ການສືບສວນ-ສອບສວນ ກໍລະນີ ນັກທ່ອງທ່ຽວ ເສຍຊີວິດໃນລາວ ຍັງບໍ່ມີຄວາມຄືບຫນ້າ

0:00 / 0:00

ໃນໄລຍະທ້າຍເດືອນພະຈິກ 2024, ມີກໍລະນີ ນັກທ່ອງທ່ຽວ ຊາວຕ່າງປະເທດ 6 ຄົນ ເສຍຊີວິດ ຍ້ອນດື່ມເຄື່ອງດື່ມທາດເຫລົ້າ ທີ່ມີທາດເບື່ອ ປະສົມ ຢູ່ໃນເມືອງວັງວຽງ ແຂວງວຽງຈັນ,

ຂະນະທີ່ທາງການລາວ ກໍໄດ້ຢືນຢັນວ່າ ຈະດຳເນີນການສືບສວນ-ສອບສວນ ເພື່ອ ຊອກຫາສາເຫດ ແລະ ນຳເອົາຜູ້ກະທຳຜິດ ມາລົງໂທດ ຕາມລະບຽບກົດໝາຍ. ແຕ່ມາຮອດປັດຈຸບັນ ເປັນໄລຍະເວລາປະມານ 2 ເດືອນປາຍແລ້ວ ທາງການລາວ ພັດຍັງບໍ່ທັນ ນຳສະເໜີ ຄວາມຄືບໜ້າ ໃນການສືບສວນ-ສອບສວນ ກໍລະນີດັ່ງກ່າວນີ້ ໃຫ້ສາທາລະນະ ຮັບຮູ້ ຢ່າງເປັນທາງການເທື່ອ.

ກ່ຽວກັບເລື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ຕໍາຫຼວດ ທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນ ຢູ່ເມືອງວັງວຽງ ແຂວງວຽງຈັນ ແລະ ຂັ້ນສູນກາງ ຢູ່ນະຄອນຫຼວງວຽງຈັນ. ແຕ່ພວກເຂົາເຈົ້າ ພັດຍັງບໍ່ທັນ ສາມາດເປີດເຜີຍ ລາຍລະອຽດ ການສືບສວນ-ສອບສວນ ຄວາມຄືບໜ້າໄດ້ເທື່ອ, ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ກຸມພາ 2025 ນີ້ວ່າ:

"ເຮົາບໍ່ຮູ້ນ່າ ເຮົາກໍບໍ່ເຫັນວ່າມີຫຍັງເດລະ ຕ້ອງໄປພຸ້ນແຫຼະ ທາງ ປກສ ແຂວງພຸ້ນແຫຼະ ໂອ້ ໂຕນີ້ ຂໍ້ມູນເຮົາຍັງບໍ່ຮູ້ແນ່ຊັດ ກໍມີແຕ່ ປະສານຫາທາງແຂວງເຂົາເລີຍ ເດີເຈົ້າ."

ຂ່າວ ກ່ຽວກັນ

ນັກທ່ອງທ່ຽວຕ່າງປະເທດ ເສັຍຊີວິດຈາກການດື່ມເຫຼົ້າ ມີທາດເບື່ອ ຢູ່ເມືອງວັງວຽງOpens in new window ]

ລາວ ອອກລາຍງານ ການເສຍຊີວິດ ຂອງຊາວຕ່າງປະເທດ ຢູ່ວັງວຽງOpens in new window ]

ການກວດກາ ຄຸນນະພາບຂອງເຄື່ອງດື່ມທາດເຫຼົ້າ ຕາມຮ້ານຕ່າງໆ ຢູ່ເມືອງວັງວຽງ ແຂວງວຽງຈັນ ຍັງບໍ່ທັນໄດ້ປະຕິບັດຈິງຈັງ ແລະທົ່ວເຖິງເທື່ອOpens in new window ]

ເນື່ອງຈາກ ກໍລະນີນີ້ ເປັນປະເດັນໃຫຍ່ ແລະມີຜູ້ໃຫ້ຄວາມສົນໃຈເປັນຈຳນວນຫຼາຍ ຈຶ່ງມີຄວາມຈຳເປັນ ທີ່ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄວນທີ່ອອກມາເປີດເຜີຍ ຄວາມຄືບໜ້າ ເປັນໄລຍະ ໃຫ້ແກ່ສາທາລະນະຊົນ ໄດ້ຮັບຮູ້ ຢ່າງເປັນທາງການ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ ດັ່ງ ອະດີດລັດຖະກອນ ດ້ານສາທາລະນະສຸກ ທີ່ຕິດຕາມຂ່າວນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ວ່າ:

