ທາງການລາວ-ຈີນ ຮ່ວມກັນຕ້ານການປູກຝິ່ນ ຕາມຊາຍແດນ

0:00 / 0:00

ກໍາລັງປ້ອງກັນ ແລະຕ້ານຢາເສບຕິດ ລາວ-ຈີນ ໄດ້ສ້າງກົນໄກ ປະສານງານຮ່ວມກັນ ລະຫວ່າງຊາຍແດນ ແຂວງຜົ້ງສາລີ ແລະນະຄອນພູເອີ ແລະນະຄອນຊຽງຮຸ່ງ ມົນທົນຢຸນນານ ຂອງຈີນ ເພື່ອສະກັດກັ້ນ ການລັກປູກຝິ່ນ ແລະການລັກຂົນສົ່ງຢາເສບຕິດ ຜ່ານເຂດຊາຍແດນ. ພ້ອມດຽວກັນນັ້ນ ລັດ ຖະບານລາວ ກໍສະໜັບສະໜູນໃຫ້ 8 ບໍລິສັດຈີນ ສົ່ງເສີມ​ໃຫ້ປະຊາຊົນແຂວງຜົ້ງສາລີ ປູກພືດທົດແທນການປູກຝິ່ນ ເປັນຕົ້ນ ຢາງພາລາ ແລະພືດຕາມລະດູການ, ອີງຕາມຄໍາເວົ້າ ຂອງ ພົນຈັດຕະວາ ຄໍາຈັນ ແສງດາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ຕໍ່ນັກຂ່າວ CMG ເມື່ອທ້າຍເດືອນມິຖຸນາ 2024.

ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ແຂວງຜົ້ງສາລີ ກໍກ່າວວ່າ ກົນໄກປະສານງານຮ່ວມກັນ ລະຫວ່າງລາວ-ຈີນນີ້ ຍັງຮວມໄປເຖິງບໍລິສັດຈີນ ທີ່ເຂົ້າມາລົງທຶນປູກພຶດທົດແທນການປູກຝິ່ນ ແລະການສະໜອງງົບປະມານ ເພື່ອທໍາລາຍສວນຝິ່ນ ທີ່ປະຊາຊົນລັກປູກ ໃນເຂດຫ່າງໄກ ສອກຫລີກ ແລະສະກັດກັ້ນການລັກຂົນຝິ່ນຢູ່ຊາຍແດນ ລາວ-ຈີນນໍາດ້ວຍ ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ກໍລະກົດນີ້ວ່າ:

" ຮ່ວມມືລະຫວ່າງລາວກັບຈີນນີ້ກໍ໋ ພວກເຮົາ 2 ກະຊວງກໍໄດ້ຮ່ວມມືປາບປາມສະກັດກັ້ນ 1. ບັນດາກຸ່ມເປົ້າໝາຍທີ່ລັກລອບປູກຝິ່ນນີ້ ເພິ່ນໃຫ້ທຶນປູກຢາງພາລາທົດແທນການປູກຝິ່ນ 2 ມາລະແມ່ນຮ່ວມມືກັນທໍາລາຍສວນຝິ່ນຫັ້ນນ່າ ເພິ່ນກໍຊ່ວຍເຫລືອດ້ານງົບປະມານເນາະ ກັບບໍລິສັດທີ່ທົດແທນການປູກຝິ່ນ ປະຈໍາຢູ່ແຂວງນີ້ ເຂົາໃຫ້ທຶນ ອັນທີ 3 ນີ້ເພິ່ນກໍຮ່ວມໄມ້ຮ່ວມມືກ່ຽວກັບຜູ້ໃດທີ່ 2 ກອງບັນຊາການ ພູເອີບໍ່ ຊຽງຮຸ່ງບໍ່ນີ້ ມ້າງທໍາລາຍຄະດີ ຜູ້ທີ່ຂົນສົ່ງນໍາສົ່ງນໍາຈັບ ຢູ່ຕາມຊາຍແດນ ຮ່ວມມືກັນລາດຕະເວນຕາມຊາຍແດນ ຖ້າພົບເຫັນຜູ້ທີ່ເຄື່ອນໄຫວເສບຢາເສບຕິດບໍ່ ໄດ້ຈັບກຸມ ຖ້າແມ່ນຄົນລາວກໍ ຈັບຢູ່ດິນລາວກໍດໍາເນີນຄະດີ ຈັບຢູ່ດິນຈີນກໍດໍາເນີນຄະດີຢູ່ຈີນ. "

