ການຂຸດຄົ້ນແຮ່ທາດ ຍັງສືບຕໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ

0:00 / 0:00

ການຂຸດຄົ້ນແຮ່ທາດ ໃນລາວ ຍັງສືບຕໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ຢ່າງໜັກໜ່ວງ. ຕົວຢ່າງ ໃນວັນທີ 12 ມັງກອນ 2025 ບໍລິສັດຫວຽດນາມ ຕັ້ງຢູ່ບ້ານຟ້ອງຊ້າງ ເມືອງວຽງໄຊ ແຂວງຫົວພັນ ໄດ້ປ່ອຍນໍ້າເສຍ ຈາກການລ້າງແຮ່ທາດ ລົງໃສ່ສາຍນໍ້າຊ້າງ ແລະ ສາຍນໍ້າປູນ ຈົນເຮັດໃຫ້ນໍ້າຂຸ່ນ ສີຜິດປົກກະຕິ ໃຊ້ບໍ່ໄດ້.