"ກໍບໍ່ຮູ້ວ່າ ເພິ່ນເຮັດໄປຮອດໃດແລ້ວ ໄປຮອດຂັ້ນຕອນໃດແລ້ວ ເພິ່ນກໍສືບຢູ່ໃດ໋ ຈະແຈ້ງກໍຕ້ອງຖະແຫຼງຂ່າວແຫຼະ ໂອ ຄັນມິດງຽບ ໄປນີ້ ຄິດວ່າພວກເຂົາເຈົ້າຕິດຕາມ ເຂົາເຈົ້າກໍຊິບໍ່ເຊື່ອໝັ້ນປະເທດລາວ ທຳມະດາກໍຕ້ອງຖະແຫຼງຂ່າວ ສາເຫດມັນແນວໃດໆ ຫັ້ນນາ."

ຫລ້າສຸດນີ້, ຄອບຄົວຂອງຜູ້ເສຍຊີວິດ ຕ້ອງການໃຫ້ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ສະແດງຄວາມໂປ່ງໃສ ໃນການສືບສວນ-ສອບສວນ ແລະ ມອບຄວາມຍຸດຕິທໍາ ໃຫ້ແກ່ຜູ້ເສຍຊີວິດ ພ້ອມຮັບຜິດຊອບ ກັບສິ່ງທີ່ເກີດຂຶ້ນ, ດັ່ງສະມາຊິກຄອບຄົວ ຂອງຜູ້ເສຍຊີວິດ ຊາວເດນມາກ (ກ່າວພ້ອມກັນຫຼາຍຄົນ) ກາງໃນລາຍການ 60 Minutes Australia ທີ່ເຜີຍແຜ່ ໃນມື້ວັນທີ 2 ກຸມພາ 2025ນີ້ ວ່າ:

(English)

“We didn’t hear anything from the Lao government, it just goes to show that, you know, it’s a closed country and they don’t want the dialogue, they don’t want, you know, openness around. it that comes across very strongly for me, yeah, well, it’s like they want people to forget it, yep, we won’t forget and we will absolutely make sure that they are accountable for the loss of our daughters and make sure that we you know to your point yeah, other people don’t suffer what we’ve suffer.”

(ພາສາລາວ)

"ພວກເຮົາ ບໍ່ໄດ້ຍິນຫຍັງເລີຍ ຈາກລັດຖະບານລາວ. ທ່ານຮູ້ບໍ່ ມັນສະແດງໃຫ້ເຫັນວ່າ ເປັນປະເທດທີ່ປິດກັ້ນ ແລະ ບໍ່ຕ້ອງການ ໃຫ້ມີການສົນທະນາ, ເຂົາເຈົ້າ ບໍ່ຢາກໃຫ້ມີ, ການເປີດເຜີຍໃດໆ. ມັນເປັນຄວາມຮູ້ສຶກທີ່ແຮງ ສຳລັບຂ້ອຍ, ມັນຄ້າຍກັບວ່າ ເຂົາເຈົ້າ ຕ້ອງການໃຫ້ຜູ້ຄົນລືມມັນ, ແຕ່ພວກເຮົາ ຈະບໍ່ລືມເດັດຂາດ ແລະ ຈະເຮັດໃຫ້ ພວກເຂົາ ຕ້ອງຮັບຜິດຊອບ ຕໍ່ການສູນເສຍລູກສາວ ຂອງພວກເຮົາ, ແລະ ຢາກໃຫ້ໝັ້ນໃຈວ່າ ພວກເຮົາ ຮັບຮູ້ ເຖິງຈຸດຢືນຂອງແຕ່ລະຄົນ ເຊິ່ງຄົນອື່ນໆ ຈະບໍ່ຕ້ອງມາທົນທຸກ ດັ່ງທີ່ພວກເຮົາ ໄດ້ຮັບຢູ່ກັນນີ້."

