ປະຊາຊົນ ບໍ່ເຊື່ອລະບົບສານ ຍ້ອນພນັກງານສານ ຂາດຈັນຍາທັມ

0:00 / 0:00

ການ​ປະ​ຕິ​ບັດ ກົດ​ໝາຍ​ຢູ່​ປະ​ເທດ​ລາວ ຍັງ​ບໍ່​ເປັນ​ທີ່​ເຊື່ອ​ຖື​ ຂອງ​ປະ​ຊາ​ຊົນ ແລະ ປະ​ຊາ​ຊົນ ກໍ​ຍັງ​ເຫັນ​ວ່າ ມີ​ການ​ເລືອກ​ປະ​ຕິ​ບັດ ເຮັດ​ໃຫ້​ກົດ​ໝາຍ​ຍັງ​ບໍ່​ສັກ​ສິດ.

ເຈົ້າ​ໜ້າ​ທີ່​ບຳ​ນານ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ ວ່າ:

" ເຂົາ ​ເອີ້​ວ່າ ເລືອກ​ປະ​ຕິບັດ ຕອບ​ສັ້ນໆ ໂລດ ໃຫ້​ມັນ​ສັກ​ສິດນີ້ ມັນ​ບໍ່​ສັກ​ສິດດອກ ໂຕ​ຢ່າງ​ຄະ​ດີ​ທັງ​ຫຼາຍ​ທີ່​ຜ່ານ​ມານີ້ ເຈົ້າ​ຕັດ​ສິນ​ ມັນ​ບໍ່​ໄດ້​ເປັນ​ໄປ​ຕາມ​ກົດ​ໝາຍ ​ຕ່າງໆ ຖ້າ​ວ່າ ເຈົ້າ​ເຮັດ​ແທ້​ຫຼື​ເຮັດ​ຖືກ ມັນ​ກໍ​ຈະ​ບໍ່​ມີ​ບັນ​ຫາ."

ເຈົ້າ​ໜ້າ​ທີ່ ທ່ານ​ນີ້ ກ່າວ​ຕື່ມ​ວ່າ:

" ຍົກ ​ໂຕ​ຢ່າງ ຄະ​ດີຢາ​ເສບ​ຕິດ ກຳ​ນົດ ວ່າ ມີ​ເຮ​ໂຣ​ອິນ 300 ກຣາມ ຈະ​ຖືກ​ຕັດ​ສິນ​ປະ​ຫາ​ນ​ຊີ​ວິຕ ແຕ່ ເຫັນ​ຈັບ​ຢາ​ເສບ​ຕິດ​ ໄດ້ຫຼາຍກວ່າ ນັ້ນ ກໍ​ຍັງ​ບໍ່​ມີ​ການ​ປະ​ຫານ​ຊີ​ວິຕ ແລະ ເຈົ້າ​ໜ້າ​ທີ່​ກະ​ຍັງ​ປ່ອຍ​ປະ​ລະ​ເລີຍ​ໄປ."

ກະ​ຊວງ​ຍຸ​ຕິ​ທັມ ທີ່​ເປັນ​ແກນ​ຫຼັກ ບໍ່​ໄດ້ເປັນ​ໂຕ​ແບບ​ໃຫ້​ສັງ​ຄົມ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ.

ນັກ​ກົດ​ໝາຍ ທ່ານ​ນຶ່ງຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ ເສ​ຣີ ວ່າ:

" ໂດ ​ຍ​ລວມ​ແລ້ວ ກໍ​ຖື​ວ່າ ຍັງ​ອ່ອນ ກົດ​ໝາຍ​ທີ່​ມີ ປະ​ຕິ​ບັດ​ບໍ່​ໄດ້, ອີກ​ປະ​ເດັນ​ນຶ່ງ ແມ່ນບໍ່​ໄດ້​ຮັບ​ການ​ໂຄ​ສ​ະ​ນາ​ເຜີຍ​ແຜ່ ຢ່າງ​ທົ່ວ​ເຖິງ ແມ້​ກະ​ທັ້ງ​ໃນ​ວົງ​ການ​ ເຈົ້າ​ໜ້າ​ທີ່​ຣັ​ຖ​ເອງ ກໍ​ຍັງ​ບໍ່​ຮູ້​ຮອດ​ບົດ​ບາດ​ຂອງ​ຕົນ ຕາມ​ກົດ​ໝຍາຍ, ບາງ​ເທື່ອ​ໃນ​ເວ​ລາ​ມີ​ບັນ​ຫາ ແລະ ຂໍ້​ຂັດ​ແຍ່ງແມ່ນ​ອີງ​ໃສ່ ສະ​ພາບ ແລະ ຈຸດ​ພິ​ເສດ​ຂອງ​ແຕ່​ລະ​ພື້ນ​ທີ່."

ນັກ​ກົດ​ໝາຍ ທ່ານນີ້ ກ່າວ​ວ່າ:

" ແມ້ ​ກະ​ທັ້ງ​ກະ​ຊວງ​ຍຸ​ຕິ​ທັມ ເອງ ທີ່​ຂຶ້ນ​ຊື່​ວ່າ ເປັນ​ອົງ​ກາ​ນ​ເຈົ້າ​ພາບ, ເປັນ​ອົງ​ການ​ຣັ​ຖ ທີ່​ນຳ​ໜ້າ​ສັງ​ຄົມ ໃນ​ເຣື່ອງ​ປະ​ຕິ​ບັດ ແລະ ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ກໍ​ບໍ່​ໄດ້​ມີ​ການ​ສະ​ແດງ​ບົດ​ບາດ​ ດັ່ງ​ກ່າວຂອງ​ຕົນ​ທີ່​ຄ​ວນ, ເທົ່​າ​ນັ້ນຍັງ​ບໍ່ພໍ ບາງ​ຄັ້ງ​ຍັງ​ມີ​ການ​ກີດ​ກັນ ຂັດ​ຂວາງ ບໍ່​ອຳ​ນວຍ​ຄວາມ​ສະ​ດວກ ໃນ​​ຂົງ​ເຂດວຽກ​ງານ​ຍຸ​ຕິ​ທັມ ງົບ​ປະ​ມານ ບໍ່​ໄດ້​ກະ​ຈາຍ​ລົງ​ທ້ອງ​ຖິ່ນ​ຂອງ​ຕົນ ສ່ວນ​ໃຫຍ່​ຈະ​ເອົາ​ງົບ​ປະ​ມານ​ ໄວ້​ໃຊ້​ສະ​ເພາະ​ສ່ວນ​ກາງ​ເທົ່າ​ນັ້ນ."

ປັດ​ຈຸ​ບັນ ອົງ​ການ​ຕັ້ງ​ສ​າ​ກົ​ນ​ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ກ່ຽວ​ກັບ ​ການປັບ​ປຸງວຽກ​ງານກົດ​ໝາຍ ໂດຍ ສະ​ເພາະ​ການ​ເຜີຍ​ແຜ່ ​ກົດ​ໝາຍໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ຮູ້ ແລະ ສົ່ງ​ເສີ​ມ​ໃຫ້​ປະ​ຊາ​ຊົນ ເຂົ້າ​ເຖິງ​ກົດ​ໝາຍ, ແຕ່ ວຽກ​ງານ ​ກໍ​ບໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ເທົ່າ​ທີ່​ຄວນ ຍ້ອນ​ວ່າ ໜ່ວຍ​ງານ​ຂອງ​ພາກ​ຣັ​ຖ​ເອງ ບໍ່​ໃຫ້​ຄວາມ​ຮ່ວມ​ມື.

