ຣັຖສູນເສັຽ ຈາກການສໍ້ຣາສບັງຫຼວງ ໃນໂຄງການ ຂຸດຄົ້ນບໍ່ແຮ່

0:00 / 0:00

ກະ​ຊວງ​ການ​ເງິນ ໄດ້​ຣາ​ຍ​ງານ ການກວດ​ພົບ​ການ​ສໍ້​ຣາ​ສ​ບັງ​ຫລວງ ໃນ​ໂຄ​ງການ​ຂຸດ​ຄົ້ນ​ບໍ່​ແຮ່​ຕ່າງໆ ໂດຍ ສະ​ເພາະ​ລາຍ​ຮັບ​ຈາກ​ໂຄ​ງ​ການ​ ຂຸດ​ຄົ້ນ​ຮົ່ວ​ໄຫຼ. ຢູ່​ໃນກອງ​ປະ​ຊຸມ​ສ​ໄມສາ​ມັນເທື່ອ​ທີ 4 ຂອ​ງ​ສະ​ພາ​ແຫ່ງ​ຊາຕ​ຊຸດ​ທີ່ 9 ຫຼື ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາຕ ເມື່ອບໍ່​ດົນ​ມານີ້, ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ ຣັ​ຖ​ມົນ​ຕ​ຣີ ​ກະ​ຊວງ​ການ​ເງິນ ໄດ້​ກ່າວ​ຕອນ​ນຶ່ງວ່າ:

" ການ ຈັດ ຕັ້ງ ປະ ຕິ ບັດພັນ ທະ ເຂົ້າ ງົບ ປະ ມານ ຕາມ ສິດ ແລະ ໜ້າ ທີ່ ຂອງ ພົ ເມືອງ ພວກ ເຮົາ ມີ ຫຼາຍ ອັນທີ່ ເຮັດ ບໍ່ ທັນ ໄດ້ ກວ້າງຂວາງ ການ ຮົ່ວ ໄຫຼ ເກັບ ລາຍ ຮັບ ເຂົ້າ ງົບ ປະ ມານ ຍັງ ສືບ ຕໍ່ ບັນ ຫາ ນຶ່ງ ອີກ ກະ ແມ່ນການ ສວຍ ໃຊ້ ໜ້າ ທີ່ ການ ສວຍ ໂອ ກາດ ຂອງ ເຈົ້າ ໜ້າ ທີ່ ທີ່ ຄຸ້ ມຄອງການ ເກັບ ລາຍ ຮັບພວກ ເຮົາ ຍັງ ສືບ ຕໍ່ ເກີດ ຂຶ້ນ ພະ ຍາ ຍາມ ແກ້ ໄຂ ກະ ຍັງ ເກີດ ຂຶ້ນ ຫຼາຍໆ ບ່ອນ ແລະ ຫຼາຍໆ ທ້ອງ ຖິ່ນ ."

ຊາວ​ບ້ານ​ເຫັນ​ວ່າ ບັນ​ຫາ​ການ​ສໍ້​ຣາ​ສ​ບັງ​ຫຼວງ ໃນ​ບັນ​ດາ​ໂຄ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ຕ່າງໆ ເປັນ​ບັນ​ຫາ​ທີ່​ຣັ​ຖ​ບານ​ຈະ​ຕ້ອງ​ແກ້​ໄຂ ແລະ ກວດ​ກາ ເພື່ອ​ຊອກ​ຫາ​ເຈົ້າ​ໜ້າ​ທີ່ ​ຜູ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ສໍ້​ຣາ​ສ ​ບັງ​ຫຼວງ ມາ​ລົງ​ໂທດ.

ຊາວ​ລາວ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ ໃນ​ວັນ​ທີ 22 ທັນ​ວາ ວ່າ:

" ພວກບໍ່ ແຮ່ນີ້ ນັກ ງານ ບໍ່ ແຮ່ ຫັ້ນ ແຫຼະ ໄປ ຄ້າງ ຢູ່ ຈຸດນີ້ ບໍ່ ເຂົ້າ ງົ ປະ ມານ ກໍ ມີ ຫັ້ນ ນ່າ ນັກ ງານ ຮັບ ຜິດ ຊອບບໍ່ ແຮ່ນີ້ ບໍ່ ໄປ ອກ ງົບ ປະ ມານ ຫາ ຣັ ມັນ ກະ ມີ ໂທດ ຕາມ ກົດ ໝາຍ ທັມ ດາ ມັນ ແທ້ ກໍ ມີ ມາ ການ ເພື່ອ ວ່າ ບໍ ຣິ ສັດ ໃດ ບໍ່ ຖອກ ເງິນ ກະ ບໍ່ ໃຫ້ ລົງ ມື ເຮັດ ແນວ ນັ້ນ ແຫຼະ ເນາະ ."

