ທາງການລາວ, NGO ຫາລື ເຣື່ອງເພດສຶກສາ-ນັກຮຽນ ມ.ປາຍ

0:00 / 0:00

ວັນທີ 9 ກຸມພາ ປີ 2024 ທີ່ຜ່ານມາ ຢູ່ຄະນະສາທາຣະນະສຸຂສາດ ມະຫາວິທຍາໄລສຸຂພາບ ມີກອງປະຊຸມຮ່ວມກັບ ສູນສຶກສາ ແລະຄົ້ນຄວ້າ ກ່ຽວກັບແມ່ຍິງ ໃນເຂດເອເຊັຍປາຊິຝິກ ຫຼື Asian-Pacific Resource and Research Centre for Women (ARROW) ປຶກສາຫາລື ຮັບຟັງ ທັສນະຄະຕິຂອງຄຣູ ຕໍ່ກັບເພດສຶກສາ ແລະເບິ່ງຄວາມເປັນໄປໄດ້ໃນຕໍ່ໜ້າ ໃນການປັບປຸງວຽກງານເພດສຶກສາ ຂັ້ນມັທຍົມສຶກສາ ຢູ່ລາວ ເພື່ອຊ່ອຍໄວໜຸ່ມ ໃຫ້ມີຊີວິດທີ່ປອດໄພ ຈາກພະຍາດເອດ, ພະຍາດຕິດຕໍ່ທາງເພດສັມພັນ, ການຖືພາບໍ່ໄດ້ຕັ້ງໃຈ, ຄວາມຮຸນແຮງທາງເພດ ແລະຄວາມບໍ່ສເມີພາບ ລະຫວ່າງ ຍິງ-ຊາຍ, ອີງຕາມຄວາມເວົ້າ ຂອງຍານາງ ວັນພະນອມ ສີຈະເລີນ ຄະນະບໍດີ ຄະນະສາທາຣະນະສຸຂສາດ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງສຶກສາທິການ ແລະກິລາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ກຸມພາ ນີ້ວ່າ ເປັນເຣື່ອງທີ່ດີ ທີ່ຈະມີການປັບປຸງ ວຽກງານເພດສຶກສາຂັ້ນມັທຍົມ ຍ້ອນການຮຽນ-ການສອນເພດສຶກສາ ໃນລາວ ຍັງບໍ່ລຶກຊື້ງປານໃດ.

ດັ່ງຍານາງກ່າວວ່າ:

"ມັນກໍເປັນການດີຫັ້ນແຫຼະ ຍັງບໍ່ໄດ້ເຂົ້າ ອັນເລິກເຊິ່ງປານນີ້ເນາະ ປັດຈຸບັນນີ້ ເຂົາເຈົ້າກໍມີແຕ່ ພຽງແນະນໍາໃຫ້ຮູ້ວ່າ ເອີ່ ການເຕີບໂຕຂອງແຕ່ລະໄວຫັ້ນ ໃນແມ່ຍິງໄວຈະເຣີນພັນ ມີແນວໃດ ການເປັນປະຈໍາເດືອນ ການຮັກສາ ມັນຍັງບໍ່ທັນໄດ້ເຂ້າຢູ່ໃນລະບົບ ຫຼັກສູດແຫ່ງຊາຕເນາະ ແຕ່ວ່າ ມັນຢູ່ໃນການສອນແຊກເຂົ້າ ໃນວິຊາໃດນຶ່ງເນາະ ເພິ່ນສອນແຊກເຂົ້າໃນວິຊາຊີວິ ກັບອັນ ສຶກສາພົລເມືອງ."

ຂະນະທີ່ ປີ 2023 ຕັ້ງແຕ່ເດືອນມົກກະຣາ ຫາເດືອນຕຸລາ ມີຜູ້ຕິດເຊື້ອ HIV/AID ໃນປະເທດລາວ ຣາຍໃໝ່ ເຖິງ 1,757 ຄົນ ສ່ວນໃຫຍ່ເປັນກຸ່ມໄວໜຸ່ມ ມີທັງເພດຍິງ ແລະເພດຊາຍ ແລະປັດຈຸບັນ ກຸ່ມທີ່ຍັງສ່ຽງທີ່ສຸດ ກໍຍັງເປັນຊາຍຮັກຊາຍ, ອີງຕາມຂໍ້ມູນ ຈານສູນຕ້ານເອດ ຫຼື ພຕພ ຂອງປະເທດລາວ.

ດ້ານອະດີດນັກຮຽນ ທີ່ຮຽນຈົບຊັ້ນ ມ.7 ຈາກນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ກ່າວວ່າ ຖ້າວ່າ ມີການປັບປຸງວຽກງານເພດສຶກສາ ມີທັງດ້ານດີ ແລະດ້ານບໍ່ດີ ດ້ານດີ ຈະຊ່ອຍໃຫ້ນັກຮຽນ ຮູ້ວິທີປ້ອງກັນໂຕເອງ ຈາກພະຍາດເອດ ແລະພະຍາດຕິດຕໍ່ ທາງເພດສັມພັນ ແລະຮູ້ວິທີການວາງແຜນຄອບຄົວ ເພື່ອປ້ອງກັນການຖືພາ ແລະປະລະການຮຽນແຕ່ຍັງນ້ອຍ.

ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:

"ໂດຍ ຄັນໃສ່ແນວນັ້ນ ກໍດີ ຖ້າເບິ່ງມຸມມອງເຮົານີ້ ກໍດີຄືກັນ ແຕ່ວ່າ ມັນມີດີ ບໍ່ດີນ່າເອື້ອຍ ຢ້ານມັນເປັນອີ່ຫຍັງເກາະ ເຂົາເອີ້ນນ່າ ເອີ່ຜູ້ນັ້ນ ກໍຮູ້ ຜູ້ນີ້ກໍຮູ້ ເປັນກົລໄກ ໃຫ້ເຂົາຢາກເຮັດ ຢາກທົດລອງຫັ້ນນ່່າ ກໍແມ່ນດີ ສ່ວນຫຼາຍເຂົາຮູ້ປ້ອງກັນຫັ້ນແຫຼະ ກໍມີເດ້ ຊ່ວງຮຽນ ມ.7 ກໍມີ ເຂົາເຈົ້າຮູ້ຖືພາແລ້ວ ເຂົາເຈົ້າກໍອອກຈາກໂຮງຮຽນ ກໍກິນຢູ່ນໍາກັນເລີຍ."

ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການຄາດຄະເນ ໃນປີ 2021 ແມ່ນປະເທດລາວ ມີການນໍາໃຊ້ ວິທີການຄຸມກໍາເນີດ ໄດ້ພຽງແຕ່ 53% ເຊິ່ງສະແດງໃຫ້ເຫັນວ່າ ປະເທດລາວ ຕ້ອງໄດ້ເພີ່ມອີກ 17% ເພື່ອບັນລຸເປົ້າໝາຍ ໃນປີ 2030 ທີ່ລະບຸວ່າ ອັດຕຣາການນໍາໃຊ້ ວິທີການຄຸມກໍາເນີດ ຕ້ອງໄດ້ 70%, ອີງຕາມຂໍ້ມູນ ຈາກກອງທຶນປະຊາກອນ ແຫ່ງສະຫະປະຊາຊາຕ UNFPA.

ດ້ານຜູ້ປົກຄອງ ຂອງນັກຮຽນ ກ່າວວ່າ ການປັບປຸງວຽກງານເພດສຶກສາ ຈະຊ່ອຍໃຫ້ລູກຂອງເຂົາເຈົ້າ ຮູ້ວິທີປ້ອງກັນໂຕເອງ ຈາກພະຍາດຕິດຕໍ່ທາງເພດສັມພັນ ແບບຖືກຫຼັກການ ຂອງສາກົລ.

ດັ່ງຜູ້ປົກຄອງຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:

"ເປັນເຣື່ອງດີ ຕໍ່ໄປ ກໍຊິ ອື້..ມັນຊິຊ່ວຍໃຫ້ຮູ້ເດ້ ວັ່າ ເພດ ເວລາເພດ ເຂົາຍັງໄວຮຽນ ໄວໜຸ່ມກັນ ຈັ່ງຊັ້ນນ່າ. ເຂົາຮູ້ວິທີປ້ອງກັນ ຮູ້ວິທີແນວໃດ ຖືກຫຼັກການຂອງສາກົລບໍ່ ເຣື່ອງມີເພດສັມພັນ ເຣື່ອງຫຍັງນີ້ແຫຼະ ຄັນຊິເວົ້າ."

ຂະນະທີ່ ເຈົ້າໜ້າທີ່ ສະຫະພັນແມ່ຍິງ ຈາກແຂວງຊຽງຂວາງ ກ່າວວ່າ ຖ້າວ່າ ມີການປັບປຸງວຽກງານເພດສຶກສາ ໃນຂັ້ນມັທຍົມ ຈະຊ່ອຍໃຫ້ໄວໜຸ່ມ ບໍ່ສ່ຽງຕິດ ພະຍາດຕິດຕໍ່ທາງເພດສັມພັນ ແລະພະຍາດເອດ.

ດັ່ງຍານາງກ່າວໃນມື້ດຽວກັນນີ້ວ່າ:

"ມັນກໍທຸກໆຢ່າງຫັ້ນແຫຼະນ້ອງ ທັງເຮົາອັນເຜີຍແຜ່ ບໍ່ໃຫ້ເຂົາເຈົ້າ ອັນແຕ່ງງານ ຢູ່ກັບຜູ້ຊາຍ ກ່ອນການແຕ່ງດອງໄປເລີຍຫັ້ນນ່າ ມີເຊັກເນາະ ມີຫຍັງ ນອນກັບຜູ້ຊາຍກ່ອນຫັ້ນນ່າ ມັນຕິດຕໍ່ພະຍາດໂຕນີ້ແຫຼະ ຄວາມບໍ່ຮູ້ນ່າ ບໍ່ຮູ້ວິທີນ່າ ສ່ວນຫຼາຍ ນັກຮຽນ ມັນເປັນແນວນັ້ນ ນັກຮຽນເນາະ ດຽວນີ້ນ່າ."

ປີ 2021 ທີ່ຜ່ານມາ ຣັຖບານລາວ ໄດ້ຮັບການສນັບສນູນ ຈາກອົງການສະຫະປະຊາຊາຕ ກອງທຶນ ສໍາລັບປະຊາກອນ ໃນການເຊື່ອມສານເພດສຶກສາ ແບບຄົບຖ້ວນ ເຂົ້າໃນຫຼັກສູດ ການຮຽນ-ການສອນ ໃນຂັ້ນປະຖົມ ແລະມັທຍົມ ມີຫຼາຍຫົວຂໍ້ເຊັ່ນ: ສຸຂພາບທາງເພດ, ສຸຂພາບຈະເຣີນພັນ, ການປ້ອງກັນ ພະຍາດຕິດຕໍ່ທາງເພດສັມພັນ ແລະເອດ, ຄວາມສເມີພາບ ລະຫວ່າງຍິງ-ຊາຍ, ສິດທິເດັກ ແລະການນໍາໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະການສື່ສານ ຢ່າງປອດໄພ, ຂໍ້ມູນຈາກ ກອງທຶນປະຊາກອນ ແຫ່ງສະຫະປະຊາຊາຕ UNFPA.