ຄົນຈີນ ໃຊ້ອາວຸດດາບ ຂູ່ຟັນ ຜູ້ຮ່ວມງານຄົນລາວ

0:00 / 0:00

ໃນ​ອາ​ທິດນີ້, ຄົນ​ງານ​ຈີນ​ຜູ່​ນຶ່ງ ທີ່​ເຮັດ​ວຽກ​ຢູ່​ບໍ​ຣິ​ສັດ ຮັບ​ເໝົາ​ຕິດ​ຕັ້ງ​ສາຍ​ໄຟ​ຟ້າ ຕາມ​ແລວ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ຢູ​ເຂດ​ບ້ານ​ນາ​ເລົາ ຫຼັກ 52 ເມືອງ​ໂພນ​ໂຮງ ແຂວງວຽງ​ຈັນ ໄດ້ໃຊ້​ດາບຂູ່​ຈະ​ຟັນ​ຄົນ​ງານ​ລາວທີ່​ເຮັດ​ວຽກ​ນຳ​ກັນ. ສາ​ເຫດ ​ຍ້ອນ​ວ່າ ຄົນ​ງານ​ຈີນ​ຄົນ​ດັ່ງ​ກ່າວ ດື່ມ​ເຫຼົ້າ​ເມົາຈົນ​ຂາດ​ສະ​ຕິ ແລະ ມັກ​ຫາ​ເຣື່ອງ ຫຼື ດູ​ຖູກ​ຄົນ​ງານລາວ ຊຶ່ງຊາວ​ບ້ານ​ທີ່​ເຫັນ​ເຫດ​ການ ໄດ້​ຖ່າຍ​ວີ​ດິ​ໂອ ​ເຫດ​ການ​ດັ່ງ​ກ່າວ​ໄວ້ ແລະ ໄດ້​ເຜີຍ​ແຜ່​ອອກ​ທາງ​ສື່​ສັງ​ຄົມ​ອອນ​ລາຍນ໌. ຊາວ​ບ້ານ​ທີ່​ເຫັນ​ເຫດ​ການ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 16 ທັນ​ວາ ວ່າ:

" ຈີນ ຫັ້ນ ລາວ ມັກ ເມົາ ເຫຼົ້າ ໂວຍ ວາຍ ເປັນ ຄົນ ແບບ ຂ້ອນ ຂ້າງ ຢຽບ ຢາມ ດູ ຖູກ ຄົນ ຫັ້ນ ນ່າ ເມົາ ມາ ແລ້ວ ເວົ້າ ສຽງ ດັງ ອີ່ ຫຍັງ ຫັ້ນ ນ່າ ໂວຍ ວາຍ ແລ້ວ ຜູ້ ນັ້ນ ຫ້າມ ຜູ້ນີ້ ຫ້າມ ກະ ບໍ່ ໄດ້ ນ່າ ກໍ ເລີຍ ໄປ ຖື ມີດ ອອກ ມາ ຊິ ຟັນ ຊິ ຕີ ຂະ ເຈົ້າ ຫັ້ນ ນ່າ ."