ທ່ານກ່າວຕື່ມວ່າ ຜ່ານການຈັດຕັ້ງປະຕິບັດ ວຽກງານຮ່ວມມືກັນ ໃນໄລຍະຜ່ານມາ ສາມາດແກ້ໄຂໄດ້ຫລາຍຄະດີ ໂດຍສະເພາະຄະດີ ທີ່ຊາວບ້ານຢູ່ເຂດຫ່າງໄກສອກຫລີກ ລັກປູກຝິ່ນ ແລະລັກຂົນຝິ່ນໄປຂາຍຢູ່ຈີນ.

" ສ່ວນຫລາຍແມ່ນຢາຝິ່ນ ເພາະວ່າຄົນລາວ ພົນລະເມືອງທີ່ຢູ່ລຽບຕາມຊາຍແດນ ເຂົາເຈົ້າປູກຕາມບ້ານຕາມເຮືອນ ຢູ່ຫ່າງໄກສອກຫລີກ ສ່ວນຫລາຍ ຄືປະຊາຊົນລາວ ຜູ້ທີ່ຮູ້ເທົ້າບໍ່ເຖິງການນີ້ ສົ່ງອອກໄປຈີນແລ້ວກໍຖືກຈັບຢູ່ຈີນນີ້ ອັນນັ້ນແລ້ວປ້ອນຂໍ້ມູນໃຫ້ກັນ ເຂົາຖືກຈັບຢູ່ຈີນກໍມີເດ້ ຮ່ວມມືກັນດົນແລ້ວ ເປົ້າໝາຍຫລັກໆລະແມ່ນ ສະກັດກັ້ນບໍ່ໃຫ້ຢາເສບຕິດຢູ່ຝັ່ງລາວອອກໄປຈີນ ຍັງສືບຕໍ່ຮ່ວມມືແຫລະ. "

ນອກຈາກນີ້ ລະຫວ່າງຕໍາຫລວດຈີນ ແລະຕໍາຫລວດລາວ ກໍໄດ້ຮ່ວມມືກັນຢູ່ເຂດຊາຍແດນ ເປັນຕົ້ນ ລະຫວ່າງເມືອງຈຽງເຊິນ, ເມືອງພູເອີ ຂອງຈີນ ແລະເມືອງບຸນໃຕ້, ເມືອງຫລ້າ ຂອງລາວ ທີ່ຕິດກັບເຂດສິບສອງພັນນາຂອງຈີນ ໃນການສະກັດກັ້ນ ການຂົນສົ່ງຝິ່ນ ຢູ່ຊາຍແດນລາວ-ຈີນ, ອີງຕາມຄໍາເວົ້າຂອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ຕໍ່ນັກຂ່າວ CMG.

ກ່ຽວກັບເລື້ອງນີ້ ປະຊາຊົນ ທີ່ຢູ່ຕິດເມືອງຫລ້າ ເວົ້າວ່າ ພາຍໃນບ້ານນີ້ ບໍ່ມີການປູກຝິ່ນ, ປະຊາຊົນ ລັກຝິ່ນຈາກບ່ອນອື່ນ ມາສູບ ແລະວ່າ ແຕ່ກ່ອນ ຢູ່ບ້ານນີ້ ມີການປູກຝິ່ນ ແຕ່ດຽວນີ້ ປູກຢາງພາລາ ແລະອ້ອຍແທນ.

