ຫຼາຍບ້ານ ໃນເຂດນະຄອນຫຼວງວຽງຈັນ ມີຂີ້ເຫຍື້ອຕົກຄ້າງ ຢູ່ໜ້າບ້ານ ແລະແຄມທາງຫຼາຍ ຍ້ອນບໍ່ມີພາກສ່ວນທີ່ກ່ຽວຂ້ອງມາເກັບຂີ້ເຫຍື້ອ ເປັນເວລາຫຼາຍສັປດາ ບາງເຂດເກືອບນຶ່ງເດືອນແລ້ວ ທີ່ບໍ່ມີຜູ້ໃດມາເກັບ ເຮັດໃຫ້ເກີດກິ່ນເໝັນ ແລະມີຂີ້ເຫຍື້ອຊະຊາຍ ສົ່ງຜົລກທົບຕໍ່ພໍ່ແມ່ປະຊາຊົນໃນຫຼາຍບ້ານ ຂອງນະຄອນຫຼວງວຽງຈັນ.
ຊາວບ້ານ ຢູ່ບ້ານສາຍນໍ້າເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ ເດືອນກັນຍາ ທີ່ຜ່ານມາ ຣົຖເກັບຂີ້ເຫຍື້ອບໍ່ມາເກັບຂີ້ເຫຍື້ອ ດົນກວ່າ 3 ສັປດາ ປັດຈຸບັນ ມີຣົຖມາເກັບຂີ້ເຫຍື້ອແລ້ວ ແຕ່ເກັບສະເພາະ ບາງບ້ານເທົ່ານັ້ນ ແລະສ່ວນຫຼາຍ ຂີ້ເຫຍື້ອຂອງນາງເປັນປະເພດປຽກ ເຮັດໃຫ້ຫາກຕັ້ງໄວ້ ກໍຈະສົ່ງກິ່ນເໝັນ ແລະອາຈຊະຊາຍໄດ້ ຍ້ອນມີສັດມາຂຸດຄຸ້ຍ ອີກທັງໃກ້ໆ ກໍຍັງຂີ້ເຫຍື້ອຂອງຮ້ານອາຫານນໍາ ເຮັດໃຫ້ສົ່ງກິ່ນເໝັນຮຸນແຮງ, ດັ່ງນາງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ຕຸລາ ນີ້ວ່າ:
"ອາທິດທີ່ແລ້ວຫັ້ນ ມາເອົາ ແຕ່ເອົາໄປບາງເຮືອນ ຂ້າງໃນເນາະ ມັນເປັນຮ້ານປີ້ງ ຮ້ານຂະເຈົ້າເຮັດຊອຍຈຸອີ່ຫຍັງຫັ້ນນ່າ ແລ້ວມັນເປັນປະເພດອາຫານ ມັນເນົ່າແຮງ ແລ້ວບາດນີ້ ມັນມີນໍ້າຊຶມອອກມາຫັ້ນນ່າ ແລ້ວມັນກໍມີກິ່ນເໝັນໜ້າຮ້ານເອື້ອຍ ເອື້ອຍກໍບໍ່ໂອເຄປານໃດ ເອື້ອຍຫັ້ນໃສ່ຖົງດໍາ ລະມັນຈະມີໝາມາຄົ້ນ ລະກະໄດ້ມ້ຽນແຫຼະ . "
ນາງກ່າວຕື່ມວ່າ ຫາກຣົຖຂີ້ເຫຍື້ອບໍ່ມາເອົາຂີ້ເຫຍື້ອ ກໍຕ້ອງໄດ້ເອົາຂີ້ເຫຍື້ອໄປຖິ້ມເອງ ທີ່ສນາມຂີ້ເຫຍື້ອ ທີ່ຫຼັກ 31 ແລະຫຼັກ 33 ເມື່ອຕ້ອງການຕິດຕໍ່ຫາພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ສາມາດຕິດຕໍ່ໄດ້ ຫຼືຕິດຕໍ່ໄດ້ ແຕ່ກໍບໍ່ມີໃຜຮັບສາຍ ຈຶ່ງຢາກຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງ ພົວພັນກັນ ແລະມາເກັບຂີ້ເຫຍື້ອໃຫ້ຕຣົງເວລາ ຍ້ອນຊາວບ້ານກໍໄດ້ເສັຍເງິນຄ່າເກັບຂີ້ເຫຍື້ອໄປແລ້ວ:
