ໃນໄລຍະຕົ້ນຂອງກອງປະຊຸມສພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 8 ຂອງສພາແຫ່ງຊາຕຊຸດທີ 8, ສພາແຫ່ງຊາຕໄດ້ຮັບຟັງການຣາຍງານ ການຈັດຕັ້ງປະຕິບັດແຜນພັທນາເສຖກິຈ-ສັງຄົມ ແຫ່ງຊາຕລາວ ໃນປີ 2019 ຈາກນາຍົກຣັຖມົນຕຣີ. ໃນນັ້ນ, ບັນຫາພັຍເງິນເຟີ້ ແລະ ຄ່າເງິນກີບອ່ອນ ໄດ້ຖືກບັນດາ ສສຊ ຈາກເຂດເລືອກຕັ້ງຕ່າງໆ ຍົກຂຶ້ນມາອະພິປາຍ ເພາະມັນໄດ້ສົ່ງຜົລກະທົບໂດຍຕຣົງ ຕໍ່ປະຊາຊົນລາວ, ເປັນຕົ້ນກໍແມ່ນຣາຄາສິນຄ້າຫຼາຍຣາຍການ ທີ່ຖີບໂຕຂຶ້ນສູງ ແລະ ຄ່າເງິນກີບອ່ອນ ເຮັດໃຫ້ການແລກປ່ຽນເງິນຕຣາປັ່ນປ່ວນ. ນອກຈາກການອະພິປາຍບັນຫາດັ່ງກ່າວແລ້ວ, ສສຊ ຫຼາຍທ່ານກໍໄດ້ສເນີວິທີແກ້ໄຂ ເພື່ອໃຫ້ຣັຖບານພິຈາຣະນາ ຊອກຫາທາງແກ້ໄຂຕໍ່ໄປ.
ທ່ານ ສຸກສວັນ ວິໄລວົງ, ສສຊ ຈາກເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ກໍໄດ້ຂຶ້ນແລກປ່ຽນຄວາມຄຶດເຫັນໃນກອງປະຊຸມ ເພື່ອສະທ້ອນໄປເຖິງຣັຖບານ ທີ່ເຜີຍແຜ່ຜ່ານສື່ມວນຊົນທ້ອງຖິ່ນວ່າ ຕາມທີ່ທ່ານໄດ້ສັງເກດ ແລະ ຕິດຕາມບັນຫານີ້ແຕ່ຕົ້ນປີ ແລ້ວແມ່ນວ່າ ປີນີ້ ອັດຕຣາເງິນເຟີ້ຂອງລາວ ເພີ້ມຂຶ້ນຮອດ 14% ແລ້ວ ແລະ ພວມສົ່ງຜົລກະທົບຕໍ່ຣາຄາສິນຄ້າເຖິງທີ່ສ່ວນໃຫຍ່ມີການນຳເຂົ້າມາຈາກຕ່າງປະເທດ ເພີ້ມຂຶ້ນເຖິງ 14% ເຊັ່ນກັນ.