ໃນ​ຂະ​ນະ​ທີ່​ຄົນ​ງານ​ລາວ ​ທີ່​ເຫັນ​ເຫດ​ການ​ຜູ່​ນຶ່ງ ທີ່​ຂໍ​ສງວນ​ຊື່ແລະສຽງ ໄດ້​ກ່າວ​ວ່າ “ຄົນ​ງານ​ຈີນ​ຄົນ​ດັ່ງ​ກ່າວ ມັກ​ຂົ່ມ​ຂູ່ ຄົນ​ງານ​ລາວ​ຫຼາຍ​ເທື່ອ ເນື່ອງ​ຈາກ ເຂົາ​ເຈົ້າ​ມັກ​ດື່ມເຫຼົ້າ​ຫຼາຍ ແລະກໍ​ມັກ​ທ້າ​ທາຍ​ໃສ່​ຄົນ​ງານ​ລາວ ລວມ​ທັງ​ຂູ່​ຈະ​ຕີ​ຄົນ​ງານ​ລາວ​ຢູ່​ເລື້ອຍໆ ຫຼັງ​ຈາກ​ເຫດ​ການ​ດັ່ງ​ກ່າວ ຫົວ​ໜ້າ​ຄົນ​ງານ​ຈີນ ກໍ​ໄດ້​ໂທ​ຕິດ​ຕໍ່​ມາ​ຂໍ​ໂທດ​ ຄົນ​ງານ​ລາວ​ທີ່​ເປັນ​ຄູ່​ກໍ​ລະ​ນີ ພ້ອມ​ທັງ​ບອກວ່າ ຈະ​ລົງ​ໂທດ​ຄົນ​ງານ​ຈີນ ​ທີ່​ເຮັດ​ບໍ່​ເໝາະ​ສົມ ແຕ່​ວ່າ ຜ່ານ​ໄປ​ຫຼາຍມື້, ຄົນ​ງານ​ລາວ ກໍ​ຍັງ​ເຫັນ​ຄົນ​ງານ​ຈີນ​ ຄົນ​ດັ່ງ​ກ່າວ ເຮັດ​ວຽກ​ຢູ່​ປົກ​ຕິ ບໍ່​ໄດ້​ຖືກ​ສັ່ງ​ພັກ​ງານ​ແຕ່​ຢ່າງ​ໃດ ຊຶ່ງ​ຄົນ​ງານ​ລາວ​ຫຼາຍ​ຄົນ ກໍ​ຢ້ານ​ວ່າ ເຂົາ​ເຈ້າ​ຈະ​ເມົາ​ເຫຼົ້າ ແລ້ວ​ອາ​ຈ​ລົງ​ມືທຳ​ຮ້າຍ​ຄົນ​ລາວ​ຈົນ​ເຖິງ​ຂັ້ນ​ເສັຽ​ຊີ​ວິດ ຖ້າບໍ່​ມີ​ການ​ແກ້​ໄຂ​.”

ຄົນ​ງານ​ລາວ ທ່ານນີ້ ກ່າວ​ຕື່ມ​ວ່າ ສຳ​ລັບ​ຄົນ​ງານ​ຈີນ​ດັ່ງ​ກ່າວ ແມ່ນ​ຄົນ​ງານ​ທີ່​ຂຶ້ນ​ກັບ​ບໍ​ຣິ​ສັດຮັບ​ເໝົາ ຕິດ​ຕັ້ງ​ສາຍ​ໄຟ​ຟ້າ​ຊື່ໆ ບໍ່​ໄດ້​ກ່ຽວ​ຂ້ອງ ຫຼື ຂຶ້ນ​ກັບ​ຜູ້​ຮັບເໝົາຂອງ​ໂຄງ​ການ ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ແຕ່​ຢ່າງ​ໃດ.ຢູ່​ເຂດ​ດັ່ງ​ກ່າວ ສ່ວນ​ຫຼາຍ​ຈະ​ມີ​ຄົນ​ທີ່​ເປັນ​ຫົວ​ໜ້າ​ຄຸມ​ງານ​ ແຕ່ກໍ​ມີ​ຄົນ​ງານ​ຈີນ​ຈຳ​ນວນ​ນຶ່ງ​ ເຮັດ​ວຽກ​ຮ່ວມ​ກັບ​ຄົນ​ງານ​ລາວ. ຊາວ​ບ້ານ​ທີ່​ຢູ່​ໃກ້​ຄຽງ ໄດ້​ກ່າວ​ວ່າ:

" ຄົນ ຈີນ ຢູ່ ຫັ້ນ ຫວະ ມີ ແຕ່ ຫົວ ໜ້າ ເຂົາ ນ່າ ບ່ອນ ໂຄງ ການ ຣົ ໄຟ ລາວ - ຈີນ ຄົນ ຈີນ ກັບ ຄົນ ລາວ ."

