4 ປີຜ່ານໄປມີຫຍັງເກີດຂຶ້ນ ກັບ ທ.ສົມບັດ

0:00 / 0:00

4 ປີຜ່ານໄປ ແຕ່ກໍຍັງ ບໍ່ມີຂ່າວ ຄືບໜ້າໃດໆ ຈາກ ຣັຖບານລາວ ກ່ຽວກັບວ່າ ທ່ານ ສົມບັດ ສົມພອນ ໄປຢູ່ໃສ ມີຫຍັງເກີດຂຶ້ນ ກັບທ່ານ ໃນມື້ທີ່ ທ່ານຖືກ ຫາຍສາບສູນໄປ ຢູ່ຕໍ່ໜ້າ ປ້ອມຍາມຕໍາຣວດ ແຄມຖນົນໃຫຍ່ ໃນ ນະຄອນຫຼວງ ວຽງຈັນ. ຕາມຄໍາເວົ້າ ຂອງທ່ານ Phil Robertson ຮອງ ຜູ້ອໍານວຍການ ອົງການ ຕິດຕາມ ເຣື່ອງ ສິດທິມະນຸດ Human Rights Watch ປະຈໍາພາກພື້ນ ເອເຊັຽ ຕໍ່ RFA ໃນວັນຄົບຮອບ 4 ປີທີ່ທ່ານ ສົມບັດ ສົມພອນ ຖືກຫາຍສາບສູນ ໄປ:

"ບໍ່ເຫັນມີມາຣາຍງານ ອີ່ຫຍັງເພີ່ມເຕີມ ໃຫ້ຄອບຄົວ ຂອງເມັຽທ່ານສົມບັດ ດ້ວຍ ຄືເປັນເໝືອນເຂົາ ປິດຄະດີ ຄັນເຮົາຖາມ ກໍວ່າເຂົາຍັງ ສອບສວນ ແຕ່ວ່າເຮົາ ກໍເຊື່ອວ່າ ເຂົາເວົ້າບໍ່ຈິງ ວ່າເຂົາກໍບໍ່ໄດ້ ເຮັດອີ່ຫຍັງ ເຂົາກໍນິ້ງເສີຍ ແລ້ວກໍບໍ່ຫາ ຂໍ້ມູນເພີ່ມເຕີມ ບໍ່ສອບສວນ ລະກໍທໍາ ອີ່ຫຍັງອີກ ຈັກຢ່າງເລີຍ ທີ່ຈະເຫັນໄດ້ ກໍບໍ່ມີ ອີ່ຫຍັງທີ່ມາຈາກ ຣັຖບານ ທີ່ໃຫ້ເຫັນວ່າ ຣັຖບານ ທໍາງານ ເຣື່ອງນີ້ດ້ວຍ".

ທ່ານກ່າວ ໂດຍເຊື່ອວ່າ ຫາກຢາກກວດສອບ, ສືບສວນຫາແທ້ໆ ແມ່ນເຮັດໄດ້ ເພາະມີທັງ ກ້ອງວົງຈອນປິດ CCTV, ມີທັງພະຍານ ທີ່ ເຫັນທ່ານ ຄັ້ງສຸດທ້າຍ ຢູ່ກັບເຈົ້າໜ້າທີ່ ຂອງຣັຖ ຊຶ່ງຣັຖ ກໍຕ້ອງຮັບຜິດຊອບ ແຕ່ກໍປາກົດວ່າ ຣັຖບານລາວ ບໍ່ມີຄວາມ ຕັ້ງໃຈ ທີ່ຈະເຮັດ ອີ່ຫຍັງ ຈັກຢ່າງ ທີ່ຈະຫາ ຄວາມຈິງ ເຣື່ອງການຖືກ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.

