ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕລາວ ຊຸດທີ 9 ເຫັນດີຮັບຮອງເອົາ ການແຕ່ງຕັ້ງແລະໂຍກຍ້າຍ ສມາຊິກຣັຖບານ ຕາມການສເນີຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີລາວ. ໂດຍຜ່ານການປະກອບ ຄຳເຫັນຂອງສມາຊິກສະພາແຫ່ງຊາຕ ຈຶ່ງໄດ້ຮັບຮອງ ການແຕ່ງຕັ້ງແລະໂຍກຍ້າຍ ສມາຊິກຣັຖບານປະກອບມີ:
- ແຕ່ງຕັ້ງ ທ່ານ ພົລເອກ ວິໄລ ຫຼ້າຄຳຟອງ ຂຶ້ນເປັນຮອງນາຍົກຣັຖມົນຕຣີ ທັງເປັນຣັຖມົນຕຣີກະຊວງປ້ອງກັນຄວາມສງົບ.
- ແຕ່ງຕັ້ງ ທ່ານ ສະເຫຼີມໄຊ ກົມມະສິດ ຂຶ້ນເປັນຮອງນາຍົກຣັຖມົນຕຣີ ທັງເປັນຣັຖມົນຕຣີ ກະຊວງການຕ່າງປະເທດ.
- ແຕ່ງຕັ້ງ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສວັນນະເຂດ ຂຶ້ນເປັນປະທານກວດສອບແຫ່ງຣັຖ.
- ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງຣັຖ ໄປຮັບໜ້າທີ່ເປັນຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ.
- ແຕ່ງຕັ້ງ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງຣັຖມົນຕຣີ ກະຊວງການເງິນ ເປັນຮັບໜ້າທີ່ເປັນຜູ້ວ່າການ ທນາຄານແຫ່ງ ສປປ ລາວ.
- ໂຍກຍ້າຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ເປັນຣັຖມົນຕຣີ ປະຈຳສຳນັກງານ ນາຍົກຣັຖມົນຕຣີ.
- ໂຍກຍ້າຍ ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ໄປຮັບໜ້າທີ່ໃໝ່ ເປັນຣັຖມົນຕຣີ ປະຈຳສຳນັກງານຍົກຣັຖມົຕຣີ.
ດັ່ງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕ ກ່າວຮັບຮອງເອົາການແຕ່ງຕັ້ງ ແລະໂຍກຍ້າຍສມາຊິກຣັຖບານ ຕໍ່ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 20 ມິຖຸນາ 2022 ນີ້ວ່າ:
"ອີງຕາມການສເນີ ຂອງທ່ານປະທານປະເທດ ແລະທ່ານນາຍົກຣັຖມົນຕຣີນັ້ນ ກອງປະຊຸມເຮົາໄດ້ພິຈາຣະນາ ຮັບຮອງເອົາການເລືອກຕັ້ງ ທ່ານປະທານອົງການກວດສອບ ແຫ່ງຣັຖແລ້ວ ກໍໄດ້ຮັບຮອງເອົາການສເນີແຕ່ງຕັ້ງ ເພີ່ມຮອງນາຍົກ 2 ທ່ານ ພ້ອມດຽວກັນນັ້ນ ກໍຮັບຮອງເອົາການສເນີແຕ່ງຕັ້ງ ໂຍກຍ້າຍສມາຊິກຣັຖບານ ຈຳນວນນຶ່ງ. "
ໃນຂະນະດຽວກັນ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງຣັຖຄົນໃໝ່ ກໍໄດ້ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາຕລະບຸວ່າ ຫຼັງຈາກທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າມາເປັນປະທານອົງການກວດສອບ ແຫ່ງຣັຖຄົນໃໝ່ແລ້ວ ກໍຈະພະຍາຍາມປະຕິບັດໜ້າທີ່ ຢ່າງເຂັ້ມງວດ, ຍຸຕິທັມ, ໂປ່ງໃສທີ່ສຸດ ເພື່ອນຳພາປະເທດຊາຕ ໃຫ້ເກີດການພັທນາຢ່າງຍືນຍົງ ແລະແກ້ໄຂບັນຫາຕ່າງໆ ຕາມແຜນພັທນາ ເສຖກິຈ-ການເງິນ ໃຫ້ປະກົດເປັນຈິງ.