ກ່ຽວ​ກັບ​ເຫດ​ການນີ້ ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ຫາ​ຫ້ອງ​ການ ປ​ກ​ສ ເມືອງ​ໂພນ​ໂຮງ ແລະ ຫ້ອງ​ການ​ແຮງ​ງານ ແລະ ສວັສດີ​ການ​ສັງ​ຄົມ ເມືອງ​ໂພ​ນ​ໂຮງ ເພື່ອ​ຖາມ​ຣາຍ​ລະ​ອຽດ​ເພີ່ມ​ຕື່ມ ແຕ່​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ກ່າວ​ພຽງ​ແຕ່​ວ່າ ຍັງ​ບໍ່​ທັນ​ໄດ້​ຮັບ​ຣາຍ​ງານ​ຈາກ​ພາກ​ສ່ວນ​ໃດ ຈຶ່ງ​ຍັງ​ບໍ່​ສາ​ມາດ​ອອກ​ຄຳ​ເຫັນ​ແນວ​ໃດ​ໄດ້.

ຄົນ​ງານ​ຈີນ​​ຈຳ​ນວນບໍ່​ໜ້ອຍ ທີ່​ເຮັດ​ວຽກ​ຢູ່​ທາງ​ຣົ​ຖ​ໄຟ ​ມັກ​ພາ​ກັນ​ດື່ມ​ເຫຼົ້າເມົາ ​ຫຼັງ​ຈາກ​ເລີກວຽກ ແລະໃນ​ເວ​ລາ​ເມົາ​ ​ມັກ​ເວົ້າໃຫ້​ຄົນ​ງານ​ລາວ. ຄົນ​ງານ​ລາວ​ທີ່​ເຄີຍ​ເຮັດ​ວຽກ​ ກໍ່​ສ້າງ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ໄດ້​ກ່າວ​ວ່າ:

" ເບິ່ງ ແລ້ວ ເຂົາ ບໍ່ ມັກ ຄົນ ລາວ ແນວ ໃດ ແບບ ວ່າ ຄື ບໍ່ ມັກ ຄົນ ລາວ ແນວ ໃດ ແບບ ວ່າ ຄື ດູຖູກແບບນີ້ ນ່າ ຢາກ ເຮັດ ແບບນີ້ ໃສ່ ນ່າ ບໍ່ ຮູ້ ສາ ເຫດຄື ກັນ ຂ້ອຍ ເຄີ ຮັບ ວຽກ ແລ້ວ ຂ້ອຍ ເຄີຍ ເຫັນ ຫຼາຍ ຄົນ ຫຼາ ຍບ່ອນ ບາງ ຄົນ ແລ້ວ ຄົນ ດີ ເຂົາ ກໍ ດີ ແທ້ ."

ເຫດ​ການ​ດັ່ງ​ກ່າວ ເຮັດ​ຄົນ​ລາວ​ເຫັນແລ້ວ​ຮັບບໍ່​ໄດ້. ເຈົ້າ​ໜ້າ​ທີ່​ລາວ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

"ອັນ ນັ້ນ ກະ ເຫັນ ຢູ່ ບາງ ເທື່ອນີ້ ກະ ຕີ ຄົນ ລາວ ແລ້ວ ກະ ຊິບໍ່ ດີ ແລ້ວ ຄັນ ເຮັດ ແນວ ນັ້ນ ເນາະ ຕ່າງ ຊາດ ກັນ ເດ້ ເນາະ ກະ ຊິ ຜິດ ແຫຼະ ເນາະ ຄົນ ຄື ກັນ ເນາະ ຄົນ ເປັນ ຄົນ ປະ ເທດ ໃຫຍ່ ເພິ່ນ ມາ ດູ ຖູກ ເຮົາ ກໍບໍ່ ໄດ້ ."

