ປິດກອງປະຊຸມສະພາ ສະໄໝສາມັນ ເທື່ອທີ 8, ຊຸດທີ 9

0:00 / 0:00

ສຽງສະທ້ອນບັນຫາ ຂອງທ່ານນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ຕໍ່ວຽກງານ ຂອງລັດຖະບານລາວ ກ່ຽວກັບແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ທີ່ລັດຖະບານລາວ ໄດ້ລາຍງານ ຢູ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ວ່າ ໃນເກືອບ 1 ປີ ທີ່ຜ່ານມາ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເຮັດໃຫ້ອັດຕາ ການເຕີບໂຕເສດຖະກິດ ບັນລຸໄດ້ 4.6%.

ແຕ່ໃນຄວາມເປັນຈິງແລ້ວ, ມີຫຼາຍໜ້າວຽກ ລັດຖະບານ ແມ່ນເຮັດບໍ່ໄດ້ ຕາມທີ່ໄດ້ລາຍງານ ໂດຍສະເພາະ ການແກ້ໄຂບັນຫາ ເລື່ອງສະຖຽນລະພາບ ທາງດ້ານການເງິນ, ການຄຸ້ມຄອງສິນຄ້າ ແລະ ໜີ້ສິນ. ດັ່ງທ່ານນາງ ວາລີ ເວດສະພົງ ກ່າວຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນມື້ວັນທີ 12 ທັນວາ 2024 ນີ້ ໃນຕອນໜຶ່ງວ່າ:

"ຢາກໃຫ້ລັດຖະບານ ເອົາໃຈໃສ່ທີ່ສຸດ ເພາະວ່າ ມັນຕິດພັນກັບ ເລື່ອງ ສະຖຽນລະພາບ ດ້ານການເງິນ, ການຄຸ້ມຄອງສິນຄ້າ ແລະ ໜີ້ສິນ. ສາມວຽກນີ້, ຂ້າພະເຈົ້າ ຢາກໃຫ້ລັດຖະບານ ເອົາໃຈໃສ່, ການສະເໜີ ຂອງສະມາຊິກສະພາແຫ່ງຊາດ ທຸກທ່ານ ລ້ວນແລ້ວແຕ່ ມີຄວາມເປັນຫ່ວງ-ເປັນໃຍ ຕໍ່ຊະຕາກຳ ຂອງປະເທດຊາດ. ພວກເຮົາມີຄວາມຈິງໃຈ ໃນການສະເໜີ ບັນຫາຕ່າງໆ ເພື່ອໃຫ້ລັດຖະບານ ນຳໄປແກ້ໄຂຈຸດອ່ອນ. "

ກອງປະຊຸມສະພາແຫ່ງຊາດ ຍັງສະເໜີໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາ ການເກັບລາຍຮັບ ໃຫ້ໄດ້ຢ່າງຄົບຖ້ວນ, ໂດຍສະເພາະ ລາຍຮັບຈາກຊັບພະຍາກອນ ທຳມະຊາດ, ຄົ້ນຄວ້າການແກ້ໄຂ ໜີ້ສິນສາທາລະນະ, ໜີ້ສິນໂຄງການລົງທຶນ ຂອງລັດ ໃຫ້ມີການຫັນປ່ຽນດີຂຶ້ນ. ສືບຕໍ່ຄວບຄຸມ ແລະ ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ການເໜັງຕີງ ຂອງລາຄາສິນຄ້າ, ເອົາໃຈໃສ່ສືບຕໍ່ ໂຄສະນາເຜີຍແຜ່ຜົນຮ້າຍ ຂອງຢາເສບຕິດ ໃຫ້ຫຼາຍຂຶ້ນຕື່ມ.

IMG_7584.jpg
(SOUKSAKHONE)

ຊາວລາວ ໃນນະຄອນຫຼວງວຽງຈັນ ພວມຊື້ຜັກປອດສານພິດ ອັນເປັນສິນຄ້າ ໃນລະບົບເສດຖະກິດລາວ ທີ່ສາມາດຜະລິດໄດ້ ໃນແຕ່ລະທ້ອງຖິ່ນ . (TS) ເດືອນຕຸລາ 2024 Credit photos: (RFA)

ຂະນະດຽວກັນ, ປະຊາຊົນລາວ ທີ່ເຝົ້າຕິດຕາມ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຄັ້ງນີ້ ເຫັນວ່າ ມີຫຼາຍບັນຫາ ທີ່ລັດຖະບານລາວ ບໍ່ໄດ້ເອົາໃຈໃສ່ ແລະ ປະລະການຕິດຕາມຄຸ້ມຄອງ, ໂດຍສະເພາະ ການແກ້ໄຂ ເລື່ອງລາຄາສິນຄ້າ. ດັ່ງປະຊາຊົນລາວ ທ່ານໜຶ່ງ ໃນແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ທັນວາ 2024 ນີ້ວ່າ:

“ປະຕິບັດໂຕຈິງ ບໍ່ໄດ້ຈັກຢ່າງ. ຜູ້ນ້ອຍ (ເຈົ້າໜ້າທີ່ລັດ) ບໍ່ຮູ້ອີ່ຫຍັງ ຄືວ່າ ບໍ່ຄວບຄຸມອີ່ຫຍັງໄດ້ນ່າ, ເບິ່ງສູ່ມື້ນີ້ ກະບໍ່ຢາກກຸ້ມກິນ, ຢູ່ລອດໄປວັນໆ, ຄືວ່າແລ້ວ ຫາເຊົ້າກິນຄ່ຳ. ແມ່ນ, ໂອ້, ຝືດເຄືອງ ຄົນທຸກຄົນຍາກ ຫາເຊົ້າກິນຄ່ຳ.”

ເຖິງຈະມີສຽງສະທ້ອນ ຈາກປະຊາຊົນລາວ ແລະ ສະມາຊິກສະພາແຫ່ງຊາດ ຫຼາຍປານໃດກະຕາມ ບັດນີ້ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ກໍໄດ້ດຳເນີນມາເຖິງ ວາລະສຸດທ້າຍແລ້ວ ແລະ ໃນໂອກາດດັ່ງກ່າວນີ້ ທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງ ສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ກ່າວປິດກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຄັ້ງນີ້ ຢ່າງເປັນທາງການ ໃນຕອນໜຶ່ງວ່າ:

“ໃນໂອກາດ ອັນສະຫງ່າລາສີນີ້, ໃນນາມປະທານກອງປະຊຸມ ຂ້າພະເຈົ້າ ຂໍປະກາດປິດ ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ຢ່າງເປັນທາງການ ນັບແຕ່ນີ້ ເປັນຕົ້ນໄປ ຂໍຂອບໃຈ.”

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ໄດ້ໄຂຂຶ້ນ ນັບແຕ່ວັນທີ 18 ພະຈິກ ແລະ ໄດ້ສິ້ນສຸດລົງ ຢ່າງເປັນທາງການ ໃນມື້ວັນທີ 12 ທັນວາ 2024 ນີ້, ລວມໄລຍະເວລາ 17 ມື້ ໃນການພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນ ພື້ນຖານຂອງປະເທດ.