ວັນທີ 17 ພຶສຈິກາ 2023 ທີ່ຜ່ານມາ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ແຫ່ງຊາຕ ເປັນປະທານ ຢ່າງເປັນທາງການ ໃນພິທີມອບ-ຮັບ ແລະ ເປີດນໍາໃຊ້ ສູນບໍາບັດ, ຟື້ນຟູສຸຂພາບ ຜູ້ຕິດຢາເສບຕິດ ຢູ່ ບ້ານທົ່ງຫວາຍ ເມືອງທ່າແຕງ ແຂວງເຊກອງ ເຊິ່ງຈະສາມາດຮອງຮັບຜູ້ຕິດຢາເສບຕິດໄດ້ 500 ຄົນ.
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງທ່ານແຕງ ແຂວງເຊກອງ ກ່າວວ່າ ສູນນີ້ ຮອງຮັບຜູ້ຕິດຢາເສບຕິດ 4 ແຂວງພາກໃຕ້ ຄື ແຂວງເຊກອງ, ອັດຕະປື, ສາຣະວັນ ແລະ ຈໍາປາສັກ. ປັຈຸບັນ ສູນດັ່ງກ່າວ ມີອາຄານ 3 ຫລັງແລ້ວ ແລະ ມີແຜນຈະກໍ່ສ້າງອາຄານອີກຕື່ມ ເພື່ອເປັນບ່ອນບໍາບັດ ແລະ ຟື້ນຟູສຸຂພາບ ໃຫ້ ຜູ້ຕິດຢາເສບຕິດ ທຸກປະເພດ ແລະ ເປັນບ່ອນສ້າງອາຊີບ ໃຫ້ ຜູ້ຕິດຢາເສບຕິດ.
ດັ່ງ ຍານາງ ຂຍາຍຄວາມຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ນີ້ວ່າ:
"ຄື ເມື່ອກ່ອນ ມັນກໍເປັນຂອງເຂື່ອນ ເຂື່ອນຫ້ວຍລໍາພັນ ຫລັງຈາກ ເພິ່ນສໍາເຣັດໂຄງການແລ້ວເນາະ ເພິ່ນກໍມອບ ໃຫ້ທາງພາກຣັຖຫັ້ນນ່າ ເຊິ່ງເມື່ອກ່ອນ ມັນເປັນທີ່ພັກຂອງພນັກງານຫັ້ນນ່າ ເຊິ່ງ ໄລຍະ ນີ້ ມັນກໍມີແຕ່ 2 ຫ້ອງຂອງເພດຍິງ ກັບ ເພດຊາຍຫັ້ນ ແລ້ວເພິ່ນຈະມີການຂຍາຍຕື່ມ ເພາະວ່າ ໃນຫັ້ນ ເພິ່ນສາມາດ ຮັບຮອງ 500 ກວ່າຄົນ ນອກຈາກສູນບໍາບັດແລ້ວ ເພິ່ນກໍຊິມີ ຂຍາຍອາຊີພໃຫ້ຫັ້ນນ່າ ໃຫ້ຜູ້ບໍາບັດຟື້ນຟູ ສາມາດມີອາຊີພ ເພື່ອສ້າງຣາຍຮັບ ກັບ ຕົວເອງ ຫລັງຈາກທີ່ອອກຈາກສູນ ເພິ່ນຊິເຮັດເປັນບ່ອນປິ່ນປົວສຸຂພາບອີກເນາະ ຫລັງນຶ່ງຫັ້ນເດ້ ໃກ້ກັບ ໂຕປ້ອມຍາມທີ່ອອກ-ເຂົ້າຫັ້ນນ່າ . "
ທ່ານພັນຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສງົບແຂວງ ກ່າວໃນພິທີເປີດວ່າ ທີ່ຜ່ານມາ ພາຍໃນແຂວງເຊກອງ ໄວໜຸ່ມ ຕິດຢາເສບຕິດຈໍານວນຫລາຍ ເຮັດໃຫ້ເກີດບັນຫາສັງຄົມ ເປັນຕົ້ນ ປຸ້ນຈີ້ ອາຣະວາດ ອາຊຍາກັມ ແລະ ຂີ້ລັກງັດແງະ ສະນັ້ນ ການນໍາແຂວງ ແລະ ກະຊວງປ້ອງກັນຄວາມສງົບ ຈຶ່ງໄດ້ປະສານງານນໍາໂຄງການເຂື່ອນໄຟຟ້າ ຫ້ວຍລໍາພັນຕອນເທິງ ແຂວງເຊກອງ ເພື່ອປະກອບສ່ວນ ອະນຸຍາດໃຫ້ພາກຣັຖ ນໍາໃຊ້ອາຄານເກົ່າ ໃນເນື້ອທີ່ດິນທັງໝົດ 21,363 ຕາແມັດ ສ້າງເປັນສູນບໍາບັດ, ເພື່ອຟື້ນຟູສຸຂພາບ ຜູ້ຕິດຢາເສບຕິດ.
