ໃນເມື່ອວັນທີ 29 ເດືອນມີນາ ທີ່ຜ່ານມານີ້, ຫົວໜ້າຫ້ອງວ່າການເມືອງຫົງສາ ແຂວງໄຊຍະບູລີ ໄດ້ອອກແຈ້ງການ ໃຫ້ຢຸດເຊົາຂ້າງົວ-ຄວາຍ ແລະຫ້າມເຄື່ອນຍ້າຍ, ຊື້-ຂາຍ ງົວ-ຄວາຍ ນັບແຕ່ວັນທີ 30 ເດືອນມີນາ ປີ 2024 ເປັນຕົ້ນໄປ ເພື່ອປ້ອງກັນການແຜ່ລະບາດ ຂອງພະຍາດໄຂ້ເລືອດດໍາ ຫຼື ແອນແທັຣກ ທີ່ກໍາລັງມີການແຜ່ລະບາດ ຢູ່ໃນບາງແຂວງ ຂອງລາວ ແລະເປັນພະຍາດ ທີ່ສາມາດແຜ່ເຊື້ອຈາກສັດສູ່ຄົນໄດ້, ໂດຍເນັ້ນໃຫ້ຜູ້ລ້ຽງງົວ-ຄວາຍ ມີການຕິດຕາມອາການ ຂອງສັດລ້ຽງຂອງໂຕເອງຢ່າງໃກ້ຊິດ ແລະຄັນພົບເຫັນ ສັດຕາຍແບບຜິດປົກກະຕິ ໃຫ້ຮີບແຈ້ງຕໍ່ພາກສ່ວນທີ່ກ່ຽວຂ້ອງ ແບບຮີບດ່ວນ ເພື່ອໃຫ້ເຈົ້າໜ້າທີ່ ຫາວິທີແກ້ໄຂໄດ້ທັນເວລາ, ອີງຕາມການລາຍງານ ຂອງສື່ທາງການລາວ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ເມືອງຫົງສາ ນາງນຶ່ງ ກ່າວວ່າ ພາຍຫຼັງມີແຈ້ງການດັ່ງກ່າວ ກໍເຮັດໃຫ້ຫຼາຍພາກສ່ວນ ໄດ້ພາກກັນປະຕິບັດຕາມຄໍາສັ່ງຢ່າງເຂັ້ມງວດ ລວມທັງມີເຈົ້າໜ້າທີ່ ຄະນະສະເພາະກິດ ລົງພື້ນທີ່ ຕິດຕາມກວດກາສັດລ້ຽງ ຕາມເຂດບ້ານຕ່າງໆ ເພື່ອເປັນການປ້ອງກັນ ພະຍາດໄຂ້ເລືອດດໍາ ເຖິງແມ່ນວ່າ ໃນເຂດເມືອງຫົງສາ ຈະຍັງບໍ່ມີງົວ-ຄວາຍ ຕາຍຍ້ອນ ພະຍາດດັ່ງກ່າວກໍຕາມ.
ດັ່ງນາງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ເມສາ ນີ້ວ່າ:
" ຫ້າມ ໃຫ້ຢຸດເຊົາຊົ່ວຄາວກ່ອນ ຈັ່ງຊີ້ນ່າ ຊ່ວງມັນມີການລະບາດ. ບໍ່ໄດ້ຂ້າ ອັນໃດກະບໍ່ໄດ້ ລາຍລະອຽດ ໂທເຂົາໜ່ວຍງານທີ່ກ່ຽວຂ້ອງ. "
ພ້ອມດຽວກັນນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ຜູ້ຮັບຜິດຊອບວຽກງານດັ່ງກ່າວ ເພື່ອສອບຖາມລາຍລະອຽດເພີ່ມຕື່ມ ແຕ່ທ່ານ ຍັງບໍ່ສະດວກ ທີ່ຈະໃຫ້ສໍາພາດ ຍ້ອນກໍາລັງຢູ່ໃນລະຫວ່າງ ການລົງພື້ນທີ່ຕິດຕາມ ແລະກວດກາຢູ່.
