ເຈົ້າໜ້າທີ່ ແຂວງຫົວພັນ ໄດ້ພົບ 2 ສົບ ຢູ່ຝັ່ງປະເທດວຽດນາມ ໃນຕອນເຊົ້າຂອງວັນທີ 7 ສິງຫາ ຈາກເຫດການນ້ຳຖ້ວມ ແລະ ດິນເຈື່ອນ ຢູ່ບ້ານຫີນດຳ ເມືອງວຽງໄຊ ແຂວງຫົວພັນ ໃນວັນທີ 3 ສິງຫາ. ທັງ 2 ສົບ ລວມມີເດັກນ້ອຍອາຍຸ 4 ເດືອນ ແລະ ອີກສົບນຶ່ງເປັນຜູ້ຊາຍ ເຈົ້າໜ້າທີ່ກຳລັງພິສູດ ຊຶ່ງຄາດວ່າ ຈະເປັນສົບໃນຈຳນວນ ຜູ້ຫາຍສາບສູນທັງໝົດ 7 ຄົນ. ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການ ສັງຄົມ ແຂວງຫົວພັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 7 ສິງຫາ ວ່າ:
"ຂ່າວຫລ້າສຸດເນາະ ຖືວ່າ ຄົນພົບຢູ່ທາງຊາຍແດນວຽດນາມພຸ້ນ ຄົນນຶ່ງເປັນສົບເດັກນ້ອຍອາຍຸປະມານ 4 ເດືອນ ແລະ ອີກສົບນຶ່ງກໍຍັງ ບໍຮູ້ວ່າ ຄົນລາວ ຫລື ຄົນວຽດ ເຂົາຍັງສັນນະສູດຢູ່ ຖ້າແມ່ນຄົນລາວ ຄົນວຽດ ຈະສົ່ງກັບ ຍັງພິສູດບໍ່ໄດ້ ເພິ່ນບໍ່ ແຕ່ວ່າ ລວງສູງປະມານ ເມັດ 70 ກະສິແມ່ນນ່າ ຜູ້ຊາຍ."
ທ່ານກ່າວຕື່ມອີກວ່າ ຜູ້ຫາຍສາບສູນຈຳນວນທີ່ເຫລືອ ເຈົ້າໜ້າທີ່ໄດ້ຊ່ວຍຄົ້ນຫາ ຢ່າງເຕັມທີ່ ແລະ ໄດ້ມີການປະສານງານ ໄປຫາເຈົ້າໜ້າທີ່ ວຽດນາມ ຊ່ວຍຄົ້ນຫາຕື່ມ ຊຶ່ງຄາດວ່າຜູ້ຫາຍສາບສູນ ຈະຖືກນ້ຳພັດໄປທາງປະເທດວຽດນາມ ທີ່ແມ່ນ້ຳຕິດກັບ ແຂວງຫົວພັນ ຄວາມຍາວ 3 ກິໂລແມັດ.
ສະເພາະຄວາມເສັຽຫາຍຢູ່ບ້ານຫີນດຳ ຈາກນ້ຳຖ້ວມ ແລະ ດິນເຈື່ອນ ໃນເບື້ອງຕົ້ນ ມີ 2 ຄອບຄົວ ທີ່ເຮືອນພັງເສັຽຫາຍທັງໝົດ ແລະ ເຈົ້າໜ້າທີ່ໄດ້ມອບເງິນຊ່ວຍເຫລືອ ໃຫ້ຈຳນວນນຶ່ງ. ສ່ວນວ່າ ມູນຄ່າຄວາມເສັຽຫາຍ, ເຈົ້າໜ້າທີ່ເມືອງວຽງໄຊ ຍັງບໍ່ສາມາດປະເມີນໄດ້ ທັງໝົດ ຍ້ອນວ່າ ເຂົາເຈົ້າບໍ່ສາມາດເຂົ້າໃນພື້ນທີ່ໄດ້. ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ:
"ຄືທາງເຈົ້າໜ້າທີ່ເມືອງເພິ່ນໄດ້ປະເມີນ ເພິ່ນກໍວ່າ ປະມານ 3,4 ຕື້ ເນາະ ຫາກຄວາມຈິງແທ້ ມັນຕ້ອງປະເມີນ 4,5,6 ຢ່າງ ນີ້ປະເມີນ ຂອງໃຜຂອງເຮົາ ຈັ່ງມາຮວມກັນ ຈັ່ງຈະເປັນໂຕເລກຖືກ ຖ້າຝົນບໍ່ຕົກໜັກຕື່ມ ຄາດວ່າ ມື້ອື່ນເຂົ້າໄດ້."
ຢ່າງໃດກໍຕາມ ທ່ານ ພອນສຸກ ອິນທະວົງ ເຈົ້າເມືອງວຽງໄຊ ຍັງຢືນຢັນວ່າ ຈະຄົ້ນຫາຜູ້ທີ່ຫາຍສາບສູນຕື່ມ ເຖິງວ່າ ການຄົ້ນຫາມີຄວາມ ຫຍຸ້ງຍາກ ຍ້ອນວ່າ ເສັ້ນທາງໄປບ້ານຫີນດຳຖືກຕັດຂາດ.