ດັ່ງທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການ ກວດສອບແຫ່ງຣັຖຄົນໃໝ່ ກ່າວກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 20 ມິຖຸນາ ນີ້ວ່າ:
"ຂ້າພຣະເຈົ້າຮັບຮູ້ ແລະເຂົ້າໃຈດີວ່າເຖິງຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ ຂອງວຽກງານກວດສອບ ໃນນາມປະທານອົງການ ກວດສອບແຫ່ງຣັຖຄົນໃໝ່ ຂ້າພະເຈົ້າຈະສຸມ ທຸກຄວາມສາມາດ ດ້ານເຫື່ອແຮງສະຕິປັນຍາ ເພື່ອນຳເອົາອົງການກວດສອບ ແຫ່ງຣັຖໃນການຮັບປະກັນ ໃຫ້ການຄຸ້ມຄອງຣັຖ ຄຸ້ມຄອງງົບປະມານ ນຳໃຊ້ງົບປະມານຈາກແຫຼ່ງຕ່າງໆ ໃຫ້ມີປະສິທທິພາບໂປ່ງໃສ. "
ກ່ຽວກັບເຣື່ອງນີ້ ປະຊາຊົນລາວຈຳນວນນຶ່ງ ກໍເຫັນວ່າຣັຖບານລາວ ຄວນຈະຊອກຫາບຸກຄະລາກອນ ທີ່ມີຄວາມສາມາດຮອບດ້ານ ເຂົ້າໃຈສະພາບເສຖກິຈ, ສັງຄົມ ແລະ ການເມືອງເປັນຢ່າງດີ ເພື່ອແກ້ໄຂບັນຫາຕ່າງໆ ຢ່າງວ່ອງໄວ ແລະ ຖືກຈຸດ ແຕ່ຫາກຍັງເລືອກເອົາ ບຸກຄະລາກອນທີ່ຂາດຄວາມຮູ້ ຄວາມສາມາດໃນການແກ້ໄຂບັນຫາເສຖກິຈ ສັງຄົມ ແລະ ການເມືອງ ປະເທດຊາຕ ກໍຈະບໍ່ສາມາດກ້າວຂ້າມບັນຫາໄດ້.
ດັ່ງປະຊາຊົນ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ມິຖຸນານີ້ວ່າ:
"ຜູ້ໃດເປັນກາຄືເກົ່າຫັ້ນແຫຼະສິເດັດຂາສໍ່າໃດນັ້ນຍັງຟັງເບິ່ງ ກະຊອກເອົາບຸກຄະລາກອນທີ່ດີ ເອົາຫຼາຍ ໆ ແລ້ວເຂົ້າໃນຂົງເຂດໃນການພັທນາແຕ່ລະພາກສ່ວນ. "
ສ່ວນປະຊາຊົນອີກທ່ານນຶ່ງ ກ່າວວ່າຣັຖບານລາວ ຄວນເປີດໂອກາດ ແລະສນັບສນູນຄົນຮຸ່ນໃໝ່ ທີ່ມີຄວາມຮູ້ ຄວາມສາມາດເຂົ້າມາ ແກ້ໄຂບັນຫາຕ່າງໆ ເປັນຕົ້ນທາງດ້ານເສຖກິຈ-ການເງິນ ເພາະຄົນຮຸ່ນໃໝ່ ຈະມີແນວຄິດທີ່ທັນສມັຍ ເຮັດວຽກວ່ອງໄວ ເຂົ້າເຖີງເທັກໂນໂລຢີ ໄດ້ຢ່າງມີປະສິດທິພາບ ຊຶ່ງຈະຊ່ອຍ ພັທນາເສຖກິຈ-ສັງຄົມ ໄດ້ເປັນຢ່າງດີ. ຖ້າຍັງແຕ່ງຕັ້ງ ບຸກຄະລາກອນ ທີ່ບໍ່ມີຄວາມຮູ້ຄວາມສາມາດ ພຽງພໍ ຫຼືເໜັ້ນໜັກແຕ່ເຣື່ອງທິດສະດີ ແຕ່ປະການປະຕິບັດ ຂາດປະສິທທິພາບ ບັນຫາຕ່າງໆ ທີ່ປະເທດລາວ ກຳລັງປະເຊີນຢູ່ ໃນປັດຈຸບັນ ກໍບໍ່ສາມາດແກ້ໄຂໄດ້ ຢ່າງແນ່ນອນ.
