ພັກປະຊາຊົນປະຕິວັດລາວ ປັບປຸງລັດຖະທຳມະນູນ ເປັນເທື່ອທີ່ 3

ຈຳປາທອງ
2024.08.15
ພັກປະຊາຊົນປະຕິວັດລາວ ປັບປຸງລັດຖະທຳມະນູນ ເປັນເທື່ອທີ່ 3 ປະຊາຊົນກຳລັງຢາງຢູ່ຕໍ່ໜ້າ ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2022.
RFA

ຜູ້ນໍາພັກປະຊາຊົນປະຕິວັດລາວ ຈະປັບປຸງລັດຖະທໍາມະນູນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນເທື່ອທີ 3 ພາຍຫຼັງໄດ້ປັບປຸງມາແລ້ວ 2 ຄັ້ງ ຄືຄັ້ງທີ 1 ປີ 2003 ແລະຄັ້ງທີ 2 ປີ 2015 ຊຶ່ງບໍ່ໄດ້ແຕະຕ້ອງ ມາດ ຕາ 3 ທີ່ເວົ້າເຖິງການຜູກຂາດອໍານາດ ຂອງພັກປະຊາຊົນປະຕິວັດລາວ ວ່າ ເປັນແກນນໍາຂອງລະບົບການເມືອງໃນລາວ. ແລະໃນການປັບປຸງຄັ້ງນີ້ ກໍອາດຈະບໍ່ແຕະຕ້ອງມາດຕາ 3 ນີ້ເຊັ່ນກັນ ເພາະຜູ້ນໍາພັກຖືວ່າ ມັນເປັນປັດໃຈຫຼັກໃນການຜູກຂາດອໍານາດ ຂອງຕົນ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມລາວ.

ຜູ້ນໍາພັກປະຊາຊົນປະຕິວັດລາວ ເວົ້າຢູ່ຕລອດວ່າ ລັດຖະທໍາມະນູນຂອງ ສປປລາວ ແມ່ນໝາກຜົນລວມຍອດ ຂອງສະຕິປັນຍາ ແລະການປະກອບຄວາມຄິດເຫັນ ຢ່າງກວ້າງຂວາງຂອງປະຊາຊົນ ໃນທົ່ວປະເທດ. ແຕ່ຕາມຄວາມເປັນຈິງ ຫຼາຍຄົນເວົ້າວ່າ ລັດຖະທໍາມະນູນທີ່ວ່ານີ້ ເປັນລັດຖະທໍາມະນູນຂອງພັກ, ບໍ່ແມ່ນລັດຖະທໍາມະນູນຂອງຊາດ ແລະຂອງປະຊາຊົນ ຍ້ອນວ່າ ຜູ້ນໍາພັກຢາກເວົ້າແນວໃດ ຢາກຂຽນແນວໃດກໍຂຽນຕາມໃຈມັກ ເພື່ອຜູກຂາດ ອໍານາດ ແລ້ວນໍາເອົາໄປເຜີຍແພ່ ພໍພຽງແຕ່ໃຫ້ປະຊາຊົນຮັບຮູ້.

ນັກຮຽນຮູ້ປັນຍາຊົນລາວ ຢູ່ພາຍໃນປະເທດທ່ານນຶ່ງ ທີ່ເຂົ້າໃຈເຖິງລະບອບການປົກຄອງຢູ່ ສປປລາວ ດີ ຜູ້ຂໍສະຫງວນຊື່ ຂໍສະຫງວນສຽງ ແລະວັນເວລາເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ການປັບປຸງລັດຖະທໍາມະນູນ ເທື່ອທີ 3 ນີ້ ຄິດວ່າ ຄົງຈະບໍ່ມີການປ່ຽນແປງເນື້ອໃນຫຍັງຫຼາຍ ໃນເລື່ອງທີ່ພົວພັນ ກັບສິດ ແລະຜົນປະໂຫຍດຂອງປະຊາຊົນ. ສ່ວນຫຼາຍຈະເລັ່ງໃສ່ເລື່ອງການປັບປຸງອໍານາດຂອງລັດ ເພາະລັດຖະທໍາມະນູນຂອງ ສປປລາວ ແມ່ນລັດຖະທໍາມະນູນຂອງພັກ, ແລະໃນການປັບປຸງລັດຖະທໍາມະນູນເທື່ອນີ້ ກໍຄົງຄືຈະບໍ່ມີການປ່ຽນແປງ ມາດ ຕາ 3 ທີ່ເວົ້າເຖິງພັກເປັນແກນນໍານັ້ນຄືເກົ່າ. ແຕ່ເຖິງຈະມີການປັບປຸງປ່ຽນແປງ ໄປແນວໃດ ກໍຍັງຈະເປັນລັດຖະທໍາມະນູນຂອງພັກ ເປັນການປັບປຸງອໍານາດຂອງລັດຢູ່ຄືເກົ່າ ເພື່ອຫວັງຄອງອໍານາດຢູ່ຕໍ່ໄປ.

ການປັບປຸງລັດຖະທໍາມະນູນເທື່ອນີ້ ອີງຕາມຄໍາເວົ້າຂອງທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນຢູ່ໃນກອງປະຊຸມປະເມີນຜົນ ການຈັດຕັ້ງປະຕິບັດລັດຖະທໍາມະນູນ ຢູ່ແຂວງສາລະວັນ ໃນມື້ວັນທີ 29 ກໍລະກົດທີ່ຜ່ານມາ ຊຶ່ງໃນນັ້ນ ມີເນື້ອໃນບາງຕອນວ່າ “ປັດຈຸບັນ ໄດ້ວາງແຜນປັບປຸງລັດຖະທໍາມະນູນ ແຕ່ນີ້ຫາກາງປີ 2025”...”ໄດ້ວາງແຜນການ ດໍາເນີນ ການປະເມີນການຈັດຕັ້ງປະຕິບັດລັດຖະທໍາມະນູນ ໃນຂອບເຂດທົ່ວປະເທດ ແລະໃຫ້ສໍາເລັດໃນເດືອນກໍລະກົດ 2024 ນີ້.

ລັດຖະທໍາມະນູນ ສະບັບປັບປຸງນີ້ ຄາດວ່າຈະຖືກຮັບຮອງຢູ່ໃນກອງປະຊຸມສະ ພາແຫ່ງຊາດ ໃນກາງປີໜ້າ.

ມາເຖິງປັດຈຸບັນ ແຜນການທີ່ວ່ານັ້ນ ກໍຍັງໄດ້ຜ່ານແຕ່ຢູ່ໃນຂັ້ນແຂວງ, ຢູ່ແຂວງຕ່າງໆກໍໄດ້ມີກອງປະຊຸມ ແຕ່ປະຊາຊົນທົ່ວໄປ ແມ່ນຍັງບໍ່ໄດ້ຍິນ ເພີ່ນຍັງບໍ່ທັນເຜີຍແພ່ໃຫ້ຮູ້ ກ່ຽວກັບເລື່ອງການປັບ ປຸງລັດຖະທໍາມະນູນນີ້ ດັ່ງປະຊາຊົນລາວຜູ້ນຶ່ງ ຢູ່ພາຍໃນປະເທດ ຜູ້ທີ່ຂໍສະຫງວນຊື່ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນອາທິດນີ້ວ່າ:

(.......................................ສຽງສຳພາດ……………………..)

ແລະປະຊາຊົນອີກຜູ້ນຶ່ງ ກໍເວົ້າວ່າ ເລື່ອງການປັບປຸງລັດຖະທໍາມະນູນ ຍັງບໍ່ຮູ້ ຍັງບໍ່ມີການເຜີຍແພ່ຢູ່ແຕ່ລະບ້ານ.

(.......................................ສຽງສຳພາດ……………………..)

ເວົ້າເຖິງເນື້ອໃນຂອງການປັບປຸງລັດຖະທໍາມະນູນນີ້ ທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ຜູ້ປະຈໍາການ ຄະ ນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ກໍໄດ້ກ່າວຢູ່ໃນກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນ ຢູ່ແຂວງວຽງຈັນ ໃນມື້ວັນທີ  30 ກໍລະກົດທີ່ຜ່ານມາ ຊຶ່ງໃນຕອນນຶ່ງ ທ່ານໄດ້ກ່າວເຖິງ ການປັບປຸງເນື້ອໃນຂອງລັດຖະທໍາມະນູນ ໂດຍສະເພາະໝວດວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງທ້ອງຖິ່ນ, ການປະຕິບັດສິດ ແລະພັນທະຂອງພົນລະເມືອງລາວ, ຊາວຕ່າງດ້າວ ແລະຜູ້ບໍ່ມີສັນຊາດຢູ່ແຂວງວຽງຈັນ.

ເວົ້າເຖິງ ສິດຂອງພົນລະເມືອງລາວ ຢູ່ໃນລັດຖະທໍາມະນູນສະບັບປັດຈຸບັນ ກໍມີ 12 ມາດຕາ ທີ່ໄດ້ລະບຸເຖິງ ຊຶ່ງໃນນັ້ນ ມາດຕາ 43 ກໍານົດໄວ້ວ່າ “ພົນລະ ເມືອງລາວ ມີສິດເສຣີພາບ ໃນການເຊື່ອຖືຫຼືບໍ່ເຊື່ອຖືສາສະໜາ...ແລະມາດຕາ 44 ກໍບົ່ງໄວ້ວ່າ “ພົນລະເມືອງ ລາວ ມີສິດເສຣີພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະເດີນຂະບວນ..” ແຕ່ໃນພາກປະຕິບັດຕົວຈິງ ຫຼາຍຄົນເວົ້າວ່າ ເວົ້າເຖິງສິດເສລີພາບຂອງພົນ ລະເມືອງລາວ ບໍ່ວ່າຈະເປັນມາດຕາໃດ ກໍຖືກທາງການລ່ວງລະເມີດ ດັ່ງທ່ານ ອິນຊີທອງ ຄະນະນໍາ ແລະທັງເປັນໂຄສົກອົງການລາວເສຣີ Free Laos Campaign ທີ່ສະຫະຣັດອາເມຣິກາ ກ່າວຕໍ່ວິທຍຸເອເຊັສຣີ ແບບສັງລວມ ເມື່ອບໍ່ນານມານີ້ວ່າ:

(.......................................ສຽງສຳພາດ……………………..)

ເວົ້າເຖິງການລະເມີດ ສິດເສລີພາບຂອງປະຊາຊົນລາວ ຊຶ່ງເປັນການລະເມີດ

ສິດທິມະນຸດ ຢູ່ ສປປລາວ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດເພື່ອປະຊາທິປະໄຕໃນລາວ ຜູ້ໄດ້ຮັບ “ລາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົນ” ທີ່ໄດ້ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງສະຫະປະຊາຊາດ ທີ່ນະຄອນ ນິວຢ໊ອກ ສະຫະຣັດອາເມຣິກາ ແຕ່ວັນທີ 15 ຫາວັນທີ 18 ກໍລະກົດທີ່ຜ່ານມານີ້ ໄດ້ໃຫ້ສໍາພາດວິດທະຍຸເອເຊັຍເສຣີ ຫຼັງກອງປະຊຸມນັ້ນວ່າ:

(.......................................ສຽງສຳພາດ……………………..)

ໃນການປັບປຸງລັດຖະທໍາມະນູນແຕ່ລະເທື່ອທີ່ຜ່ານມາ ທາງການ ສປປລາວ ເວົ້າວ່າ ແມ່ນເຮັດໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະລັດ ໃນໄລຍະໃໝ່, ເຮັດໄປຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການໃນໄລຍະ ໃໝ່ ແລະໃນເທື່ອນີ້ ກໍເວົ້າໄປໃນທໍານອງດຽວກັນນັ້ນ ແລະທັງວ່າ ເຮັດໄປຕາມຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ມີຫລັກການຂອງພັກ.

ການປັບປຸງລັດຖະທໍາມະນູນເທື່ອນີ້ ແມ່ນທາງການລາວ ປະຕິບັດຕາມມະຕິ ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ 11 ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານຂອງພັກ ແລະປະຕິບັດຕາມມະຕິ ຂອງກົມການເມືອງສູນກາງພັກ ວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່.

ໃນການປັບປຸງລັດຖະທໍາມະນູນເທື່ອນີ້ ກໍໄດ້ມີການຈັດກອງປະຊຸມຄັ້ງທີ 1 ຂອງຄະນະປະຈໍາການລະດັບຊາດ ປັບປຸງລັດຖະທໍາມະນູນ ໃນມື້ວັນທີ 7 ສິງຫານີ້ ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານຄະນະກຳມະການ ລະດັບຊາດປັບປຸງລັດຖະທຳມະນູນ ທີ່ມີທັງຄະນະອະນຸກຳມະ

ການຕ່າງໆ ແລະກອງເລຂາ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ກໍແມ່ນເພື່ອສະຫຼຸບຕີລາຄາ ຜົນການປະເມີນການ ຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ຢູ່ 5 ຈຸດອ້ອມຂ້າງສູນກາງ ແລະ 18 ແຂວງ-ນະຄອນຫຼວງວຽງຈັນ ຊຶ່ງກອງປະຊຸມສະໄໝສາມັນຂອງສະ ພາປະຊາຊົນຂັ້ນແຂວງ ໄດ້ປະເມີນມາແຕ່ວັນທີ 20 ມິຖຸນາ ຫາ ວັນທີ 30 ກໍລະ ກົດທີ່ຜ່ານມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.