ເມື່ອຖາມເຖິງລະຍະເວລາ ໝົດອາຍຸຄວາມ ກໍຣະນີ ທ່ານສົມບັດ ສົມພອນ ທ່ານ Phil Robertson ບອກວ່າບໍ່ມີ ອາຍຸຄວາມ ເພາະວ່າ ບໍ່ມີຄວາມ, ຣັຖບານລາວ ກໍເລີຍແກ່ຍາວ ເຮັດຄືວ່າ ບໍ່ມີໃຜເປັນ ຜູ້ຕ້ອງຫາ:

"ບໍ່ມີອາຍຸຄວາມ ເພາະວ່າບໍ່ມີຄວາມ ເຂົາກໍເລີຍ ບໍ່ມີອີ່ຫຍັງຄືບໜ້າ ມັນລັກສນະ ເຂົາເລິີຍຫາຍໄປ ຈາກໂລກນີ້ຊື່ໆ ຊຶ່ງເຮົາເຫັນວ່າ ອັນນີ້ ມັນເກີດຂຶ້ນ ຢູ່ໃນເມືອງ ຫຼວງຂອງປະເທດ ຣັຖບານ ຈະບໍ່ຮູ້ໄດ້ ຈັ່ງໃດ ວ່າເກີດອີ່ຫຍັງ ກັບເຂົາ ມັນຈະເປັນໄປ ບໍ່ໄດ້ຄື ຣັຖບານລາວ ກໍ ຄືເວົ້າ ບໍ່ຈິງທີ່ວ່າ ເຂົາບໍ່ຮູ້ວ່າ ສົມບັດ ຢູ່ໃສ".

Human Rights Watch ເປັນອົງການ ທີ່ຕິດຕາມເຣື່ອງ ການລັກພາຕົວ ທ່ານສົມບັດ ສົມພອນ ມາຕັ້ງແຕ່ຕົ້ນ ແລະກໍຍັງຈະ ຕິດຕາມ ແລະທວງຖາມ ຫາຄໍາຕອບ ຈາກ ທາງການລາວ ຈົນກວ່າວ່າ ຈະໄດ້ຄໍາຕອບ ໃຫ້ແກ່ຄອບຄົວ ຂອງທ່ານສົມບັດ ສົມພອນ ໂດຍສະເພາະ ມາດາມຊຸຍເມັງ ຜູ້ເປັນພັລຍາ ຂອງທ່ານ ທີ່ຕັ້ງໃຈ ຊອກຫາຄວາມຈິງ ກ່ຽວກັບວ່າ ມີຫຍັງເກີດຂຶ້ນ ກັບສາມີ ຂອງມາດາມ. ພ້ອມດຽວກັນ ກໍຈະຮ່ວມກັບ ອົງການ ຈັດຕັ້ງ ແລະຣັຖບານ ປະເທດຕ່າງໆ ຮຽກຮ້ອງໃຫ້ ຣັຖບານລາວ ສົ່ງທ່ານສົມບັດ ສົມພອນ ກັບມາຫາ ມາດາມ ຜູ້ເປັນພັລຍາ.

ຕາມຄໍາເວົ້າຂອງ ທ່ານ Phil Robertson ທີ່ຜ່ານມາ ທາງຣັຖບານລາວ ບໍ່ໄດ້ໃຫ້ຄໍາຕອບ ເປັນລາຍລັກອັກສອນ ຕໍ່ຄໍາຮຽກຮ້ອງ ຂອງ ອົງການ ຂອງທ່ານ ຮວມທັງ ຂອງອົງການ ຈັດຕັ້ງ ແລະຣັຖບານ ປະເທດຕ່າງໆ, ຫາກມີແຕ່ ປະຕິເສດ ວ່າບໍ່ມີສ່ວນ ກ່ຽວຂ້ອງ, ຄໍາຕອບ ກໍຈະຕອບປາກເປົ່າ ເມື່ອທາງ ສະຫະປະຊາຊາດ ຫລື ວ່າທູດ ຫລື ມີຄນະຜູ້ແທນ ຈາກ ຕ່າງປະເທດ ຍົກເຣື່ອງ ທ່ານ ສົມບັດ ສົມພອນ ຂຶ້ນມາເວົ້າ ໃນຣະຫວ່າງ ການພົບພໍ້ ກັບ ເຈົ້າໜ້າທີ່ ທາງການລາວ ຊຶ່ງ ເວົ້າຕລອດວ່າ ກໍາລັງສືບສວນ ສອບສວນຫາຢູ່. ຣັຖບານລາວ ພຍາຍາມ ທີ່ຈະຍືດ ເວລາໄປ ຈົນກວ່າ ຜູ້ທວງຖາມ ຈະທໍ້ໃຈ ທີ່ວ່າບໍ່ມີຫຍັງ ຄືບໜ້າ ແລ້ວລືມໄປ ໂດຍຫວັງວ່າ ຈະບໍ່ມີໃຜ ທວງຖາມ ຕື່ມອີກ.