ສະພາແຫ່ງຊາດລາວ ຕຽມເປີດກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ເພື່ອພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ພື້ນຖານຂອງປະເທດ ຈໍານວນ 19 ສບັບ ລະຫວ່າງວັນທີ 10 ມີຖຸນາ ຈົນໄປເຖິງ ວັນທີ 2 ກໍລະກົດ 2024 ນີ້ ລວມໄລຍະເວລາ 17 ວັນ.
ສະພາແຫ່ງຊາດ ຍັງເຊີນຊວນໃຫ້ບັນດາພະນັກງານ, ລັດຖະກອນ, ປະຊາຊົນລາວ ທັງຈາກພາຍໃນ ແລະ ຕ່າງປະເທດ ຕິດຕາມຮັບຟັງ ການດໍາເນີນກອງປະຊຸມ ແລະສະເໜີຄວາມຄິດ ຄວາມເຫັນ ຕໍ່ກັບບັນຫາຕ່າງໆ ຜ່ານໂທລະສັບ ສາຍດ່ວນ ໝາຍເລກ 156 ເພື່ອນໍາໄປ ພິຈາລະນາແກ້ໄຂ ຢູ່ໃນກອງປະຊຸມໃນເທື່ອນີ້.
ດັ່ງ ທ່ານນາງ ອໍາໄພວອນ ລ້ອມບຸນແພງ, ກໍາມະການ ຄະນະປະຈໍາສະພາ ແຫ່ງຊາດ ຖະແຫລ່ງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 5 ມີຖຸນາ 2024 ນີ້ວ່າ:
"ກອງປະຊຸມ ສະໄໝ ສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ພື້ນຖາ ນ ຂອງປະເທດຊາດ ຈໍານວນ 19 ສະບັບ ເຊິ່ງບັນດາທ່ານ ສາມາດສົ່ງ ຄຳ ຄິດ ຄວາມເຫັນ ແລະ ຄໍາສະເໜີ ໄປຍັງກອງປະຊຸມໄດ້ . "ຂະນະທີ່ ພະນັກງານລັດຖະກອນ ໃນແຂວງຫລວງນ້ໍາທາ ທ່ານໜຶ່ງ ກ່າວວ່າ ສະເໜີໃຫ້ສະພາແຫ່ງຊາດລາວ ຍົກເອົາບັນຫາເສຖກິດ-ການເງິນຢູ່ປະເທດລາວ ຂຶ້ນມາປະຊຸມຫາລືກັນ ເພື່ອແກ້ໄຂ ບັນຫາຢ່າງເປັນຮູບປະທໍາ ໂດຍສະເພາະ ເລື້ອງອັດຕາເງິນເຟີ້, ເງິນກີບອ່ອນຄ່າ, ອັດຕາແລກປ່ຽນເງິນຕາຕ່າງປະເທດ ນັບມື້ຈະສູງເລື້ອຍໆ ບໍ່ສອດຄ່ອງກັບເງິນເດືອນ ທີ່ໄດ້ຮັບ ຈົນກາຍມາເປັນບັນຫາ ແລະ ຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງພະນັກງານລັດຖະກອນ ຢ່າງໜັກ ໃນປັດຈຸບັນນີ້.
ດັ່ງ ພະນັກງານ ລັດຖະກອນ ນາງນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ມີຖຸນາ ນີ້ວ່າ:
"ເສດຖະກິດການເງິນ ບັນຫາເງິນເດືອນເນາະ ຄ່າຄອງຊີບສູງ ບາດເງິນເດືອນພັດຕ່ໍາ ແມ່ນຫຍັງຫັ້ນເນາະ ມັນບໍ່ສົມດູນກັນຫັ້ນເດ້ເນາະ ຊິມີວິທີການແນວໃດຊ່ວຍ ຖ້າທຽບໃສ່ເງິນເດືອນຂອງພະນັກງານລັດ ແທ້ເນາະ ມັນ ກໍ ສົມດຸນກັນ . "ພະນັກງານລັດຖະກອນ ໃນແຂວງບໍລິຄໍາໄຊ ນາງໜຶ່ງ ກ່າວວ່າ ຍົກໃຫ້ກອງປະຊຸມສະພາແຫ່ງຊາດ ເທື່ອນີ້ ຍົກເອົາບັນຫາເສດຖະກິດ-ການເງິນ ຂຶ້ນມາພິຈາລະນາ ເພື່ອຫາແນວທາງແກ້ໄຂບັນຫາ ຢ່າງຮີບດ່ວນ ແລະ ເປັນຮູບປະທໍາ ເນື່ອງຈາກ ພະນັກງານ ລັດຖະກອນ ທີ່ມີເງິນເດືອນໜ້ອຍ ແລະ ປະຊາຊົນລາວຜູ້ທຸກຍາກ ແມ່ນໄດ້ຮັບຄວາມລໍາບາກທີ່ສຸດ.
