UN ທັກທ້ວງ ຣັຖບານລາວ ເຣື່ອງຜູ້ປະສົບພັຍ ເຂື່ອນແຕກ

0:00 / 0:00

ບັນ​ດາ ​ຜູ້​ຣາຍ​ງານພິ​ເສດ ​ຂອງ​ອົງ​ການ ​ສະ​ຫະ​ປະ​ຊາ​ຊາຕ ໄດ້​ຮ່ວມ​ກັນ​ອອກ​ໜັງ​ສື​ ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບຜົ​ລ​ກະ​ທົບ ​ທາງ​ດ້ານ​ສິດ​ທິ​ມະ​ນຸ​ສ ຫຼັງ​ຈາກມ​ທີ່ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໄດ້​ແຕກ​ໄປ​ເປັນ​ເວ​ລາ 4 ປີ. ຂໍ້​ເປັນ​ຫ່ວງ​ດັ່ງ​ກ່າວ ລວມ​ມີ ປະ​ຊາ​ຊົນ ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ​ຍັງ​ຢູ່​ໃນ​ຄວາມ​ທຸກ​ຍາກ, ຂາດ​ການ​ເຂົ້າ​ເຖິງ ​ການ​ບໍ​ຣິ​ກ​ານ​ ສາ​ທາ​ລະ​ນະ​ສຸ​ຂ, ຂາດ​ນ້ຳ​ດື່ມ​ທີ່​ສະ​ອາດ ແລະ ສຸ​ຂ​ອະ​ນາ​ໄມ, ເຣື່ອງເຮືອນ​ຢູ່​ຖາ​ວອນ​ໃຫ້​ປະ​ຊາ​ຊົນ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​, ປະ​ຊາ​ຊົນ​ສູນ​ເສັຽ​ທີ່​ດິນ ແລະ ໄດ້​ຮັບ​ຊົດ​ເຊີຍ​ທີ່​ດິນ ບໍ່​ພຽງ​ພໍ.

ຄວາມ​ພະ​ຍາ​ຍາມ ​ໃນ​ການ​ຟື້ນຟູ ປະ​ຊາ​ຊົນ ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ​​ດຳ​ເນີນ​ໄປ​ດ້ວຍ ​ຄວາມບໍ່​ໂປ່ງ​ໃສ, ຂາດ​ຄວາມ​ຕໍ່​ເ​ນື່ອງ ແລະ ຂາດ​ການ​ມີ​ສ່ວນ​ຮ່ວມ ​ຂອງ​ປະ​ຊາ​ຊົນ. ຜູ້​ທີ່​ຖືກ​ເຄາະ​ຮ້າຍ ໄດ້​ຮັບ​ການ​ສົ່ງ​ເສີມ ແລະ ຊົດ​ເຊີຍ​ໜ້ອຍ ແລະ ນອກ​ຈາກນີ້ ຍັງ​ບໍ່​ມີ​ກົລ​ໄກ ​ໃນ​ການ​ຕຳ​ນິ​ສົ່ງ​ຂ່າວ​ ໃຫ້​ແກ່​ປະ​ຊາ​ຊົນ​ ທີ່​ໄດ​ຮັບ​ຜົ​ລ​ກະ​ທົບ.

