8 ປີຜ່ານໄປ ແຕ່ປະຊາຄົມສາກົລ ຕ່າງກໍບໍ່ລົດລະ, ໃນການຮຽກຮ້ອງໃຫ້ທາງການລາວ ສືບສວນສອບສວນກໍຣະນີ ທ່ານສົມບັດ ສົມພອນ ທີ່ຖືກບັງຄັບໃຫ້ຫາຍສາບສູນ ເມື່ອວັນທີ 15 ທັນວາ 2012.
ໃນຖແລງການຮ່ວມ ຂອງຫລາຍອົງການສິດທິມະນຸດ ໃນມື້ວັນທີ 15 ທັນວາ 2020, ທີ່ລົງນາມໂດຍຫລາຍສິບອົງການ, ຮວມທັງ ອົງການນິຣະໂທດກັມສາກົລ, ເວທີເອເຊັຽ ເພື່ອ ສິດທິມະນຸດ ແລະ ການພັທນາ ຫລື Forum Asia, ອົງການຜູ້ປົກປ້ອງສິດທິ ພົລເຮືອນ, ສະຫະພັນສາກົລ ເພື່ອ ສິດທິມະນຸດ ຫລື FIDH, ອົງການ Global South, ຄະນະກັມການ ສາກົລເພື່ອຄວາມຍຸຕິທັມ, ຂະບວນການລາວ ເພື່ອ ສິດທິມະນຸດ ຮວມຢູ່ດ້ວຍ.
ຖແລງການຮ່ວມ ໄດ້ເວົ້າເຖິງການທົບທວນ ເປັນໄລຍະ, ຂອງສະພາສິດທິມະ ນຸດ ສະຫະປະຊາຊາດ UPR ຄັ້ງທີ 3 ກ່ຽວກັບລາວ ເມື່ອເດືອນມິຖຸນາ ຊຶ່ງຣັຖບານລາວ ໄດ້ປະຕິເສດ ຄໍາຮຽກຮ້ອງ ທີ່ແນະນໍາໃຫ້ສືບສວນສອບສວນ ຢ່າງພຽງພໍ, ກ່ຽວກັບທຸກກໍຣະນີ ທີ່ຖືກບັງຄັບໃຫ້ຄົນຫາຍສາບສູນ, ຮວມທັງທ່ານ ສົມບັດ ສົມພອນ.
ໃນຖແລງການຮ່ວມດັ່ງກ່າວ ຣະບຸວ່າ, ເນື່ອງໃນໂອກາດຄົບຮອບ 8 ປີ ທີ່ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນຂອງລາວ ຖືກບັງຄັບໃຫ້ຫາຍສາຍສູນໄປນີ້, ພວກເຮົາ ອີກເທື່ອນຶ່ງ, ຮຽກຮ້ອງຣັຖບານລາວ, ໃຫ້ເປີດເຜີຍກ່ຽວກັບຊາຕາກັມ ແລະບ່ອນທີ່ທ່ານຢູ່, ແລະໃຫ້ສືບສວນສອບສວນ ຫາທຸກຄົນ ທີ່ຖືກບັງຄັບໃຫ້ຫາຍສາບສູນຢູ່ລາວ ແລະນໍາເອົາຜູ້ຮັບຜິດຊອບ ໃນກໍຣະນີນັ້ນໆມາດໍາເນີນ ຄະດີຢ່າງທ່ຽງທັມ.
ເວົ້າສະເພາະກໍຣະນີ ທ່ານ ສົມບັດ ສົມພອນ, ຖແລງການຮ່ວມ ກໍໄດ້ຍໍ້າເຖິງຄໍາຮຽກຮ້ອງ,ໃຫ້ມີການຕັ້ງອົງການສືບສວນສອບສວນ ທີ່ເປັນເອກຣາດ. ແລະອົງການນີ້ ຄວນໄດ້ຮັບ ການສນັບສນູນ ທາງດ້ານເທັກນິກຈາກສາກົລ ເພື່ອໃຫ້ການສຶບສວນສອບສວນ ດໍາເນີນໄປແບບມືອາຊີບ, ມີປະສິດທິພາບ ແລະໄດ້ມາຕຖານສາກົລ.
