ປິດກອງປະຊຸມສະພາ ສະໄໝສາມັນ ເທື່ອທີ 8, ຊຸດທີ 9
2024.12.12
ສຽງສະທ້ອນບັນຫາ ຂອງທ່ານນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ຕໍ່ວຽກງານ ຂອງລັດຖະບານລາວ ກ່ຽວກັບແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ທີ່ລັດຖະບານລາວ ໄດ້ລາຍງານ ຢູ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ວ່າ ໃນເກືອບ 1 ປີ ທີ່ຜ່ານມາ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເຮັດໃຫ້ອັດຕາ ການເຕີບໂຕເສດຖະກິດ ບັນລຸໄດ້ 4.6%.
ແຕ່ໃນຄວາມເປັນຈິງແລ້ວ, ມີຫຼາຍໜ້າວຽກ ລັດຖະບານ ແມ່ນເຮັດບໍ່ໄດ້ ຕາມທີ່ໄດ້ລາຍງານ ໂດຍສະເພາະ ການແກ້ໄຂບັນຫາ ເລື່ອງສະຖຽນລະພາບ ທາງດ້ານການເງິນ, ການຄຸ້ມຄອງສິນຄ້າ ແລະ ໜີ້ສິນ. ດັ່ງທ່ານນາງ ວາລີ ເວດສະພົງ ກ່າວຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນມື້ວັນທີ 12 ທັນວາ 2024 ນີ້ ໃນຕອນໜຶ່ງວ່າ:
“ຢາກໃຫ້ລັດຖະບານ ເອົາໃຈໃສ່ທີ່ສຸດ ເພາະວ່າ ມັນຕິດພັນກັບ ເລື່ອງສະຖຽນລະພາບ ດ້ານການເງິນ, ການຄຸ້ມຄອງສິນຄ້າ ແລະ ໜີ້ສິນ. ສາມວຽກນີ້, ຂ້າພະເຈົ້າ ຢາກໃຫ້ລັດຖະບານ ເອົາໃຈໃສ່, ການສະເໜີ ຂອງສະມາຊິກສະພາແຫ່ງຊາດ ທຸກທ່ານ ລ້ວນແລ້ວແຕ່ ມີຄວາມເປັນຫ່ວງ-ເປັນໃຍ ຕໍ່ຊະຕາກຳ ຂອງປະເທດຊາດ. ພວກເຮົາມີຄວາມຈິງໃຈ ໃນການສະເໜີ ບັນຫາຕ່າງໆ ເພື່ອໃຫ້ລັດຖະບານ ນຳໄປແກ້ໄຂຈຸດອ່ອນ.”
ກອງປະຊຸມສະພາແຫ່ງຊາດ ຍັງສະເໜີໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາ ການເກັບລາຍຮັບ ໃຫ້ໄດ້ຢ່າງຄົບຖ້ວນ, ໂດຍສະເພາະ ລາຍຮັບຈາກຊັບພະຍາກອນ ທຳມະຊາດ, ຄົ້ນຄວ້າການແກ້ໄຂ ໜີ້ສິນສາທາລະນະ, ໜີ້ສິນໂຄງການລົງທຶນ ຂອງລັດ ໃຫ້ມີການຫັນປ່ຽນດີຂຶ້ນ. ສືບຕໍ່ຄວບຄຸມ ແລະ ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ການເໜັງຕີງ ຂອງລາຄາສິນຄ້າ, ເອົາໃຈໃສ່ສືບຕໍ່ ໂຄສະນາເຜີຍແຜ່ຜົນຮ້າຍ ຂອງຢາເສບຕິດ ໃຫ້ຫຼາຍຂຶ້ນຕື່ມ.
ຊາວລາວ ໃນນະຄອນຫຼວງວຽງຈັນ ພວມຊື້ຜັກປອດສານພິດ ອັນເປັນສິນຄ້າ ໃນລະບົບເສດຖະກິດລາວ ທີ່ສາມາດຜະລິດໄດ້ ໃນແຕ່ລະທ້ອງຖິ່ນ. (TS) ເດືອນຕຸລາ 2024 Credit photos: (RFA)
ຂະນະດຽວກັນ, ປະຊາຊົນລາວ ທີ່ເຝົ້າຕິດຕາມ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຄັ້ງນີ້ ເຫັນວ່າ ມີຫຼາຍບັນຫາ ທີ່ລັດຖະບານລາວ ບໍ່ໄດ້ເອົາໃຈໃສ່ ແລະ ປະລະການຕິດຕາມຄຸ້ມຄອງ, ໂດຍສະເພາະ ການແກ້ໄຂ ເລື່ອງລາຄາສິນຄ້າ. ດັ່ງປະຊາຊົນລາວ ທ່ານໜຶ່ງ ໃນແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ທັນວາ 2024 ນີ້ວ່າ:
“ປະຕິບັດໂຕຈິງ ບໍ່ໄດ້ຈັກຢ່າງ. ຜູ້ນ້ອຍ (ເຈົ້າໜ້າທີ່ລັດ) ບໍ່ຮູ້ອີ່ຫຍັງ ຄືວ່າ ບໍ່ຄວບຄຸມອີ່ຫຍັງໄດ້ນ່າ, ເບິ່ງສູ່ມື້ນີ້ ກະບໍ່ຢາກກຸ້ມກິນ, ຢູ່ລອດໄປວັນໆ, ຄືວ່າແລ້ວ ຫາເຊົ້າກິນຄ່ຳ. ແມ່ນ, ໂອ້, ຝືດເຄືອງ ຄົນທຸກຄົນຍາກ ຫາເຊົ້າກິນຄ່ຳ.”
ເຖິງຈະມີສຽງສະທ້ອນ ຈາກປະຊາຊົນລາວ ແລະ ສະມາຊິກສະພາແຫ່ງຊາດ ຫຼາຍປານໃດກະຕາມ ບັດນີ້ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ກໍໄດ້ດຳເນີນມາເຖິງ ວາລະສຸດທ້າຍແລ້ວ ແລະ ໃນໂອກາດດັ່ງກ່າວນີ້ ທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງ ສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ກ່າວປິດກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຄັ້ງນີ້ ຢ່າງເປັນທາງການ ໃນຕອນໜຶ່ງວ່າ:
“ໃນໂອກາດ ອັນສະຫງ່າລາສີນີ້, ໃນນາມປະທານກອງປະຊຸມ ຂ້າພະເຈົ້າ ຂໍປະກາດປິດ ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ຢ່າງເປັນທາງການ ນັບແຕ່ນີ້ ເປັນຕົ້ນໄປ ຂໍຂອບໃຈ.”
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ໄດ້ໄຂຂຶ້ນ ນັບແຕ່ວັນທີ 18 ພະຈິກ ແລະ ໄດ້ສິ້ນສຸດລົງ ຢ່າງເປັນທາງການ ໃນມື້ວັນທີ 12 ທັນວາ 2024 ນີ້, ລວມໄລຍະເວລາ 17 ມື້ ໃນການພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນ ພື້ນຖານຂອງປະເທດ.