ຜູ້​ຣາຍ​ງານ​ພິ​ເສດ​ ຂອງ​ອົງ​ການ ສະ​ຫະ​ປະ​ຊາ​ຊາຕ ຍັງ​ໄດ້​ລະ​ບຸ​ເອົາ​ໄວ້ ​ໃນ​ຈົດ​ໝາຍ​ອີກວ່າ: “ຫຼັງ​ຈາກ​ສັນ​ເຂື່ອນ D ທີ່ໄດ້​ແຕກໃນ​ປີ 2018 ໄດ້​ຮັບ​ການ​ສ້ອມ​ແປງ​ໄປ​ແລ້ວ, ​ແຕ່ ຍັງ​ມີ​ສັ້ນ​ເຂື່ອນ​ອີກບາງ​ຈຸດ ຄື ສັນ​ເຂື່ອນ E ແລະ ສັນ​ເຂື່ອນ F ມີ​ສະ​ພາບ​ຄື​ກັນກັບ ສັນ​ເຂື່ອນ D ຕອນ​ທີ່​ຍັງ​ບໍ່​ທັນ​ແຕກ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ ​ສັນ​ຍານທີ່​ສັນ​ເຂື່ອນ ​ທັງ​ 2 ຈະ​ຍຸບໂຕ​ລົງ​ອີກ, ຖ້າ​ວ່າ ລະ​ດັບ​ນ້ຳ​ຢູ່​ໃນ​ອ່າງ​ເກັບ​ນ້ຳ​ ຂອງ​ເຂືອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ສູງ​ຂຶ້ນ ​ຢູ່​ໃນ​ລະ​ດັບ​ນ້ຳ ຕອນ​ທີ່​ເຂື່ອນ​ແຕກ.”

ນອກ​ຈາກ​ນີ້ ການ​ກໍ່​ສ້າງ​ເຮືອນຢູ່​ຖາ​ວອນ​ 700 ຫຼັງ ໃຫ້​ແກ່​ປະ​ຊາ​ຊົນ ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ກໍ​ມີ​ຄວາ​ມ​ຊັກ​ຊ້າ, ມີ​ມູນ​ຄ່າ​ການກໍ່​ສ້າງ​ສ້າງ ປະ​ມານ 24 ລ້ານ​ໂດ​ລ້າ​ຣ໌ ເຊິ່ງ​ຣັ​ຖ​ບານ ໄດ້​ກ່າວ​ ໃນ​ເດືອນ​ພຶ​ສ​ພາ 2020 ວ່າ ການກໍ່​ສ້າງ​ເຮືອນ​ດັ່ງ​ກ່າວ ຈະ​ສຳ​ເຣັດ ແລະ ມອບ​ໃຫ້​ຊາວ​ບ້ານ ​ໃນ​ທ້າຍ​ປີ 2021.

ໃນ​ເດືອນ​ກຸມ​ພາ 2021 ມີ​ຣາຍ​ງານ​ວ່າ ການ​ກໍ່​ສ້າງ​ເຮືອນ 200 ຫຼັງ​ ມີ​ຄວາມ​ຊັກ​ຊ້າ ໂດຍ​ທີ່​ທາງ​ການ​ລາວ ໄດ້​ໃຫ້​ເຫດ​ຜົ​ລ​ວ່າ ຈຳ​ເປັນ​ທີ່​ຈະ​ຕ້ອງ ​ມີ​ການ​ປະ​ເມີນກ່ອນ ​ທີ່​ຈະ​ມອບ​ໂອນ​ເຮືອນ ​ດັ່ງ​ກ່າວ ໃຫ້​ຊາວ​ບ້ານ​ ຜູ້​ທີ່​ມີ​ອາ​ຍຸ 65 ປີ ຂຶ້ນ​ໄປ​ ກ່ອນ​ອື່ນ​ໝົດ.