"ຢາກໃຫ້ຂະເຈົ້າ ພົວພັນກັນຫັ້ນແຫຼະ ໃຫ້ມາເກັບ ເພາະວ່າຂະເຈົ້າໄດ້ເກັບເງິນ ເຮົາໄປແລ້ວແດ່ ເຮົາເສັຍເງິນແລ້ວ ແຕ່ວ່າ ເຮົາກໍຍັງໄດ້ເສັຍເງິນ ເອົາຂີ້ເຫຍື້ອໄປຖິ້ມອີກຫັ້ນນ່າ ຂະເຈົ້າມີແຕ່ໄດ້ ບໍ່ໄດ້ເສັຍເລີຍ ບາດເຮົາມີແຕ່ເສັຍ ບໍ່ໄດ້ໆຫຍັງເລີຍ ກໍບໍ່ໄດ້ຕ້ອງການອີ່ຫຍັງຫຼາຍ ມີແຕ່ໃຫ້ເອົາຂີ້ເຫຍື້ອ ຕາມທີ່ມື້ມາເອົາແຕ່ລະເທື່ອ ແລ້ວກໍເອົາໃຫ້ເອົາແບບລະອຽດ ບໍ່ໃຫ້ເຮັດຊະ ບາງເທື່ອຂະເຈົ້າເອົາຂີ້ເຫຍື້ອຂຶ້ນຫັ້ນນ່າ ຂະເຈົ້າກໍເຮັດຊະໄປນໍາ ນໍາໜ້າເຮືອນ . "
ໃນເຂດບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ປົກກະຕິ ຣົຖເກັບຂີ້ເຫຍື້ອ ຕ້ອງມາເອົາຂີ້ເຫຍື້ອທຸກວັນສຸກ ແຕ່ໄລຍະຫຼັງມານີ້ ຈະມາ 2 ອາທິດ 1 ເທື່ອ ກ່ອນຈະບໍ່ມາເກັບຂີ້ເຫຍື້ອເລີຍເປັນເວລາ 1 ເດືອນແລ້ວ ມີແຕ່ພະນັກງານ ລົງມາເກັນເງິນຄ່າຂີ້ເຫຍື້ອຊື່ໆ, ດັ່ງຊາວບ້ານ ຢູ່ບ້ານຊຽງດາ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
"ຂີ້ເຫຍື້ອຫວາ ຍັງບໍ່ມີເກັບເລີຍ ມັນສິໄດ້ເດືອນລະຫວາ ຂີ້ເຫຍື້ອເຕັມຈິງ ພະນັກງານລົງມາເກັບເງິນ ຂ້ອຍກໍຈ່າຍເງິນໄປແລ້ວ ບອກວ່າມື້ນີ້ມື້ໜ້າສິມາເອົາ ແຕ່ກໍມາຈັກເທື່ອ ແຕ່ວ່າແຄມທາງໃຫຍ່ມັນມາຢູ່ ແຕ່ແຄມທາງຊອຍມັນບໍ່ມາເອົາເລີຍ ບໍ່ເອົາເລີຍ ເຕັມ ຂີ້ເຫຍື້ອຍັງເຕັມ ເໝັນຕື້ເລີຍ ບາດນີ້ບໍ່ມາເອົາເປັນເດືອນ ມັນກໍກອງບັກໃຫຍ່ແລ້ວ ໝາແມວມັນກໍໄດ້ຄົ້ນກິນ ກໍຊະໄວ້ ມັນຊິຊະຊາຍໄປອີກ . "
ຢູ່ເຂດບ້ານໜອງສະໂນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍມີປັນຫາ ການມາເກັບຂີ້ເຫຍື້ອຊ້ານໍາດ້ວຍ ເມື່ອໂທຫາພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ມີການລົງມາແກ້ໄຂບັນຫາເທື່ອ, ດັ່ງຊາວບ້ານທ່ານນຶ່ງ ກ່າວວ່າ:
"ອາທິດນີ້ມາຢູ່ ອາທິດນີ້ ທຸກໆວັນຈັນລະແມ່ນ ບາງເທື່ອກໍຫຼາຍມື້ຫັ້ນນ່າ ຈຶ່ງມານ່າ ແຕ່ວ່າມື້ນີ້ ເພິ່ນມາແລ້ວ ຊ່ວງນີ້ໂທກໍບໍ່ເຫັນມາໃດ໋ ກໍດົນເຕີບຢູ່ໃດ໋ ຈຶ່ງມາໃດ໋ ໂທຖາມບ້ານ ບ້ານກໍວ່າ ຂະເຈົ້າວ່າຣົຖເພວ່າຊັ້ນ ຣົຖເພ ລະບໍ່ໄດ້ມາເອົາ ຂະເຈົ້າວ່າແນວນັ້ນ . "
ທ່ານກ່າວຕື່ມວ່າ ການປະຕິບັດງານ ຂອງຣົຖເກັບຂີ້ເຫຍື້ອໃນປັດຈຸບັນ ກໍຍັງບໍ່ຮຽບຮ້ອຍປານໃດ ຍ້ອນທຸກຄັ້ງທີ່ມາເອົາຂີ້ເຫຍື້ອ ກໍຈະເອົາບໍ່ເບິດ ຍັງເຫຼືອຂີ້ເຫຍື້ອປະໄວ້ບາງສ່ວນ.
