ຜູ້ນໍາລາວຕ້ອງຮັບຜິດຊອບ ທ.ສົມບັດ

0:00 / 0:00

ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ດີເດັ່ນ ຂອງລາວ ທີ່ ຖືກບັງຄັບ ໃຫ້ ຫາຍສາບສູນ ຈາກປ້ອມຍາມ ຕຳຣວດ ກາງ ນະຄອນຫຼວງ ວຽງຈັນ ຕອນແລງ ວັນທີ 15 ທັນວາ 2012. ຈົນມາເຖິງ ປັດຈຸບັນ ທາງການລາວ ກໍຍັງວ່າ ໄດ້ຕິດຕາມ ຫາ ແຕ່ຍັງບໍ່ພົບ, ຊຶ່ງ ມີການ ວິພາກ ວິຈານ ກັນຢ່າງ ກວ້າງຂວາງ ທັງ ຢູ່ພາຍໃນ ແລະ ຕ່າງປະເທສ ວ່າ; ຄວາມຈິງ ແລ້ວ ທາງການລາວ ບໍ່ໄດ້ ຈິງໃຈ ສືບສວນ ສອບສວນ ແຕ່ຢ່າງໃດ, ມີແຕ່ເວົ້າວ່າ ຍັງຕິດຕາມ ເຣຶ່ອງນີ້ຢູ່ ໂດຍທີ່ ບໍ່ຍອມໃຫ້ ຕ່າງ ປະເທດ ເຂົ້າມາຊ່ອຍ ພິສູດ-ວິຈັຍ ຫຼັກຖານໃດໆ ແລະ ຍັງ ບໍ່ຍອມຮັບ ເອົາຄລິປ ວິດີໂອ ຈາກກ້ອງ ວົງຈອນປິດ ຊຶ່ງ ເປັນຄລິປ ໃໝ່ ທີ່ ໄດ້ມາຈາກ ຮ້ານຄ້າ ໃກ້ກັບບ່ອນ ເກີດເຫດ.