ໃນ​ເດືອນ​ມິ​ຖຸ​ນາ 2021 ຍັງ​ຄົງ​ມີ​ການກໍ່​ສ້າງ​ເຮືອນ 505 ຫຼັງ​ ແລະ ມີ​ພຽງ 182 ຫຼັງ​ເທົ່າ​ນັ້ນ ທີ່​ຜ່ານ​ການ​ປະ​ເມີນ ແລະ ໃຫ້​ຊາວ​ບ້ານ​ເຂົ້າ​ໄປ​ຢູ່​ໄດ້ ໃນ​ທ້າຍ​ປີ 2021. ຄ​ວາມ​ຊັກ​ຊ້າ ໃນ​ການກໍ່​ສ້າງ​ເຮືອນ ມາ​ຈາກ​ຫຼາຍ​ປັດ​ໄຈ ເປັນ​ຕົ້ນ ການ​ບຸກ​ເບີກ ແລະ ການ​ໝາຍ​ເຂດ ແລະ ເອົາ​ດິນ​ສ່ວນ​ບຸກ​ຄົນ ມາ​ສ້າງ​ເຮືອນ​ໃໝ່, ສະ​ພາບ​ອາ​ກາດ​ທີ່ບໍ່​ດີ, ການ​ເຂົ້າ​ເຖິງ​ພື້ນ​ທີ່, ແລະ ການ​ຣະ​ບາດ ​ຂອງ​ໂຄວິດ-19.

ໃນ​ເດືອນ ກຸມ​ພາ 2022, ເຈົ້າ​ເມືອງ​ ສ​ນາມ​ໄຊ ແຂວງ ອັດ​ຕະ​ປື ກ່າວ​ວ່າ ເຮືອນ 401 ຫຼັງ ໄດ້​ສ້າງ​ສຳ​ເຣັດ​ແລ້ວ ແລະ ມອບ​ໂອນ​ໃຫ້​ປະ​ຊາ​ຊົນ, ສ່ວນ​ວ່າ ອີກ 299 ຫຼັງ ຈະ​ສຳ​ເຣັດ​ການກໍ່​ສ້າງ ​ໃນ​ເດືອນ ເມ​ສາ 2022, ແຕ່​ວ່າ ໃນ​ເດືອນ​ເມ​ສາ 2022, ຣັ​ຖ​ມົນ​ຕ​ຣີ ​ກະ​ຊວງ ຖ​ແລງ​ຂ່າວ ວັ​ທ​ນະ​ທັມ ແລະ ທ່ອງ​ທ່ຽວ ໄດ້​ໄປ​ຢ້ຽມ​ຢາມ ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື ແລະ ທ່ານ ໄດ້​ກ່າວ​ວ່າ ເຮືອນ 403 ຫຼັງ ໄດ້​ຖືກ​ສ້າງ​ຂຶ້ນ ເຊິ່ງ​ໃນ​ນັ້ນ 322 ຫຼັງ ສ້າງ​ສຳ​ເຣັດ​​ສົມ​ບູນ.

​ມີຣາຍ​ງານ​ວ່າ ການ​ແຈກ​ຢາຍ​ເຂົ້າ​ກິນ ແລະ ການ​ຈ່າຍເງິນ​ ອັດ​ຕ​ຣາ​ກິນ ໃຫ້​ປະ​ຊາ​ຊົນ ບໍ່​ສ​ມ່ຳ ສ​ເມີ ແລະ ບາງ​ກໍ​ຣະ​ນີ ​ກໍ​ຈ່າຍ​ຊັກ​ຊ້າເຖິງ 3 ເດືອນ.

ບໍ​ຣິ​ສັດ ເຊ​ປຽນ ເຊ​ນ້ຳ​ນ້ອຍ ທີ່​ເປັນ​ເຈົ້າ​ຂອງ​ໂຄງ​ການ ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໄດ້​ຢຸດ​ການ​ຈ່າຍ​ເງິນອັຕຣາ​ກິນ ​ໃຫ້​ແກ່​ຊາວ​ບ້ານ ແລະ ຢຸດ​ແຈກ​ຢາຍ ​ເຂົ້າ​ກິນ​ໃຫ້​ແກ່​ຊາວ​ບ້ານ.

ທີ່​ກ່າ​ວ​ມານັ້ນ ແມ່ນ​ຂໍ້​ມູນຈາກ​ຜູ້​ຣາຍ​ງານ ພິ​ເສດ ​ຂອງ​ອົງ​ການ ສະ​ຫະ​ປະ​ຊາ​ຊາຕ ທີ່​ໄດ້​​ເຜີຍ​ແຜ່ ໃນ​ເດືອນ​ກໍ​ຣະ​ກະ​ດາ 2022 ທີ່​ຜ່ານ​ມາ.