ພ້ອມດຽວກັນນີ້ ໃນຖແລງການຮ່ວມ ຍັງຮຽກຮ້ອງຣັຖບານລາວ ໃຫ້ສັດຕະຍາບັນ ສົນທິສັນຍາສາກົລ ວ່າດ້ວຍການປົກປ້ອງ ທຸກຄົນ ບໍ່ໃຫ້ຖືກບັງຄັບຫາຍສາບສູນ ຢ່າງຮີບດ່ວນ ຍ້ອນວ່າຣັຖບານລາວ ລົງນາມມາໄດ້ 12 ປີແລ້ວ ຄືແຕ່ເດືອນກັນຍາ 2008.
ຍານາງ ວະນິດາ ຊ. ເທພສຸວັນ ປະທານຂະບວນການລາວ ເພື່ອ ສິດທິມະນຸດ ທີ່ກຸງປາຣີ ປະເທດຝຣັ່ງເສດ ກ່າວຕໍ່ RFA ວ່າ 8 ປີ ມານີ້ ຣັຖບານລາວ ຍັງບໍ່ບອກຄວາມຈິງກໍຣະນີ ທ່ານ ສົມບັດ ສົມພອນ:
“ໄລຍະ 8 ປີທີ່ຜ່ານມາ, ສປປລາວ ບໍ່ເຄີຍປາຖນາຫລືບໍ່ເຄີຍ ສາມາດຄົ້ນຄວ້າ ບອກຄວາມຈິງກ່ຽວກັບທ່ານ ສົມບັດ ສົມພອນ. ນອກຈາກນັ້ນ ສປປ ລາວ ຍັງບໍ່ມີວິແວວວ່າ ຢາກໃຫ້ ສັດຕະຍາບັນສົນທິສັນຍາ ສາກົລ ຂອງສະຫະປະຊາຊາດ ເພື່ອການ ປົກປ້ອງບຸກຄົນ ຜູ້ຫາຍສາບສູນ ແບບຖືກບັງຄັບ. ເວລາຈະຜ່ານໄປເທົ່າໃດປີກໍຕາມ ຄລຊມ ຍັງຮ່ວມແຮງ ແບບແໜ້ນແຟ້ນ ກັບຫລາຍອົງການ ສິດທິມະນຸດ ນາໆຊາດ ໃນການສແວງຫາຄວາມຈິງ ແລະ ຄວາມຍຸຕິທັມ ເພື່ອຮູ້ວ່າ ທ່ານ ສົມບັດ ສົມພອນ ຢູ່ໃສ.”
ເຣື່ອງທ່ານສົມບັດ ສົມພອນ ຖືກບັງຄັບຫາຍສາບສູນນີ້, ເປັນບັນຫາທີ່ຫລາຍປະເທດ, ແລະຫລາຍອົງການຈັດຕັ້ງສາກົລ ຍົກຂຶ້ນມາ ເວົ້າເຖິງຢູ່ຕລອດ, ໃນກອງປະຊຸມສາກົນ ຫລື ເວທີສໍາຄັນຕ່າງໆ. ແລະຢູ່ກອງປະຊຸມຂອງສະພາ ສິດທິມະນຸດ ຂອງ ສະຫະປະຊາຊາດ ທີ່ ນະຄອນ Geneva ປະເທດ Switzerland ເມື່ອວັນທີ 28 ກັນຍາ ຜ່ານມານີ້, ຫຼາຍປະເທດ ຮວມທັງ ສະຫະຣັຖອາເມຣິກາ, Switzerland, Australia, ອັງກິດ, ໄອແລັນເໜືອ, ສິງກະໂປ ກໍໄດ້ສະແດງຄວາມກັງວົນ ກ່ຽວກັບການຂາດ ຄວາມຄືບໜ້າ ໃນການສືບສວນສອບສວນ ຫາ ທ່ານ ສົມບັດ ສົມພອນ ແລະ ຮຽກຮ້ອງໃຫ້ຣັຖບານລາວ, ສືບສວນສອບສວນ ແລະແກ້ໄຂ ກໍຣະນີ ທ່ານ ສົມບັດ ນີ້ຢ່າງຮີບດ່ວນ.
