ຮຽກຮ້ອງ ໃຫ້ກົດດັນ ຣັຖບານລາວ ປັບປຸງສິດທິມະນຸດ

0:00 / 0:00

ອົງ​ການ​ສິ​ທ​ທິມະນຸດ​ສາ​ກົ​ລ ຫຼື Human Rights Watch ​ຮຽກ​ຮ້ອງ ຣັ​ຖ​ບານ ອັອ​ສ​ເຕ​ຣ​ເລັຽ ເມື່ອ​ເດືອນ​ພຶ​ສ​ຈິ​ກາ ທີ່​ຜ່ານ​ມາ ໃຫ້ກົດ​ດັນ ຣັ​ຖ​ບານ​ລາວ ປັບ​ປຸງ​ເຣື່ອງ​ສິ​ທ​ທິ​ມະ​ນຸດ ໃຫ້​ສອດ​ຄ່ອງ​ກັບ​ ຫຼັກ​ການ​ສາ​ກົ​ລ ຂອງ​ອົງ​ການ​ສິ​ທ​ທິ​ມະ​ນຸດ ກຳ​ນົດ​ໄວ້ ໃນ​ວາ​ຣະ​ກອງ​ປະ​ຊຸມ ກ່ຽວ​ກັບ ເຣື່ອງ​ສິ​ທ​ທິມ​ນຸດ ຄັ້ງ​ທີ 7 ຜ່ານ​ຣະ​ບົບ​ທາງ​ໄກ ລະ​ຫວ່າງ ຣັ​ຖ​ບານ​ລາວ ແລະ ຣັ​ຖ​ບານ ອັອ​ສ​ເຕ​ຣ​ເລັຽ ໃນ​ວັນ​ທີ 9 ທັນ​ວາ 2021 ນີ້.

ທ່ານ ຟິ​ລ ໂຣ​ເບີ​ຣ​ທ໌​ເຊິນ (Phil Robertson), ຮອງຜູ້​ອຳ​ນວຍ​ການ ອົງ​ການ​ສິ​ທ​ທິ​ມະ​ນຸດ ປະ​ຈຳ​ພູມ​ມີ​ພາກ​ເອ​ເຊັຽ​ຕາ​ເວັນ​ອອກ, ກ່າວ​ຕໍ່ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 9 ທັນ​ວາ ນີ້​ວ່າ:

ທ່ານວ່າ: " ເຮົາ ຍັງ ບໍ່ ຮູ້ ວ່າ ອັອ ເຕ ເລັຽ ຈະ ຍົກ ປະ ເດັນຫ ຍັງ ຂຶ້ນ ມາ ເວົ້າກັບ ລາວ ເຊິ່ງ ຄວນ ຈະ ເວົ້າ ໃນ ປະ ເດັນ ສິ ທິ ມະ ນຸດ ຫຼາຍ ຢ່າງ ກັບ ລາວ , ໃຫ້ ລາວ ປັບ ປຸງ ປ່ຽນ ແປງ ທັງ ນະ ໂຍ ບາຍ ກົດ ໝາຍ ແລ້ວ ກໍ ການ ປະ ຕິ ບັດ ໃຫ້ ມັນ ສອດ ຄ່ອງ ກັບ ຖານ ສາ ກົ ຂອງ ອົງ ການ ສິ ທິມ ະນຸດ ."

ທ່ານ ຟີ​ລ ຍັງ​ກ່າວ​ອີກວ່າ: ໃນ​ໄລ​ຍະ​ຜ່ານ​ມາ ຍັງ​ບໍ່​ເຫັນ ຣັ​ຖ​ບານ​ລາວ ພ​ຍາ​ຍາມ​ ປັບ​ປຸງ​ແກ້​ໄຂ ແລະ ປະ​ຕິ​ບັດ​ຕາມ ຫຼັການ​ສິ​ທ​ທິ​ມະ​ນຸດ​ສາກົ​ລ, ໂດຍ​ສະ​ເພາະ ເຣື່ອງ​ການ​ສືບ​ສວນ​ສອບ​ສວນ ກໍ​ຣະ​ນີ ການ​ຫາຍ​ສາບ​ສູນ ຂອງ​ທ່ານສົມ​ບັດ ສົມ​ພອນ, ນັກ​​ພັ​ທ​ນາ​ຊຸມ​ຊົນ​ລາວ ​ດີ​ເດັ່ນ ເມື່ອ​ວັນ​ທີ 15 ທັນ​ວາ ປີ 2012 ທີ່​ນະ​ຄອນ​ຫຼວງວຽງ​ຈັນ ກໍ​ຍັງ​ມິດ​ງຽບ ໂດຍບໍ່​ມີ​ຄວາມ​ຄືບ​ໜ້າ​ ແຕ່​ຢ່າ​ງ​ໃດ.