ກ່ອນ​ໜ້າ​ນີ ກໍ​ເຄີຍ​ເກີດ​ເຫດ​ການຄົນ​ຈີນ ທຳ​ຮ້າຍ​ຮ່າງ​ກາຍ​ຄົນ​ງານ​ລາວ ເປັນ​ຕົ້ນ ໃນ​ວັນ​ທີ 22 ພຶ​ສ​ຈິ​ກາ 2021 ທີ່​ຜ່ານ​ມາ ຄົນ​ງານ​ລາວ​ຈຳ​ນວນນຶ່ງ ທີ່​ເຮັດ​ວຽກ​ຢູ່​ໂຄງ​ການ ກໍ່​ສ້າງ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ຢູ່ເຂດ ​ບ້ານ​ທ່າ​ນາ​ແລ້ງ-ບ້ານ​ດົງ​ໂພນ​ແຮ່ ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ຖືກ​ນາຍ​ຈ້າງ​ຈີນ​ທຳ​ຮ້າຍ​ຮ່າງ​ກາຍ ຍ້ອນບໍ່​ພໍ​ໃຈ​ທີ່​ຄົນ​ງານ​ລາວ ພາ​ກັນ​ຢຸດ​ເຮັດ​ວຽກ​ ແລ້ວ​ໄປ​ທວງ​ເງິນ​ຄ່າ​ແຮງ​ງານ ​ນຳ​ນາຍ​ຈ້າງ​ຈີນ. ອີກ​ເຫດ​ການ​ນຶ່ງ​ ກໍ​ຄື ໃນ​ວັນ​ທີ 30 ຕຸ​ລາ 2021 ທີ່​ຜ່ານ​ມາ, ຫົວ​ໜ້າ​ຄົນ​ຈີນ ແລະ ຜູ້​ຄຸມ​ງານ​ອີກ 10 ຄົນ ທີ່​ເຮັດ​ວຽກ​ຢູ່​ສວນ​ກ້ວຍ​ຈີນ ຢູ່​ເຂດ​ບ້ານ​ທ່​າ​ເຮືອ ແລະ ບ້ານ​ຫາ​ດືນ ເມືອງ​ບໍ​ລິ​ຄັນ ແຂວງ ​ບໍ​ລິ​ຄຳ​ໄຊ ພາ​ກັນ​ຖື​ໄມ້​ຄ້ອນ ແລະມີດ​-ພ້າ ເຂົ້າ​ໄປ​ຂູ່​ພໍ່​ຄ້າ-ແມ່​ຄ້າຄົນ​ລາວ ທີ່​ຂາຍ​ເຄື່ອງ​ຢູ່​ຕໍ່​ໜ້າ​ສວນ​ກ້ວຍດັ່ງ​ກ່າວ ຍ້ອນບໍ່​ພໍ​ໃຈ​ທີ່​ຄົນ​ລາວ​ມາ​ຕັ້ງ​ຮ້ານ​ຂາຍ​ເຄື່ອງ ​ຢູ່​ຕໍ່​ໜ້າ​ສວນ​ກ້ວຍ ແລະບໍ່​ຢາກ​ໃຫ້​ຄົນ​ງານ ​ຢູ່​ໃນ​ສວນ​ກ້ວຍອອກ​ມາ​ຊື້​ເຄື່ອງ​ນຳ​ ​ພໍ່​ຄ້າ-ແມ່​ຄ້າ ຄົນ​ລາວ ແລະຄົນ​ຈີນ​ຕ້ອງ​ການ​ໃຫ້​ຄົນ​ງານ​ລາວ ຊື້​ເຄື່ອງ​ຄົນ​ຈີນ ຢູ່​ສ​ະເພາະ​ໃນ​ສວນ​ກ້ວຍເທົ່າ​ນັ້ນ.