ນັກ​ກົດ​ໝາຍ ທ່ານ ນີ້ ໄດ້​ກ່າວ​ຕື່ມ​ວ່າ:

“ອົງ​ການ​ຈັດ​ຕັ້ງ​ສາ​ກົນ ທີ່​ສ​ເນີ​ຂໍ​ປະ​ຕິ​ບັດກິ​ຈ​ກັມເຣື່ອງ​ກົດ​ໝາຍ ກະ​ຊງ​ຍຸ​ຕິ​ທັມ ກໍ​ຖືກ​ປະ​ຕິ​ເສດ, ແຕ່ ພາກ​ຣັ​ຖ ພັດ​ຢາກ​ໄດ້​ແຕ່​ງົບ​ປະ​ມານປະ​ຕິ​ບັດ​ເອງ.”

ການປະ​ຕິ​ບັດ​ຕັດ ​ສິນ​ຄະ​ດີ​ໃນ​ສານ ສ່ວນ​ຫຼາຍຜູ້​ທີ່​ມີ​ເງິນ​ຈະ​ມີ​ໂອ​ກາດ​ ຊະ​ນະ​ຄະ​ດີ ແລະ ຢູ່​ແຂວງ​ນ້ອຍ ຫຼື ເມືອງ​ນ້ອຍ ການ​ຕັດ​ສິນ​ຄະ​ດີ ຍັງ​ອຽງ​ໄປ​ທາງ​ຜູ້​ທີ່​ມີ​ເງິນ​ຫຼາຍກວ່າ.

ປະ​ຊາ​ຊົນ ທ່ານ​ນຶ່ງ ໄດ້​ໃຫ້​ສັມພາດ​ ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ​ວ່າ:

" ຕາມ ​ທີ່​ສຳ​ຜັດ​ຢູ່​ຕອນນີ້ ກະ​ວ່າ ຍັງ​ຄື​ເກົ່າ ມັນ​ປ່ຽນ​ແປງ​ບາງ​ຈຸດ ສ່ວນ​ໃຫຍ່ ມັນ​ບໍ່​ປ່ຽນ​ແປງ ຄື​ເກົ່າ ກໍ​ຄື ມຶງ​ມີ​ເງິນບໍ່ ມຶງ​ມີ​ເສັ້ນບໍ່ ຄວາມ​ໝາຍ​ຫັ້ນ​ນ່າ. ຄື​ເກົ່າ ກະ​ຄື​ວ່າ ມຶງ​ມີ​ເງິນບໍ່ ມຶງ​ມີ​ເສັ້ນ​ບໍ່ ຄວາມ​ໝາຍ​ມັນ​ເປັນ​ຈັ່ງ​ຊັ້ນ."

ນັກ​ຂ່າວ: ແຕ່​ບາງ​ຈຸດ​ ທີ່​ມີ​ການ​ປ່ຽນ​ແປງ​ເດ້.?

ປະ​ຊາ​ຊົນ:

“ກະ​ເປັນ​ໄປ​ຕາມ​ຫຼັກ​ການ​ຂໍ້​ເທັດ​ຈິງ ຍົກ​ໂຕ​ຢ່າງ ທີ່​ເຫັນ​ຢູ່​ບ້ານ​ກໍ​ຄື ລູກຂາຍ​ມູນ​ຂາຍ​ມັງ ຍົກ​ໂຕ​ຢ່າງ​ຄື ຄະ​ດີ​ເຫັນ​ຢູ່​ດຽວນີ້ ລະ​ແມ່ນ ລູກ​ໄປ​ເອົາ​ເມັຽ​ລະ ບໍ່​ມີ​ນາ​ເຮັດກິນ ລະ​ໄປ​ເຊົ່າ ທີ່​ນາ​ເຂົາ ກະ​ເລີຍ​ກັບ​ມາ ມາ​ຂໍ​ເຮັດ​ນາ​ນຳ​ແມ່ ແມ່​ກະ​ໃຫ້​ເຮັດ. ໃຫ້​ເຮັດ​ຜ່ານ​ໄປ 22-23 ປີ ໄປ​ລັກ​ຂຶ້ນ​ນາ​ນັ້ນ ບອກວ່າ ມີ​ຄົນ​ຊິ​ມາ​ຊື້​ເດ້ ມາ​ຊື້​ນາ​ໂຕ​ນັ້ນ ມີ​ຄົນ​ມີ​ເງິນ ຊິ​ມາ​ຊື້​ນາ​ໂຕ​ນັ້ນ ລະ​ກະເລີຍ​ໄປ​ລັກ​ຂຶ້ນ​ສັມ​ໂນ​ທີ່​ດິນ ແລ້ວ ລະ​ກະ​ໄປ​ຂາຍ. ນາຍ​ບ້ານ​ກະ​ເຊັນ​ໃຫ້ ສຸດ​ທ້າຍ​ຟ້ອງ​ມາ ເຂົາ​ມີ​ເງິນ ເຂົາ​ກະ​ໄປ​ສານ ກະ​ຕັດ​ສິນ​ໃຫ້​ໝໍ​ຊື້​ຊະ​ນະ.”