ນອກ​ຈາກ​ນັ້ນ, ຍັງ​ມີ​ກຸ່ມ​ຜູ້​ລີ້​ພັຍ ທາງ​ການ​ເມືອງ ຊາວ​ໄທ​ຍ ຈຳ​ນວນ 5 ຄົນ ທີ່​ຫາຍ​ສາບ​ສູນ​ໄປ ຢູ່​ລາວ ແຕ່​ກໍ​ຍັງ​ບໍ່​ມີ​ການ​ຕິດ​ຕາມ​ຫາ ແລະ ສືບ​ສວນ​ສອບ​ສວນ, ຮວມ​ເຖິງ ກຸ່ມ​ຄົນ​ລາວ ອີກ​ຈຳ​ນວນ​ນຶ່ງ ທີ່​ຖືກ​ບັງ​ຄັບ ໃຫ້​ຫາ​ຍ​ສາບ​ສູນ​ໄປ ທັງ​ໃນ​ໄທ​ຍ ແລະ ລາວ ກໍ​ບໍ່​ມີ​ກາ​ນ​ສື​ບ​ສວນ​ສອບ​ສວນ ເຊັ່ນ​ດຽວ​ກັນ.

ສິ່ງ​ທີ່ ຣັ​ຖ​ບານ​ລາວ ຄວນ​ປະ​ຕິ​ບັດ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ ຫຼັກ​ການ​ສ​າ​ກົ​ລ ກໍ​ຄື ຢຸດ​ການ​ບັງ​ຄັບ ໃຫ້​ບຸກ​ຄົນ​ຫາຍ​ສາບ​ສູນ ແລະ ຖືກ​ຈຳ​ຄຸກ ຍ້ອນ​ຮຽກ​ຮ້ອງ ສິ​ທ​ທິ​ເສ​ຣີພາບ ຫຼື ສະ​ແດງ​ຄວາມ​ຄຶດ​ຄວາມ​ເຫັນ ໃນ​ທຸກໆ​ ເຣື່ອງ ທີ່​ຕ່າງ​ຈາກ​ແນວ​ຄິດ ຂອງ​ຣັ​ຖ​ບານ ແລະ ຕ້ອງ​ໃຫ້ ສິ​ທ​ ເສ​ຣີ​ພາບ ຢ່າງ​ເສ​ຣີ ກັບ​ປະ​ຊາ​ຊົນ ນຳ​ດ້ວຍ.