ດັ່ງປະຊາຊົນ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 20 ມິຖຸນາ ນີ້ວ່າ:
"ຈິດໃຈຊາຕ ຂະເຈົ້າກາສູງຢູ່ ແຕ່ກາຄືເວົ້ານີ້ແຫຼະ ມັນບໍ່ສາມາດຊິເຮັດຫຍັງໄດ້ ມີແຕ່ສ້າງຄົນຣຸ້ນໃໝ່ນີ້ ຂຶ້ນມານີ້ແຫຼະ ຈຶ່ງຈະສາມາດແກ້ໄຂໄດ້ ຖ້າເປັນແນວນີ້ຕໍ່ໄປ ມັນຊິເປັນແນວໃດ ແລ້ວຊິບໍ່ໃຫ້ເຮົາ ເປັນຫ່ວງເຮົາກາເປັນຫ່ວງຢູ່ ແຕ່ມັນກາສຸດຄວາມສາມາດ ມັນແກ້ໄຂບໍ່ໄດ້ນິ. "
ທາງດ້ານນັກວິຊາການ ເສຖສາຕ-ການເງິນກ່າວວ່າ ການປະກາດແຕ່ງຕັ້ງ ແລະໂຍກຍ້າຍສມາຊິກ ຣັຖບານ ລະດັບສູງໃນເທື່ອນີ້ ຖືວ່າມີຄວາມສຳຄັນຫຼາຍ ແລະຣັຖບານລາວ ກໍຄົງເຫັນເຖິງ ບັນຫາທີ່ຫຍຸ້ງຍາກ ແລະທ້າທາຍຫຼາຍສົມຄວນ ໂດຍສະເພາະການແກ້ໄຂບັນຫາ ທາງດ້ານເສຖິຈ-ການເງິນ ຂອງປະເທດ ຊຶ່ງປັດຈຸບັນກຳລັງປະເຊີນ ກັບອັດຕຣາເງິນເຟີ້ຮຸນແຮງ, ເງິນກີບອ່ອນຄ່າ, ການຂາດເຂີນເງິນຕຣາ ຕ່າງປະເທດ ແລະນໍ້າມັນຂາດປໍ້າ ບໍ່ພຽງພໍຕໍ່ຄວາມຕ້ອງການ ຂອງສັງຄົມ.
ຫຼັງຈາກສະພາແຫ່ງຊາຕ ຮັບຮອງໄປແລ້ວຄາດວ່າ ເຈົ້າໜ້າທີ່ຣະດັບສູງເລົ່ານັ້ນ ອາຈມີການປັບປຸງ, ປ່ຽນແປງ ໃນບາງຕຳແໜ່ງໜ້າທີ່ີ ເພື່ອໃຫ້ສອດຄ່ອງ ກັບສະພາບການໃນປັດຈຸບັນ, ແນວໃດກໍຕາມ ຍັງບໍ່ເຊື່ອໝັ້ນວ່າ ການແຕ່ງຕັ້ງແລະໂຍກຍ້າຍ ເຈົ້າໜ້າທີ່ລະດັບສູງ ໃນເທື່ອນີ້ ຈະສ້າງການປ່ຽນແປງ ໃຫ້ດີຂຶ້ນຈົນກ່ວາ ຈະເຫັນຜົລງານ.
