ມາຟັງນໍາກັນ 12/15/19

0:00 / 0:00

ປັດຈຸ​ບັນ, ແມ່​ຍິງ​ລາວ ​ຈຳ​ນວນຫຼາຍ ຕົກ​ເປັນ​ເຫ​ຍື່ອ​ ຂອງ​ກຸ່ມ​ຂະ​ບວນ​ການ ​ຄ້າ​ມະ​ນຸ​ດ​ຂ້າມ​ຊາດ, ໂດຍ​ຜ່ານ​ການ​ຕົວະ​ຍົວະ ​ໃຫ້​ໄປ​ແຕ່ງດອງ ​ກັບຄົນ​ຈີນ ຢູ່​ປະ​ເທດ​ຈີນ. ຫຼາຍ​ຄົນ ຫວັງ​ວ່າ​ ເມື່ອ​ໄດ້​ສ້າງ​ຄອບ​ຄົວ ​ກັບ​ສາ​ມີ​ຄົນ​ຈີນ​ແລ້ວ ຈະ​ໄດ້​ມີ​ຊີ​ວິດ ​ທີ່​ດີ​ຂຶ້ນ. ແຕ່​ໃນ​ທາງ​ກົງ​ກັນ​ຂ້າມ, ພັດ​ຕ້ອງ​ໄດ້​ພົບ​ພໍ້​ ກັບ​ຄວາມ​ທຸກ​ທໍ​ຣະ​ມານ ຫຼາຍ​ຮູບ​ແບບ ເຊັ່ນ​ວ່າ ​ຖືກ​ຂາຍ​ເຂົ້າ ​ຊ່ອງ​ໂສ​ເພ​ນີ, ບັງ​ຄັບ​ໃຊ້​ແຮງ​ງານ ດັ່ງ​ຂ້າ​ທາດ, ບັງ​ຄັບ​ໃຫ້​ຖື​ພາ ​ໃຫ້​ຄົນ​ຈີນ, ຖືກ​ທຳ​ຮ້າຍ​ຮ່າງ​ກາຍ ແລະ ອີກຫຼາຍ​ຢ່າງ. ຫຼາຍ​ຄົນ​ທີ່​ຕົກ​ເປັນ​ເຫ​ຍື່ອ ໂຊກ​ດີ ກໍ​ໄດ້​ຖືກ​ຊ່ອຍ​ເຫຼືອ ແລ້ວ​ກັບ​ມາ​ບ້ານ ​ຢ່າງ​ປອ​ດ​ພັຍ, ໃນ​ຂ​ນະ​ທີ່​ ຈຳ​ນວນບໍ່​ໜ້ອຍ ກໍ​ຫາຍ​ສາບ​ສູນ​ໄປ​ເລີຍ ແລະ ບໍ່​ຮູ້​ຊະ​ຕາ​ກັມ​ວ່າ ​ເປັນ​ແນວ​ໃດ ຈົນ​ຮອດ​ທຸກມື້​ນີ້.

ແມ່​ຍິງ​ລາວ ​ນາງ​ນຶ່ງ ທີ່​ຕົກ​ເປັນ​ເຫ​ຍື່ອ ​ຂອງ​ພວກ​ຂະ​ບວນ​ການ​ ຄ້າ​ມະນຸດ ທີ່​ຕວົະແມ່​ຍິງ​ລາວ ໄປ​ແຕ່ງດອງ​ ກັບ​ຄົນ​ຈີນ ຢູ່​ປະ​ເທດ​ຈີນ ໄດ້​ໃຫ້​ສັມ​ພາດ ​ແກ່​ວິ​ທ​ຍຸ​ ເອ​ເຊັຽ​ເສ​ຣີ, ໂດຍ​ແມ່ນ​ທ່ານ ໄຊ​ຍາ ໄດ້​ສັມ​ພາດ ເມື່ອບໍ່​ດົນ​ມານີ້.

ສຽງ1: "​​ ເລົ່າ ເຫ ການໃນ ການ ຖືກ ຕົວະ ຕັ້ງ ແຕ່ ຕົ້ນ ຈົນ ໄປ ຮອດ ຈີນ ຜ່ານ ຂະ ບວນ ການ ນາຍ ໜ້າ ຄ້າ ມະ ນຸດ ."

ສຽງ2: "​​ ເລົ່າ ເຫ ການ ເວ ລາ ຢູ່ ກັບ ຄົນ ຈີນ ວ່າ ທຸກ ທໍ ຣະ ມານ ແນວ ໃດ ? ​ ກິນ ຢູ່ ແນວ ໃດ ? ຄົນ ຈີນ ປະ ພຶ ຕໍ່ ແມ່ ຍິງ ລາວ ແນວ ໃດ ? ແລະ ເຮັດ ວຽກ ແນວ ໃດ ?"