ອອດ-ໄຊຍະວົງສ໌-05.jpg

ຍາ​ນາງ ອີ​ເລນ ເພັຽ​ເຊິນ (Elaine Pearson), ຜູ້​ອຳ​ນວຍ​ການ ອົງ​ການ​ສິ້ງ​ຊອມ ດ້ານ​ສິ​ທ​ທິ​ມະ​ນຸດ ປະ​ຈຳ​ປະ​ເທດ ອັອ​ສ​ເຕ​ຣ​ເລັຽ, ກ່າວ​ໃນ​ຖ​ແລງ​ການ ທີ່​ເຜີຍ​ແຜ່​ໃນ​ວັນ​ທີ 8 ທັນ​ວາ ວ່າ: ການ​ລະ​ເມີດ​ສິ​ທ​ທິ​ມະ​ນຸດ ຂັ້ນ​ພື້ນ​ຖານ ແລະ ຂາດ​ຄວາມ​ຮັບ​ຜິດ​ຊອບ ຕໍ່​ການ​ລະ​ເມີດ​ສິ​ທ​ທິ​ມະ​ນຸດ ໄດ້​ກາຍ​ເປັນ​ສິ່ງ​ທີ່ພົ້ນ​ເດັ່ນ ໃນ​ທຸກ​ດ້ານ ໃນ​ຖາ​ນະ​ຄູ່​ຮ່ວມ​ພັ​ທ​ນາ​ຫຼັກ. ຣັ​ຖ​ບານ ອັອ​ສ​ເຕ​ຣ​ເລັຽ ຄວນ​ຈະ​ໃຊ້​ ມາ​ຕ​ການ​ກົດ​ດັນ ຣັ​ຖ​ບານ​ລາວ ເພື່ອ​ປັບ​ປຸງ ການ​ເຄົາ​ຣົບ ສິ​ທ​ທິ​ມະ​ນຸດ. ປະ​ເທດ​ລາວ ມີ​ພັນ​ທະ ພາຍ​ໃຕ້ກົດ​ໝາຍ ​ສິ​ທ​ທິມະ​ນຸດ​ສາ​ກົ​ລ ເພື່ອ​ປ້ອງ​ກັນ ກວດ​ສອບ ແລະ ແກ້​ໄຂ ການ​ບັງ​ຄັບ ໃຫ້​ຫາຍ​ສາບ​ສູນ ແລະ ການ​ປະ​ຕິ​ເສດ ການ​ກັກ​ຂັງນັກ​ໂທດ ຫຼື ບໍ່​ເປີດ​ເຜີຍ ບ່ອນ​ຄຸມ​ຂັງ, ຣັ​ຖ​ບານ​ລາວ ໄດ້​ຕອບ​ສນອງ ຕໍ່​ຄຳ​ຮ້ອງ ຂອງ​ສາ​ກົ​ລ ກ່ຽວ​ກັບ ການ​ບັງ​ຄັບ ໃຫ້​ຫາຍ​ສາບ​ສູນ ດ້ວຍ​ການ​ປະ​ຕິ​ເສດ ແລະ ມິດ​ງຽບ​, ອີງ​ຕາມ​ຖ​ແລງ​ການ ຂອງ​ອົງການ​ສິ້ງ​ຊອມ ດ້ານ​ສິ​ທ​ທິ​ມະ​ນຸດ.

ສຳ​ລັບ ເຣື່ອງ​ສິ​ທ​ທິ ເສ​ຣີ​ພາບ ການ​ສະ​ແດງ​ຄວາມ​ຄຶດ​ຄວາມ​ເຫັນ ຕ່າງໆ ໃນ​ປະ​ເທດ​ລາວ, ຊາວ​ລາວ ຈຳ​ນ​ວນ​ນຶ່ງ ຍັງ​ເຫັນ​ວ່າ ຫາກ​ເປັນ​ເຣື່ອງ ທີ່​ກະ​ທົບ​ຕໍ່​ເຈົ້າ​ໜ້າ​ທີ່ ພັກ​-ຣັ​ຖ ໂດຍ​ກົງ, ເປັນ​ຕົ້ນ ການ​ພິ​ພາກວິ​ຈານ ໂຄງ​ການ​ພັ​ທ​ນາ ຂອງ​ຣັ​ຖ ຫຼື ປະ​ເດັນ​ການ​ເມືອງ ຍັງ​ຖື​ວ່າ ເປັນ​ເຣື່ອງ​ຍາກ ທີ່ອອກ​ມາ​ເວົ້າໄດ້ ແລະ ເຫັນ​ວ່າ ຄົນ​ລາວ ຈຳ​ນ​ວນ​ຫຼາຍ ກໍ​ບໍ່​ມີ​ສິ​ທ​ ທີ່​ຈະ​ສະ​ແດງ​ອອກ​ໄດ້ 100% ເພາະ​ຍັງ​ຕ້ອງ​ເພິ່ງ​ພາ ການ​ຊ່ອຍ​ເຫຼືອ ຈາກ​ຣັ​ຖ​ບານ​ລາວ ຈາກ​ຄວາມ​ທຸກ​ຍາກ.

ຊາວ​ລາວ​ຜູ້​ນຶ່ງ ໃນນະ​ຄອນ​ຫຼວງ​ຈັນ ກ່າວ​ຕໍ່​ ວິ​ທ​ຍຸ​ເອເຊັຽ​ເສ​ຣີ ໃນ​ວັນ​ທີ 9 ທັນ​ວາ​ນີ້​ວ່າ:

" ບໍ່ ຕ້ອງ ຕໍ່ ຕ້ານ ຍັງ ບໍ່ ມີ ສິ ທິ ມະ ນຸດພິ ສັງແລ້ວ ປະ ເທດ ອັນ ນີ້ ໄປ ຮຽກ ຮ້ອງອັນ ນັ້ນ, ໄປ ຮຽກ ຮ້ອງອັນ ນີ້ ຈະ ແກ້ ຈັ່ງ ໃດ ມັນ ບໍ່ ຕອບ ຊ້ຳ ນ່າ ."