" ການ ຕິດ ຕາມ ຂອງ ຂ ພ ຈ ເຫັນ ວ່າ ຢູ່ ໃນ ຕົ້ນ ປີ 2019 ອັ ດ ຕ ຣາ ແລກ ປ່ຽນ ເງິນ ກີບ ຕໍ່ ສະ ກຸນເງິນຕ ຣາ ຕ່າງ ປະ ເທດ , ໂດຍ ສະ ເພາະ ເງິນ ບາ ທນີ້ ຢູ່ ທີ່ 263 ຕໍ່ ບາ ທ . ແຕ່ ມາ ຮອດ ປະ ຈຸ ບັນ ນີ້ , ແມ່ນ ເຮົາ ບັນ ລຸ 300 ກີບ ລະ ຕໍ່ 1 ບາ ທເນາະ . ສະ ແດງ ໃຫ້ ເຫັນ ວ່າ ຖ້າ ເຮົາ ສົມ ທຽບ ອັດ ຕ ຣາ ແລກ ປ່ຽນ ຕົ້ນ ປີ ແລະ ທ້າຍ ປີນີ້ ເຫັນ ວ່າ ເງິນ ກີບ ເຮົາ ນີ້ ອ່ອນ ຄ່າ ຢູ່ ສອງ ໂຕ ເລ ຂ ທ່ານ ປະ ທານ . ປະ ມານ 14% ກະ ສະ ແດງ ໃຫ້ ເຫັນ ວ່າ ລາ ຄາ ສິນ ຄ້າ ຈາກ ການ ນຳ ເຂົ້າ ນີ້ ເພີ້ມ ຂຶ້ນ 10 ປາຍ ເປີ ເຊັນ . ອັນ ນີ້ ມັນ ສົ່ງ ຜົ ລ ກະ ທົບ ໂດຍ ກົງ ຕໍ່ ການ ພັ ທ ນາ ເສ ຖ ກິ ຈ - ສັງ ຄົມ ຂອງ ປະ ເທດ ເນາະ . ເຮັດ ໃຫ້ ລາ ຄາສິນຄ້າ ໃນ ທ້ອງ ຕ ລາດ ເພີ້ມ ຂຶ້ນ . ທັງ ສິນ ຄ້າ ນຳ ເຂົ້າ ແລະ ສິນ ຄ້າ ທີ່ ຜ ລິ ຕ ຢູ່ພາຍ ໃນ ."
ກ່ຽວກັບເຣື້ອງນີ້, ນັກຊ່ຽວຊານດ້ານເສຖກິຈມະຫາພາກໃນລາວ ທ່ານນຶ່ງ, ເຊິ່ງເພິ່ນກໍໄດ້ໃຫ້ທັສນະໃນທາງທິສດີ ເມື່ອວັນທີ 13 ພຶສຈິກາ ນີ້ວ່າ ພັຍເງິນເຟີ້ ແລະ ເງິນກີບອ່ອນຄ່າ ມີຄວາມສຳຄັນຕໍ່ເສຖກິຈລາວຫຼາຍ ເພາະລາວເປັນປະເທດທີ່ມີການຄ້າກັບຫຼາຍປະເທດ ແລະ ສ່ວນໃຫຍ່ກໍມີການນຳສິນຄ້າເຂົ້າມາ ຫຼາຍກວ່າທີ່ສົ່ງສິນຄ້າອອກໄປຂາຍ. ດັ່ງນັ້ນແລ້ວ, ເສຖກິຈລາວ ຈຶ່ງອ່ອນໄຫວຕໍ່ອັດຕຣາແລກປ່ຽນທີ່ທີ່ເໜັງຕີງຮຸນແຮງ.
" ອັດ ຕ ຣາ ແລກ ປ່ຽນ ຣະ ຫວ່າງ ເງິນ ກີບ ກັບ ເງິນ ຕ ຣາ ຕ່າງ ປະ ເທດ ສຳ ຄັນ ກະ ແມ່ນ ເງິນ ຕ ຣາ ທີ່ ປະ ເທດ ທີ່ ລາວ ມີ ການ ຄ້າ ນຳ ສ່ວນຫຼາຍ ກະ ຊິ ແມ່ນ ເງິນ ບາ ທ ກັບ ເງິນດອນ ເນາະ ທີ່ ວ່າ ໃຊ້ ກັນຫຼາຍ ຢູ່ ລາວ . ມັນ ກະ ມີ ຄວາມ ສຳ ຄັນຫຼາຍ ຕໍ່ ຣະ ບົບ ເສ ຖ ກິ ຈ ທັງ ໝົດ ເພາະ ວ່າ ລາວ ເປັນ ປະ ເທ ດ ທີ່ ວ່ າ ມີ ການ ຄ້າ ກັບ ຕ່າງ ປະ ເທດຫຼາຍ . ລະ ສິນ ຄ້າຫຼາຍໆ ຢ່າງ ຢ່າງ ສຳ ລັບ ການ ບໍ ຣິ ໂພ ຄ ໃນ ເຮືອນ ຫຼື ສຳລັບ ການ ດຳ ເນີນ ທຸ ຣະ ກິ ຈ ການ ລົງ ທຶນ ຕ່າງໆ ແມ່ນ ນຳ ເຂົ້າຫຼາຍ . ເພາະ ສະ ນັ້ນ , ອັດ ຕ ຣາ ແລກ ປ່ຽນ ມີ ຄວາມ ສຳ ຄັນຫຼາຍ ສຳ ລັບ ເສ ຖ ກິ ຈ ໂດຍ ລວມ ເລີຍ . ໂຕ ຢ່າງ , ຄັນ ເງິນ ກີ ບ ແຂງ ໂຕ ມັນ ກໍ ຈະ ເຮັດ ໃຫ້ ລາ ຄາ ສິນ ຄ້າ ຕ່າງ ປະ ເທດ ທີ່ ຊື້ ເຂົ້າ ມາ ລາວ ຖືກ ລົງ . ກົງ ກັນ ຂ້າມ , ຄັນ ເງິນ ກີບ ອ່ອນ ໂຕ ມັນ ກໍ ຈະ ເຮັດ ໃຫ້ ສິນ ຄ້າ ຕ່າງ ປະ ເທດ ທີ່ ນຳ ເຂົ້າລາວ ມີ ລາ ຄາ ສູງ ຂຶ້ນ . ນອກ ເໜືອ ຈາກນັ້ນ , ມັນ ຈະ ເຮັດ ໃຫ້ ມີ ບັນ ຫາ ເງິນ ເຟີ້ ຢູ່ ໃນ ລາວ . ສິນ ຄ້າ ອຸ ປະ ໂພ ຄ - ບໍ ຣິ ໂພ ຄ ສ່ວນຫຼາຍ ຢູ່ ໃນ ລາວ ແມ່ນ ນຳ ເຂົ້າ ."
ຂນະດຽວກັນ, ທ່ານ ດຣ. ລີເບີ້ ລີບົ່ວປ້າວ, ສສຊ ຈາກເຂດເລືອກຕັ້ງທີ 11 ແຂວງບໍຣິຄຳໄຊ ກໍໄດ້ໃຫ້ສັມພາດແກ່ສື່ມວນຊົນທ້ອງຖິ່ນວ່າ ການແກ້ໄຂບັນຫາພັຍເງິນເຟີ້ ບໍ່ຈຳເປັນຕ້ອງມີກົດໝາຍສະເພາະ ຍ້ອນວ່າມີພາກກົລໄກຂອງຣັຖບານເປັນຜູ້ຄຸ້ມຄອງຢູ່ແລ້ວ. ພຽງແຕ່ຕ້ອງສົ່ງເສີມໃຫ້ມີການຜລິຕພາຍໃນໃຫ້ຫຼາຍຂຶ້ນ ແລະ ຫຼຸດຜ່ອນການນຳສິນຄ້າເຂົ້າມາ.
" ເງິນ ເຟີ້ ກະ ບໍ່ ຈຳ ເປັນ ທີ່ ຈະ ຕ້ອງ ແມ່ນ ກົດ ໝາຍ ມີ ແຕ່ ຢູ່ ໃນ ແຜນພັ ທ ນາ ເສ ຖ ກິ ຈ - ສັງ ຄົມ ຂອງ ຣັ ຖ ບານ ຢູ່ ແລ້ວ , ເຊິ່ງ ມີຫຼາຍ ຂ ແນງ ການ ທີ່ ກ່ຽວ ຂ້ອງ . ເຣີ່ມ ຈາກ ທ ນາ ຄານ ກາງ , ກະ ຊວງ ອຸດ ສາ ຫະ ກັມ ແລະ ການ ຄ້າ , ກະ ຊວງ ກະ ສິ ກັມ ທີ່ ຜ ລິ ຕ ສິນ ຄ້າ . ດ້ານ ນຶ່ງ , ຖ້າ ວ່າ ເຮົາ ມີ ການ ຜ ລິ ຕຫຼາຍ ຕອບ ສນອງ ພາຍ ໃນ ນີ້ ນ່າ ກະ ເຮັດ ໃຫ້ ຄວາມ ຕ້ອງ ການ ເງິນ ຕ ຣາ ຕ່າງ ປະ ເທດ ຫຼຸດ ລົງ . ຖ້າ ວ່າ ເຮົາ ຜ ລິ ຕຫຼາຍ ລາ ຄາ ສິນ ຄ້າ ກໍ ຖືກ ລົງ . ລາ ຄາ ສິນ ຄ້າ ຖືກ ກໍ ຄື ເງິນ ມີ ຄ່າ . ຫຼັກໆ ແລ້ວ ກໍ ຕ້ອງ ມີ ການ ຜ ລິ ຕ ໃຫ້ຫຼາຍຂຶ້ນ ແລະ ຫຼຸດ ຜ່ອນ ການ ນຳ ເຂົ້າສິນ ຄ້າ ."
