຂອງເຂື່ອນ, ດັ່ງ ທ່ານ ນິວັດ ຣ້ອຍແກ້ວ ປະທານເຄືອຂ່າຍຄົນຮັກຊຽງຂອງ ໄດ້ກ່າວໃນທີ່ປະຊຸມວ່າ:

"ປະເດັນແລກທີ່ຂ້າພະເຈົ້າຍັງກັງວົນ ກໍຄືເປັນປະເດັນກ່ຽວກັບເລື້ອງນັ້ນ ທາງປາຜ່ານນັ້ນເລື້ອງທາງປາຜ່ານກັບເລື້ອງຕະກອນ ການອົພຍົບ ຂອງປາ ຖ້າເຮົາສ້າງເຂື່ອນປາກແບງ ອັນທາງປາຜ່ານນີ້ ມັນຈະເອື້ອໃຫ້ປ່າຜ່ານແທ້ຫລືບໍ່."

ທ່ານນິວັດ ກ່າວຕື່ມອີກວ່າ ເຂື່ອນປາກແບງ ແມ່ນຈະເອົາແບບເຂື່ອນໄຊຍະບູຣີ ພຍາຍາມຈະແກ້ໄຂທາງປາຜ່ານຕາມແບບເຂື່ອນໄຊຍະບູຣີ ແຕ່ເລື້ອງທາງປາຜ່ານ ກໍຍັງຄົງເປັນບັນຫາຄ້າງຄາກັນຢູ່ ເພາະຍັງບໍ່ສາມາດຕອບຄຳຖາມໄດ້ຢ່າງຊັດເຈນ ວ່າຈຳນວນປາຈະຜ່ານໄດ້ທໍ່ໃດ.

ນອກຈາກນີ້ ທ່ານ ຍັງໄດ້ຍົກຕົວຢ່າງເລື້ອງເຂື່ອນໄຊຍະບູຣີ ທີ່ເຂົາເຈົ້າສຳຣວດອອກມາວ່າພາຍໃນ 1 ຊົ່ວໂມງ ມີປາຜ່ານປະມານ 1 ແສນໂຕ ໃນຂະນະທີ່ຜົນ ຂອງການສຳຣວດອອກມາວ່າ ໂດຍທົ່ວໄປແລ້ວ ປາຢູ່ແມ່ນ້ຳຂອງສຳມາດ ຂຶ້ນ-ລົງປະມານ 3 ລ້ານໂຕຕໍ່ 1 ຊົ່ວໂມງ.

ເຖິງຢາງໃດກໍຕາມ ເຈົ້າໜ້າທີ່ທາງການລາວ ກໍຢືນຢັນວ່າ ການສ້າງເຂື່ອນ ຈະບໍ່ເຮັດໃຫ້ຈຳນວນປາ ຫລຸດລົງ ຖ້າມີການບໍຣິຫານຈັດການ ທີ່ດີ ຊຶ່ງທ່ານໄດ້ຍົກຕົວຢ່າງ ປາທີ່ຜລິດຈາກ ເຂື່ອນນ້ຳງື່ມ 4 ຮ້ອຍ 50 ພັນໂຕນຕໍ່ປີ, ດັ່ງທ່ານ ຈັນສະແຫວງ ບຸນນົງ ຮອງຫົວໜ້າກົມ ນະໂຍບາຍ ແລະແຜນພລັງານ, ກະຊວງພລັງງານ ແລະບໍ່ແຮ່ ໄດ້ກ່າວໃນທີ່ປະຊຸມວ່າ:

"ຊຶ່ງວ່າ ປີນຶ່ງ ອອກຈາກເຂື່ອນນ້ຳງື່ມ ແມ່ນ 4 ຮ້ອຍ 50 ພັນໂຕນຕໍ່ປີ ຖືວ່າປາທີ່ໄດ້ຮັບຈາກຫັ້ນ ທຽບໃສ່ແມ່ນ້ຳໃກ້ຄຽງກັນ ທີ່ວ່າບໍ່ທັນມີ ເຂື່ອນຫັ້ນ ບໍ່ສາມາດຈັບປາໄດ້ຊ້ຳນັ້ນ ອັນນີ້ກະເປັນອັນນຶ່ງວ່າ ຢາກໃຫ້ເຫັນວ່າການສ້າງເຂື່ອນ ຂັ້ນຖ້າສ້າງຖືກວິທີ ສ້າງດ້ວຍຄວາມລະມັດ ລະວັງ ດ້ວຍຄວາມເອົາໃຈໃສ່ ໃນການບໍຣິຫານຈັດການ ມັນກໍຈະມີປະໂຫຍດ."

ທ່ານ ຈັນສະແຫວງ ໄດ້ກ່າວຕື່ມອີກວ່າ ຈະມີສູນຄົ້ນຄວ້າວິຈັຍ ພັນປາ ຊນິດທີ່ບໍ່ສາມາດຂຶ້ນຜ່ານ ຊ່ອງທາງທີ່ໄດ້ ສ້າງໄວ້ນັ້ນ ຈະມີສູນ ເພາະພັນປາຊນິດດັ່ງກ່າວ ແລ້ວເອົາຂຶ້ນໄປປ່ອຍ ຢູ່ໃນເຂື່ອນ.

ນອກຈາກນີ້, ທ່ານ Greame ຈາກບໍຣິສັດ Norconsult ຊຶ່ງເປັນໂຕແທນຣັຖບານລາວ ແລະ ບໍຣິສັດຕ້າຖັງ ເຈົ້າຂອງໂຄງການ ເຂື່ອນ ປາກແບງ ໄດ້ກ່າວວ່າ: ຕະກອນຫລາຍກວ່າ 90 ເປີເຊັນແມ່ນຈະບໍ່ມີການຕົກຄ້າງຢູ່ໃນເຂື່ອນ.

ອີງຕາມບົດຣາຍງານ ຂອງອົງການແມ່ນ້ຳສາກົນ ຫລື International Rivers ໂຄງການເຂື່ອນປາກແບງ ຈະສົ່ງຜົນກະທົບ ຕໍ່ປະຊາຊົນ ໃນ 26 ບ້ານ ທີ່ ແຂວງອຸດົມໄຊ ແຂວງ ໄຊຍະບູຣີ ແລະ ແຂວງບໍ່ແກ້ວ ຮວມທັງຫມົດ ປະມານ 900 ຄອບຄົວ.

ໂຄງການເຂື່ອນປາກແບງ ມີການລັງການຜລິດ 912 ເມັກກະວັດ ມູນຄ່າການລົງທຶນ 2.3 ຕື້ໂດລາ ໂດຍແມ່ນບໍຣິສັດ ຕ້າຖັງ ຂອງຈີນ ເປັນເຈົ້າຂອງໂຄງການ.

ໃນຕອນທ້າຍຂອງກອງປະຊຸມ ອົງການຈັດຕັ້ງ ທາງສັງຄົມຂອງໄທ ໄດ້ສເນີໃຫ້ ຜູ້ພັທນາໂຄງການ ຄືບໍຣິສັດຕ້າຖັງ ແລະຣັຖບານລາວ ໃຫ້ມີການສຶກສາວິຈັຍ ໃນຫລາຍລະດັບ ເປັນຕົ້ນແມ່ນລະດັບຊາວບ້ານ ໃນລະດັບນັກວິຊາການ ແລະລະດັບຜູ້ວາງ ນະໂຍບາຍ ແລ້ວ ມີການເປີດເວທີແລກປ່ຽນ ຂໍ້ມູນຂ່າວສານ ແລະຄຳຄິດຄຳເຫັນກັນ ຢ່າງກວ້າງຂວາງ.