ເຖິງ​ກົດ​ໝາຍ ໃນ​ລາວ ຈະ​ອະ​ນຸ​ຍາດ​ໃຫ້​ສິ​ທ​ເສ​ຣິ​ພາບ ກັບ​ສື່ມວນ​ຊົນ ແລະ ພົ​ລ​ເມືອງ​ລາວ ໄດ້​ສະ​ແດງ​ຄວາມ​ຄຶດ​ຄວາມ​ເຫັນ​ໄດ້ ຢ່າງ​ເສ​ຣີ ໂດຍບໍ່​ຖືກ​ດຳ​ເນີນ​ຄະ​ດີ ແຕ່​ໃນ​ທາງ​ປະ​ຕິ​ບັດ ກໍ​ເປັນ​ເຣື່ອງ​ຍາກ​ຫຼາຍ ແລະ ບໍ່​ມີ​ຄົນ​ໃດ ກ້າ​ອອກ​ມາ​ເວົ້າ ຫຼື ວິ​ພາກວິ​ຈານ​ໄດ້ ຍ້ອນ​ທີ່ຜ່ານ​ມາ ກໍ​ມີ​ຫຼາຍ​ບຸກ​ຄົນ​ໃນ​ລາວ ທີ່​ອອກ​ມາ​ວິ​ພາກວິ​ຈານ ເຣື່ອງ​​ຕ່າງໆ ແລ້ວ​ຖືກ​ດຳ​ເນີນ​ຄະ​ດີ ຈຶ່ງ​ເຮັດ​ໃຫ້​ຄົນ​ລາວ ເກີດ​ຄວາມ​ຢ້ານ​ກົວ. ຊາວ​ລາວ​ຜູ້​ນຶ່ງ ໃນ​ແຂວງ​ຫຼວງ​ພ​ຣະ​ບາງ ກ່າວ​ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 9 ທັນ​ວາ​ນີ້​ວ່າ:

" ຍາກໆ ບໍ່ ຢາກ ດຳ ເນີນ ໄດ້ ເລີ ຽແຫລະ ຢູ່ ທາງ ພີ້ ນ່າ ມີ ຂໍ້ ຈຳ ກັດແມ່ນ ແຫລະ ຄົນ ອັນ ໃດ ທີ່ ກະ ທົບ ຕໍ່ ຣັ ບານ ຫຼື ວ່າ ອັນ ໃດ ກໍ ແລ້ວ ແຕ່ ຖ້າ ວ່າ ເຮົາ ເຮັດ ນອກ ຂອບ ເພິ່ນ ກະ ເອີ້ນ ວ່າ ໄປ ລົມ ເລີຽ ."

ທາງ​ດ້ານ ​ຊາວລາວ ທີ່ເຮັດວຽກໃນພາກ​ປະ​ຊາ​ສັງ​ຄົມ ຫຼືອົງການຈັດຕັ້ງ ບໍ່​ຂຶ້ນ​ກັບ​ຣັ​ຖ​ບານ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່, ຕຳ​ແໜ່ງ ແລະ ອົງ​ການ ກ່າວ​ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ​ວ່າ ບັນ​ຫາ​ເຣື່ອງ​ສິ​ທ​ທິ​ມະ​ນຸດ ໃນ​ລາວ​ຍັງ​ມີ​ຄວາມ​ຮຸນ​ແຮງ​ຫຼາຍ, ໂດຍ​ສະ​ເພາະ ກຸ່ມ​ຊາວ​ບ້ານ ທີ່​ເປັນ​ກຸ່ມ​ຊົນ​ເຜົ່າ ແລະ ມີ​ຄວາມ​ທຸກ​ຍາກ ໂດຍ​ມັກ​ຖືກ​ກົດ​ຂີ່ ຂົ່ມ​ເຫັງ ຈາກ​ຜູ້​ມີ​ອຳ​ນາດ, ຊາວ​ບ້ານ ຍັງ​ຂາດ​ສິ​ທ​ເສ​ຣີພາບ ເກືອບ​ທຸກ​ດ້ານ.