ແລະ ໃນວັນຄົບຮອບ 8 ປີ ທີ່ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ດີເດັ່ນ ຂອງລາວ ຊຶ່ງໄດ້ຮັບລາງວັນ ແມັກໄຊໄຊ ແຫ່ງເອເຊັຽ ຊຶ່ງເປັນລາງວັນ ອັນຊົງກຽດ ໄດ້ຖືກບັງຄັບ ຫາຍສາບສູນ ຈົນມາຮອດປັດຈຸບັນນີ້ ກໍຍັງບໍ່ມີຄໍາຕອບໃດໆ, ຈາກທາງການລາວນັ້ນ, ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັລທະມິດ ເພື່ອປະຊາທິປະຕັຍ ໃນລາວ ທີ່ມີສູນກາງຢູ່ປະເທດ ເຢັຽຣະມັນ ກໍໄດ້ໃຫ້ສັມພາດ RFA ໃນມື້ວັນທີ 14 ທັນວາ ນີ້ຕອນນຶ່ງວ່າ:
"ການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ວັນທີ 15 ທັນວາ 2012 ເທົ່າເຖິງປັດຈຸບັນ ທາງການລາວ ກໍຍັງບໍ່ທັນຍິນດີ ຫລື ວ່າຍອມຮັບໃຫ້ຄວາມຈິງ ກ່ຽວກັບການ ຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ. ພ້ອມກັນນັ້ນກໍຍັງປະຕິເສດ ວ່າບໍ່ຮູ້ ບໍ່ເຫັນ ລະກະເປັນເຣື່ອງທີ່ ເປັນຫ່ວງທີ່ສຸດທີ່ທາງການສປປລາວ ບໍ່ສົນໃຈໃນການແກ້ໄຂ ບັນຫາ ດັ່ງກ່າວ. ທີ່ຈິງແລ້ວ ທາງການ ສປປລາວ ຄວນແຈ້ງສະພາບຄວາມເປັນຈິງ ໃຫ້ຄອບຄົວຂອງ ທ່ານ ສົມບັດ ສົມພອນ ຊາບ ແຕ່ວ່າກົງກັນຂ້າມ ຣັຖບານສປປລາວ ກໍຍັງບໍ່ ຍອມໃຫ້ຂໍ້ມູລ ອັນໃດຢ່າງລະອຽດ ບໍ່ຍອມແຈ້ງໃຫ້ທາງຄອບຄົວຂອງ ທ່ານ ສສ ໄດ້ຮັບຊາບ. ອັນນີ້ພວກເຮົາຖືວ່າ ເປັນເຣື່ອງທີ່ວ່າ ອະທັມ ທີ່ສຸດຢູ່ໃນລາວ."
ເພື່ອຂໍຮູ້ກ່ຽວກັບຄວາມຄືບໜ້າ, ໃນການສືບສວນສອບສວນ ຫາ ທ່ານ ສົມບັດ ສົມພອນ ທີ່ຖືກບັງຄັບໃຫ້ຫາຍສາບສູນ RFA ກໍໄດ້ ຕິດຕໍ່ໄປຫາກະຊວງປ້ອງກັນຄວາມສງົບ ທີ່ ນະຄອນຫລວງ ວຽງຈັນ, ໄດ້ຮັບຄໍາຕອບຈາກເຈົ້າໜ້າທີ່ຕໍາຣວດວ່າ, ເຣື່ອງນີ້ຂໍໃຫ້ເຮັດ ໜັງສືຜ່ານສະຖານທູດລາວ ທີ່ ນະຄອນຫລວງ Washington DC, ທາງສະຖານທູດ ຈະສົ່ງໜັງສືນັ້ນເຖິງ ກະຊວງການ ຕ່າງປະເທດ, ທີ່ ນະຄອນຫລວງວຽງຈັນ ແລ້ວກະຊວງຕ່າງປະເທດ ຈະສົ່ງໜັງສືນັ້ນ ມາໃຫ້ກະຊວງພວກເຮົາ ແລ້ວພວກເຮົາ ກໍຈະໃຫ້ກົມທີ່ ກ່ຽວຂ້ອງ ພິຈາຣະນາໃຫ້ຄໍາຕອບ.
