ແມ່ຍິງລາວ ຖືກບັງຄັບ ຂາຍບໍຣິການ ທາງເພດ ຢູ່ສາມຫຼ່ຽມຄຳ

0:00 / 0:00

ແມ່ຍິງລາວ 3 ຄົນ ຈາກແຂວງໄຊຍະບູຣີ ແລະແຂວງຫຼວງພຣະບາງ ໄປເຮັດວຽກໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະຖືກບັງຄັບຂາຍບໍຣິການທາງເພດ ຕ້ອງການຄວາມຊ່ວຍເຫຼືອ ຢາກອອກຈາກເຂດເສຖກິຈພິເສດນີ້ ຊຶ່ງພວກເຂົາເຈົ້າ ໄດ້ພຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ຕໍາຣວດສະເພາະກິຈ ໃນເຂດເສຖກິຈພິເສດ ເມືອງຕົ້ນເຜິ້ງຫຼາຍໆຄັ້ງ ເພື່ອຂໍຄວາມຊ່ອຍເຫຼືອ ແຕ່ວ່າ ທັງໂທຣະສັບ ແລະສົ່ງຂໍ້ຄວາມໄປແລ້ວ ກໍບໍ່ມີໃຜຮັບສາຍ ຫຼືຕອບຂໍ້ຄວາມນັ້ນກັບມາເລີຍ.

ດັ່ງແມ່ຍິງນາງນຶ່ງ ຈາກແຂວງໄຊຍະບູຣີ ທີ່ຕ້ອງການຄວາມຊ່ອຍເຫຼືອນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 7 ກຸມພາ ນີ້ວ່າ:

“ຂ້ອຍໂທແລ້ວ ຂ້ອຍແຊັດແລ້ວ ເບິ່ງຂ້ອຍແຊັດບັກຫຼາຍໆຢ່າງ ຂ້ອຍແຊັດບອກວ່າ ຊ່ອຍຂ້ອຍແດ່ ສົ່ງສະຕິກເກີ ໄປວ່າຊ່ອຍຂ້ອຍແດ່ ຂ້ອຍຢາກອອກຈາກນີ້ ເຂົາເຈົ້າກະຍັງບໍ່ເໜັງບໍ່ຕີງປານນີ້ເທື່ອ ຍັງບໍ່ໃຫ້ຄໍາຕອບນ້ອງປານນີ້ເທື່ອ ຢູ່ນີ້ກະມີຢູ່ 2 ຄົນ ຢາກກັບນໍາຂ້ອຍ.”

ນາງເວົ້າອີກວ່າ ເຖິງແມ່ນຕອນທີ່ມານັ້ນ ນາງໄດ້ຮູ້ໜ້າວຽກແລ້ວກໍຕາມ ວ່າຈະມາເຮັດວຽກເປັນສາວຮ້ານ ແຕ່ຈະໃຫ້ນາງທົນເຮັດວຽກຢູ່ນີ້ຕໍ່ໄປຄົງບໍ່ໄຫວ ເພາະເຮັດຫຍັງ ກະຖືກແຕ່ຕັດເງິນ:

“ຄັນອອກໄປຫຍັງ ໄປຫຍັງ ເຂົາກະຫັກເອົາ 5,000 ແບບຊິ ເຮົາມີແຕ່ເຮັດວຽກໃຊ້ໜີ້ເຂົາຊື່ໆ ແຕ່ວ່າເຂົາຢາກກັບຢູ່ ເຂົາກະກັບບໍ່ໄດ້ ຍັງວ່າຕິດໜີ້ນີ້ເດ້ ຄັນວ່າມີຄົນມາເອົາໄປ ຊ່ອຍກັບກັບຟຣີໆ ຄືເຂົາເວົ້າຊ່ອຍຟຣີ ເຂົາເຈົ້າກະຊິກັບຄືກັນ.”