ນອກ​ຈາກນີ້ແລ້ວ ຍັງ​ມີ​ກໍ​ຣະ​ນີ ​ແມ່​ຍິງ​ລາວ ຖືກ​ຕວົະ ໄປ​ຮັບ​ຈ້າງ​ຖື​ພາ ​ໃຫ້​ຄົນ​ຈີນ​, ອັນ​ເປັນ​ນຶ່ງ ​ໃນ​ຂະ​ບວນ​ການ ​ຄ້າ​ມະ​ນຸດ. ອັນ​ນີ້​ແມ່ນ​ອີງ​ຕາມ​ທີ່ ນັກສຶກ​ສາ​ລາວ ຂັ້ນ​ປ​ຣິນ​ຍາ​ໂທ ທີ່​ເມືອງ​ເຫີ​ໜານ ປະ​ເທດ​ຈີນ ນາງ​ນຶ່ງ ເຊິ່ງນາງ​ໄດ້​ຮັບ​ຣາຍ​ງານ ​ຈາກ​ຕຳ​ຣວດຈີນ ແລະ ໄດ້​ກ່າວຕໍ່ ຜູ້​ສື່​ຂ່າວ​ວິ​ທ​ຍຸ ​ເອ​ເຊັຽ​ເສ​ຣີ​ ພວກ​ເຮົາ ​ໃນ​ມື້​ວັນ​ທີ 14 ພຶ​ສ​ຈິ​ກາ​ ຜ່ານ​ມານີ້.

ສຽງ3: "​​ ເຂົາ ຣາຍ ງານ ມາ ບອກວ່າ ເດັກ ນ້ອຍ ​ 2 ຄົນ ນີ້ ຖືກ ຕົວະ ​​ ໃຫ້ໄປ ເຮັດ ວຽກ , ແຕ່ ວ່າ ໄປ ຮອດ ແລ້ວວ່າ ໃຫ້ ຮັບ ຈ້າງ ຖື ພາ ​, ອຸ້ມ ທ້ອງ ຊີ້​ນ່າ. ຢູ່ ເມືອງເຫີ ໜານ ຢູ່ ຈີນ ພຸ້ນ ນາ. ແລ້ວ ​ໜີ​ອອກ​ມາ​ແລ້ວ ຢູ່​ໃນ​ການ​ດູ​ແລ​ຂອງ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ແລ້ວ "

ໃນ​ກໍ​ຣະ​ນີ້, ມີແມ່​​ຍິງ​ລາວ 2 ຄົນ, ຜູ້ນຶ່ງ​ ອາຍຸ 17 ປີ ຈາກບ້ານທົ່ງ, ເມືອງປາກຊັນ ແຂວງບໍຣິຄໍາໄຊ ແລະ ອີກຜູ້ນຶ່ງ ອາຍຸ 22 ປີ ຈາກບ້ານທົ່ງຫົວເມືອງເໜືອ, ນະຄອນ ໄກສອນພົມວິຫານ ແຂວງສວັນນະເຂດ ທີ່​ໄດ້​ຖືກ ​ຕົວະຍົວະ​ໄປ. ແຕ່​ກໍ​ຍັງ​ໂຊກ​ດີ ທີ່ພວກນາງ ​ໄດ້​ໄປ​ພໍ້ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ຈີນ ​ແລະ​ ໄດ້​ຮັບ​ການ​ຊ່ອຍ​ເຫຼືອ ເພື່ອໃຫ້ໄດ້ ກັບຄືນບ້ານເກີດ.

ເຈົ້າ​ໜ້​າ​ທີ່​ທ່ານ​ນຶ່ງ ທີ່​ຄຸ້ນ​ເຄີຍ​ກັບ ​ວຽກ​ງານ​ຕໍ່​ຕ້ານ ແລະ ສະ​ກັດ​ກັ້ນ​ ການ​ຄ້າ​ມະ​ນຸດ ແລະ ຊ່ອຍ​ເຫຼືອ​ແມ່​ຍິງ​ລາວ ທີ່​ຕົກ​ເປັນ​ເຫ​ຍື່ອ ​ການ​ຄ້າ​ມະ​ນຸດ​ ກໍ​ໄດ້​ໃຫ້​ສັມ​ພາດ ​ແກ່​ຜູ້​ສື່​ຂ່າວ​ພວກ​ເຮົາ, ໂດຍ​ແມ່ນ​ທ່ານ ໄຊ​ຍາ ສັມ​ພາດ, ເຊິ່ງ​ເພິ່ນ​ກໍ​ໄດ້ ​ເລົ່າ​ວ່າ ມີ​ນາຍ​ໜ້າ ​ມາ​ເຄື່ອນ​ໄຫວ​ຕວົະຍ​ວົ​ະ​ ແມ່​ຍິງ​ລາວ​ ຈຳ​ນວນຫຼາຍ ໄປ​ແຕ່ງດອງ ​ກັບ​ຄົນ​ຈີນ.

ສຽງ4: "​​ ເລົ່າ ເຖິງວິ ທີ ຂອງ ກຸ່ມ ນາຍ ໜ້າ ທີ່ ມາ ຕົວະ ຍົວະ ແມ່ ຍິງລາວ ໄປ ແຕ່ງດອງ ກັບ ຄົນ ຈີນ ."