ໃນເມື່ອເຫດການ ໄດ້ເກີດຂຶ້ນຢູ່ໃນເຂດ ນະຄອນຫລວງ RFA ກໍໄດ້ພຍາຍາມຕິດຕໍ່ໄປຍັງ ຫ້ອງວ່າການກໍາແພງ ນະຄອນຫລວງ ວຽງຈັນ ແຕ່ບໍ່ສາມາດຕິດຕໍ່ໄດ້.
ແລະກ່ອນໜ້າ ຮອດມື້ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນ ຄົບຮອບ 8 ປີ ມາດາມ ອຶງ ຊຸຍ-ເມັງ ຜູ້ເປັນພັລຍາ ກ່າວຕໍ່ RFA ວ່າ ຄວາມເວົ້າຂອງທາງການລາວ ກໍຍັງເໝືອນເດີມ, ຕໍາຣວດຍັງສືບສວນ ແຕ່ກໍຍັງບໍ່ພົບອິຫຍັງ. ມາດາມ ຄິດຮອດຄິດເຖິງ ແລະ ຄອງຄອຍຂ່າວຜູ້ເປັນສາມີ ທຸກລົມຫາຍໃຈ ແຕ່ມາດາມ ກໍຍັງບໍ່ໝົດນຄວາມຫວັງ:
“ຜ່ານມາ 8 ປີ ບໍ່ມີຈັກວັນທີ່ວ່າ ບໍ່ຄິດຮອດເພິ່ນ. ມີຄວາມຫວັງຢາກໃຫ້ເພິ່ນກັບມາສູ່ຄອບຄົວ. ແຕ່ປັດຈຸບັນຮອດມື້ນີ້ ຍັງບໍ່ໄດ້ ຄໍາຕອບຈາກ ເຈົ້າໜ້າທີ່ ບໍ່ຮູ້ເພິ່ນຢູ່ໃສ, ແລະ ບໍ່ຮູ້ ຊະຕາກັມ ຂອງເພິ່ນ.”
ຖ່າມກາງຄວາມພຍາຍາມປົກປິດ ຂອງຣັຖບານລາວນັ້ນ, ມາດາມ ກ່າວວ່າ ຍັງຈະຄົ້ນຫາຄວາມຈິງ ແລະຄວາມເປັນທັມສໍາລັບສາມີ ຂອງຕົນ. ແລະ ພ້ອມດຽວກັນນີ້ ມາດາມ ກໍຮຽກຮ້ອງໃຫ້ຄົນລາວ ທຸກຄົນ, ທັງຢູ່ພາຍໃນ ແລະນອກປະເທດ, ບໍ່ລືມຜູ້ເປັນສາມີຂອງ ມາດາມ ທີ່ເປັນນັກພັທນາຊຸມຊົນ ທີ່ຮັກຊາດລາວ ແລະຊ່ອຍມາດາມ ຊອກຫາຄໍາຕອບ ແລະໄດ້ຮັບຄວາມຍຸຕິທັມ, ມາດາມ ກ່າວ:
"Shui-meng ຝາກຄວາມຫວັງໃຫ້ໝົດທຸກຄົນ ຢ່າຊູລືມ ສົມບັດ ສົມພອນ. ຢາກໃຫ້ຄົນລາວ ພາຍໃນປະເທດ ແລະນອກ ປະເທດກະຊ່ອຍ Shui-meng ຊອກຫາຄໍາຕອບ ແລະ ໄດ້ຄວາມຍຸຕິທັມ ໃຫ້ ສົມບັດ, ແລະ ຄອບຄົວຂອງເພິ່ນ. ຮອດມື້ນີ້ ເຈົ້າໜ້າທີ່ກະບໍ່ໄດ້ມີຄໍາຕອບຫຍັງ ແລະ ບໍ່ໄດ້ມາສົ່ງຂ່າວ ຈັກດີ້ເລີຍ. ບໍ່ໄດ້ມາພົບ ບໍ່ໄດ້ມາຖາມ ມີແຕ່ວ່າບໍ່ຮູ້ບໍ່ເຫັນ ບໍ່ຈັກ 8 ປີລະບໍ່ມີຄໍາຕອບ ບໍ່ໄດ້ຂ່າວ ນີ້ເປັນ ຄວາມທໍຣະມານ ຄວາມທໍຣະມານ ຂອງ ຂ້າພະເຈົ້າ ແລະ ຄອບຄົວ ຂອງເພິ່ນ ສົມບັດ ເປັນຜູ້ນຶ່ງທີ່ຮັກປະເທດ ຢູ່ລາວ."