ສ່ວນ​ວ່າ ຊາວ​ລາວອີກ​ທ່ານ​ນຶ່ງ ກໍ​ກ່າ​ວ​ວ່າ ມັນ​ເກີດ​ມີ​ຊ່ອງວ່າງ ​ໃຫ້​ບັນ​ດາ​ບໍ​ຣິ​ສັດ ບໍ່​ຖອກ​ພັນ​ທະ ຫຼື ເສັຽ​ພາ​ສີ ອາ​ກອນ​ໃຫ້​ຣັ​ຖ: ​

" ເປັນ ຊ່ອງວ່າງ ອັນ ນຶ່ງ ເຮັດ ໃຫ້ ພັນ ທະ ຂອງ ຣັ ຖບານ ຫັ້ນ ມັນ ຂາດ ທຶນ ມີ ຫຼາຍ ບໍ ຣິ ສັດ ຢູ່ ແຕ່ ວ່າ ບໍ ຣິ ສັດ ນີ້ ບໍ່ ຖອກ ພັນ ທະ ບໍ ຣິ ສັດນັ້ນ ບໍ່ ມອບ ພັນ ທະ ແຕ່ ວ່າ ດຽວນີ້ ທາງ ພັກ ທາງ ຣັ ເຮົາ ກະ ເດັດ ຂາດເຂັ້ມ ງວດ ຊິ ສໍ້ ຣາສຊ ບັງ ຫຼວງນີ້ ບໍ່ ລອດດອກ ບໍ່ ລອດ ."

ກະ​ຊວງ​ການ​ເງິນ​ສ​ເນີ​ໃຫ້ ​ມີ​ການກວດ​ກາ ແລະ ຕິດ​ຕາມ​ບັນ​ດາ​ຣົ​ຖ​ບັນ​ທຸກ​ແຮ່​ທາດ ທີ່​ຫຼັ່ງ​ໄຫຼ​ອອກ​ໄປ​ປະ​ເທດ​ເພື່ອນ​ບ້ານ ຍ້ອນ​ວ່າ ມີ​ບາງ​ໂຄງ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ບໍ່​ໄດ້​ເສັຽ​ພັນ​ທະ​ໃຫ້​ຣັຖ​ບານ ຫຼື ບາງ​ໂຄງ​ການ​ກໍ​ມອບ​ພັນ​ທະ​ ທີ່ບໍ່​ກົງ​ກັບປ​ຣິ​ມານແຮ່​ທາດ ​ທີ່​ສົ່ງ​ອອກ​ໂຕ​ຈິງ.

ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ກາ​ນ​ເງິນ ໄດ້ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ ​ແຫ່ງ​ຊາຕ ອີກວ່າ:

" ຜິດ ໂອ ຜິດ ຄື ກັນ ຫັ້ນ ແຫຼະ ເພາະ ວ່າ ຄັນ ວ່າບໍ່ ເສັຽ ພັນ ທະໃຫ້ ແບບ ມີ ການ ລັກ ລອບ ຂົ ສົ່ງ ບໍ່ ເສັຽ ພັນ ທະໃຫ້ ກະ ຖື ວ່າ ຜິດ ຕໍ່ ກົດ ຣະ ບຽບ ຂອງ ກົດ ໝາ ຂອງ ລາວ ."