ດັ່ງ ພະນັກງານລັດຖະກອນ ນາງນີ້ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ຊິແມ່ນຄືກັນຫັ້ນແຫລະ ເພາະວ່າ ມັນເວົ້າເ ລື້ ອງເສ ດ ຖ ະ ກິດເນາະ ຄ່າຄອງຊີບແພງຊັ່ນແຫລະ ອັ ດ ຕາແລກປ່ຽນເງິນກະສູງ ນັບມື້ນັບສູງ ກະຢາກໃຫ້ເພິ່ນແກ້ໄຂ ເ ລື້ ອງອັ ດ ຕາເງິນຫັ້ນແຫລະ ເພາະວ່າ ກະບໍ່ພໍຢູ່ ພໍກິນ . "
ຊາວລາວທ່ານໜຶ່ງ ໃນແຂວງຜົ້ງສາລີ ກ່າວວ່າ ມີຫລາຍບັນຫາເຄັ່ງຮ້ອນ ທີ່ຢາກໃຫ້ສະພາແຫ່ງຊາດລາວ ນໍາໄປພິຈາລະນາ ແລະຊ່ວຍແກ້ໄຂ ໂດຍສະເພາະເລື້ອງເສດຖະກິດ-ການເງິນທີ່ຕົກຕ່ໍາ ແລະ ຟືດເຄືອງຫລາຍ, ການຊອກວຽກເຮັດງານທໍາ ກະຍາກຂຶ້ນນັບມື້ ເພາະຄ່າແຮງຕ່ໍາຈົນເກີນໄປ.
ນອກຈາກນີ້ ຢາກສະໜີ ສະພາແຫ່ງຊາດ ລົງພື້ນໄປຊ່ວຍແກ້ໄຂ ບັນຫາໃຫ້ກັບຊາວບ້ານເມືອງໃໝ່ ແຂວງຜົ້ງສາລີ ເນື່ອງຈາກ ມີຊາວລາວຈໍານວນຫລາຍ ໄດ້ເຂົ້າຮ່ວມໂຄງການປູກຍາງພາລາ ນໍາບໍລິສັດຈີນ ດ້ວຍຮູບແບບ 2+3 ຄວາມໝາຍຄື ບໍລິສັດຈີນ ມາແຈກເບັ້ຍຍາງພາລາ ໃຫ້ກັບຊາວບ້ານປູກ ຕໍ່ມາຊາວບ້ານກະດູແລ-ໃສ່ປຸ້ຍຈົນເຕີບໂຕໃຫຍ່, ເກັບຜົນຜລິດ ແລະ ສົ່ງຂາຍ ໃຫ້ກັບບໍລິສັດ ຕາມສັນຍາ ໂດຍທີ່ບໍລິສັດຈີນ ບໍ່ໄດ້ລົງທຶນແບບ 100%.
ເມື່ອເຖິງເວລາທີ່ຊາວບ້ານ ເກັບຍາງພາລາ ໄປຂາຍໃຫ້ກັບບໍລິສັດຈີນ ບໍລິສັດພັດຫັກເປີເຊັນ ລາຍໄດ້ 40% ຫລື ຂາຍຍາງພາລາໄດ້ລາຄາ 1 ລ້ານກີບ ບໍລິສັດ ຈະຫັກເອົາ 4 ແສນກີບ ເຊິ່ງຊາວບ້ານເຫັນວ່າ ບໍ່ສົມເຫດສົມຜົນ ເອົາປຽບຈົນເກີນໄປ ຈຶ່ງສະເໜີໃຫ້ສະພາແຫ່ງຊາດ ຊ່ວຍແກ້ໄຂ ບັນຫາຢ່າງທີ່ເໝາະສົມ ແລະ ຍຸຕິທຳ ກັບ ປະຊາຊົນ.
