ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສດີເດັ່ນ ຂອງລາວ ທີ່ຖືກລັກພາຕົວໄປ ໃນວັນທີ 15 ທັນວາ ປີ 2012 ແລະ ຈົນມາເຖິງ ປັດຈຸບັນ ເຫຕການກໍຜ່ານໄປ ເປັນເວລາ 7 ປີ.
ຍານາງ ຊຸຍເມັ້ງ ພັລຍາ ຊາວສິງກະໂປ ຂອງທ່ານ ສົມບັດ ໄດ້ໃຫ້ຄຳເຫັນວ່າ ການຊອກຫາຕົວ ທ່ານ ສົມບັດ ບໍ່ຍາກເລີຍ ຖ້າວ່າ ເຈົ້າໜ້າທີ່ ຢາກຊອກ, ແຕ່ຂນາດຄດີອື່ນໆ ຣັຖບານ ກໍຍັງເຮັດໄດ້ ແລະ ນອກຈາກນີ້ ຄອບຄົວຂອງທ່ານ ສົມບັດ ກໍຖືກເຈົ້າໜ້າທີ່ ຕິດຕາມ.
ໃຫ້ທ່ານ ໄປຟັງສຽງສັມພາດເບິ່ງ.
ນອກຈາກນີ້, ນັກກົດໝາຍ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ເຈົ້າໜ້າທີ່ຕຳຣວດ ສາມາດຊອກຫາທ່ານ ສົມບັດ ສົມພອນ ໄດ້, ແຕ່ຄືເວົ້າຫັ້ນແຫຼະ ບາງອັນ ເພິ່ນກໍຮັກສາໄວ້ ມັນກ່ຽວຂ້ອງ ກັບຄວາມໝັ້ນຄົງ.
ອົງການຈັດຕັ້ງ ພາກປະຊາສັງຄົມສາກົລ ເກືອບ 90 ອົງການ ໄດ້ອອກ ຖແລງການຮ່ວມ ໃນວັນທີ 15 ທັນວາ 2019 ເພື່ອຮຽກຮ້ອງ ໃຫ້ຣັຖບານລາວ ເປີດເຜີຍວ່າ ທ່ານ ສົມບັດ ຢູ່ໃສ? ແລະ ເພື່ອໃຫ້ທ່ານ ໄດ້ຮັບຄວາມຍຸຕິທຳ.
ອົງການຈັດຕັ້ງ ພາກປະຊາສັງຄົມສາກົລ ຍັງຮຽກຮ້ອງ ໃຫ້ປະຊາຄົມໂລກ ນຳໃຊ້ເວທີ ການທົບທວນ ປະຈຳໄລຍະ ກ່ຽວກັບ ການປະຕິບັດ ສິດທິມະນຸດ ຢູ່ໃນລາວ ຫລື UPR ເພື່ອໃຫ້ຣັຖບານລາວ ສືບສວນສອບສວນ ການລັກພາຕົວ ທ່ານ ສົມບັດ ຢ່າງຈິງຈັງ ແລະ ມີປະສິດທະພາບ, ເຊິ່ງການທົບດັ່ງກ່າວ ມີກຳນົດການ ໃນວັນທີ 21 ມົກກະຣາ 2020 ຢູ່ນະຄອນ ເຈນີວາ ປະເທດສະວິດເຊີແລນດ໌.
ເອເຊັຽເສຣີ ໄດ້ພະຍາຍາມ ຕິດຕໍ່ຫາ ເຈົ້າໜ້າທີ່ຕຳຣວດ ຢູ່ນະຄອນຫຼວງວຽງຈັນ ເພື່ອຖາມເຖິງ ຄວາມຄືບໜ້າ ໃນການສືບສວນ ຫາຕົວທ່ານ ສົມບັດ, ແຕ່ເຈົ້າໜ້າທີ່ຕຳຣວດ ປະຕິເສດ ທີ່ຈະໃຫ້ຂໍ້ມູນ ໃນເຣື້ອງນີ້.
ເຖິງຢ່າງໃດກໍຕາມ, ທີ່ຜ່ານມາ ເຈົ້າໜ້າທີ່ທາງການລາວ ໄດ້ອອກມາຊີ້ແຈງວ່າ ບໍ່ມີສ່ວນກ່ຽວຂ້ອງ ໃນການລັກພາຕົວ ທ່ານ ສົມບັດ ສົມພອນ ແລະ ເຈົ້າໜ້າທີ່ ກໍພະຍາມ ສືບສວນ ສອບສວນ ຫາຕົວທ່ານ ສົມບັດ ສົມພອນ ເຊັ່ນກັນ.