ເຊັ່ນດຽວກັນ ທ່ານ ດຣ. ອານຸພາບ ຕຸນາລົມ, ສສຊ ຈາກເຂດເລືອກຕັ້ງທີ 01 ນະຄອນຫຼວງວຽງຈັນ ກໍໄດ້ກ່າວໃນວາຣະກອງປະຊຸມ ທີ່ເຜີຍແຜ່ຜ່ານສື່ມວນຊົນທ້ອງຖິ່ນວ່າ ການແກ້ໄຂບັນຫາເງິນກີບອ່ອນຄ່າ ຣັຖບານຕ້ອງຣະດົມໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນການໃຊ້ເງິນກີບຢ່າງເຂັ້ມແຂງ ແລະ ຕ້ອງເນັ້ນການຜລິຕ ເພື່ອສົ່ງສິນຄ້າໄປຂາຍຕລາດນອກປະເທດ.
" ສ ເນີ ເພີ້ມ ຕື່ມ . ອັນ ທີ່ ນຶ່ງ ແມ່ນ ມາ ຕ ການ ໂຄ ສະ ນາ ປຸກ ຣະ ດົມ ພາກ ທຸ ຣະ ກິ ຈ ແລະ ປະ ຊາ ຊົນ ໃຫ້ ເຂົ້າ ຮ່ວມ ໃນ ການ ຄຸ້ມ ຄອງ ຫຼື ວ່າ ເຂົ້າ ຮ່ວມ ໃນ ການ ດັດ ສົມ ອັດ ຕ ຣາ ເງິນ ເຟີ້ນີ້ . ໝາຍ ຄວາມ ວ່າ ຢູ່ນີ້ ຊິ ເວົ້າ ແນວ ໃດ ? ປະ ຊາ ຊົນ - ສັງ ຄົມ , ນັກ ທຸ ຣະ ກິ ຈນີ້ ກະ ຕ້ອງ ເຂົ້າ ຮ່ວມ . ເຂົ້າ ຮ່ວມ ບ່ອນ ວ່າ ຕ້ອງ ເຮັດ ທຸ ຣະ ກິ ຈ ການ ຜ ລິ ຕນີ້ ເນັ້ນ ໃສ່ ສ ມັ ຕ ພາບ ເປັນ ນຫຼັກ , ບໍ່ ແມ່ນ ເຮັດ ໜ້ອຍ ຢາກ ໄດ້ ກຳລັຍຫຼາຍ . ຄັນ ວ່າ ແນວນັ້ນ ແມ່ນບໍ່ ແລ້ວ ຈັກ ເທື່ອ . ແຕ່ ວ່າ ຢາກ ເຮັດ ໄດ້ ແນວນັ້ນ , ຢາກ ໃຫ້ ປະ ຊາ ຊົນ ມີ ແນວ ຄຶດ ແນວນັ້ນ , ພວກ ເຮົາ ບໍ່ ຄວນ ແນ ໃສ່ ແຕ່ ຕ ລາດ ພາຍ ໃນ . ຕ້ອງ ແນ ໃສ່ ຕ ລາດ ຕ່າງ ປະ ເທດ ທໍ່ ນັ້ນ , ມັນ ຈຶ່ງ ຊິ ພົ້ນ ອອກ ຈາກ ແນວ ຄຶດນັ້ນ ."