ແມ່ຍິງຄົນນຶ່ງ ຖືກສຶກສາອົບຮົມ, ປັບໃໝ ຍ້ອນຖາຍຮູບຕຳຣວຈ ລົງສື່ສັງຄົມອອນລາຍນ໌

ເຈົ້າໜ້າທີ່ຕໍາຣວດ ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເຮັດບົດບັນທຶກ ສຶກສາອົບຮົມ ແລະປັບໃໝ ນາງ ຍິງເພີຍ ແຊ່ຈ່າວ ອາຍຸ 23 ປີ ຍ້ອນວ່າ ໄດ້ ຖ່າຍຮູບຕໍາຣວດ ໃນລະຫວ່າງປະຕິບັດໜ້າທີ່ ແລະໂພສຂໍ້ຄວາມ ຜ່ານສື່ສັງຄົມອ໋ອນລາຍນ໌ ເຮັດໃຫ້ເຈົ້າໜ້າທີ່ ເສື່ອມເສັຍຊື່ສຽງ.

0:00 / 0:00

ໃນວັນທີ 27 ຕຸລາ 2023 ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຣວດ ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເຮັດບົດບັນທຶກ ສຶກສາອົບຮົມ ແລະປັບໃໝ ນາງ ຍິງເພີຍ ແຊ່ຈ່າວ ອາຍຸ 23 ປີ ອາຊີບຄ້າຂາຍ ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຍ້ອນວ່າ ໄດ້ຖ່າຍຮູບຕໍາຣວດ ໃນລະຫວ່າງປະຕິບັດໜ້າທີ່ ແລະໂພສຕ໌ຂໍ້ຄວາມ ຜ່ານສື່ສັງຄົມອ໋ອນລາຍນ໌ ວ່າ “ຮູ້ສຶກບໍ່ໂອເຄ ກັບກການທີ່ເຫັນຕໍາຣວດ ນັ່ງຈຸ້ມກັນ ຕາມ 4 ແຍກໄຟອໍານາດ ກຸ່ມລະແຈ ແລ້ວກໍຍ່າງມາກັກເອົາ ເລືອກກັກອີກ ມັນເປັນບ່ອນໂຄ້ງ, ບ່ອນລ້ຽວ ເຮັດໃຫ້ສັນຈອນໄປມາຍາກ ຖ້າຢາກກວດຕາມລະບຽບ ຄືບໍ່ຕັ້ງດ່ານກວດ.”

ຕໍ່ກັບການກະທໍາ ຂອງນາງ ຍິງເພີຍ ແຊ່ຈ່າວ ນີ້ ດ້ານພັນໂທ ສຸນີ ໄຊຍະວົງ ຮອງຫົວໜ້າຜແນກຕໍາຣວດ ຜູ້ຊີ້ນໍາກອງຕໍາຣວດຈາຣະຈອນ ເມືອງໄຊທານີ້ ໃຫ້ຮູ້ວ່າ ເປັນການລັກບັນທຶກຖ່າຍພາບ ຂອງເຈົ້າໜ້າທີ່ຕໍາຣວດຈາຣະຈອນ ເມືອງໄຊທານີ ໃນຂະນະປະຕິບັດໜ້າທີ່ ລະຫວ່າງລະບາຍການສັນຈອນ ຢູ່ 4 ແຍກໄຟອໍານາດ ຕານມີໄຊ ໃນວັນທີ 26 ຕຸລາ 2023 ເຊິ່ງເປັນການກະທໍາຜິດ ດ້ວຍຄວາມຮູ້ເທົ່າບໍ່ເຖິງການ ແລະຍັງຜິດຕໍ່ລະບຽບກົດໝາຍ ໃນການສ້າງຄວາມເສັຍຫາຍໃຫ້ເຈົ້າໜ້າທີ່ຕໍາຣວດ ຜ່ານສື່ສັງຄົມອ໋ອນລາຍນ໌ ຈຶ່ງນໍາໂຕຜູ້ກ່ຽວມາເຮັດບົດບັນທຶກ ແລະສຶກສາອົບຮົມ ພ້ອມທັງປັບໃໝຕາມລະບຽບ.

ຂະນະທີ່ ເຈົ້າໜ້າທີ່ຕໍາຣວດທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ວັນທີ 30 ຕຸລາ 2023 ນີ້ວ່າ ສໍາລັບເຣື່ອງດັ່ງກ່າວນີ້ ກໍບໍ່ຄວນໂພສຂໍ້ຄວາມລົງສື່ສັງຄົມອ໋ອນລາຍນ໌ ຕໍ່ໃຫ້ບໍ່ພໍໃຈ ກໍຄວນສົ່ງບັນຫາໄປຍັງ ຫ້ອງການຕໍາຣວດໃຫ້ແກ້ໄຂ ເພາະກົດໝາຍບ້ານເມືອງໃນລາວ ຖ້າໂພສໃນລະນະເປັນການວິພາກວິຈານ ໃສ່ຮ້າຍປ້າຍສີເຈົ້າໜ້າທີ່ ກໍຕ້ອງຖືກດໍາເນີນຕາມກົດໝາຍ:

"ທີ່ຈິງມີຫຍັງກໍສົ່ງຂ່າວ ທາງແຕ່ລະຫ້ອງການ ຈະມີການຮັບສົ່ງຂ່າວນັ້ນດີກວ່າ ການຈະມີວິຈານອອກສື່ສັງຄົມອ໋ອນລາຍນ໌ນ່າເນາະ ແຕ່ຖ້າເປັນການໃສ່ຮ້າຍປ້າຍສີເຈົ້າໜ້າທີ່ແທ້ເນາະ ເຈົ້າໜ້າທີ່ກໍມີສິດເອີ້ນໄປເລີຍ ຫຼືວ່າສຶກສາອົບຮົມ ກ່າວເຕືອນເນາະ ຫັ້ນແຫຼະ ຕາມຫຼັກກົດໝາຍບ້ານເມືອງເຮົາຫັ້ນແຫຼະ . "

ສໍາລັບເຣື່ອງນີ້ ຍາດພີ່ນ້ອງ ນາງ ຍິງເພີຍ ຜູ້ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່ວາ ນາງ ຍິງເພີຍ ຖືກເຈົ້າໜ້າທີ່ຕໍາຣວດ ເອີ້ນໄປສຶກສາອົບຮົມກ່າວເຕືອນ ພ້ອມປັບໃໝຕາມລະບຽບ ຕາມທີ່ເປັນຂ່າວ ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຣວດ ບອກວ່າ ຜິດໃນຂໍ້ຫາຄະດີອາຍາ ເພາະສ້າງຄວາມເສັຍຫາຍ ໃຫ້ເຈົ້າໜ້າທີ່ຕໍາຣວດໃນທາງທີ່ບໍ່ດີ ຈະຕ້ອງຖືກດໍາເນີນຄະດີຕາມກົດໝາຍ ແຕ່ພາຍຫຼັງທີ່ມີການເວົ້າລົມໄກ່ເກັ່ຍກັນແລ້ວ ນາງ ຍິງເພີຍ ກໍຍອມຮັບຜິດຕາມທີ່ເປັນຂ່າວ ແລະຍອມເສັຍເງິນຄ່າປັບໃໝ ໃຫ້ເຈົ້າໜ້າທີ່ ຈໍານວນຫຼາຍລ້ານກີບ ແລະກໍຈະບໍ່ເຮັດລັກສະນະແບບນີ້ອີກ ເຣື່ອງນີ້ກໍຈົບໄປ ເພາະບໍ່ໄດ້ຮູ້ເທົ່າເຖິງການ.

ດ້ານຊາວລາວ ທ່ານນຶ່ງ ໄດ້ກ່າວວ່າ ໃນຄວາມເປັນຈິງ ກໍຢາກຈະວິພາກວິຈານ ໃຫ້ເຈົ້າໜ້າທີ່ຣັຖຄືກັນ ແຕ່ກໍຮູ້ສຶກຢ້ານ ເພາະໃນປະເທດລາວ ເວົ້າຫຍັງບໍ່ໄດ້ ຍ້ອນມີກົດໝາຍ ຫ້າມວິພາກວິຈານເຈົ້າໜ້າທີ່ພາກຣັຖ ຜູ້ເວົ້າກໍຈະຖືກດໍາເນີນຄະດີຕາມກົດໝາຍ ເຊິ່ງທີ່ຜ່ານມາກໍເຫັນຫຼາຍຣາຍແລ້ວ:

"ກໍຢາກເວົ້າຄືກັນເດ້ ໃນຄວາມເປັນຈິງ ແຕ່ກໍຢ້ານຄືແນວນັ້ນຄືກັນ ເຂົາວາງກົດລະບຽບອອກມາໃຫ້ແລ້ວວ່າ ບໍ່ຄວນໄປໂພສຫຍັງໃຫ້ເຈົ້າໜ້າທີ່ ເພາະວ່າເຫັນແຕ່ລະຄົນ ວ່າຖືກເອົາໄປປັບທັສນະຄະຕິໝົດ . "

ໃນຂະນະດຽວກັນ ຊາວລາວທ່ານນຶ່ງ ກໍກ່າວວ່າ ໃນປະເທດລາວ ຍັງບໍ່ສາມາດ ໂພສວິພາກວິຈານເຈົ້າໜ້າທີ່ຣັຖໄດ້ ເຖິງແມ່ນວ່າ ຈະເປັນຄວາມຈິງກໍຕາມ ຄົນເວົ້າກໍຈະມີຄວາມຜິດ ຕາມກົດລະບຽບກົດໝາຍຂອງລາວ ຄືເກົ່າ ເພາະໃນປະເທດລາວ ບໍ່ສາມາດເວົ້າຄວາມຈິງຫຍັງໄດ້:

"ຊິຖືກຊິຜິດ ໄປປະຈໍານລົງເຟສເບາະ ອີ່ຫຍັງອີ່ຫຍັງຈັ່ງຊີ້ ເຈົ້າກໍວິຈານບໍ່ໄດ້ ລະບຽບຂອງລາວ ເວົ້າຄວາມຈິງກໍບໍ່ໄດ້ ລົງເຟສກ່າວຫາ ອີກບຸກຄົນນຶ່ງ ໃນທາງທີ່ບໍ່ດີ ກໍຈະຖືກປັບໃໝ ສຶກສາອົບຮົມ ກົດລະບຽບຂອງລາວເນາະ . "

ພ້ອມດຽວກັນນີ້ ຊາວລາວ ອີກທ່ານນຶ່ງກໍກ່າວວ່າ ໃນປະເທດລາວ ຍັງບໍ່ສາມາດ ວິພາກວິຈານພາກຣັຖໄດ້ ຜູ້ເວົ້າກໍຖືກນໍາໂຕໄປສຶກສາອົບຮົມທັນທີ ບໍ່ຄືກັບປະເທດໄທຍ ທີ່ຈະເວົ້າຫຍັງໃຫ້ຣັຖບານກໍໄດ້:

"ຜູ້ໃດເວົ້າຫຍັງໜ້ອຍນຶ່ງ ເຂົາກໍເອີ້ນໄປ ສັງຄົມລາວ ບໍ່ສາມາດເວົ້າຫຍັງໄດ້ ຄວາມຈິງເຮົາກໍເປັນຜູ້ຜິດແລ້ວ ບໍ່ຄືໄທຍ ບໍ່ເສຣີ ຄືໄທຍເດ້ ໄທຍນີ້ ສາມາດໂພສດ່າ ຈະປະຈານກໍໄດ້ ແຕ່ອັນນີ້ບໍ່ໄດ້ . "