ວິທຍຸເອເຊັຽເສຣີ ໄດ້ພຍາຍາມ ຕິດຕໍ່ໄປຍັງ ບໍຣິສັດເກັບຂີ້ເຫຍື້ອທີ່ຮັບຜິດຊອບ ໃນພື້ນທີ່ດັ່ງກ່າວ ເພື່ອສອບຖາມຂໍ້ມູນເພີ່ມເຕີມ ແຕ່ສາຍບໍ່ວ່າງ ແລະຕໍ່ມາ ກໍບໍ່ສາມາດຕິດຕໍ່ໄດ້. ຢ່ງໃດກໍຕາມ ຜູ້ປະກອບການ ໃຫ້ບໍຣິການເກັບຂີ້ເຫຍື້ອ ທ່ານນຶ່ງກ່າວວ່າ ທີ່ບໍຣິສັດ ເກັບຂີ້ເຫຍື້ອຊ້ານັ້ນ ສ່ວນນຶ່ງ ກໍເພາະບໍຣິສັດຂາດເຂີນຄົນຂັບຣົຖ ແລະຄົນງານເກັບຂີ້ເຫຍື້ອ, ດັ່ງທ່ານກ່າວວ່າ:
"ແຕ່ກ່ອນ ຣັຖບໍຣິການເນາະ ດຽວນີ້ ເອກະຊົນໄປເຮັດ ເພິ່ນປະໃຫ້ເອກະຊົນປະ ມື້ນີ້ ເອກະຊົນເຂົາເຮັດ ມັນບໍ່ຖືກກັບຣັຖໃດ໋ ແລ້ວເຮັດບົກພ່ອງຫຼາຍຫັ້ນນ່າ ຣັຖບໍ່ເສັຍ ແຕ່ສິເປ່ເພແດ່ ຄົນກໍປະສົບການ ກໍຊິບໍ່ຫຼາຍ ຄົນເກົ່າກໍອອກຫຼາຍແດ່ ພວກໂຊເຟີ້ ພວກກັມມະກອນຫັ້ນແຫຼະ . "
ນີ້ ບໍ່ແມ່ນຄັ້ງທໍາອິດ ທີ່ຣົຖເກັບຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ມາເກັບຂີ້ເຫຍື້ອບໍ່ຕຣົງເວລາ ໃນປີ 2022 ປະຊາຊົນໃນເມືອງຫາດຊາຍຟອງ, ເມືອງສີໂຄດຕະບອງ ແລະເມືອງໄຊທານີ ກໍປະສົບປັນຫາ ຣົຖເກັບເຫຍື້ອບໍ່ມາເກັບຂີ້ເຫຍື້ອ 2-3 ອາທິດ ເຮັດໃຫ້ຂີ້ເຫຍື້ອຊະຊາຍຢູ່ໜ້າເຮືອນ ສົ່ງກິນເໝັນ ແລະຊາວບ້ານຕ້ອງຊ່ອຍເຫຼືອກັນເອງ ໂດຍຣະດົມທຶນ ຄົນລະ 10,000-20,000 ກີບ ໄປຈ້າງຣົຖ ມາເກັບຂີ້ເຫຍື້ອ.