ໜຶ່ງໃນສະມາຊິກຄອບຄົວ ຂອງຜູ້ເສຍຊີວິດ ທ່ານໜຶ່ງ ໄດ້ກ່າວໃນລາຍການວ່າ ຢາກໃຫ້ທາງການລາວ ອອກມາເປິດເຜີຍ ຄວາມຈິງທີ່ເກິດຂຶ້ນ ແບບຮີບດ່ວນ ຍ້ອນ ກໍລະນີດັ່ງກ່າວນີ້ ມີຜົນໂດຍກົງ ຕໍ່ອຸດສາຫະກໍາ ການທ່ອງທ່ຽວ ເຊິ່ງເປັນແຫຼ່ງລາຍໄດ້ສຳຄັນຂອງປະເທດ ທັງນີ້ ກໍເພື່ອສ້າງຄວາມໝັ້ນໃຈ ໃຫ້ແກ່ນັກທ່ອງທ່ຽວ ຊາວຕ່າງປ່າເທດ ທີ່ຕ້ອງການເດີນທາງໄປທ່ຽວລາວ.

ສໍາລັບເຮືອນພັກ, ຮ້ານອາຫານ ແລະ ບາເຫລົ້າ ນານາ ແບກແພັກເກີ (Nana Backpacker Hostel) ທີ່ມີນັກທ່ອງທ່ຽວຊາວອອສເຕຣເລັຍ ສອງ 2 ຄົນ ເຂົ້າພັກເຊົາ ແລະ ເສຍຊີວິດໃນເວລາຕໍ່ມາ, ເຈົ້າໜ້າທີ່ ຕຳຫລວດ ເມືອງວັງວຽງ ແຂວງວຽງຈັນ ໄດ້ດໍາເນີນຄະດີ ກັບເຈົ້າຂອງກິດຈະການ ຄົນຫວຽດນາມ ແລະ ພວກກ່ຽວຂ້ອງ, ພ້ອມສັ່ງໃຫ້ຍຸຕິ ການດຳເນີນກິດຈະການເຮືອນພັກ ນັບແຕ່ມື້ເກີດເຫດ ມາຈົນນຮອດປັດຈຸບັນ, ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການທ່ອງທ່ຽວ ທ່ານໜຶ່ງ ກ່າວວ່າ:

“ເຫດການໂຕນັ້ນ ເພິ່ນກໍສັ່ງໃຫ້ໂຈະ ອັນນ່າ ມັນເປັນການຊົ່ວຄາວໄປກ່ອນ ແບບບໍ່ມີກຳນົດ ທຸລະກິດຜູ້ທີ່ເຮັດບໍລິການແທ້ໆ ແມ່ນເປັນຄົນຫວຽດນາມ. ເຂົ້າມາດຳເນີນທຸລະກິດນີ້ນ່າ ເອີ ບາງຄົນກໍມາທ່ຽວ ແລະ ກໍມາລັກເຮັດທຸລະກິດ ແລະ ຜູ້ອຳນວຍຄວາມສະດວກ ກໍຊິແມ່ນເຈົ້າຂອງສະຖານທີ່ ຫັ້ນແຫລະ (ຄົນຫວຽດນາມ) ເຂົາກໍມີການດໍາເນີນຄະດີ ອ້າຍກໍບໍ່ແນ່ໃຈ ວ່າ ສົ່ງກັບບ້ານແລ້ວບໍ່ ຫລືວ່າມີການປັບໃໝ ໜ້ອຍ ຫລາຍເທົ່າໃດຫັ້ນນ່າ.”

ໃນໄລຍະເວລາທີ່ເກີດເຫດ, ມີນັກທ່ອງທ່ຽວຊາວຕ່າງປະເທດ 6 ຄົນ ທີ່ໄດ້ຮັບການຢືນຢັນ ເປັນທາງການວ່າ ເສຍຊີວິດ ຍ້ອນດື່ມທາດເມົາ ທີ່ມີທາດເບື່ອປະສົມ ຢູ່ເມືອງວັງວຽງ ແຂວງວຽງຈັນ. ປະກອບມີ ຊາວອອສເຕຣເລຍ ເພດຍິງ ອາຍຸ 19 ປີ 2 ຄົນ, ຊາວເດນມາກ ເພດຍິງ 2 ຄົນ ອາຍຸ 20 ແລະ 21 ປີ, ຊາວອັງກິດ ເພດຍິງ ອາຍຸ 28 ປີ 1 ຄົນ ແລະ ຊາວອາເມຣິກາ ເພດຊາຍ ອາຍຸ 57 ປີ 1 ຄົນ.