ຢ່າງໃດກໍຕາມ ປະຊາຊົນໃນປະເທດລາວ ກໍຍັງຖືກຈໍາກັດສິດເສຣີພາບ ໃນການຈະວິພາກວິຈານເຣື່ອງຕ່າງໆ ຂອງພາກຣັຖມາໂດຍຕລອດ ຖ້າຜູ້ໃດ ເວົ້າເຖິງເຈົ້າໜ້າທີ່ຣັຖ ໃນທາງທີ່ບໍ່ດີ ເຮັດໃຫ້ເສັຍຊື່ສຽງ ກໍຈະຖືກດໍາເນີນຄະດີ ຫຼືສຶກສາອົບຮົມ ແລະປັບໃໝທັນທີ.

ໂຕຢ່າງ ກ່ອນໜ້ານີ້ ໃນທ້າຍເດືອນມິນາ 2023 ເຈົ້າໜ້າທີ່ຕໍາຣວດ ແຂວງຫົວພັນ ໄດ້ບັງຄັບ ໃຫ້ແມ່ຍິງລາວ ຢູ່ແຂວງຫົວພັນນາງນຶ່ງ ທີ່ໃຊ້ຊື່ເຟສບຸກ ວ່າ Anna Suriya (ແອນນາ ສຸລິຍະ) ອອກມາແກ້ຂ່າວຕໍ່ສັງຄົມ ພາຍຫຼັງທີ່ໄດ້ໂພສ ຂໍ້ຄວາມທາງເຟສບຸກວ່າ “ຈ້າງເຂົ້າຕໍາຣວດ 95 ລ້ານ ທໍ້ເດ້” ຫຼືໝາຍຄວາມວ່າ ຊື້ຈ້າງເຂົ້າເປັນເຈົ້າໜ້າທີ່ຕໍາຣວດ ຕ້ອງໃຊ້ເງິນ 95 ລ້ານກີບ ເຊິ່ງຂໍ້ຄວາມດັ່ງກ່າວ ເຮັດໃຫ້ເຈົ້າໜ້າທີ່ຕໍາຣວດແຂວງຫົວພັນ ຮູ້ສຶກເສັຍຊື່ສຽງ ຈຶ່ງຕ້ອງໃຫ້ແມ່ຍິງຄົນດັ່ງກ່າວ ອອກມາແກ້ຂ່າວຕໍ່ສັງຄົມ ແຕ່ໃນຄວາມເປັນຈິງ ກໍມີການຊື້ຈ້າງເຂົ້າເປັນຣັຖກອນແທ້ ເຊິ່ງໃນປີ 2022 ທ່ານ ດຣ. ທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີກະຊວງພາຍໃນ ກໍໄດ້ຍອມຮັບ ຢູ່ໃນກອງປະຊຸມສະພາແຫ່ງຊາຕ ວ່າ ແມ່ນບໍ່ມີຄວາມໂປ່ງໃສ ແລະເປັນການຈັດສາກ ເພາະຍັງມີການໃຊ້ລະບົບເສັ້ນສາຍ ຄົນເຈົ້າ-ຄົນຂ້ອຍ ໃນການຄັດເລືອກບຸກຄົນພາຍນອກເຂົ້າເປັນຣັຖກອນ ລວມທັງມີລະບົບອຸປະຖັມ, ເຈັ້ຍນ້ອຍ-ເຈັ້ຍໃຫຍ່, ເຊິ່ງທາງກະຊວງພາຍໃນກໍມີແຜນ ຈະແກ້ໄຂບັນຫາດັ່ງກ່າວນີ້ ໂດຍການໃຊ້ລະບົບຄອມພິວເຕີ້ ເຂົ້າມາໃຊ້ໃຂການກວດສອບ ໃນການສອບເສັງ ແລະຄັດເລືອກພະນັກງານຣັຖກອນ ເພື່ອໃຫ້ເກີດຄວາມໂປ່ງໃສ ແລະປ້ອງກັນ ການໃຊ້ລະບົບເສັ້ນສາຍ ແລະອື່ນໆ.