" ໂອ້ແຖວນີ້ ເຂົາບໍ່ໄດ້ປູກ ເລື້ອງປູກແທ້ເຂົາບໍ່ໄດ້ປູກ ເຂົານໍາເຂົ້າບ່ອນອື່ນ ເຂົາລັກລອບກັນຊື້ຂາຍຫັ້ນນ່າ ແຕ່ອັນນີ້ກໍບໍ່ຮູ້ວ່າ ແມ່ນຜູ້ໃດຂາຍແທ້ຫັ້ນນ່າ ຢູ່ບ້ານເຮົາແທ້ກໍປູກຢາງພາລາ ກັບສວນອ້ອຍມາປູກແທນຝິ່ນນີ້ແຫລະ ຢາງພາສາກັບອ້ອຍນີ້. "

ປະຊາຊົນ ທີ່ຢູ່ຕິດເມືອງຫລ້າ ອີກຜູ້ໜຶ່ງ ກໍເວົ້າວ່າ ພາຍໃນບ້ານຂອງຕົນ ມີຄົນສູບຝິ່ນບໍ່ຫລາຍ, ຄົນສູບຝິ່ນເຈັບເປັນກໍມີ. ຝິ່ນທີ່ເຂົາເຈົ້າພາກັນສູບ ຕາມຂ່າວວ່າ ມາຈາກເມືອງຍອດອູ, ເມືອງສໍາພັນ ແລະເມືອງໃໝ່. ແລະວ່າ ຫາກລາວຮ່ວມມືກັບຈີນ ສະກັດກັ້ນການປູກຝິ່ນ ກໍຈະເຮັດໃຫ້ການປູກຝິ່ນໃນລາວ ຫລຸດລົງ ແລະການລັກຂົນສົ່ງຝິ່ນຂ້າມປະເທດ ກໍຈະຫລຸດລົງນໍາດ້ວຍ ດັ່ງທີ່ທ່ານກ່າວວ່າ:

" ບໍ່ມີເດ້ ຢູ່ນີ້ ຄົນດູດຝິ່ນບໍ່ມີຫລາຍ ມີແຕ່ປະມານຜູ້ໜຶ່ງສອງຄົນເທົ່ານັ້ນ ເຂົາກິນດິບ ມັນເບື່ອບໍ່ ມັນຖອກທ້ອງບໍ່ ອິຫຍັງຫັ້ນນ່າ ແຕ່ວ່າຕາມທີ່ເຂົາເຈົ້າເວົ້າ ໄປເອົາຝິ່ນແທ້ ໄປເອົາເມືອງຍອດອູບໍ່ ເມືອງສໍາພັນ ເມືອງໃໝ່ ອິຫຍັງພຸ້ນແຫລະ ເຂົາເອົາມາ ຂໍຄວາມຮ່ວມມືທາງເບື້ອງຈີນແດ່ ບໍ່ໃຫ້ລະບາດ ມັນກໍຫລຸດຜ່ອນລົງ ເພາະວ່າເບື້ອງຈີນ ມັນເຂັ້ມງວກກວ່າເບື້ອງລາວເດ້. "

ປະຊາຊົນ ທີ່ຢູ່ຕິດເມືອງຫລາ ຜູ້ທໍາອິດນັ້ນ ເວົ້າຕື່ມວ່າ ເຫັນຕໍາຫລວດທະຫານລາວ ລາດຕະເວນ ຕາມແນວຊາຍແດນລາວ-ຈີນ ບໍ່ເຄັ່ງຄັດ ບາງເທື່ອປະຊາ ຊົນຜູ້ມີເງິນມີຄໍາ ກໍບໍ່ຢ້ານກົດໝາຍ ເອົາເງິນໃຫ້ເຈົ້າໜ້າທີ່ຕາມແນວຊາຍແດນ ເພື່ອໃຫ້ເປີດທາງ ລັກຂົນສົ່ງຝິ່ນ ຈາກລາວໄປຈີນກໍມີ. ຫາກລາວຮ່ວມມືກັບຈີນ ເພື່ອສະກັດກັ້ນຝິ່ນ ກໍຄິດວ່າ ຈະສາມາດປາບປາມ ການລັກຂົນສົ່ງຝິ່ນຈາກລາວໄປຈີນໄດ້ຢູ່ ດັ່ງທີ່ທ່ານກ່າວວ່າ:

" ຖ້າມີການປາບປາມແທ້ໆ ເນາະ ຫາກຊິເຮັດໄດ້ຢູ່ ແຕ່ເບິ່ງຕາມສະພາບແລ້ວກໍລະບຽບເຮົານີ້ ວາງໄວ້ ແຕ່ກໍຍັງບໍ່ທັນໄດ້ເຮັດເທົ້າທີ່ຄວນຫັ້ນນ່າ ຖ້າເຮັດປະມານ 90% ຕາມກົດລະບຽບທີ່ວາງໄວ້ 1 ຢາຝອກຢາຝິ່ນນີ້ກໍ ກໍໜ້າຊິໝົດໄປຈາກປະເທດລາວນີ້ແຫລະ ແຕ່ອັນນີ້ກົດລະບຽບມີຢູ່ ແຕ່ບໍ່ໄດ້ເຄັ່ງຄັດປານໄດ ຄືປະຊາຊົນເນາະ ຜູ້ທີ່ເຂົາບໍ່ມີອັນຢູ່ອັນກິນ ບໍ່ມີເງິນບໍມີຄໍານ່າ ໄປໃສກໍຫາກລໍາບາກເນາະ ແຕ່ຄົນເຂົາມີເງິນມີຄໍາກໍ ເຮັດຫຍັງກໍສະບາຍຫັ້ນນ່າ ກໍບໍ່ຢ້ານກົດໝາຍແນວໃດ ເໜືອກົດໝາຍຢູ່ຫັ້ນນ່າ ຖ້າມີການຮ່ວມມືນໍາຈີນ ແລ້ວກໍເຮັດແທ້ໆ ຄິດວ່າກໍໜ້າສິປາບໄດ້ຢູ່ເດ້. "

ແຂວງຜົ້ງສາລີ ເປັນແຂວງໜຶ່ງ ທີ່ມີຊາຍແດນຕິດກັບ 2 ປະເທດ ຄືຈີນ ແລະຫວຽດນາມ. ບາງເຂດ ເສັ້ນທາງໄປບໍ່ຮອດ, ປະຊາຊົນ ຍັງບໍ່ມີອາຊີບໝັ້ນຄົງ. ຈາກສະພາບດັ່ງກ່າວ ປະຊາຊົນຈໍານວນໜຶ່ງ ຈຶ່ງໄດ້ລັກປູກຝິ່ນ ໃນເຂດຊາຍແດນຫ່າງໄກ ສອກຫລີກ, ອີງຕາມຄໍາເວົ້າ ຂອງຫົວໜ້າກອງບັນຊາການ ປກສແຂວງຜົ້ງສາລີ.

ເມື່ອວັນທີ 5 ກຸມພາ 2024 ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ໄດ້ທໍາລາຍສວນຝິ່ນ ພາຍຫລັງທີ່ປະຊາຊົນ ລັກປູກ ຢູ່ກຸ່ມບ້ານ ເອີປາ ເມືອງສໍາພັນ ໃນເນື້ອທີ່ 300 ຕາແມັດ, ອີງຕາມລາຍງານ ຂອງເຟສບຸກ ເພຈ ໂຄສະນາອົບ ຮົມ-ຂ່າວສານ ປກສ ແຂວງຜົ້ງສາລີ.

ແລະເມື່ອປີ 2023 ທີ່ຜ່ານມາ ກໍມີຂ່າວວ່າ ປກສ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ທໍາລາຍສວນຝິ່ນ 1.1 ເຮັກຕ້າ ຢູ່ບ້ານພານ ແລະໃນປີດຽວກັນນີ້ ປກສ ເມືອງບຸນເໜືອ ກໍໄດ້ທໍາລາຍສວນຝິ່ນ 10 ຕອນ, ມີເນື້ອທີ່ທັງໝົດ 1.55 ເຮັກຕ້າ ຢູ່ບ້ານນໍ້າກາງ.