ກ່ຽວກັບເຣື່ອງທີ່ນາງຕ້ອງພົບພໍ້ຢູ່ນີ້ ນາງບໍ່ໄດ້ບອກໃຫ້ທາງຄອບຄົວຮູ້ເລີຍ:

“ຂ້ອຍບໍ່ໃຫ້ເຂົາເຈົ້າຮູ້ ເພາະວ່າທາງບ້ານຂ້ອຍ ມັນຄົນທີ່ບໍ່ມີ ມັນຄົນທຸກຍາກ ອີ່ພໍ່ອີ່ແມ່ ຄັນລາວຮູ້ເດ້ ລາວກະຊ່ອຍຫຍັງບໍ່ໄດ້ຄືເກົ່າ ມີແຕ່ວ່າ ເຂົາຊິໃຫ້ອຸກໃຈຢ່າງດຽວ ເຮືອນຂ້ອຍບໍ່ມີ ບໍ່ໄດ້ມີຫຍັງ.”

ໃນເຂົານະທີ່ ແມ່ຍິງລາວ ຈາກແຂວງຫຼວງພຣະບາງ ນາງນຶ່ງ ອາຍຸ 22 ປີ ທີ່ຖືກໝູ່ຕົວະມາ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແບບໝູ່ຕົວະໄປ ວ່າໄປຕອບແຊັດ ອັນນີ້ກະບໍ່ຄິດວ່າ ຊິມາຢູ່ແບບນີ້ ມາແລ້ວກະເປັນແບບນີ້ ມາຮອດຢູ່ນີ້ ໝູ່ກະບ໊ອກເບີຖິ້ມ ໂທໄປທາງໃດກະບໍ່ໄດ້ ຕອນທໍາອິດວ່າມາ ກະຢາກໄດ້ເງິນຄືເຂົາເວົ້າຫັ້ນແຫຼະ ລະກະຈຶ່ງຕັດສິນໃຈ ລະຈຶ່ງໃຫ້ນ້ອງສາວຂຶ້ນມາ ຮອດອຸດົມໄຊ ລະກະຂຶ້ນມານໍາກັນ.”

ນາງເວົ້າອີກວ່າ ນາງຢາກຮູ້ ຖ້າຫາກນາງໄດ້ອອກຈາກນີ້ແລ້ວ ແລ້ວຕ້ອງເສັຍເງິນໃຫ້ເຈົ້າໜ້າທີ່ບໍ່:

“ແບບວ່ານ້ອງຢາກກັບບ້ານ ແລ້ວສົມມຸດວ່າ ຖ້ານ້ອງໄດ້ອອກຈາກນີ້ ແລ້ວສະເພາະກິຈ ແບບຄົນທີ່ ຊ່ອຍເຫຼືອນ້ອງຫັ້ນ ເຂົາເຈົ້າຊິເອົາເງິນນໍານ້ອງບໍ່.”

ແລະແມ່ຍິງລາວ ຈາກແຂວງຫຼວງພຣະບາງ ອີກນາງນຶ່ງ ອາຍຸ 19 ປີ ທີ່ຕ້ອງການຄວາມຊ່ອຍເຫຼືອ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 9 ກຸມພາ ນີ້ວ່າ:

“ຕອນນີ້ ພວກນ້ອງຕ້ອງການຄວາມຊ່ອຍເຫຼືອ ນ້ອງຖືກເຂົາເຈົ້າຕົວະມາ ມາເຮັດວຽກແບບນີ້ ພວກນ້ອງຕ້ອງການໃຫ້ເຈົ້າໜ້າທີ່ ມາຊ່ອຍເຫຼືອພວກນ້ອງແນ່ ເຂົ້ານໍ້າ ບາງມື້ກໍໄດ້ກິນ ບາງມື້ກໍບໍ່ໄດ້ກິນ ເຮົາບໍ່ມີເງິນຈະຊື້ ເຮົາກໍບໍ່ໄດ້ກິນ.”

ນາງເວົ້າອີກວ່າ ນາງໄດ້ໂທຣະສັບ ໄປເບີເຈົ້າໜ້າທີ່ສະເພາະກິຈ ຮວມທັງສົ່ງຂໍ້ຄວາມນໍາ ແຕ່ເຈົ້າໜ້າທີ່ ກໍບໍ່ຕອບຫຍັງກັບມາເລີຍ ທັ້ງໆທີ່ເພິ່ນອ່ານ ແລະຟັງຂໍ້ຄວາມສຽງ ທີ່ນາງສົ່ງໄປນັ້ນແລ້ວ ວ່າຕ້ອງການຄວາມຊ່ອຍເຫຼືອ.

ວິທຍຸເອເຊັຽໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ຕໍາຣວດສະເພາະກິຈ ຢູ່ເຂດເສຖກິຈພິເສດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອສອບຖາມກ່ຽວເຣື່ອງດັ່ງກ່າວ ແລະຄໍາແນະນໍາເພື່ອຊ່ອຍເຫຼືອພວກເຂົາເຈົ້າ, ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດສະເພາະກິຈ ໃນເຂດເສຖກິຈພິເສດ ເມືອງຕົ້ນເຜິ້ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 8 ກຸມພາ ນີ້ວ່າ:

“ແມ່ນໃຜ ຊື່ຫຍັງ ບອກເບີເພິ່ນມາ ເອົາເບີຂ້ອຍໃຫ້ເພິ່ນກະໄດ້ ໃຫ້ເພິ່ນໂທມາຂໍຄວາມຊ່່ວຍເຫຼືອຫຍັງ ໃຫ້ເພິ່ນໂທມາຫາຂ້ອຍເລີຍເດີ້ ເອົາເບີໃຫ້ເພິ່ນໂລດ ບອກເບີໂທມາໂລດ.”

ໃນເຂົານະດຽວກັນ ວິທຍຸເອເຊັຽເສຣີວ່າ ກໍໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ສະເພາະກິຈ ເມືອງຕົ້ນເຜິ້ງ ອີກທ່ານນຶ່ງ ທ່ານກໍກ່າວກ່ຽວກັບເຣື່ອງນີ້ພຽງສັ້ນໆວ່າ:

“ເອົາເບີໂທອັນນ່າ ໄປໃຫ້ເຂົາເຈົ້າເລີຍເນາະ ໃຫ້ເຂົາເຈົ້າໂທມາເລີຍເນາະ ເຮົາຊິແນະນໍາເຂົາເຈົ້າ.”

ນອກຈາກນີ້ແລ້ວ ວິທຍຸເອເຊັຽເສຣີ ກໍຍັງໄດ້ຕິດຕໍ່ໄປຫາຫ້ອງການ ສະຫະພັນແມ່ຍິງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອຂໍຄວາມຊ່ອຍເຫຼືອ ໃຫ້ແກ່ແມ່ຍິງ 3 ຄົນດັ່ງກ່າວ ແຕ່ກໍໄດ້ຄໍາຕອບ ຈາກເຈົ້າໜ້າທີ່ພຽງສັ້ນໆ ແລ້ວທ່ານກໍວາງສາຍໄປ:

“ມັນກະມີທີມງານຊ່ອຍເຫຼືອເນາະ ບຶດນຶ່ງ ຊິໃຫ້ທາງຄະນະຮັບຜິດຊອບຕິດຕໍ່ໄປເດີ້ ເອື້ອຍຊິໂທຫາທີມງານ ໃຫ້ເພິ່ນປະສານອີກເທື່ອນຶ່ງເດີ້.”