ໃນຂະນະທີ່ ຜູ້ລ້ຽງງົວ ຢູ່ເມືອງຫົງສາ ທ່ານນຶ່ງກ່າວວ່າ ປັດຈຸບັນ ຢູ່ພາຍໃນເມືອງຫົງສາ ກໍຍັງບໍ່ທັນມີການແຜ່ລະບາດ ຂອງພະຍາດໄຂ້ເລືອດດໍາເທື່ອ ແລະກໍຍັງບໍ່ມີ ງົວ-ຄວາຍ ຕາຍແບບຜິດປົກກະຕິ ແຕ່ທາງການກໍໄດ້ແຈ້ງ ໃຫ້ມີການແຈ້ງເຕືອນລ່ວງໜ້າ ເພື່ອບໍ່ໃຫ້ມີການແຜ່ລະບາດພາຍໃນເມືອງ ແລະປ້ອງກັນຄວາມເສຍຫາຍ ທີ່ຈະເກີດຂຶ້ນຕໍ່ສັດລ້ຽງ ເຊິ່ງຜູ້ລ້ຽງສັດສ່ວນໃຫຍ່ ກໍໃຫ້ຄວາມຮ່ວມມືແບບເຕັມທີ່.
ດັ່ງທ່ານກ່າວວ່າ:
" ຍັງໆໆ ແຕ່ຫາກເຂົາເຈົ້າ ທາງເຈົ້ານາຍ ເຂົາກັນໄວ້ກ່ອນນ່າ ຍຸຕິວັນທີ 30 ມີນານີ້ນ່າ ຢຸດບໍ່ໃຫ້ຊື້ຂາຍ ບໍ່ໃຫ້ຂ້າສັດ. "
ໃນຂະນະດຽວກັນ ຊາວບ້ານ ຢູ່ເມືອງຫົງສາ ອີກທ່ານນຶ່ງ ກ່າວວ່າ ນອກຈາກຜູ້ລ້ຽງ ງົວ-ຄວາຍ ແລະບັນດາໂຮງຂ້າສັດ ທີ່ໃຫ້ຄວາມຮ່ວມມື ຕໍ່ແຈ້ງການດັ່ງກ່າວແລ້ວ ທາງຊາວບ້ານທົ່ວໄປ ກໍໄດ້ໃຫ້ຄວາມຮ່ວມມືນໍາດ້ວຍ ໂດຍການຫຼີ້ຫຼ້ຽງການຊື້ຊີ້ນ ງົວ-ຄວາຍ ມາບໍລິໂພກ ເປັນອາຫານພາຍໃນຄອບຄົວ ເຊິ່ງໃນໄລຍະນີ້ ຫຼາຍຄົນກໍຢ້ານທີ່ຈະກິນຊີ້ນ ງົວ-ຄວາຍ ເພາະຢ້ານເກີດອັນຕະລາຍຕໍ່ສຸຸຂະພາບ ຄືດັ່ງທີ່ເກີດຂຶ້ນຕໍ່ຊາວບ້ານ ຢູ່ແຂວງພາກໃຕ້ ທີ່ລົ້ມປ່ວຍ ຍ້ອນກິນງົວ-ຄວາຍ ທີ່ຕາຍດ້ວຍພະຍາດໄຂ້ເລືອດດໍາ.
ດັ່ງທ່ານກ່າວວ່າ:
" ໂອ! ເປັນງົວເປັນຫຍັງບໍ ແມ່ນແລ້ວ ເພິ່ນເວົ້າເລື້ອງໂລກລະບາດແນ່ເນາະ ເພິ່ນບໍ່ໃຫ້ເຄື່ອນຍ້າຍຊ່ວງນີ້ນ່າ ປະຊາຊົນ ກະບໍ່ສູ້ຢາກກິນປານໃດນ່າຊ່ວງນີ້ ເພິ່ນເລີ້ອມີແຈ້ງມາແລ້ວເຈົ້າ ແມ່ນເຂົາເຈົ້າ ກະບໍ່ຢາກປານໃດແລ້ວ ຊ່ວງນີ້. "
ທາງດ້ານ ຜູ້ປະກອບການຮ້ານອາຫານ ນາງນຶ່ງ ຢູ່ເມືອງຫົງສາ ກ່າວວ່າ ໃນໄລຍະນີ້ ຮ້ານອາຫານຫຼາຍຮ້ານ ກໍພາກັນຢຸດເຊົາ ຊື້ຊີ້ນງົວ-ຄວາຍ ມາເຮັດເປັນອາຫານຂາຍໃຫ້ລູກຄ້າ ເພື່ອເປັນການປ້ອງກັນ ການແຜ່ລະບາດຂອງພະຍາດດັ່ງກ່າວ ອີກທັງ ທາງເຈົ້າໜ້າທີ່ ຄະນະສະເພາະກິດຂັ້ນເມືອງ ກໍໄດ້ລົງຕິດຕາມ ກວດກາຮ້ານອາຫານຕ່າງໆ ເພື່ອກວດຫາ ຊີ້ນງົວ-ຄວາຍ ທີ່ແຊ່ແຂງໄວ້ ເຊິ່ງຄັນກວດພົບ ວ່າຮ້ານໃດ ມີຊີ້ນປະເພດດັ່ງກ່າວຢູ່ ກໍອາດມີການປັບໃໝ ຕໍ່ເຈົ້າຂອງຮ້ານ.