ດັ່ງນັກວິຊາການ ດ້ານເສຖສາຕ-ການເງິນ ອາຈານປະຈຳ ມຫາວິທຍາລັຍແຫ່ງຊາຕລາວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ມີຖຸນາ ນີ້ວ່າ:
" ຊ່ວງນີ້ມັນເປັນຊ່ວງ ທີ່ຖ່າຍໂອນການປ່ຽນແປງຫັ້ນນ່່າ ຕໍ່ໄປກາຊິມີການປ່ຽນແປງ ຢູ່ພາຍໃນ ແລະເກີດຂຶ້ນບາງອັນ ທີ່ແບບກ່ຽວກັບເສຖກິຈ ແມ່ນຫຍັງຫັ້ນນ່າ ແຕ່ວ່າຊ່ວງນີ້ ຍັງເປັນຊ່ວງທີ່ແບບປ່ຽນຖ່າຍ ແລະທຸກຢ່າງຍັງຄືເກົ່າຢູ່ ກໍຍັງລໍຖ້າການປ່ຽນແປງ. "
ກ່ອນໜ້ານີ້ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ສປປ ລາວ ກ່າວໃນມື້ເປີດກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 13 ມິຖຸນາ 2022 ນີ້ລະບຸເຖິງແຜນພັທນາເສຖກິຈ-ສັງຄົມ ຂອງປະເທດ ຈະດຳເນີນໄປຕາມແຜນການ ແຕ່ຂໍ້ຄົງຄ້າງ ແລະສິ່ງທ້າທາຍ ກໍມີຫຼາຍຢ່າງ ທີ່ຈະຕ້ອງໄດ້ຮີບດ່ວນແກ້ໄຂ ເປັນຕົ້ນ ການຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມ ແລະ 2 ວາຣະແຫ່ງຊາຕ ທີ່ຣັຖບານກຳລັງດຳເນີນການຢູ່ ເຫັນວ່າບັນດາຂແນງການ ຂອງສູນກາງ ແລະທ້ອງຖິ່ນຍັງຊັກຊ້າ ການຊີ້ນຳບັນຊາການ ຂອງຂແນງການທ້ອງຖິ່ນ ຍັງບໍ່ທັນເດັດຂາດ ເຂັ້ມງວດ ຄວາມສະດວກວ່ອງໄວ ຕໍ່ຜົລກະທົບພາຍນອກ ແລະການໃຊ້ມາຕການແກ້ໄຂ ຍັງບໍ່ທັນເດັດຂາດ.
ການເພີ່ມຂຶ້ນຂອງອັດຕຣາເງິນເຟີ້ ໄລຍະ 6 ເດືອນຕົ້ນປີ 2022 ຍັງມີຈັງຫວະກະໂດດສູງຂຶ້ນ ເຮັດໃຫ້ເງິນກີບອ່ອນຄ່າ ແລະເຮັດໃຫ້ສະເຖັຽຣະພາບ ທາງດ້ານເສຖກິຈ ມະຫາພາກທີ່ບອບບາງຢູ່ແລ້ວນັ້ນ ບອບບາງເຂົ້າໄປຕື່ມ ຊຶ່ງອາຈສົ່ງຜົລກະທົບ ຕໍ່ການຂຍາຍໂຕທາງດ້ານເສຖກິຈ ແລະ ການດຳຣົງຊີວິດຂອງປະຊາຊົນໝົດປີ 2022 ນີ້.
ການແກ້ໄຂໜີ້ສາທາຣະນະ ປັດຈຸບັນໄດ້ເພີ່ມຂຶ້ນມາຮອດ 88% ຂອງ GDP ໃນປີ 2021 ຊຶ່ງໃນນັ້ນເປັນໜີ້ສິນ ທີ່ມາຈາກຂແນງພລັງງານຈຳນວນ 30% ຂອງຍອດໜີ້ສະສົມທັງໝົດ ຊຶ່ງຍັງສືບຕໍ່ເປັນສິ່ງທ້າທາຍໃນຕໍ່ໜ້າ ໂດຍສະເພາະການສຳຣະໄລຍະຫຼັງຜ່ອນຜັນ. ການປະຕິຮູບການແກ້ໄຂໜີ້ສິນ ຂອງຣັຖວິສາຫະກິຈ ຍັງມີຄວາມຊັກຊ້າ ແລະກວມເອົາພຽງຈຳນວນໜ້ອຍ ຮວມເຖິງການແກ້ໄຂ ບັນຫາຢາເສບຕິດ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ.