ຕຣຽມສ​ລອງ ປີໃໝ່ລາວ

0:00 / 0:00

ຄນະກັມມະການ ບໍຣິຫານ ວັດລາວ ເວີ​ຈີ​ເນັຽ ຈັດງານ ຣາຕຣີສໂມສອນ ຕ້ອນຮັບປີໃໝ່ລາວ ທີ່ເມືອງ ​ເດວ​ລ໌ ຊີ​ຕີ, ຣັ​ຖ ເວີ​ຈີ​ເນັຽ (Dale City, Virginia) ໃນຄໍ່າຄືນ ຂອງວັນເສົາ ທີ 8 ເດືອນເມສາ 2017. ກ່ຽວກັບວ່າ ຈຸດປະສົງ ຂອງງານຄັ້ງນີ້ ນອກຈາກ ເປັນງານສ້າງສັນ ມ່ວນຊື່ນແລ້ວ, ຈຸດປະສົງຫລັກ ເພື່ອ ຫຍັງນັ້ນ ໄມ​ໂຊ​ລີ ມີສັມພາດ ທ່ານ ຈໍາປາ ຈັນທະວົງ, ປະທານ ຄນະກັມມະການວັດ, ມາສເນີທ່ານ ໃນຣາຍການ ລາວໃນຕ່າງປະເທດ ປະຈໍາສັປດານີ້.