ນອກ​ຈາກ​ນີ້ ບັນ​ຫາ​ການ​ລະ​ເມີດ​ສິ​ທ​ທິ​ມະ​ນຸດ ໃນ​ປະ​ເທດ​ລາວ ຍັງ​ກະ​ທົບ​ໄປ​ເຖິງ ນັກ​ວິ​ຊາ​ການ, ນັກ​ພັ​ທ​ນາ​ສັງ​ຄົມ ແລະ ພາກ​ປະ​ຊາ​ສັງ​ຄົມ​ຕ່າ​ງໆ ທີ່​ເຮັດ​ວຽກ ຢູ່​ຕາມ​ເຂດ​ຊົນ​ນະ​ບົດ ເພາະ​ບໍ່​ສາ​ມາດ ຣາຍ​ງານ ຜົ​ລ​ໄດ້ ​ຕາມ​ຄວາມ​ເປັນ​ຈິງ ຫຼື ໂຕ້​ຖຽງ ແລະ ຄັດ​ຄ້ານ​ໄດ້.

ຊາວ​ລາວ​ຜູ້​ນຶ່ງ ທີ່​ເຮັດ​ວຽກກັບອົງການ ທີ່ບໍ່​ຂຶ້ນ​ກັບ ຣັຖ​ບານ ຫຼື (NGO) ກ່າວ​ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 9 ທັນ​ວາ ​ນີ້​ວ່າ:

" ຂົງ ເຂດ ທີ່ ຍັງ ມີ ບັນ ຫາ ເຣື່ອງ ສິ ທິ ເຣື່ອງ ຄວາມບໍ່ ເທົ່າ ທຽມ ນີ້ ແມ່ນ ຂົງ ເຂດ ທີ່ ເປັນ ຊົນ ເຜົ່າ ຖ້າ ຫາກວ່າ ອຳ ນາດ ການ ປົກ ຄອງ ໃນ ເມືອງ ບໍ່ ເປັນ ທັມ ແນ່ນອນ ແລ້ວ ເຣື່ອງ ສິ ທິ ມັນ ກະ ຍັງ ຜູ້ ມີ ອຳ ນາດ ກະ ໃຊ້ ອຳ ນາດ ເພາະ ວ່າ ໄດ້ ໄຄວ່ ຄວ້າ ແວງ ຫາ ."

ອົງ​ການ​ຈັບ​ຕາ ຄວາມ​ເຄື່ອນ​ໄຫວ ດ້ານ​ເສ​ຣີ​ພາບ ຂອງ​ປະ​ຊາ​ກອນ​ໂລກ ຫຼື (Freedom House) ໄດ້​ເຜີຍ​ແຜ່​ບົດຣາຍ​ງານ ກ່ຽວ​ກັບ ການ​ປະ​ເມີນ ​ສິ​ທ​ທາງ​ການ​ເມືອງ ແລະ ສິ​ທ​ເສ​ຣີ​ພາບ ຂອງ​ແຕ່​ລະ​ປະ​ເທດ​ທົ່ວ​ໂລກ ປະ​ຈໍ​າ​ປີ 2021 ໂດຍ ​ສ​ປ​ປ​ລາວ ໄດ້​ຖືກ​ຈັດ​ອັນ​ດັບ ໃຫ້​ເປັນ​ປະ​ເທດ ທີ່ " ບໍ່ ມີ ສິ ເສ ຣີ ພາບ ".

ນອກ​ຈາກ​ນີ້ ອົງ​ການ Freedom House ຍັງ​ຣາຍ​ງານ​ອີກວ່າ ປະ​ເທດ​ລາວ ເປັນ​ຣັ​ຖ​ບານ​ພັກ​ດຽວ ຄື ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ປົກ​ຄອ​ງ​ໃນ​ທຸ​ກດ້ານ ບໍ່ວ່າຈະເປັນດ້ານການເມືອງ ແລະ ຈຳ​ກັດ​ເສ​ຣິ​ພາບພົ​ລ​ເມືອງ ຢ່າ​ງ​ຮຸນ​ແຮງ, ບໍ່​ມີ​ການ​ໃຫ້ເວທີ ເພື່ອຄັດຄ້ານ ຢ່າງ​ເປັນ​ລະ​ບົບ, ບໍ່​ມີ​ອົງການພາກປະ​ຊາ​ສັງ​ຄົມ ທີ່​ເປັນ​ອິ​ສ​ຣະ ຢ່າ​ງ​ແທ້​ຈິງ ແລະ ການ​ຣາຍ​ງານ​ຂ່າວ ພາຍໃນ​ປະ​ເທດ ກໍຖືກ​ຈຳ​ກັດ ດ້ວຍ​ອຳ​ນາດ ຂອງ​ພັກ-ຣັ​ຖ.