ດັ່ງ ຊາວລາວທ່ານນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ກະຢາກໃຫ້ຊ່ວຍແກ້ໄຂເ ລື້ ອງ ການລົງທຶນສົ່ງເສີມການປູກຍາງພາລາ ບາດໄດ້ລ້ານ ໜຶ່ງ ກະແບ່ງໃຫ້ຈີນ 4 ແສນ ຈີນມັນມີແຕ່ວ່າ ສົ່ງເສີມເອົາແຕ່ເບັ້ຍໃຫ້ຊື່ໆ ອັນນີ້ມັນກະຖືວ່າ ມັນໜັກເກີນ ຖືວ່າມັນເອົາປຽບປະຊາຊົນ ບໍລິສັດ ຢູ່ລ້າໆຊື່ໆ ຈີນມາແບ່ງເອົາເປີເຊັນ 40-60 ຊີ້ນ່າ ແກ້ບັນຫາໂຕນີ້ໄດ້ ເ ລື້ ອງບັນຫາປາກທ້ອງ ຊີວິດການເປັນຢູ່ຂອງປະຊາຊົນ ນີ້ກະຊິຈະເ ລີ ນຂຶ້ນ ຊີວິດເປັນຢູ່ ກະຊິດີຂຶ້ນກວ່າເກົ່າ . "ຊາວລາວທ່ານໜຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ ມີບັນຫາຫລາຍຢ່າງ ທີ່ເກີດຂຶ້ນໃນປະເທດລາວ ແຕ່ບັນຫາສໍາຄັນທີ່ສຸດ ທີ່ສະພາແຫ່ງຊາດ ຈະຕ້ອງໄດ້ເຄັ່ງຮ້ອນ ແລະ ນໍາໄປພິຈາລະນາ ຄື ເລື່ອງການປາກທ້ອງອງປະຊາຊົນລາວ ຈາກໄພເສຖກິດ-ກາເງິນທີ່ຕົກຕ່ໍາ ເຮັດໃຫ້ປະຊາຊົນລາວ ບໍ່ສາມາດລົບລ້າງ ອອກຈາກຄວາມທຸກຍາກໄດ້ ຂະນະທີ່ລັດຖະບານລາວ ອອກນະໂຍບາຍ ແລະ ມາຕການແກ້ໄຂບັນຫາຕ່າງໆແລ້ວ ແຕ່ກະບໍ່ສາມາດແກ້ໄຂໄດ້ດີເທົ່າທີ່ຄວນ ເຊິ່ງສ້າງຄວາມບໍ່ເຊື່ອໝັ້ນ ໃຫ້ກັບປະຊາຊົນລາວທີ່ສຸດ.
ດັ່ງ ຊາວລາວທ່ານນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ບັນຫາການລົບລ້າງ ຄວາມທຸກຍາກໃຫ້ປະຊາຊົນນີ້ນ່າ ປະຊາຊົນ ກະຍັງທຸກ ຍັງຍາກຢູ່ ຢາກໃຫ້ເພິ່ນແກ້ໄຂ ບັນຫາເ ລື້ ອ ງ ປາກທ້ອງນີ້ແຫລະ ກ່ອນອື່ນໝົດ ເພິ່ນເປີກສາຍດ່ວນຫັ້ນນ່າ ສ່ວນຫລາຍເຂົາສະເໜີໄປແລ້ວ ເພິ່ນກະບໍ່ເຫັນນໍາ ເອົາເຂົ້າກອງປະຊຸມພິຈາລະນາ ອັນນີ້ປະຊາຊົນກະບໍ່ຢາກເຊື່ອໄດ້ ດຽວນີ້ນ່າ . "
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ເທື່ອນີ້ ຈະພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ພື້ນຖານ ຂອງປະເທດຊາດ ດັ່ງນີ້:
- ວຽກງານລັດຖະບານ 4 ສະບັບ ເປັນຕົ້ນ ບົດລາຍງານຂອງທ່ານນາຍົກ ລັດຖະມົນຕີ ກ່ຽວກັບ ສະພາບການຈັດຕັ້ງ ປະຕິບັດແຜນພັດທະນາ ເສຖກິດ-ສັງຄົມ ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນ ຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບສອງວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂ ບັນຫາຢາເສບຕິດ ແລະ ບົດລາຍງານອື່ນໆ.
- ວຽກງານກວດສອບແຫ່ງລັດ 1 ສະບັບ ຄື ບົດລາຍງານ ກ່ຽວກັບ ການແກ້ໄຂ ຜົນການກວດສອບ ປະຈໍາປີ
- ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ ເປັນຕົ້ນ ຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນທາງປັນຍາ, ປັບປຸງກົດໝາຍ ວ່າດ້ວຍ ການສົ່ງເສີມ ການລົງທຶນ, ປັບປຸງກົດໝາຍ ວ່າດ້ວຍ ການປົກປັກຮັກສາ ສິ່ງແວດລ້ອມ, ປັບປຸງກົດໝາຍ ວ່າດ້ວຍ ການຕ້ານ ການສໍ້ລາດບັງຫລວງ ແລະ ການປັບປຸງກົດໝາຍອື່ນໆ.
- ວຽກງານສະພາແຫ່ງຊາດ 1 ສະບັບ ຄື ບົດລາຍງານ ກ່ຽວກັບ ຄວາມຈໍາເປັນ ແລະ ທິດທາງ ໃນການປັບປຸງ ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