ດ້ານປະຊາຊົນ ຈາກແຂວງເຊກອງ ກ່າວວ່າ ການເປີດນໍາໃຊ້ສູນດັ່ງກ່າວ ຖືເປັນສິ່ງທີ່ດີ ຍ້ອນຈະຊ່ວຍບໍາບັດ ຜູ້ຕິດຢາເສບຕິດ ຍ້ອນ ອີງຕາມທີ່ໂຕເອງ ເຫັນສະພາບໂຕຈິງ ຈາກຜູ້ທີ່ເຄີຍຕິດຢາເສບຕິດ ຢູ່ແຂວງເຊກອງ ແລ້ວໄປປິ່ນປົວ ຢູ່ສູນບໍາບັດ-ຟື້ນຟູຜູ້ຕິດຢາເສບຕິດ ທີ່ ແຂວງສວັນນະເຂດ ແລະ ແຂວງຈໍາປາສັກ ກັບມາເປັນຄົນປົກກະຕິ ບໍ່ຫັນໄປພົວພັນຢາເສບຕິດຊ້ໍາອີກ.
ດັ່ງ ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
"ຊ່ວຍແບບວ່າ ບໍາບັດຫັ້ນແຫລະ ໃຫ້ເຊົາຫັ້ນແຫລະ ໃນ ໄລຍະ ໃຫ້ເຊົາ ບໍ່ໃຫ້ຕິດຢາຄືເກົ່າຫັ້ນແຫລະ ເພາະວ່າ ທ່ານຣັຖມົນຕຣີເພິ່ນ ຫາກໍຕັ້ງຫວ່າງປີນີ້ ຫາກໍເປີດນີ້ແຫລະ , ຢູ່ ສວັນນະເຂດ ຈໍາປາສັກ ເນາະ ຄືວ່າຕາມສັງເກດ ເຄີຍເຫັນຜ່ານມາ ກໍບໍ່ໄດ້ເປັນບ້າ ຄົນເສັຍຈິດ ອິ ສັງ ກໍເປັນຄົນປົກກະຕິ ເນາະ . "
ຂະນະທີ່ ປະຊາຊົນ ຈາກແຂວງອັດຕະປື ກ່າວວ່າ ຜົລຮັບ ທີ່ຈະເຫັນໄດ້ວ່າ ຜູ້ຕິດຢາເສບຕິດ ຈະມັກກັບໄປຕິດຢາເສບຕິດຊ້ໍາອີກບໍ່ນັ້ນ ມັນຈະຂຶ້ນກັບຄົນທີ່ຕິດຢາເສບຕິດເອງ. ນອກນັ້ນ ສະພາບໂຕຈິງ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ບໍ່ເກັບເງິນກັບພໍ່ແມ່ຜູ້ປົກຄອງ ຂອງຜູ້ທີ່ມີລູກ-ມີຫລານ ຕິດຢາເສບຕິດ ເພື່ອເປັນຄ່າຢູ່ຄ່າກິນ ພາຍໃນສູນໆ ຍ້ອນ ບາງຄອບຄົວ ບໍ່ມີເງິນ ຈະສົ່ງລູກເຂົ້າສູນບໍາບັດ ຜູ້ຕິດຢາເສບຕິດ ແລ້ວຈະເຮັດໃຫ້ ຜູ້ຕິດຢາເສບຕິດ ບໍ່ໄດ້ຮັບໂອກາດ ທີ່ຈະເລີກຢາເສບຕິດໄດ້ເລີຍ.