ສ່ວນ​ວ່າ ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ ຖາ​ວອນ ແຫ່ງ ສ​ປ​ປ ​ລາວ ປະ​ຈຳອົງ​ການ ​ສະ​ຫະ​ປະ​ຊາ​ຊາຕ ກໍ​ໄດ້​ອອກ​ໜັງ​ສື ໃນ​ວັນ​ທີ 7 ພຶ​ສ​ຈິ​ກາ 2022 ເພື່ອ​ຊີ້​ແຈງ ຕໍ່​ຄຳ​ກ່າວ​ອ້າງ ​ຂອງ​ຜູ້​ຣາ​ຍ​ງານ​ພິ​ເສດ​ ວ່າ: “ຣັ​ຖ​ບານ​ລາວ ໄດ້​ສຸມ​ໃສ່​ ທຸກ​ຄວາມ​ພະ​ຍາ​ຍາມ ເພື່ອ​ໃຫ້​ຄວາ​ມ​ຊ່ວຍ​ເຫຼືອ ​ທຸກ​ຢ່າງ​ທີ່​ເປັນ​ໄປ​ໄດ້ ຕໍ່​ປະ​ຊາ​ຊົນ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ ຈາກເຫດ​ການ​ສັນ​ເຂື່ອນ D ຂອງ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ທີ່​ແຕກ ເພື່ອ​ຟື້ນ​ຟູຊີ​ວິຕ​ການ​ເປັນ​ຢູ່ ​ຂອງ​ເຂົາ​ເຈົ້າ ​ໃຫ້ກັບ​ມາ​ເປັນ​ປົກ​ຕິ ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ສຳ​ນັກ​ງານ ​ຜູ້​ຕາງ​ໜ້າ​ ຖາ​ວອນ ແຫ່ງ ສ​ປ​ປ​ ລາວ ຍັງ​ໄດ້​ຊີ້​ແຈງວ່າ ຣັ​ຖ​ບານ​ລາວ ໄດ້​ສ​ນັບ​ສ​ນູນ​ໃຫ້ຫຼາຍ​ພາກ​ສ່ວນ ບໍ່​ວ່າ​ຈະ​ເປັນ ພາກ​ເອກ​ຊົນ, ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົລ ເພື່ອ​ໃຫ້​ການ​ປະ​ກອບ​ສ່ວນ ໃນ​ຫຼາຍ​ຮູບ​ແບບ ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ.

ນອກ​ຈາກນີ້ ບໍ​ຣິ​ສັດ ພັ​ທ​ນາ ທີ່​ເປັນ​ເຈົ້າ​ຂອງ​ໂຄງ​ການ ກໍ​ໄດ້​ປະ​ກອບ​ສ່ວນ ອັນ​ໃຫຍ່​ຫຼວງ ແລະ ໃຫ້​ການຮ່ວມ​ມື ດ້ວຍ​ຄວາມ​ຮັບ​ຜິດ​ຊອບສູງ ຕາມ​ທີ່​ຣັ​ຖ​ບານ​ລາວ ໄດ້​ຮຽກ​ຮ້ອງ​ໄປ ໃນ​ການຊົດ​ເຊີຍ ແລະ ການ​ຟື້ນ​ຟູ​ຊີ​ວິຕ​ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ​ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ, ອີງ​ຕາມ​ໜັງ​ສື​ຊີ້​ແຈງ ຂອງ​ສຳ​ນັກ​ງານ ​ຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ສ​ປ​ປ​ ລາວ.