ດັ່ງນາງກ່າວວ່າ:
" ຍັງມີຢູ່ ແຕ່ເມນູອື່ນ ເປັນໝູເປັນໄກ່ ແມ່ນລູກຄ້າກະຢ້ານ ແບບວ່າຄັນມັນເກີດຂຶ້ນມາ ແລ້ວມັນຊິອັນນັ້ນ ທາງຮ້ານເຮົາ ມັນກະມີໜ່ວຍອັນນັ້ນ. ເຂົາເຈົ້າມາກວດສອບ ວ່າມັນມີຫຼົງເຫຼືອຢູ່ກໍ ຫຼືວ່າ ເຮົາແຊ່ຟີສແຂງໄວ້ກ່ອນກໍ ປະເພດທີ່ເຮົາໃຊ້ເຫຼືອ ໃສ່ເຝີໃສ່ຫຍັງ ປະມານນີ້ ຄັນວ່າ ເຮົາເອົາທາງໄກມາກໍ ຈະຖືກປັບໃໝ ປະມານນີ້ແຫຼະ ແຈ້ງການມາ. "
ແຕ່ເຖິງຢ່າງໃດກໍຕາມ ນັກວິຊາການດ້ານພະຍາດສັດລ້ຽງ ຢູ່ແຂວງພາກເໜືອ ທ່ານນຶ່ງ ກ່າວວ່າ ສໍາລັບ ຢູ່ແຂວງໄຊຍະບູລີ ແລະແຂວງໃກ້ຄຽງ ເປັນຕົ້ນ ແຂວງຫຼວງພະບາງ ກໍຍັງບໍ່ທັນພົບເຫັນ ສັດລ້ຽງທີ່ຕິດເຊື້ອ ຫຼືຕາຍ ຍ້ອນພະຍາດໄຂ້ເລືອດດໍາເທື່ອ ແຕ່ທາງການ ໃນບາງເມືອງ ກໍບໍ່ໄດ້ປະໝາດ ແລະເລີ້ມ ມີແຈ້ງການອອກມາເຕືອນຊາວບ້ານ ລວມທັງມີຂໍ້ຫ້າມຕ່າງໆ ເພື່ອປ້ອງກັນ ບໍ່ໃຫ້ເກີດການແຜ່ລະບາດ ພາຍໃນທ້ອງຖິ່ນ ແລະແຂວງ ແຕ່ກໍຍັງເຫັນຊາວບ້ານ ໃນຫຼາຍເຂດ ຍັງມີການຊື້-ຂາຍ ງົວ-ຄວາຍ ຢູ່ຕາມປົກກະຕິ.
ດັ່ງທ່ານກ່າວວ່າ:
" ເຮົາຍັງບໍ່ມີປະຫວັດ ການລະບາດເທື່ອ ເຫັນເອກະສານ ແຕ່ຢູ່ທາງຈໍາປາສັກ ກັບສາລະວັນເນາະ ທາງຫຼວງພະບາງ ທາງໄຊຍະບູລີນີ້ ເບິ່ງຕາມເອກະສານ ຫ້ອງການກະສິກໍາ ກັບພວກຄ້າ-ຂາຍງົວນີ້ ຍັງບໍ່ເຫັນ ທາງພາກໃຕ້ ກະຖືວ່າ ມັນໄກກັນຫຼາຍຢູ່ ທາງນີ້ ກະຍັງ ກະຍັງເຫັນເຂົາເຈົ້າ ຊື້-ຂາຍ. "
ມາຮອດປັດຈຸບັນ ມີລາຍງານກໍລະນີສົງໄສ ຜູ້ຕິດເຊື້ອພະຍາດໄຂ້ເລືອດດໍາ ຈາກສັດລ້ຽງສູ່ຄົນ ທັງໝົດ 78 ກໍລະນີ ເຊິ່ງກວດພົບ ຢູ່ແຂວງຈໍາປາສັກ ຈໍານວນ 67 ກໍລະນີ ແລະແຂວງສາລະວັນ 11 ກໍລະນີ ໂດຍຈໍານວນດັ່ງກ່າວ ແມ່ນຜູ້ທີ່ກິນຊີ້ນສັດ ທີ່ຕາຍດ້ວຍພະຍາດດັ່ງກ່າວ, ອີງຕາມການໃຫ້ສໍາພາດ ຂອງທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແກ່ໜັງສືພິມ ລາວພັດທະນາ ເມື່ອວັນທີ 28 ເດືອນມີນາ ປີ 2024.