ນັກ​ວິ​ການ ທາງ​ດ້ານ​ການ​ຂຸດ​ຄົ້ນ​ ບໍ່​ແຮ່ຂອງ​ລາວ ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ວ່າ: " ປະ ເດັນ ທີ່ ຣັ ມົນ ຣີ ກະ ຊວງ ການ ເງິນ ທີ່ໄດ້ ຣາຍ ງານ ຢູ່ ກອງ ປະ ຊຸມ ສະ ພາ ແຫ່ງ ຊາ ຕນັ້ນ ກໍ ເປັນ ບັນ ຫາ ທີ່ ພາກ ສ່ວນ ກ່ຽວ ຂ້ອງ ຕ້ອງ ໄດ້ ​​ ຮ່ວມ ກັນ ແກ້ ໄຂ ເພື່ອ ໃຫ້ ການ ເກັບ ລາຍ ຮັບ ເຂົ້າ ງົບ ປະ ມານ ຂອງ ຣັ ເປັນ ໄປ ຕາມ ປົ້າ ໝາຍທີ່ ວາງ ໄວ້ ສ່ວນ ເຈົ້າ ໜ້າ ທີ່ ຣັ ທີ່ ມີ ສ່ວນ ຮ່ວມ ກັບ ການ ສໍ້ ບັງ ຫຼວງ ໃນ ໂຄງ ການ ຂຸດ ຄົ້ນ ບໍ່ ແຮ່ ນັ້ນ ທ່ານ ເອງ ກໍ ຢາກ ໃຫ້ ມີ ການ ລົງ ໂທ ຢ່າງ ເດັດ ຂາດ ."

ໃນ​ປີ 2022 ມີ​ຫຼາຍ ບໍ​ຣິ​ສັດ ເຂົ້າ​ມາ ສັມ​ປະ​ທານທົດ​ລອງ​ຂຸດ​ຄົ້ນ ແລະ ສົ່ງ​ອອກ ແຮ່​ທາດ ຢູ່​ລາວ ໃນ​ນັ້ນ ປະ​ກອບ​ດ້ວຍ​ບໍ​ຣິ​ສັດ ທົດ​ລອງສົ່ງ​ອອກ​ແຮ່​ເຫຼັກ ຈຳ​ນວນ 36 ບໍ​ຣິ​ສັດ, ບໍ​ຣິ​ສັດ ສົ່ງ​ອອກ​ແຮ່​ຄຳ​ເຄົ້າ ແລະ ແຮ່​ຄຳ​ຕົກ​ຂ້ອນ 13 ບໍ​ຣິ​ສັດ, ບໍ​ຣິ​ສັດ ສົ່ງ​ອອກຫີນ​ມາ​ໂບ​ລ 2 ບໍ​ຣິ​ສັດ, ແລະ ໂຄງ​ການ​ທົດ​ລອງ​ສົ່ງ​ອອກ​ແຮ່​ຫາ​ຍາກ 7 ໂຄງ​ການ ອີງ​ຕາມ​ການ​ຣາຍ​ງານ​ຂອງ​ ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ ຣັ​ຖ​ມົນ​ຕ​ຣີ​ກະ​ຊວງ​ການ​ເງິນ.

ຢູ່​ໃນ​ກອງ​ປະ​ຊຸມ ສ​ລຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ ຂອງ​ຂ​ແນງ​ການ​ເງິນ ປະ​ຈຳ​ປີ 2022 ແລະ ທິດ​ທາງ​ແຜນ​ການ​ປີ 2023, ໜັງ​ສື​ພິມ​ລາວ​ພັ​ທ​ນາ ໄດ້​ຣາຍ​ງານ ໃນ​ວັນ​ທີ 22 ທັນ​ວາ ໂດຍ​ອ້າງ​ຄຳ​ເວົ້າ​ຂອງ ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ວ່າ ເນັ້ນໃຫ້​ຂ​ແນງ​ການ​ເງິນ ສຸມ​ໃສ່​ແກ້​ໄຂ​ການ​ຮົ່ວ​ໄຫຼ ​ຂອງ​ງົບ​ປະ​ມານ, ເນັ້ນ​ການ​ປະ​ຢັດ, ຕ້ານ​ການ​ຟູມ​ເຟືອຍ ແລະ ພ້ອມ​ກັນ​ເປັນ​ເຈົ້າ​ການ ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ ແລະ ຕ້ານ​ການ​ຮົ່ວ​ໄຫຼ​ຂອງ​ງົບ​ປະ​ມານແຫ່ງ​ຣັ​ຖ ແລະ ປະ​ສານ​ສົບ​ທົບ​ກັບ​ບັນ​ດາ ​ກະ​ຊວງ​ກ່ຽວ​ຂ້ອງ ໃຫ້​ສ້າງ​ກົ​ລ​ໄກ​ ການ​ຄຸ້ມ​ຄອງ​ແຫຼ່ງ​ລາຍ​ຮັບ ໃຫ້​ທັນ​ສ​ມັຍ ແລະ ວ່ອງ​ໄວ.