ໜັງ​ສື​ຊີ້​ແຈງ ຍັງ​ໄດ້​ລະ​ບຸ​ວ່າ ຣັ​ຖ​ບານ ໄດ້​ດຳ​ເນີນ​ໂຄງ​ການ ​ພັ​ທ​ນາ​ຕ່າງໆ ເພື່ອ​ຟື້ນ​ຟູ ໂຄງ​ສ້າງ​ພື້ນ​ຖານ ໃຫ້​ແກ່​ປະ​ຊາ​ຊົນ​ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ເປັນ​ຕົ້ນ ໂຄງ​ການລະ​ບົບ​ນ້ຳ ແລະ ຊົນ​ລະ​ປະ​ທານ, ໂຄງ​ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີພ, ໂຄງ​ການ​ຟື້ນ​ຟູ​ປ່າ​ໄມ້, ໂຄງ​ການກໍ່​ສ້າງ​ໂຮງ​ຮຽນ​ຄືນ​ໃໝ່, ໂຄງ​ການ​ສຸຂສາ​ລາ, ໂຄງ​ການ​ສວັດ​ດີ​ການ​.

ທີ່​ກ່າວ​ມາ​ນັ້ນ ແມ່ນ​ສ່ວນ​ນຶ່ງ ຂອງ​ໜັງ​ສື​ຊີ້​ແຈງ​ ຂອງສຳ​ນັກ​ງານ ​ຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ສ​ປ​ປ​ ລາວ ປະ​ຈຳ ອົງ​ການ ​ສະ​ຫະ​ປະ​ຊາ​ຊາຕ.

ສ່ວນ​ວ່າ ຄວາມ​ຄືບ​ໜ້າ​ຫຼ້າ​ສຸດ ໃນ​ເດືອນຕົ້ນ​ເດືອນ ພຶ​ສ​ຈິ​ກາ ທີ່​ຜ່ານ​ມາ ກໍ​ຄື ການກໍ່​ສ້າງ​ເຮືອນ​ພັກຖາ​ວອນ​ ໃຫ້​ແກ່​ປະ​ຊາ​ຊົນ ເຫຼືອ​ພຽງ 12 ຫຼັງ.

ວິທະຍຸ ກະຈາຍສຽງ ແຫ່ງຊາຕລາວ ເມື່ອວັນທີ່ 7 ພຶສຈິກາ 2022 ໄດ້​ຣາຍ​ງານ ໂດຍ ອ້າງ​ຄຳ​ເວົ້າ​ຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ແຂວງອັດຕະປື ຕອນ​ນຶ່ງວ່າ: “ໂຄງການສ້າງເຮືອນຖາວອນ 700 ຫຼັງໃຫ້ແກ່ຜູ້ປະສົບພັຍ ເຂືອນເຊປຽນ-ເຊນ້ຳນ້ອຍແຕກນັ້ນ ໃກ້ຈະສຳເຣັດຮ້ອຍສ່ວນຮ້ອຍແລ້ວ ປັດຈຸບັນ ຍັງເຫຼືອພຽງແຕ່ 12 ຫຼັງ ຍັງບໍ່ສຳເຣັດ ໃນນັ້ນ 10 ຫຼັງຢູ່ບ້ານຫິນລາດ ແລະອີກ 2 ຫຼັງຢູ່ບ້ານດົງບາກໃໝ່ຫີນຄຳ; ແລະທາງການ ໄດ້ມອບເຮືອນທີ່ສ້າງສຳເຣັດ 688 ຫຼັງໃຫ້ແກ່ຜູ້ປະສົບພັຍ ເຂື່ອນແຕກຮຽບຮ້ອຍແລ້ວ.” ແຕ່ ຜູ້ປະສົບພັຍເຂື່ອນແຕກ ຫຼາຍຄົນ ໄດ້​ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ່ 3 ເດືອນພຶສຈິກາ 2022 ນີ້ວ່າ:

" ການກໍ່ສ້າງເຮືອນ ຖາວອນປະມານ 100 ຫຼັງ ຍັງບໍ່ທັນສໍາເຣັດເທື່ອ ໂດຍສະເພາະ ຜູ້ປະສົບພັຍ ຢູ່ບ້ານຕາມະຢອດ ແລະ ກຸ່ມບ້ານສມອງເໜືອ-ສມອງໃຕ້ ຍັງບໍ່ມີຄອບຄົວໃດ ໄດ້ຮັບເຮືອນຖາວອນເທື່ອ ແລະການສ້າງລ້າຊ້ານັ້ນ ໄດ້ເຮັດໃຫ້ການມອບ ເຮືອນຖາວອນ ໃຫ້ກັບຜູ້ປະສົບພັຍ ເຂື່ອນແຕກຈໍານວນນຶ່ງ ຖືກເລື່ອນອອກໄປ ຈາກເດືອນຕຸລາ ເປັນເດືອນທັນວາ ປີ 2022 ຕື່ມອີກ."

ຊີ​ວິຕການ​ເປັນ​ຢູ່ ຂອງ​ປະ​ຊາ​ຊົນ ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ຍັງ​ບໍ່​ສາ​ມາດ​ກັບ​ຄືນ ໄປ​ເປັນ​ປົກ​ກະ​ຕິ​ໄດ້ ແລະ ຍາກ​ທີ່​ຈະ​ກັບຄືນ​ໄປ​ໃຫ້​ໄດ້​ດີ​ຄື​ເກົ່າ ເພາະ​ວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ນາ​ໄດ້.

ປະ​ຊາ​ຊົນ ຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ​ຈາກ​ເຂື່ອນ​ແຕກ ໄດ້​ກ່າວ​ຕໍ່ ວິທຍຸ ​ເອ​ເຊັຽ ​ເສ​ຣີ ວ່າ:

" ໂອ້ ​ໂຕນີ້ ອ້າຍ​ວ່າ ຢ້ານບໍ່​ທໍ່​ເກົ່າ ເພາະ​ວ່າ ເຮົາ​ມາ​ໃຊ້​ຊີ​ວິຕ​ແບບນີ້ ມັນ​ບໍ່​ຄົງ​ທີ່ ແຕ່ ຄວາມ​ຈິງ​ກະ​ຢາກ​ໃຫ້​ມັນ ເຂົ້າ​ສູ່​ເດີມ​ຫັ້ນ​ແຫຼ ໂດຍ​ສະ​ເພາະ​ແມ່ນ ທຳ​ມາ​ຫາ​ກິນ​ຫັ້ນ​ນ່າ ໄຮ່​ນາ​ຕາ​ກ້າ​ຄື​ເກົ່າ​ຫັ້ນ​ແຫຼ. ນັບ​ແຕ່​ເກີດ​ເຫດ​ມາ ໄຮ່​ນາ​ຕາ​ກ້າ ຍັງ​ບໍ່​ທົດ​ລອງເຮັດ​ຈັກ​ເທື່ອ​ນ່າ ສະ​ເພາະ​ນາ ຂອງ​ມັນ​ເຮັດ​ບໍ່​ໄດ້."

ປະ​ຊາ​ຊົນ​ບາງ​ຄົນ ກໍ​ບອກວ່າ ຊີ​ວິຕ​ການ​ເປັນ​ຢູ່​ ຂອງ​ເຂົາ​ເຈົ້າ ຍັງ​ບໍ່​ດີ​ຂຶ້ນ ແຕ່​ຍິ່ງ​ທຸກກວ່າ​ເກົ່າ, ບາງ​ຄົນ​ກໍ​ບອກວ່າ ຊີ​ວິຕ​ການ​ເປັນ​ຢູ່ ​ເຂົາ​​ເຈົ້າບໍ່​ມີ​ວັນ​ທີ່​ຈະ​ກັບ​ໄປດີ​ຄື​ກັບ ​ຊີ​ວິຕ​ການ​ເປັນ​ຢູ່ ກ່ອນ​ເຫດ​ການ​ເຂື່ອນ​ແຕກ.