ນັກ​ຂ່າວ: ກະ​ຂ້ອນ​ຂ້າງວ່າ ຜູ້​ມີ​ເງິນ​ຫັ້ນ ຂ້ອນ​ຂ້າງວ່າ ຈະ​ຊະ​ນະ​ຄະ​ດີ?

ປະ​ຊາ​ຊົນ:

“ຄວາມ​ຍຸ​ຕິ​ທັມ​ຍັງ​ຊື້​ໄດ້ ເວົ້າ​ໃຫ້​ມັນ​ຈົບ ຍັງ​ຊື້​ຂາຍ​ກັນ​ໄດ້.”

ນັກ​ຂ່າວ: ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນ ກັບ​ຂະບວນ​ການ​ກົດ​ໝາຍ ກັບ​ຂະບວນ​ການປະ​ຕິ​ບັດກົດ​ໝາຍ ຂະບວນ​ການ​ຍຸ​ຕິ​ທັມ ຢູ່​ປະ​ເທດ​ລາວນີ້​ຫຼາຍ​ປານ​ໃດ?

ປະ​ຊາ​ຊົນ:

" ພຽງ 5 ປີ ມານີ້ ແຕ່​ລາວ ກະ​ຍັງ​ອຸ​ທອນ​ໄປ​ແຂວງ​ຢູ່ ສົງ​ໃສວ່າ ສານ​ອຸ​ທອນ​ຂັ້ນ​ແຂວງ ຄື ຊິ​ຕັດ​ສິນ​ໃຫ້​ທາງ​ລາວ ຂັ້ນ​ຕົ້ນ​ນີ້ ຄື​ຊິບໍ່​ອັນ​ນັ້ນ​ແລ້ວ."

ນັກ​ຂ່າວ: ແຕ່​ວ່ ໂດ​ຍ​ລວມ​ລະ​ນີ້ ເຮົາ​ຍັງ​ເຊື່ອ​ໝັ້ນ​ຢູ່ເບາະ ຫຼື​ວ່າ ເຮົາ​ຍັງ​ເຊື່ອ​ວ່າ ຜູ້​ມີ​ເງິນ​ຈະ​ຊະ​ນະ​ຄະ​ດີ ຄວາມ​ຍຸ​ຕິ​ທັມ ຈະ​ບໍ່​ເກີດ​ກັບ​ຜູ້​ທຸກ​ຍາກ?

ປະ​ຊາ​ຊົນ:

" ໂດ ​ຍ​ລວມນີ້ ເປັນ​ຈັ່ງ​ຊັ້ນ ຖາມ​ວ່າ ສານ​ມັນ​ຢູ່​ຈຸດ​ໃດ​ລະ ສານ​ຢູ່ນອກໆ​ລະ ໂດຍ​ລວມ​ລະ​ກະ​ຍັງ​ຂຶ້ນ​ກັບ​ເງິນ ຢູ່​ນະ​ຄອນ​ຫລວງ​ຢູ່ ຫຼື ຢູ່​ເມືອງ​ໃຫຍ່ໆ ປາກ​ເຊ​ຈັ່ງ​ຊີ້ ສວັນ​ນະ​ເຂດ ຫລວງ​ພ​ຣະ​ບາງ ເມືອງ​ໃຫຍ່ໆ ຂອງ​ແຂວງ ເມືອງ​ຫລວງ​ຂອງ​ແຂວງ​ຈັ່ງ​ຊີ້ ລະກະ ນະ​ຄອນ​ຫລວງ​ໃຈ​ກາງ​ຈັ່ງ​ຊີ້ ອັນ​ນີ້​ແມ່ນ​ເຊື່ອ​ໝັ້ນ​ໄດ້ ໃນ​ລະ​ດັບ​ເກືອບ​ທີ່​ພໍ​ໃຈ. ແຕ່​ຄັນ​ແຂວງ​ນ້ອຍໆ ຖ້າ​ເປັນ​ເມືອງ​ນ້ອຍ​ ຂອງ​ແຂວງ​ອອກ​ໄປ ແມ່ນ​ຢາກ​ຂຶ້ນ​ກັບ​ເງິນ ກັບ​ມຶງ​ຄົນ​ໃຜ ນອກ​ໄປ ຄວາມ​ຍຸ​ຕິ​ທັມ​ໄກ​ອອກ ຊື້​ໄດ້. ເມື່ອ​ກ່ອນ​ຄວາມ​ເຊື່ອ​ໝັ້ນ​ມີ​ແຕ່ 20-30 ເປີ​ເຊັນ ແຕ່​ຄັນ​ຢູ່ ນອກໆ 20-30 ເປີ​ເຊັນ ຄື​ເກົ່າ ສ່ວນ​ໃຫຍ່​ໄດ໋ ແຕ່​ກະ​ບໍ່​ເປັນ​ທຸກ​ເມືອງ ເພາະ​ບັນ​ຫາ​ຄ້າງ​ຄາ ຂຶ້ນ​ມາ​ສານ​ພາກ ສານ​ແຂວງນີ້ ແມ່ນ​ຢູ່​ເມືອງ​ທາງ​ນັ້ນ ກະ​ຟັງ​ເພິ່ນ​ສ​ລຸບ​ຫັ້ນ​ຕີ້ ສະ​ພາ​ທັງ​ນັ້ນ."

ການ​ຕັດ​ສິນ​ຄະ​ດີ ມີ​ການ​ຊັກ​ຊ້າ ແລະ ບໍ່​ທັນ​ເວ​ລາ. ທ່ານ ໄພວີ ສີບົວວິພາ, ຣັຖມົນຕຣີ ກະຊວງຍຸຕິທັມ ໄດ້​ກ່າວ ຢູ່​ໃນ​ກອງ​ປະ​ຊຸມ​ສະ​ພາແຫ່ງ​ຊາຕ ໃນ​ກາງ​ປີ 2022 ​ຕອນ​ນຶ່ງວ່າ:

" 1 ສາ​ເຫດ​ປະ​ຕິ​ບັດ​ຊັກ​ຊ້າ ແລະ ແກ້​ຍາວ ແລະ ບໍ່​ສາ​ມາດ​ຕະ​ປ​ະ​ຕິ​ບັດ​ໄດ້ ການ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ສ່ວນ​ໃຫຍ່ ແມ່ນ​ໃຊ້​ເວ​ລາ​ດົນ ຄື ດັ່ງ​ທີ່​ພວກ​ທ່ານ​ໄດ້​ເຫັນ​ນັ້ນ ເຊິ່ງ​ພວກ​ເຮົາ ສັງ​ລວມ​ເອົາ​ບັນ​ດາ​ສາ​ເຫດ​ໃຫຍ່ໆ ໄດ້​ດັ່ງ​ນີ້ ອັນ​ຫຼັກໆ ບັນ​ຫາ​ທີ​ນຶ່ງ​ໃຫຍ່ນີ້ ຍັງ​ແມ່ນ​ສະ​ຕິ ເຄົາ​ລົບ ແລະ ປະ​ຕິ​ບັດ​ຣັ​ຖ​ທັມ​ນູນຍັງ​ບໍ່​ສູງ ເຮັດ​ໃຫ້​ບຸກ​ຄົນ ແລະ ນິ​ຕິ​ບຸກ​ຄົນ​ບໍ່​ໃຫ້​ຄວາ​ມ​ຮ່ວມ​ມື ແລະ ບໍ່​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ."