ແລະໃນວັນຄົບຮອບ 8 ປີ ທີ່ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນ ມາດາມ ພ້ອມດ້ວຍຄອບຄົວ ແລະຍາດພີ່ນ້ອງ ກໍໄດ້ ຈັດພິທີທາງສາສນາ ທີ່ວັດປ່ານາຄູນນ້ອຍ ນະຄອນຫລວງ ວຽງຈັນ ໃນມື້ວັນທີ່ 13 ທັນວາ, ຄືດັ່ງທຸກໆປີທີ່ໄດ້ເຮັດມາ ເພື່ອຂໍພອນໃຫ້ ຜູ້ເປັນສາມີ ມີສຸຂພາບດີ ແລະກັບຄືນມາດ້ວຍຄວາມປອດພັຍ.
ຕາມພາບໃນກ້ອງວົງຈອນປິດ ເມື່ອຕອນແລງ ວັນທີ 15 ທັນວາ 2012 ຣົດຈິບທີ່ ທ່ານ ສົມບັດ ສົມພອນ ຂັບໄປນັ້ນ ຖືກຕໍາຣວດ ຢຸດທ່ານ ແລະໃຫ້ທ່ານ ອອກຈາກຣົດຈິບ, ຍ່າງເຂົ້າໄປໃນປ້ອມຍາມ ຂອງຕໍາຣວດ, ຕໍາຣວດຍັງຢືນ ຢູ່ບ່ອນນັ້ນ ແລ້ວບຶດນຶ່ງ ກໍເຫັນຜູ້ຊາຍ ຂີ່ຣົດຈັກ ມາຈອດຢູ່ຂ້າງ, ເຂົ້າໄປໃນຣົດຈິບຄັນ ດັ່ງກ່າວ ແລ້ວກໍຍ່າງເຂົ້າໄປ ປ້ອມຍາມ ຂອງຕໍາຣວດ.
ເມື່ອອອກມາກໍຂັບຣົດຈິບຂອງ ທ່ານ ສົມບັດ ໄປ ຊຶ່ງເຂົ້າໃຈວ່າ ເຂົາໄປເອົາກະແຈຣົດຈິບນັ້ນນໍາ ທ່ານ. ເວລານັ້ນຕໍາຣວດ ຍັງຢືນຢູ່ແຄມທາງ, ບຶດນຶ່ງຣົດກະບະສີຂາວ ກໍແລ່ນມາ ຈອດຢູ່ຕໍ່ໜ້າຕໍາຣວດ. ຕໍ່ມາກໍເຫັນ ທ່ານ ສົມບັດ ຖືກຊຸກຂຶ້ນຣົດ ແລ້ວກໍມີຄົນຂັບພາໜີ ໄປຢ່າງໄວວາ. ແຕ່ທາງການລາວ ເວົ້າພຽງແຕ່ວ່າ ໄດ້ຢຸດເພື່ອກວດໜັງສືຣົດ ແລ້ວກໍປ່ອຍ ໃຫ້ໄປ.
ແຕ່ເມື່ອເບິ່ງພາບ ໃນກ້ອງວົງຈອນປິດ ກ່ຽວກັບເຫດການທີ່ເກີດຂຶ້ນໃນມື້ນັ້ນແລ້ວ ຜູ້ຄົນ ພາກັນເຊື່ອແນ່ວ່າ ທ່ານ ສົມບັດ ສົມພອນ ຖືກເຈົ້າໜ້າທີ່ທາງການລາວ ເອົາຕົວໄປ ແລະ ຖືກບັງຄັບໃຫ້ຫາຍສາບສູນໄປ.