ປະ​ຊາ​ຊົນ ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ​ອີກ​ ທ່ານ ນຶ່ງ ໄດ້ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ ເສ​ຣີ ວ່າ:

" ເວົ້າ ​ເຣື່ອງ​ຄວາ​ທຸກ​ຫຼັງ​ເຂື່ອນ​ແຕກ​ມາ ມັນ​ກະ​ທຸກກວ່າ​ເກົ່າ​ຫັ້ນ​ແຫຼ ກະ​ສ່ວນ​ຫຼາຍ​ກະ​ແມ່ນ​ຍັງ​ທຸກ​ຫັ້ນ​ແຫຼ ນາ​ບ້ານ​ເກົ່າ ກະ​ຍັງ​ເຮັດ​ບໍ່​ໄດ້ ມັນ​ຫຼົ່ມ​ມັນ​ຂີ້​ຕົມເຂື່ອນ​ແຕກ​ມາ​ໃສ່ ກະ​ຜູ້​ໃດ​ເຮັດ​ໄດ້ ກະ​ຫອຍ​ກິນ​ແດ່. ດິນ​ທີ່​ເພິ່ນມອບ​ໝາຍ​ໃຫ້ ດິນ​ທີ່​ເພິ່ນ​ປັນ​ໃຫ້​ກະ​ໄດ້​ແຕ່​ໃບ​ຕາ​ດິນ ໃບ​ຕາ​ດິນ​ຂອງ​ທອງ​ຄັກ​ແນ່ ​ແຫຼ​ເພິ່ນ​ໃຫ້ ຫາກ​ແຕ່​ວ່າ​ດິນບໍ່​ໄດ້ ບ້ານ​ເຂົາ​ເອົາ ບ້ານ​ເຂົາ​ກະ​ວ່າ​ໄປ​ບຸກ​ລຸກ​ບ້ານ​ເຂົາ ເຂົາ​ກະ​ບໍ່​ໃຫ້."

ເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເກີດຂຶ້ນໃນມື້ວັນທີ 23 ກໍຣະກະດາ ປີ 2018 ເຮັດໃຫ້ຊາວບ້ານ ໃນເມືອງສນາມໄຊ ແຂວງອັດຕະປື ຈໍານວນ 19 ບ້ານ ໄດ້ຮັບຄວາມເສັຍຫາຍ ຢ່າງໜັກໜ່ວງ ໃນນັ້ນ ມີ 6 ບ້ານ, ເສັຍຫາຍຈົນໝົດ 100% ແລະມີຜູ້ເສັຍຊີວິຕ 71 ຄົນ, ຊາວບ້ານ ບໍ່ມີທີ່ຢູ່ອາສັຍຖາວອນ ປະມານ 14,000 ຄົນ ອີງ​ຕາມ​ຂໍ້​ມູນ​ຈາກ​ທາງ​ການລາວ.

ແຜນການຟື້ນຟູ ຜົລກະທົບ ແລະ ຄຸນນະພາບຊີວິຕ ຂອງຜູ້ປະສົບພັຍ ເມືອງສນາມໄຊ ລະບຸວ່າ ທາງການແຂວງອັດຕະປື ຈະກໍ່ສ້າງເຮືອນຢູ່ຖາວອນ ແລະ ມອບຮັບ ໃຫ້ສໍາເຣັດພາຍໃນປີ 2022 ແລະ ພາຍໃນປີ 2025 ທຸກໂຄງການພັທນາ ຕ້ອງສໍາເຣັດ ທັງໝົດ 100% ແລະ ຜູ້ປະສົບພັຍທຸກຄົນ ຕ້ອງມີຊີວິຕການເປັນຢູ່ ທີ່ດີຂຶ້ນ ໂດຍ​ການ​ໃຊ້​ເງິນ​ທຶນ ຈາກບໍຣິສັດ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ປະ​ມານ 800 ຕື້ ກີບ.