ດັ່ງ ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
"ກໍ ຊ າບາງຄົນ ກໍຜູ້ອັນນ່າ ຕິດ ແລ້ວກໍເລີກໄດ້ກໍມີ ຜູ້ຍັງເຫລືອນັ້ນ ບາດມາ ມາເຖິງ ບໍ່ໄດ້ເລີກ ກໍຍັງຄືເກົ່າກໍມີ ມັນເວົ້ານໍາຄົນດອກ ຕອນຢູ່ສູນ ກໍບໍ່ໄດ້ກິນແທ້ ບາດມາຮອດເຮືອນ ແລ້ວກໍກິນຄືເກົ່າກໍມີ ເປັນຂະບວນການຫັ້ນແຫລະ ຜູ້ອັນນ່າ ຢາກໄປ ອັນນ່າ ຢ່າພາໄປຝາກຢູ່ສູນບໍາບັດ ບໍ່ມີເງິນ ບໍ່ມີຄໍາແດ່ ກໍປ່ອຍປະລະເລີຍ ໄປນັ້ນ ເດືອນນຶ່ງ 4 ແສນ (ກີບ) . "
ສ່ວນ ປະຊາຊົນ ຈາກເມືອງທ່າແຕງ ກໍຫວັງວ່າ ຫາກຜູ້ຕິດຢາເສບຕິດເຂົ້າບໍາບັດຢູ່ສູນໆ ຈະເຮັດໃຫ້ ພວກເຂົາເຈົ້າກາຍເປັນພົລເມືອງດີ ຍ້ອນ ຢູ່ສູນຈະມີການຝືກອົບຮົມ ແລະ ສ້າງອາຊີພໃຫ້ ເຊິ່ງບໍ່ສາມາດເວົ້າໄດ້ວ່າ ທຸກຄົນທີ່ເຂົ້າບໍາບັດຢາເສບຕິດ ຈະບໍ່ກັບໄປຕິດຢາເສບຕິດຊ້ໍາອີກ ຍ້ອນຍັງບໍ່ທັນເຫັນ ກໍຣະນີໂຕຢ່າງ ຢູ່ພາຍໃນເມືອງ.
ດັ່ງ ຍານາງ ກ່າວໃນມື້ດຽວກັນນີ້ວ່າ:
"ແຕ່ວ່າ ຄື ເຂົາເອົາໄປບໍາບັດ ຢູ່ຫັ້ນ ຢູ່ນີ້ ອອກມາ ກໍມີການປ່ຽນແປງ ກາຍເປັນພົລເມືອງດີ ເພາະວ່າ ເພິ່ນກໍຮູ້ ຖ້າເຮົາບໍ່ເສພ ມັນຊິເປັນແນວໃດ ຈັ່ງຊີ້ນ່າ ແຕ່ວ່າ ຊິກັບຄືນບໍ່ ເຮົາກໍຍັງບໍ່ທັນຮູ້ເທື່ອ ເນາະ ເພາະວ່າ ເຮົາກໍຍັງບໍ່ທັນໄດ້ເອົາເຂົາເຂົ້າໄປນ່າ ເວລາ ຫລັງຈາກເອົາມາຈາກສູນບໍາບັດແລ້ວ ກໍຍັງຊິມາເສພອີກບໍ່ . "
ເຖິງຢ່າງໃດກໍຕາມ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບແຫ່ງຊາຕ ກອງປະຊຸມສໄມສມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຜ່ານມາວ່າ ຕລອດໄລຍະ 3 ປີ ທີ່ຜ່ານມາ ຄື ປີ 2021-2023 ມີທັງຜົລສໍາເຣັດ ແລະ ບັນຫາທີ່ຄວນເອົາໃຈໃສ່, ດັ່ງນັ້ນ ເພື່ອເຮັດໃຫ້ບັນຫາຢາເສບຕິດ ໄດ້ຖືກແກ້ໄຂຢ່າງແຂງແຮງ ກະຊວງປ້ອງກັນຄວາມສງົບ ສເນີຕໍ່ສະພາແຫ່ງຊາຕ ສືບຕໍ່ຂຍາຍໄລຍະເວລາ ໃນການຈັດຕັ້ງ ປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄປຈົນເຖິງ 2025 -ອີງຕາມ ການຣາຍງານຂ່າວ ຂອງເຟສບຸກຄ໌ເພຈ ຂ່າວເສຖກິຈ-ການຄ້າ Lao Economic Daily ເມື່ອວັນທີ 20 ພຶສຈິກາ ທີ່ຜ່ານມາ.
ຂະນະທີ່ 6 ວຽກຈຸດສຸມ ເຊິ່ງເປັນທິດທາງ ແຜນການແກ້ໄຂໃນຕໍ່ໜ້າ ຕິດພັນກັບການປົກປັກຮັກສາຄວາມສງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດພັຍຂອງສັງຄົມ ປະກອບດ້ວຍ:
- ສ້າງຄວາມຮູ້ ສືກສາອົບຮົມ ແລະ ເຜີຍແຜ່ລະບຽບກົດໝາຍ ໂດຍໃຊ້ສື່ສັງຄົມຂອງຣັຖ,
- ສ້າງປັບປຸງກົດໝາຍ ທີ່ກ່ຽວຂ້ອງກັບຢາເສບຕິດ ບໍ່ວ່າຈະເປັນດໍາຣັດ ກ່ຽວກັບຊັບສິນທີ່ຖືກຍຶດອາຍັດ ແລະ ຮິບເປັນຂອງຣັຖ, ດໍາຣັດ ກ່ຽວກັບ ການຄຸມຂັງ-ດັດສ້າງ, ແລະ ດໍາຣັດ ກ່ຽວກັບ ກອງທຶນຢາເສບຕິດ,
- ປັບປຸງກົງຈັກການຈັດຕັ້ງ ແລະ ຍົກຣະດັບ ຄວາມສາມາດ ໃຫ້ພາກສ່ວນທີ່ກ່ຽວຂ້ອງ,
- ຍົກສູງປະສິດທິພາບ ດ້ານການ ຄຸ້ມຄອງ ຕາມຄໍາຂວັນ ອັດ 3 ທາງ ມ້າງ 3 ເປົ້າ ເຈົ້າສາມຫລັກ,
- ປັບປຸງຂີດ ຄວາມສາມາດ ຂອງຂັ້ນບ້ານ ໃຫ້ນໍາພາກັນເຮັດບ້ານປອດຢາເສບຕິດ, ບ້ານປອດຄດີ,
- ເພີ່ມທະວີການຮ່ວມມືສາກົລ ແລະ ປະເທດເພື່ອນບ້ານ ເປັນຕົ້ນ ວຽດນາມ ແລະ ຈີນ ເພື່ອມ້າງທຳລາຍຄະດີຮ່ວມກັນ
ອີງຕາມຂໍ້ມູນຈາກ ເວບໄຊຕ໌ຂ່າວໜັງສືພືມ ປກສ ເປັນກະບອກສຽງຂອງ ກະຊວງປ້ອງກັນຄວາມສງົບ ເມື່ອວັນທີ 20 ພຶສຈິກາ 2023.