ພນັກ​ງານ​ທີ່​ສັງ​ກັດ ​ຢູ່​ໃນ​ອົງ​ການ​ຈັດ​ຕັ້ງ ​ທີ່​ປະ​ຕິ​ບັດ​ກົດ​ໝາຍ ຂາດ​ຈັນ​ຍາ​ບັນ-ຈັນ​ຍາ​ທັມ ແລະ ຂາດ​ຄວາມ​ໂປ່ງ​ໃສ.

ທ່ານ ໄພວີ ສີບົວວິພາ, ຣັຖມົນຕຣີ ກະຊວງຍຸຕິທັມ ໄດ້​ກ່າວ​ຕື່ມ​ອີກວ່າ:

" ພະ ​ນັກ​ງານ​ຈຳ​ນ​ວນ​ນຶ່ງ ບໍ່​ເອົາ​ໃຈ​ໃສ່​ຄຳ​ຕັດ​ສິນ ແລະ ບໍ່​ມີ​ແຜນ​ປະ​ຕິ​ບັດ ບໍ່​ມີ​ວິ​ທີ​ການ​ສຶກ​ສາ​ອົບ​ຮົມ ແລະ​ ບຸກ​ລະ​ດົມ​ຄູ່​ຄວນ​ປະ​ຕິ​ບັດ ບໍ່​ຖືກ​ຕ້ອງ​ຕາມ​ຄຳ​ຕັດ​ສິນ​ຕາມ​ຂັ້ນ​ຕອ​ນ ວິ​ທີ​ການ​ທີ່​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ ເລືອກ​ປະ​ຕິ​ບັດ ລົງ​ເລິກ​ປະ​ຕິ​ບັດ​ຄຳ​ສິນ​ແຕ່​ຄະ​ດີ​ແພ່ງ ປະ​ຕິ​ບັດ​ໄປ​ແລ້ວ ເມື່ອ​ພົບ​ຄວ​າມ​ຫຍຸ້ງ​ຍາກ​ກໍ​ຢຸດ​ເຊົາ ນອກ​ນັ້ນ ທັ​ສ​ນະ​ການ​ເມືອງ​ກໍ​ບໍ່​ໜັກ​ແໜ້ນ ຂາດ​ຈັນ​ຍາ​ບັນ ຈັນ​ຍາ​ທັມ ຂາດ​ຄວາມ​ໂປ່ງ​ໃສ."

ອີ​ງ​ຕາມ​ຂໍ້​ມູນ​ ຈາກຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ຍຸ​ຕິ​ທັມ ຢູ່​ໃນ​ກອ​ງະ​ຊຸມ​ສະ​ພາແຫ່ງ​ຊາຕ ໃຫ້​ກາງ​ປີ 2022 ທີ່​ຜ່ານ​ມາ, ມີ​ຄະ​ດີ​ທັງ​ໝົດປະ​ມານ 44,000 ເຣື່ອງ ໃນ​ນັ້ນ ກຳ​ລັງ​ຖື​ປະ​ຕິ​ບັດຢູ່ ຈຳ​ນວນ 41,000 ເຣື່ອງ. ໃນ​ບັນ​ດາຄະ​ດີ​ທັງ​ໝົດ 44,000 ເຣື່ອງ ລວມ​ມີ ຄະ​ດີ​ແພງປະ​ມານ 9,000 ເຣື່ອງ, ຄະ​ດີອາ​ຍາ 35,000 ເຣື່ອງ ສ່ວນ​ວ່າ ຄະ​ດີ ທີ່ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້ ​ແມ່ນມີ​ຈຳ​ນວນ 3,500 ເຣື່ອງ.