ອີງຕາມຄວາມເວົ້າຂອງແມ່ຍິງລາວທັງ 3 ຄົນນີ້ແລ້ວແມ່ນວ່າ ພວກເຂົາມາຈາກຄອບຄົວທຸກຍາກ ການສຶກສາກໍມີພຽງເລັກນ້ອຍ ໄປເຮັດວຽກໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແບບສມັກໃຈ ຍ້ອນຖືກຕົວະວ່າ ຈະໄດ້ເຮັດວຽກດີ ມີເງິນເດືອນຫຼາຍ ແລະເຂົ້າໃຈວ່າ ຈະເປັນວຽກທີ່ຖາວອນ ຮວມທັງຖືກບອກວ່າ ມີທີ່ພັກເຊົາ ແລະ ການກິນການຢູ່ກໍຟຣີ ລ້ຽງເຂົ້າ 3 ຄາບຕໍ່ມື້ນໍາດ້ວຍ ແຕ່ເມື່ອໄປຮອດແລ້ວພັດບໍ່ເປັນແນວນັ້ນ ບາງຄົນກໍໄດ້ເຮັດວຽກຕາມທີ່ຕົກລົງກັນໄວ້ ແຕ່ຫຼາຍຄົນ ພັດຖືກຕົວະມາເຮັດວຽກຕອບແຊັດ ແລ້ວຖືກນາຍໜ້າຂາຍຕໍ່ໃຫ້ຄົນຈີນ ເພື່ອໄປເຮັດວຽກຂາຍບໍຣິການທາງເພດ ຮວມທັງອາຫານ 3 ຄາບທີ່ວ່ານັ້ນ ກໍບໍ່ໄດ້ລ້ຽງ ທຸກຢ່າງແມ່ນຕ້ອງຈ່າຍເອງ ຈົນເຮັດໃຫ້ແມ່ຍິງເຫຼົ່ານີ້ ຕ້ອງຢູ່ເຮັດວຽກດ້ວຍຄວາມລໍາບາກ ແລະ ທຸກທໍຣະມານ ມື້ໃດທີ່ປ່ວຍໄຂ້ ກໍຍັງຖືກບັງຄັບໃຫ້ອອກເຮັດວຽກ ຮວມທັງເຂົ້ານໍ້າ ກໍຕ້ອງອົດມື້ກິນມື້ ຍ້ອນບໍ່ມີເງິນຊື້ ແລະ ຍັງກາຍເປັນລູກໜີ້ເຂົານໍາອີກ ທັ້ງໆທີ່ພວກເຂົາເຈົ້າບໍ່ຮູ້ຊໍ້າວ່າ ເປັນໜີ້ນາຍຈ້າງຍ້ອນຫຍັງ.

ເຖິງຢ່າງໃດກໍດີ ແມ່ຍິງລາວ ທີ່ຕົກຢູ່ໃນຄວາມທຸກທໍຣະມານນີ້ ກໍຫວັງວ່າ ຈະມີເຈົ້າໜ້າທີ່ ເຫັນໃຈ ແລະຊ່ອຍເຫຼືອພວກນາງໃຫ້ໄດ້ກັບບ້ານ.

ເມື່ອບໍ່ດົນມານີ້ ຕໍາຣວດແຂວງບໍ່ແກ້ວ ຊ່ອຍແມ່ຍິງລາວ ທີ່ຖືກຕົວະໄປເຮັດຢູ່ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ໄດ້ຢ່າງໜ້ອຍ 14 ຄົນ ໃນນັ້ນ 3 ຄົນ ຊ່ອຍໃຫ້ໜີອອກມາໄດ້ ໃນມື້ວັນທີ 6 ກຸມພານີ້ ແລະໃນມື້ວັນທີ 5 ກຸມພາ ກໍຊ່ອຍໄດ້ 3 ຄົນ ຊຶຶ່ງມີທັງເປັນພະນັກງານຕອບແຊັດ ແລະສາວຂາຍບໍຣິການທາງເພດ, ແຕ່ກໍບໍ່ສາມາດຮູ້ໄດ້ວ່າ ຍັງມີແມ່ຍິງລາວອີກຈັກຄົນ ທີ່ລໍຖ້າການຊ່ອຍເຫຼືອ.